ຜູ້ຊົງເປັນພຣະບຸດຂອງອົງພຣະຜູ້ເປັນເຈົ້າກໍຊົງໄດ້ສະເດັດ ລົງມາຈາກເມືອງຟ້າເພື່ອສະແດງໃຫ້ເຫັນເຖິງອົງພຣະບິດາເຈົ້າ. ຢູ່ໃນໜັງສືພຣະຄຳພີເຮື່ອງໂຢຫັນ(John) 1:18 ຍັງມີຄຳບັນທຶກ ເອົາໄວ້ວ່າ “ ບໍ່ມີຜູ້ໃດເຄີຍເຫັນອົງພຣະຜູ້ເປັນເຈົ້າຈັກ ເທື່ອ,ມີແຕ່ພຣະບຸຕພຽງອົງດຽວຜູ້ຊົງສະຖິດຢູ່ ໃນພຣະ ຊວງພຣະບິດາເຈົ້າເຊິ່ງພຣະອົງຊົງໄດ້ສະແດງອອກ ມາໃຫ້ເຫັນ”.ຢູ່ໃນໜັງສືພຣະຄຳພີເຮື່ອງມັດທາຍ 11: 27, ກໍມີ ຄຳບັນທຶກເອົາໄວ້ວ່າ: “ ນອກຈາກອົງພຣະບຸຕແລ້ວກໍບໍ່ມີຜູ້ ໃດອີກທີ່ຈະຮູ້ຈັກພຣະບິດາເຈົ້າ ນອກຈາກຜູ້ທີ່ພຣະບຸຕຈະ ຊົງເປິດເຜີຍອອກໃຫ້ຮູ້”. ໃນເວລາ ທີ່ອັຄສາວົກທ່ານນຶ່ງຂອງ ພຣະເຢຊູໄດ້ກ່າວຄຳຮ້ອງຂໍອອກມາວ່າ : “ຂໍໃຫ້ພວກຂ້ານ້ອຍ ໄດ້ເຫັນພຣະບິດາເຈົ້າດ້ວຍເຖີດ”, ສ່ວນພຣະເຢຊູເຈົ້າກໍຊົງ ໄດ້ກ່າວຕອບວ່າ: ”ຟີລິບເອີຍ, ເຮົາພຣະອົງໄດ້ມາຢູ່ກັບພວກ ເຈົ້າກໍນານແລ້ວ ແລະເຈົ້າຫລືທີ່ຍັງບໍ່ທັນຮູ້ຈັກເຮົາ? ຜູ້ໃດ ທີ່ໄດ້ເຫັນເຮົາພຣະອົງແລ້ວກໍສະແດງວ່າໄດ້ເຫັນພຣະບິດາ ເຈົ້ານັ້ນເອງ, ສະນັ້ນເຈົ້າເວົ້າໄດ້ຢ່າງໃດ ວ່າຂໍໃຫ້ພວກຂ້າ ນ້ອຍໄດ້ເຫັນພຣະບິດາເຈົ້າດ້ວຍເຖີດ?” (ໂຢຫັນ 14:8-9). SCL 6.1
ເພື່ອໃຫ້ການອະທິບາຍກ່ຽວກັບພາຣະກິຈຂອງພຣະອົງຢູ່ ໃນເມືອງມະນຸດນີ້ ພຣະເຢຊູເຈົ້າຊົງໄດ້ໃຫ້ຄຳຕັດກ່າວເອົາໄວ້ດັ່ງ ນີ້: “ພຣະອົງເຈົ້າຊົງໄດ້ເຈີມເອົາເຮົາພຣະອົງນີ້ ໃຫ້ມາ ປະກາດຂ່າວປະເສີດແກ່ພວກຄົນຈົນ, ພຣະອົງໄດ້ສົ່ງ ເຮົາເພື່ອມາປິ່ນປົວພະຍາບານເອົາພວກຄົນທີ່ມີຫົວໃຈແຕກຫັກທັງຫລາຍ, ເພື່ອມາປະກາດເອົາຄວາມເປັນອິສ ຣະພາບ ໃຫ້ແກ່ພວກສະເລີຍ ແລະເພື່ອນຳເອົາສາຍຕາ ຄືນມາໃຫ້ແກ່ພວກຄົນຕາບອດ, ເພື່ອປົດປ່ອຍເອົາພວກ ຄົນທີ່ຖືກກົດຂີ່ຂົມເຫັງໃຫ້ມີເສຣີພາບ” (ລູກາ(Luke)4:18. ນັ້ນເປັນພຣະກິຈການຂອງພຣະອົງທີ່ຕ້ອງອອກທ່ຽວເດີນໄປທົ່ວ ທຸກຫົນແຫ່ງ. ສ້າງຄຸນຄວາມດີແລະປິ່ນປົວເອົາທຸກຄົນທີ່ຖືກສາ ຕານເຂົ້າມາສິງຢູ່. ຕາມເຂດໝູ່ບ້ານຊົນນະບົດແຫ່ງໃດທີ່ພຣະອົງ ໄດ້ສະເດັດຜ່ານໄປນັ້ນ, ສຽງຮ້ອງຄາງຈາກຄວາມເຈັບປວດຍ້ອນ ພະຍາດໂລຄາກໍຫາຍໄປຈາກທຸກຫລັງຄາເຮືອນເຫລົ່ານັ້ນ, ພຣະ ອົງຊົງໃຫ້ການມະໂຫສົດພະຍາບານຕໍ່ໂລກໄພໄຂ້ເຈັບທຸກປະເພດ. ພຣະກິຈການຂອງພຣະອົງນັ້ນກໍໄດ້ກາຍເປັນຫລັກຖານທີ່ສະແດງ ອອກໃຫ້ເຫັນ ເຖິງຄວາມເປັນພຣະເຈົ້າຂອງພຣະອົງທີ່ໄດ້ຮັບການ ເຈີມໂດຍອົງພຣະຜູ້ເປັນເຈົ້ານັ້ນເອງ. ຄວາມຮັກ, ຄວາມເມດຕາ ແລະຄວາມເອັນດູສົງສານນັ້ນແມ່ນໄດ້ຖືກເປິດເຜີຍອອກມາໃຫ້ ເຫັນໂດຍຜ່ານການປະພຶດການກະທຳທຸກຢ່າງຢູ່ໃນການດຳຣົງຊີ ວິດຂອງພຣະອົງ. ຢູ່ໃນຫົວໃຈຂອງພຣະອົງນັ້ນຊົງມີຄວາມຮັກໄຄ່ ຕໍ່ມວນມະນຸດທັງຫລາຍ.ພຣະອົງຊົງໄດ້ສະເດັດລົງມາເພື່ອສວມ ເອົາຮ່າງກາຍທີ່ເປັນລັກສະນະທາງທຳມະຊາດຂອງມະນຸດເພື່ອ ພຣະອົງເອງຈະໄດ້ເອົາຕົວເຂົ້າມາສະໜິດຕິດພັນຢູ່ກັບຄວາມຈຳ ເປັນໜ້າທີ່ປະຈຳວັນຂອງມະນຸດເຮົາ.ພວກຄົນທີ່ທຸກຈົນແລະຜູ້ທີ່ມີຄວາມຖະໜອມຖ່ອມຕົວທັງຫລາຍກໍບໍ່ມີຄວາມຫວາດຫວັ່ນຢ້ານກົວ ແຕ່ຢ່າງໃດ ທີ່ຈະພາກັນຫຍັບເຂົ້າໄປຢູ່ໃກ້ກັບພຣະອົງ. ແມ່ນແຕ່ ພວກເດັກນ້ອຍກໍຍັງຍາດກັນດືບຄານເຂົ້າໄປຫາພຣະອົງ. ພວກ ເຂົາຍັງພາກັນປິນຂຶ້ນໄປບຽດໄປນັ່ງຢູ່ເທິງຕັກຂອງພຣະອົງແລ້ວ ກໍຈ້ອງມອງໄປເບິ່ງສາຍພຣະເນຕອັນເຕັມໄປດ້ວຍຄວາມໝາຍ ເຊິ່ງສະທ້ອນອອກໃຫ້ເຫັນເຖິງຄວາມຮັກຂອງພຣະອົງນັ້ນ. SCL 7.1