ອົງພຣະຄຣິສຕ໌ຊົງເປັນ ບໍ່ເກີດແຫ່ງຄວາມປະສົງໃນການ ກໍ່ສ້າງຄຸນງາມຄວາມດີທຸກປະການ. ມີແຕ່ພຣະອົງພຽງຜູ້ດຽວເທົ່າ ນັ້ນທີ່ ຈະສາມາດປູກເອົາຄວາມກຽດຊັງໜ່າຍແໜງຕໍ່ຄວາມບາບ ໃຫ້ເກີດມີຂຶ້ນຢູ່ໃນຫົວໃຈຂອງມະນຸດ. ຄວາມມຸ້ງຫວັງຕັ້ງໃຈທຸກຄັ້ງ ໃນການຊອກຫາສັຈທັມຄວາມຈິງ, ຄວາມບໍຣິສຸດຜຸດຜ່ອງ ແລະ ຄວາມຮູ້ສຶກສຳນຶກຕົວທຸກຄັ້ງຕໍ່ຄວາມບາບຂອງຕົວນັ້ນ ກໍລ້ວນແຕ່ ເປັນພະຍານຫລັກຖານທີ່ສະແດງອອກໃຫ້ເຫັນວ່າ ພຣະວິນຍານບໍ ຣິສຸດຂອງພຣະອົງຊົງເປັນຜູ້ສົ່ງການກະທົບມາໃສ່ຫົວໃຈຂອງພວກ ເຮົາ. SCL 40.1
ອົງເຢຊູພຣະຄຣິສຕ໌ ຊົງໄດ້ຕັດກ່າວເອົາໄວ້ວ່າ: “ເມື່ອໃດທີ່ ເຮົາພຣະອົງຫາກໄດ້ສະເດັດຂຶ້ນໄປຈາກໂລກມະນຸດ ແລ້ວ ເຮົາກໍຈະດຶງດູດເອົາຄົນທັງປວງໃຫ້ເຂົ້າມາຫາເຮົາ” ໂຢ ຫັນ 12:32). ອົງພຣະຄຣິສຕ໌ຈະຕ້ອງທຳການເປິດເຜີຍພຣະອົງ ເອງໃຫ້ມະນຸດຜູ້ເປັນຄົນບາບໄດ້ຮູ້ໃນຖານະທີ່ພຣະອົງຊົງເປັນພຣະ ເຈົ້າຜູ້ໂຜດໃຫ້ລອດທີ່ໄດ້ສິ້ນພຣະຊົນໄປເພື່ອປົດແກ້ເອົາຄວາມບາບ ຂອງໂລກມະນຸດທັງປວງ. ເມື່ອພວກເຮົາພາກັນມອງເບິ່ງພຣະເມ ສານ້ອຍ (ແພ້ະນ້ອຍ-ຜູ້ແປ) ຂອງພຣະເຈົ້າທີ່ຖືກຕຶງຢູ່ທີ່ໄມ້ກາງ ແຂນຢູ່ທີ່ເນີນເຂົາກ້ອນໂກທານັ້ນ ແລ້ວພວກເຮົາກໍຈິ່ງເລີ່ມມີຄວາມ ເຂົ້າໃຈດີຍິ່ງຂຶ້ນ ໃນຄວາມພິສດານກ່ຽວເຮື່ອງພຣະກິຈການແຫ່ງ ການໂຜດມະນຸດ ໃຫ້ລອດແລະຄຸນຄວາມດີຂອງພຣະຜູ້ເປັນເຈົ້າທີ່ ຊັກນຳເອົາພວກເຮົາໃຫ້ກ່າວໄປສູ່ການຍອມກັບຈິດກັບໃຈໃໝ່ນັ້ນ. ໃນການສິ້ນພຣະຊົນເພື່ອປົດແກ້ເອົາຄວາມບາບອອກໄປນັ້ນເອງ ອົງພຣະຄຣິສຕ໌ໄດ້ສະແດງອອກໃຫ້ເຫັນເຖິງຄວາມຮັກທີ່ຈະຫາ ສິ່ງໃດມາພັນລະນາປຽບປານບໍ່ໄດ້ແລະເມື່ອຄົນຜູ້ມີບາບໄດ້ມອງ ເຫັນຄວາມຮັກນັ້ນແລ້ວກໍຈະທຳໃຫ້ຫົວໃຈຂອງເຂົາອ່ອນນວນລົງສິ່ງນັ້ນກໍປະທັບຢູ່ໃນຄວາມຄິດຈິດໃຈຂອງເຂົາ ແລະປຸກລຸກໃຫ້ຄົນ ໄດ້ເກີດມີຄວາມຮູ້ສຶກສຳນຶກເພື່ອຍອມຮັບສາລະພາບໃນຄວາມ ບາບຂອງຕົນ. SCL 40.2