ແມ່ນແຕ່ທ່ານໂຢຫັນຜູ້ເຊິ່ງ ເປັນອັຄສາວົກຜູ້ໜຶ່ງທີ່ພຣະເຢ ຊູ ເຈົ້າຊົງຮັກຍິ່ງ ແລະ ທັງເປັນຜູ້ທີ່ມີຜົນສຳເຣັດມາກກວ່າໝູ່ໃນ ການຝຶກຝົນຫລໍ່ຫລອມຕົນເອງໃຫ້ມີຄຸນລັກສະນະຄ້າຍດັ່ງ ພຣະ ເຈົ້າຜູ້ໂຜດໃຫ້ລອດນັ້ນ ກໍຍັງບໍ່ໄດ້ຖືເອົາຄວາມສະຫງ່າງາມທາງ ດ້ານຄຸນສົມບັດທັສນະນັ້ນມາແຕ່ມື້ເກີດ. ທ່ານບໍ່ພຽງແຕ່ໄດ້ກາຍ ເປັນຄົນຜູ້ທີ່ມີຄວາມໄວ້ວາງໃຈຕໍ່ຕົນເອງ. ທັງບໍ່ພຽງແຕ່ເປັນຄົນ ທີ່ບໍ່ມັກໃຫຍ່ໄຝ່ສູງພຽງເທົ່ານັ້ນ, ແຕ່ທັງຍັງເປັນຄົນຜູ້ທີ່ມີຄວາມອົດ ກັ້ນຕໍ່ການດູໝິ່ນນິນທານັ້ນອີກດ້ວຍ. ເຖິງຢ່າງໃດກໍຕາມ, ໃນເມື່ອ ຄຸນລັກສະນະທາດແທ້ຂອງ ພຣະຜູ້ເປັນເຈົ້າຫາກໄດ້ສະແດງອອກ ມາໃຫ້ທ່ານໂຢຫັນໄດ້ເຫັນແລ້ວ, ແຕ່ເພິ່ນກໍໄດ້ເຫັນໄດ້ຮູ້້ຖິງຄວາມ ຂາດສະມັຖພາບຂອງ ຕົນເອງແລະນັ້ນກໍໄດ້ເປັນການທຳໃຫ້ທ່ານ ໂຢຫັນຕ້ອງຍອມຮັບຮູ້ຕົນເອງແລະຖ່ອມຕົວລົງ. ຄວາມມີພະລັງວັງ ຊາແລະຄວາມອົດທົນ, ຄວາມມີຣິດອຳນາດແລະຄວາມແນບນວນ ຮັກໄຄ່, ຄວາມຍິ່ງໃຫຍ່ມະຫາຣາຊແລະຄວາມຖ່ອມຕົວທັງໝົດທີ່ ເຫັນໄດ້ຢູ່ໃນຊີວິດປະຈຳວັນຂອງພຣະອົງຜູ້ຊົງເປັນພຣະບຸຕຂອງ ອົງພຣະຜູ້ເປັນເຈົ້ານັ້ນກໍໄດ້ເຂົ້າມາສະຖິດຢູ່ໃນຊີວິດຈິດໃຈຂອງ ທ່ານໂຢຫັນອັນເຕັມໄປດ້ວຍຄວາມຮັກແລະຄວາມບາບປື້ມອັສຈັນ ໃຈໃນສິ່ງເຫລົ່ານັ້ນ. ນັບມື້ນັບວັນໄປ, ຫົວໃຈຂອງເພິ່ນກໍຍິ່ງມີຄວາມ ຜູກພັນກັບອົງພຣະຄຣິສຕ໌ເຈົ້າຈົນວ່າໃນທີ່ສຸດຄວາມຮັກທີ່ມີຕໍ່ອົງ ພຣະຜູ້ເປັນເຈົ້ານັ້ນກໍໄດ້ເຂົ້າມາແທນບ່ອນຄວາມເຫັນແກ່ຕົວຂອງ ຕົນ. ທ່ານໂຢຫັນໄດ້ອະນຸຍາດໃຫ້ ອົງພຣະຄຣິສຕ໌ ໄດ້ເຂົ້າມາດັດ ສ້າງນິດສັຍໃຈຄໍທີ່ເຄີຍເປັນຄົນມັກເຄັ່ງຄຽດ ແລະ ບໍ່ຍອມເສັຍ ປຽບຂອງຕົນ. ອຳນາດອິດທິພົນແຫ່ງການຟື້ນຊີວິດໃໝ່ທີ່ໄດ້ມາ ຈາກພຣະວິນຍານບໍຣິສຸດນັ້ນກໍໄດ້ເຂົ້າມາດັດແປງກໍ່ສ້າງຫົວໃຈ ຂອງທ່ານໂຢຫັນອີກເປັນຄັ້ງໃໝ່. ອຳນາດແຫ່ງຄວາມຮັກຂອງ ອົງພຣະຄຣິສຕ໌ເປັນສິ່ງທີ່ ທຳໃຫ້ນິດສັຍໃຈຄໍຂອງຄົນໄດ້ເກີດມີ ການປ່ຽນແປງ, ນີ້ຄືໝາກຜົນອັນແນ່ນອນທີ່ໄດ້ມາຈາກການເຂົ້າ ຢູ່ສະໜິດຕິດພັນກັບອົງພຣະເຢຊູເຈົ້າ. ເມື່ອໃດທີ່ພຣະຄຣິສຕ໌ຫາກໄດ້ ເຂົ້າມາສະຖິດຢູ່ໃນຈິດໃຈຂອງຄົນແລ້ວ, ທາດແທ້ທັງໝົດຂອງເຂົາ ກໍມີການປ່ຽນແປງ. ແມ່ນພຣະວິນຍານຂອງພຣະຄຣິສຕ໌, ແມ່ນ ຄວາມຮັກຂອງພຣະອົງນັ້ນເອງທີ່ເປັນສິ່ງທີ່ທຳໃຫ້ຈິດໃຈຂອງຄົນ ຕ້ອງເກີດມີຄວາມນິ້ມນວນແລະຖ່ອມຕົວລົງ, ເປັນສິ່ງເຊີດຊູເອົາ ຄວາມຄິດຈິນຕະນາການ ແລະ ຄວາມມຸ້ງມາດປາຖນາ ຂອງຄົນ ໃຫ້ຫັນທິດໄປສູ່ອົງພຣະຜູ້ເປັນເຈົ້າແລະເມືອງສະຫວັນຊັ້ນຟ້າ. SCL 144.1