ນັ້ນເປັນການຍອມຮັບສາລະພາບ ທີ່ໄດ້ເກີດຂຶ້ນໂດຍໄດ້ ມາຈາກການບັງຄັບໃຈເພາະຄວາມຮູ້ສຶກຫວາດຫວັ່ນຕົວວ່າຕົນ ເປັນຄົນຜິດ ແລະ ຍ້ອນຄວາມຢ້ານກົວຕໍ່ຄວາມຜິດຂອງຜູ້ກ່ຽວວ່າ ຕົນຈະຖືກສານຕັດສິນລົງໂທດ. ເຂົາຢ້ານກົວຢ່າງໜັກຕໍ່ຜົນຂອງ ການກະທຳຄວາມບາບທີ່ຈະຕາມຕົວເຂົາມາ, ແຕ່ວ່າຢູ່ໃນແນວຄິດ ຈິດໃຈຂອງເຂົາ ແລ້ວກໍບໍ່ໄດ້ເກີດມີຄວາມເສົ້າສະຫລົດໃຈຢ່າງເລິກ ເຊິ່ງເຖິງຖອງ ແລະໝາກຫົວໃຈຂອງເຂົາກໍຍັງບໍ່ທັນຫັກແຕກລ້າວ ລານໄປເທື່ອຕໍ່ສິ່ງທີ່ຕົນໄດ້ທຳການທໍລະຍົດຕໍ່ອົງພຣະບຸຕຂອງພຣະ ຜູ້ເປັນເຈົ້າຜູ້ເຊິ່ງປາສຈາກຄວາມຜິດພາດທຸກຢ່າງທັງສິ້ນ ແລະ ດ້ວຍການກະທຳດັ່ງກ່າວນັ້ນເຂົາກໍຍັງເປັນຝ່າຍຜູ້ທີ່ຫັນຫລັງໃສ່ ພຣະອົງຜູ້ຊົງເປັນພຣະເຈົ້າທີ່ມີຄວາມສັກສິດບໍຣິສຸດຂອງອິສຣະເອລ (Israel) ນັ້ນອີກດ້ວຍ. ຟາຣາໂອງ (Pharaoh) ຜູ້ເປັນກະສັຕ ແຫ່ງປະເທດເອຢິບໃນສະໄໝໂບຮານເວລານັ້ນເມື່ອຖືກອົງພຣະຜູ້ ເປັນເຈົ້າລົງໂທດແລ້ວເຂົາກໍຍອມຮັບຮູ້ຄວາມບາບຂອງ ຕົນເພື່ອ ຈະໄດ້ຫລົບຫລີກໄປຈາກການລົງໂທດຄັ້ງໃໝ່, ແຕ່ໜ້າເສັຍດາຍ ທີ່ວ່າພໍແຕ່ເຂົາຖືກລົງໂທດແລ້ວ ເຂົາກໍຊ້ຳພັດກັບຄືນມາເປັນສັດ ຕຣູກັບອົງພຣະຜູ້ເປັນເຈົ້ານັ້ນອີກຄັ້ງແລ້ວຄັ້ງເລົ່າ. SCL 33.1
ພວກຄົນທີ່ກ່າວມາຂ້າງເທິງນັ້ນບໍ່ ໄດ້ພາກັນມີຄວາມເສົ້າ ໂສກເສັຍໃຈໃນຄວາມບາບຂອງຕົນເລີຍ, ຫາກມີແຕ່ພາກັນສະ ແດງຄວາມເສັຍໃຈໃນຜົນຮ້າຍທີ່ຕາມມາຈາກຄວາມບາບພຽງ ເທົ່ານັ້ນ. SCL 34.1