ຄວາມສວຍງາມວິລາວັນແຫ່ງຄຸນລັກສະນະທາດແທ້ຂອງ ອົງພຣະຄຣິສຕ໌ນັ້ນກໍຈະສະແດງອອກໃຫ້ເຫັນຢູ່ໃນການປະພຶດຕົນ ຂອງພວກຄົນທັງຫລາຍທີ່ ໄດ້ຫັນເຂົ້າມາເຊື່ອຢູ່ໃນອົງພຣະຄຣິສຕ໌ ເຈົ້າ. ພຣະເຢຊູຊົງມີຄວາມເບີກບານໃຈ ທີ່ໄດ້ກະທຳໄປຕາມນ້ຳ ພຣະທັຍຂອງອົງພຣະຜູ້ເປັນເຈົ້າ. ຄວາມຮັກທີ່ມີຕໍ່ອົງພຣະຜູ້ເປັນ ເຈົ້າ ແລະ ຄວາມຖະໜອມຮັກໃນຄວາມສະຫງ່າລາສີຂອງພຣະ ເຈົ້ານັ້ນກໍໄດ້ກັບກາຍມາເປັນພະລັງທີ່ກະຕຸກຊຸກຍູ້ຄຸ້ມຄອງຢູ່ໃນການ ດຳຣົງຊີວິດຂອງພຣະເຢຊູຜູ້ຊົງເປັນ ພຣະເຈົ້າຜູ້ໂຜດໃຫ້ລອດຂອງ ພວກເຮົາທັງຫລາຍ. ຄວາມຮັກນັ້ນໄດ້ເປັນສິ່ງເສີມແຕ່ງ ຄວາມສວຍ ງາມແລະຄວາມມີຣາສີໃຫ້ແກ່ການກະທຳທຸກປະການ ຂອງພຣະອົງ. ຄວາມຮັກກໍຄືສິ່ງທີ່ໄດ້ມາຈາກອົງພຣະຜູ້ເປັນເຈົ້າ ນັ້ນເອງ. ສ່ວນຄົນຜູ້ໃດທີ່ຍັງບໍ່ທັນໄດ້ກັບປ່ຽນຊີວິດຈິດໃຈໃໝ່ເທື່ອ ນັ້ນເຂົາກໍບໍ່ສາມາດ ທີ່ຈະມີຄວາມຮັກອັນນີ້ໄດ້ແລະກໍບໍ່ສາມາດທີ່ຈະ ເສີມສ້າງເອົາຄວາມຮັກແບບນີ້ຂຶ້ນມາດ້ວຍຕົນເອງໄດ້. ຄວາມຮັກ ດັ່ງກ່າວນີ້ຈະສາມາດພົບເຫັນໄດ້ຢູ່ນຳແຕ່ຄົນຜູ້ທີ່ໄດ້ອຸທິດຈິດໃຈ ຂອງຕົນໃຫ້ຢູ່ໃນຄວາມຄຸ້ມຄອງຂອງ ພຣະເຢຊູຄຣິສຕ໌ພຽງເທົ່ານັ້ນ. “ພວກເຮົາມີຄວາມຮັກກໍເພາະວ່າອົງພຣະຜູ້ເປັນເຈົ້າ ໄດ້ຊົງຮັກພວກເຮົາກ່ອນແລ້ວ” (1ໂຢຫັນ 4:19). ຄວາມຮັກ ນັ້ນກໍເປັນຫລັກການສຳລັບການປະພຶດຕົນຂອງຄົນຜູ້ທີ່ ຫົວໃຈຂອງ ເຂົາໄດ້ຖືກດັດແປງກໍ່ສ້າງຄືນໃໝ່ໂດຍພຣະເດດພຣະຄຸນຂອງພຣະ ເຈົ້າ. ຄວາມຮັກເປັນສິ່ງທີ່ສົ່ງເສີມພັທນານິດສັຍໃຈຄໍຂອງຄົນ, ເປັນ ສິ່ງປົກຄອງຕໍ່ອາຣົມຄວາມຮູ້ສຶກ, ເປັນສິ່ງກີດກັ້ນຕັນຫາ, ເປັນ ສິ່ງສ້າງຄວາມປອງດອງບໍ່ໃຫ້ສ້າງຄວາມເປັນສັດຕຣູຕໍ່ກັນ ແລະ ເປັນສິ່ງທີ່ທຳໃຫ້ຄວາມຮູ້ສຶກນຶກຄິດຂອງຄົນເຮົາໄດ້ເປັນໄປໃນທາງ ການກຸສົນ. ຄວາມຮັກນີ້ເມື່ອດຳຣົງຢູ່ໃນຈິດໃຈຂອງຄົນກໍທຳໃຫ້ ຊີວິດມີຄວາມສົດຊື່ນເບີກບານແລະສະທ້ອນອິດທິພົນອັນມີກຽດຕິ ຄຸນໃຫ້ແກ່ສັງຄົມແວດລ້ອມ. SCL 111.2
ຍັງມີຄວາມຜິດພາດເປັນ ສອງທ່າອ່ຽງເຊິ່ງພວກທີ່ໄດ້ເຂົ້າ ມາເປັນລູກຫລານຂອງອົງພຣະຜູ້ເປັນເຈົ້ານັ້ນຈະຕ້ອງມີຄວາມລະ ມັດລະວັງ, ໂດຍສະເພາະແມ່ນສຳລັບຜູ້ທີ່ຫາກໍເອົາຕົວເຂົ້າມາເຊື່ອ ໃນພຣະເດດພຣະຄຸນຂອງພຣະອົງໃໝ່ໆນັ້ນ. ທ່າອ່ຽງລັກສະນະທີ ໜຶ່ງກໍຄືດັ່ງທີ່ໄດ້ສະເໜີໃຫ້ຮູ້ມາກ່ອນນັ້ນ, ສິ່ງດັ່ງກ່າວກໍຄືການງົມ ເບິ່ງ ແຕ່ວຽກງານການກະທຳຂອງຕົນເອງ ແລ້ວກໍເກີດມີຄວາມ ໄວ້ວາງໃຈໃນທຸກສິ່ງຢ່າງທີ່ພວກຕົນສາມາດທຳຂຶ້ນມາໄດ້ໂດຍຄິດ ວ່າການທຳແບບນີ້ກໍຈະເປັນການນຳເອົາພວກຕົນໃຫ້ກ້າວເຂົ້າໄປ ສູ່ຄວາມສອດຄ່ອງກົມກຽວກັບອົງພຣະຜູ້ເປັນເຈົ້າໄດ້. ຜູ້ໃດທີ່ມີ ຄວາມ ພະຍາຍາມຢາກສ້າງຕົນໃຫ້ເປັນຄົນບໍຣິສຸດດ້ວຍການອີງ ອາສັຍໃສ່ ແຕ່ການກະທຳຂອງຕົນຢູ່ໃນການປະຕິບັດກົດໝາຍພຣະ ບັນຍັຕຂອງພຣະເຈົ້ານັ້ນກໍເປັນພຽງແຕ່ຄວາມພະຍາຍາມທີ່ຈະກະ ທຳໃນສິ່ງໃດທີ່ເປັນໄປບໍ່ໄດ້ນັ້ນເອງ. ທຸກສິ່ງຢ່າງທີ່ມະນຸດສາມາດ ທຳລົງໄປໂດຍປາສຈາກອົງພຣະຄຣິສຕ໌ນັ້ນກໍລ້ວນແຕ່ສົກກະ ປົກເປື້ອນເປີ໋ະໄປດ້ວຍຄວາມບາບແລະຄວາມເຫັນແກ່ຕົວທັງນັ້ນ. ມີແຕ່ການອີງອາສັຍໃສ່ພຣະເດດພຣະຄຸນຂອງ ອົງພຣະຄຣິສຕ໌ພຽງ ເທົ່ານັ້ນ ແລະກໍມີແຕ່ການອີງອາໃສ່ແຕ່ຄວາມເຊື່ອໃນພຣະເຈົ້າພຽງ ເທົ່ານັ້ນທີ່ຈະຊ່ວຍໃຫ້ພວກເຮົາສາມາດກໍ່ສ້າງຕົນໃຫ້ກັບກາຍມາ ເປັນຄົນຜູ້ມີຄວາມບໍຣິສຸດໄດ້. SCL 113.1
ທ່າອ່ຽງອີກດ້ານໜຶ່ງ ທີ່ມີລັກສະນະກົງກັນຂ້າມກັບສິ່ງທີ່ ໄດ້ສະເໜີມາໃນເບື້ອງເທິງເຊິ່ງມີຄວາມ ເປັນອັນຕະລາຍຢູ່ບໍ່ນ້ອຍ ແລະ ສິ່ງນັ້ນກໍຄືຄວາມເຂົ້າໃຈທີ່ວ່າຄວາມເຊື່ອຢູ່ໃນອົງພຣະຄຣິສ ຕ໌ ນັ້ນໄດ້ປົດປ່ອຍເອົາຄົນເຮົາໃຫ້ມີເສຣີພາບໄປຈາກການນັບຖືກົດ ໝາຍພຣະບັນຍັຕຂອງ ພຣະເຈົ້າໂດຍອ້າງວ່າໃນເມື່ອພວກເຮົາສາ ມາດກັບກາຍ ເຂົ້າມາເປັນຜູ້ມີສ່ວນຮ່ວມໃນພຣະບາຣະມີຂອງ ອົງ ພຣະຄຣິສຕ໌ໂດຍອີງໃສ່ແຕ່ຄວາມເຊື່ອພຽງເທົ່ານັ້ນແລ້ວກໍສະແດງ ວ່າບໍ່ມີຄວາມຈຳເປັນຫຍັງເລີຍທີ່ຈະຕ້ອງກະທຳສິ່ງໃດໆເພື່ອຈະໄດ້ ມາ ເຊິ່ງຄວາມລອດພົ້ນຂອງພວກຕົນນັ້ນ. SCL 113.2