ອົງພຣະຜູ້ເປັນເຈົ້າຊົງໃຫ້ການເວົ້າຈາສົນທະນາກັບພວກ ເຮົາໂດຍຜ່ານພຣະກິຈການຂອງພຣະອົງ ແລະ ໂດຍຜ່ານພຣະວິນ ຍານບໍຣິສຸດຂອງພຣະອົງເຊິ່ງ ເປັນຜູ້ສົ່ງອິດທິພົນຕໍ່ແນວຄິດຈິດໃຈ ຂອງມະນຸດເຮົາ. ຈາກທຸກສິ່ງຢ່າງທີ່ ແວດລ້ອມອ້ອມຕົວພວກເເຮົາ ເຊິ່ງມີການໝູນວຽນປ່ຽນແປງໄປຢູ່ໃນແຕ່ ລະມື້ແຕ່ລະວັນນັ້ນພວກ ເຮົາກໍສາມາດທີ່ຈະຖອດຖອນ ເອົາບົດຮຽນອັນມີຄ່າມາໄດ້ຖ້າວ່າ ຫົວໃຈ ຂອງພວກເຮົາຫາກພ້ອມແລ້ວທີ່ຈະທຳຄວາມເຂົ້າໃຈໃນສິ່ງ ເຫລົ່ານັ້ນ. ເມື່ອທົບທວນຫວນຄິດເຖິງພຣະກິຈການຕ່າງໆຂອງອົງ ພຣະຜູ້ເປັນເຈົ້ານັ້ນແລ້ວຜູ້ຂຽນບົດເພງສັນລະເສີນຢູ່ໃນໜັງສືພຣະ ຄຳພີກໍໄດ້ກ່າວວ່າ: “ຜືນແຜ່ນດິນກໍເຕັມໄປດ້ວຍຄຸນຄວາມ ດີຂອງອົງພຣະຜູ້ເປັນເຈົ້າ” (ເພງສັນລະເສີນ33:5). “ຜູ້ໃດ ເປັນຄົນສະຫລາດກໍຈະສຶກສາຄົ້ນຄວ້າເຖິງສິ່ງຕ່າງໆ ເຫລົ່ານີ້ ແລະ ທັງຈະເຂົ້າໃຈໄດ້ໃນຄວາມຮັກຄວາມເມດ ຕາຂອງອົງພຣະຜູ້ເປັນເຈົ້າ.” (ເພງສັນລະເສີນ 107:43). SCL 172.2
ອົງພຣະຜູ້ເປັນເຈົ້າກໍໃຫ້ການເວົ້າຈາສົນທະນາກັບພວກ ເຮົາໂດຍຜ່ານພຣະວັຈນະຂອງພຣະອົງ ເຊິ່ງມີຢູ່ໃນໜັງສືພຣະຄຳພີ ນັ້ນເອງ. ໜັງສືພຣະຄຳພີນັ້ນເປັນສິ່ງເຜີຍອອກໃຫ້ພວກເຮົາໄດ້ ເຫັນເຖິງຄຸນລັກສະນະທາດແທ້ ຂອງອົງພຣະຜູ້ເປັນເຈົ້າຢ່າງຊັດ ເຈນ. ຢູ່ໃນໜັງສືເຫລັ້ມນີ້ພວກເຮົາຈະເຫັນໄດ້ເຖິງທຸຣະການຕ່າງໆ ທີ່ພຣະອົງໄດ້ກະທຳກັບມະນຸດ ແລະນັບທັງພຣະກິຈການອັນຍິ່ງ ໃຫຍ່ຂອງພຣະອົງເພື່ອການໂຜດປະທານມະນຸດທັງຫລາຍໃຫ້ໄດ້ຮັບ ຄວາມລອດພົ້ນ. ໜັງສືພຣະຄຳພີເປັນສິ່ງເປິດເຜີຍໃຫ້ພວກເຮົາ ໄດ້ເຫັນເຖິງເຣື່ອງພົງສາວະດານຂອງບັນດາທ່ານມະຫາບຸຣຸດ ແລະ ພວກນັກພະຍາກອນທັງຫລາຍຂອງພຣະເຈົ້າ, ຕະຫລອດໄປ ເຖິງບຸກຄະລິກຜູ້ສຳຄັນຄົນອື່ນໆໃນຍຸກສະໄໝທີ່ຜ່ານມານັ້ນ. ພວກ ເພິ່ນທັງຫລາຍກໍເປັນມະນຸດທີ່ “ມີສະພາບເໝືອນດັ່ງພວກເຮົາ ນີ້” (ຢາໂກໂບ5:17). ຈາກໜັງສືພຣະຄຳພີນັ້ນພວກເຮົາກໍ ຈະ ເຫັນໄດ້ວ່າພວກບັນພະບຸຣຸດຂອງພວກເຮົາເຫລົ່ານັ້ນກໍໄດ້ເຄີຍຕໍ່ ສູ້ກັບຄວາມທໍ້ຖອຍໃຈເໝືອນດັ່ງພວກເຮົານີ້, ພວກເຮົາຍັງຈະເຫັນ ໄດ້ອີກວ່າພວກເພິ່ນກໍເຄີຍໄດ້ຕົກເຂົ້າຢູ່ໃນບ້ວງຂອງການທົດສອບລໍ້ ລວງໃຈຕ່າງໆນາໆເໝືອນດັ່ງພວກເຮົານີ້, ແຕ່ເຖິງຢ່າງນັ້ນພວກ ເພິ່ນກໍຍັງຕັ້ງໃຈໃໝ່ໄດ້ ແລ້ວກໍຕໍ່ສູ້ຜ່ານຜ່າກັບອຸບປະສັກເຫລົ່ານັ້ນ ຢ່າງມີໄຊດ້ວຍການອີງໃສ່ພຣະເດດພຣະຄຸນຂອງອົງພຣະຜູ້ເປັນ ເຈົ້ານັ້ນເອງ. ເມື່ອເວລາໄດ້ອ່ານເຖິງເຣື່ອງລາວດັ່ງກ່າວແລ້ວ ພວກເຮົາກໍມີກຳລັງໃຈຂຶ້ນມາທີ່ຈະບຸກບືນສູ້ທົນເພື່ອໃຫ້ຕົນໄດ້ກັບ ກາຍມາເປັນຄົນຜູ້ມີຄວາມຊອບທັມ. ເມື່ອພວກເຮົາໄດ້ທຳຄວາມ ຮູ້ຈັກກັບບົດຮຽນພຶກຕິກັມອັນລ້ຳເລີດຂອງບັນດາບັນພະບຸຣຸດເຫລົ່າ ນັ້ນແລ້ວ, ນັບທັງແສງສະຫວ່າງ, ທັງຄວາມຮັກແລະທັງຄວາມຈະ ເຣີນພອນທີ່ພວກເພິ່ນ ໄດ້ຮັບມານັ້ນກໍເຫັນວ່າພວກເພິ່ນທັງຫລາຍ ໄດ້ທຳທຸຣະການອັນໃດແດ່ ໂດຍການອີງໃສ່ພຣະເດດພຣະຄຸນຂອງ ພຣະອົງເຈົ້າທີ່ ພວກເພິ່ນໄດ້ຮັບມານັ້ນ, ຈາກນັ້ນພຣະວິນຍານທີ່ ເຄີຍເປັນຝ່າຍໃຫ້ກຳລັງໃຈແກ່ ພວກທ່ານບັນພະບຸຣຸດເຫລົ່ານັ້ນກໍ ຈະເຂົ້າມາລຸກເປັນແປວຢູ່ໃນໝາກຫົວໃຈຂອງພວກເຮົາດ້ວຍການ ປູກເອົາຄວາມ ມຸ້ງມາດປາຖນາຂອງພວກເຮົາຂຶ້ນມາເພື່ອ ຢາກ ຈະທຳການຝຶກຝົນຫລໍ່ຫລອມຕົນເອງ ໃຫ້ມີຄຸນສົມບັດທັສນະ ແລະ ຢາກຈະກ້າວເດີນໄປຮ່ວມກັບອົງ ພຣະຜູ້ເປັນພຣະເຈົ້າເໝືອນ ດັ່ງທີ່ ພວກບັນພະບຸຣຸດເຫລົ່ານັ້ນເຄີຍໄດ້ກະທຳມາ. SCL 173.1