ຢູ່ໃນໜັງສືພຣະຄຳພີກໍມີຫລາຍເຣື່ອງ ທີ່ໄດ້ຖືກນຳມາສະ ເໜີເປັນຕົວຢ່າງກ່ຽວກັບການຍອມຮັບສາລະພາບ ແລະ ການ ຍອມຖ່ອມຕົວລົງຢ່າງແທ້ຈິງເຊິ່ງໄດ້ສະແດງອອກໃຫ້ເຫັນເຖິງ ການຍອມຮັບສາລະພາບທີ່ເດັດດ່ຽວຕໍ່ ຄວາມບາບແລະບໍ່ໃຊ້ ຄວາມພະຍາຍາມໃດໆເພື່ອຈະນຳມາແກ້ຕົວ. ອາຈານໂປນຜູ້ເປັນ ອັຄສາວົກຂອງ ອົງພຣະຜູ້ເປັນເຈົ້ານັ້ນກໍບໍ່ເຄີຍໄດ້ເຊື່ອງອຳຄວາມ ບາບຂອງຕົນເອົາໄວ້ເລີຍ. ເພິ່ນໄດ້ເປິດເຜີຍມັນອອກມາໂດຍບໍ່ໄດ້ ໃຊ້ຄວາມພະຍາຍາມແຕ່ຢ່າງໃດທີ່ຈະບັນທອນມັນລົງພຽງແຕ່ ນ້ອຍໜຶ່ງ. ທ່ານໄດ້ກ່າວອອກວ່າ: “ຜູ້ຂ້າໄດ້ຈັບກຸມຄຸມຂັງຜູ້ ທີ່ເຊື່ອໃນພຣະເຈົ້າເປັນຈຳນວນມາກໂດຍໄດ້ຮັບສິດອຳ ນາດຈາກມະຫາປຸໂຣຫິດ ແລະເມື່ອພວກເຂົາໄດ້ຖືກນຳ ເອົາໄປປະຫານຊີວິດຜູ້ຂ້າກໍຍັງໄດ້ອອກສຽງເຫັນພ້ອມ.ຜູ້ຂ້າກໍໄດ້ໃສ່ໂທດພວກເຂົາຢູ່ຕາມໂຮງທັມມະເທສນາສີ ນາກົກ (Synagogue) ຢູ່ທຸກແຫ່ງແລະບີບບັງຄັບໃຫ້ ພວກເຂົາຕ້ອງໝິ່ນປະໝາດ ອົງພຣະຜູ້ເປັນເຈົ້າ, ຜູ້ຂ້າ ເຄີຍເປັນຄົນຮ້າຍຕໍ່ພວກເຂົາຢ່າງເດັດດ່ຽວຂ້ຽວຂາດ ແລະໄດ້ຕິດຕາມປາບປາມພວກເຂົາໄປຈົນເຖິງເຂດແຄວ້ນ ແດນໄກຫລາຍແຫ່ງ” (ພຣະກິຈການ 26:10,11). ອາຈານ ໂປນກໍບໍ່ມີຄວາມຫວັ່ນໄຫວຄອນແຄນທີ່ຈະປະກາດວ່າ: ”ພຣະເຢ ຊູຄຣິສຕ໌ຊົງໄດ້ສະເດັດລົງມາໃນໂລກມະນຸດເພື່ອໂຜດ ປະ ທານເອົາຄວາມລອດພົ້ນມາສູ່ພວກຄົນບາບທັງຫລາຍເຊິ່ງ ຜູ້ຂ້າກໍ ເປັນຕົວການຜູ້ໜຶ່ງໃນນັ້ນ” (1ຕີໂມທີ 1:15). SCL 73.1
ຄົນຜູ້ທີ່ມີຈິດໃຈແຕກຫັກ ແລະ ຖ່ອມຕົວທີ່ໄດ້ສະແດງ ຄວາມຍອມຮັບສາລະພາບຢ່າງແທ້ຈິງນັ້ນ ເຂົາກໍຈະຮູ້ໄດ້ ເຖິງ ຄຸນຄ່າຂອງຄວາມຮັກຂອງອົງພຣະຜູ້ເປັນເຈົ້າ ແລະ ພຣະມະຫາວິຣະກັມແຫ່ງໄມ້ກາງແຂນແຫ່ງເນີນເຂົາກ້ອນ ໂກທາ. ກໍເໝືອນກັນກັບລູກຊາຍຜູ້ໜຶ່ງທີ່ໄດ້ຍອມຮັບສະລະ ພາບຄວາມຜິດຂອງຕົນຕໍ່ຜູ້ເປັນບິດາທີ່ຮັກຂອງຕົນນັ້ນ, ຄົນຜູ້ທີ່ຍອມຮັບສາລະພາບຢ່າງ ແທ້ຈິງເຂົາກໍຈະນຳເອົາ ຄວາມບາບທຸກຢ່າງທີ່ ຕົນໄດ້ກະທຳມານັ້ນໄປສະເໜີໃຫ້ ອົງພຣະຜູ້ເປັນເຈົ້າໄດ້ຮູ້ນຳ. ຢູ່ໃນໜັງສືພຣະຄຳພີກໍໄດ້ ມີຂໍ້ຄວາມຂຽນເອົາໄວ້ວ່າ: “ຖ້າພວກເຮົາຫາກຍອມຮັບສາ ລະພາບເຖິງຄວາມບາບຂອງຕົນແລ້ວ, ພຣະອົງກໍຊົງມີຄວາມຊື່ສັດ ແລະທ່ຽງທັມຈິງແທ້ທີ່ຈະໃຫ້ອະພັຍຕໍ່ຄວາມບາບຂອງພວກເຮົາ ແລະຈະທຳໃຫ້ພວກເຮົາຂາວສະອາດໄປຈາກຄວາມບໍ່ຊອບທັມທັງ ໝົດ ” (1ໂຢຫັນ 1:9)./. SCL 74.1