ເວລາທີ່ພວກເຮົາເຂົ້າໄປຮ້ອງຂໍ ໂຜດປະທານເອົາຄວາມ ເມດຕາປານີ ແລະ ຄວາມຈະເຣີນພອນຈາກອົງພຣະຜູ້ເປັນເຈົ້າ ນັ້ນ ພວກເຮົາຄວນຈະຕ້ອງເປັນຄົນທີ່ມີຄວາມຮັກແລະມີຄວາມຮູ້ ຈັກໃຫ້ອະພັຍຢູ່ໃນພາຍໃນຈິດໃຈຂອງຕົນ. ໃນເວລາໄຫວ້ພຣະອະທິ ຖານຢູ່ນັ້ນ ພວກເຮົາຄວນອ້ອນວອນດ້ວຍຄຳວ່າ: “ຂໍໃຫ້ພຣະອົງ ຈົ່ງໄດ້ໂຜດໃຫ້ອະພັຍໜີ້ສິນຂອງພວກຂ້ານ້ອຍດ້ວຍ, ດັ່ງ ດຽວທີ່ພວກຂ້ານ້ອຍໃຫ້ອະພັຍແກ່ພວກລູກໜີ້ຂອງຕົນ” (ມັດທາຍ6:12), ແຕ່ໃນຂະນະດຽວກັນນັ້ນຈະເປັນໄປໄດ້ຫລືທີ່ ຕົນຈະບໍ່ຄິດຢາກຈະໃຫ້ອະພັຍຄົນອື່ນ? ສະນັ້ນ, ຖ້າວ່າພວກເຮົາ ຫາກຕ້ອງການຢາກຈະໃຫ້ຄຳໄຫວ້ວອນຂອງຕົນໄດ້ມາເຊິ່ງຄວາມ ໃຫ້ອະພັຍນັ້ນ, ພວກເຮົາກໍຈະຕ້ອງເປັນຝ່າຍຜູ້ໃຫ້ອະພັຍແກ່ຄົນ ອື່ນດ້ວຍລັກສະນະດຽວກັນກັບທີ່ຕົນຕ້ອງການນັ້ນເອງ. SCL 194.1
ການໄຫວ້ພຣະອະທິຖານຢ່າງບໍ່ທໍ້ຖອຍນັ້ນກໍໄດ້ກາຍເປັນ ເງື່ອນໄຂທີ່ຈຳເປັນອັນໜຶ່ງສຳລັບການຈະໄດ້ມາເຊິ່ງຄຳຕອບຕໍ່ສິ່ງ ທີ່ຕົນໄດ້ວິ້ງວອນໄປແລ້ວນັ້ນ. ພວກເຮົາຈະຕ້ອງໄຫວ້ພຣະອະທິຖານ ຢ່າງບໍ່ຢຸດບໍ່ຢັ້ງເພື່ອຕົນຈະ ໄດ້ຈະເຣີນເຕີບໂຕຂຶ້ນດ້ວຍຄວາມເຊື່ອ ແລະດ້ວຍປະສົບການທາງຄວາມເຊື່ອ. ພວກເຮົາຈະຕ້ອງມີຄວາມ “ໝັ້ນທ່ຽງຢູ່ໃນການໄຫວ້ພຣະອະທິຖານ” “ສືບຕໍ່ໄຫວ້ພຣະ ອະທິຖານແລະຕັ້ງໃຈໃນສິ່ງນັ້ນດ້ວຍຄວາມກັດຕັນຍູຮູ້ບຸນ ຄຸນ.” (ໂຮມັນ 12:12), (ໂກໂລຊຽນ 4:2). ທ່ານເປໂຕຣຜູ້ເປັນ ອັຄສາວົກທ່ານໜຶ່ງຂອງພຣະເຢຊູກໍໄດ້ຮຽກຮ້ອງໃຫ້ພວກສາສນິ ກະຊົນທັງຫລາຍຕ້ອງທຳຕົນເປັນ “ຜູ້ມີສະຕິແລະມີຄວາມຕັ້ງ ໃຈໃນການໄຫວ້ພຣະອະທິຖານ.” (ເປໂຕຣ 4:7). ອາຈານ ໂປນກໍໄດ້ໃຫ້ຄຳແນະນຳເອົາໄວ້ວ່າ: “ຢູ່ໃນທຸກສິ່ງຢ່າງທີ່ໄດ້ ຮ້ອງຂໍ ແລະໄຫວ້ວອນດ້ວຍຄວາມກະຕັນຍູຮູ້ບຸນຄຸນນັ້ນ, ຈົ່ງໃຫ້ອົງພຣະຜູ້ເປັນເຈົ້າໄດ້ຮູ້ຈັກເຖິງຄວາມປາຖນາ ຂອງທ່ານ.” (ຟີລິບປຽນ 4:6). ທ່ານຢູດາ(Jude)ຜູ້ເປັນ ອັຄສາວົກອີກຄົນໜຶ່ງກໍໄດ້ກ່າວເອົາໄວ້ວ່າ: “ທ່ານທີ່ຮັກແພງທັງ ຫລາຍ, ຈົ່ງພາກັນໄຫວ້ພຣະດ້ວຍພຣະວິນຍານບໍຣິສຸດ ແລະຈົ່ງຮັກສາຕົວທ່ານເອງໃຫ້ຢູ່ ໃນຄວາມຮັກຂອງພຣະ ເຈົ້າ.” (ຢູດາ 20:21). ການໄຫວ້ພຣະອະທິຖານຢ່າງບໍ່ຢຸດຢັ້ງນັ້ນ ກໍຈະກາຍເປັນຄວາມສຳພັນທີ່ຕັດຂາດບໍ່ໄດ້ລະຫວ່າງມະນຸດກັບ ພຣະຜູ້ເປັນເຈົ້າ ແລະຊີວິດທີ່ໄດ້ມາຈາກອົງພຣະຜູ້ເປັນເຈົ້ານັ້ນກໍ ຈະຫລັງໄຫລເຂົ້າມາສູ່ຊີວິດຂອງພວກເຮົາ, ພ້ອມດຽວກັນນັ້ນອົງ ພຣະຜູ້ເປັນເຈົ້າກໍຈະຮັບເອົາຄວາມ ບໍຣິສຸດຜຸດຜ່ອງແລະຄວາມສັກ ສິດທີ່ໄດ້ເກີດມີຂຶ້ນຢູ່ໃນຊີວິດຂອງພວກເຮົານັ້ນ. SCL 195.1