ພຣະວັຈນະຂອງອົງພຣະຜູ້ເປັນເຈົ້າກໍເໝືອນກັນກັບຄຸນລັກ ສະນະທາດແທ້ຂອງພຣະເທພເຈົ້າຜູ້ຊົງເປັນຜູ້ໃຫ້ການປະພັນຂີດ ຂຽນພຣະວັຈນະເຫລົ່ານັ້ນຂຶ້ນມາເຊິ່ງລ້ວມແຕ່ບັນຈຸເອົາຄວາມເລິກ ລັບອັສຈັນຕ່າງໆນາໆ ແລະ ມະນຸດເຮົາກໍບໍ່ມີວັນທີ່ຈະທຳຄວາມ ເຂົ້າໃຈໄດ້ຢ່າງເຕັມສ່ວນ. ຄວາມບາບເກີດມີຂຶ້ນມາຢູ່ໃນໂລກມະ ນຸດນີ້ໄດ້ແນວໃດ. ອົງພຣະຄຣິສຕ໌ເຈົ້າຊົງໄດ້ປະສູດອອກມາເປັນມະ ນຸດໄດ້ແນວໃດ, ພຣະອົງຟື້ນພຣະຊົນຄືນມາໄດ້ແນວໃດ ແລະເຣື່ອງ ລາວການເປັນມາຕ່າງໆທີ່ໄດ້ຖືກຈົດບັນທຶກເອົາໃວ້ຢູ່ໃນໜັງສືພຣະ ຄໍາພີນັ້ນກໍລ້ວນແຕ່ເປັນຕວາມເລິກລັບມະຫັສຈັນເກີນໄປກວ່າ ຄວາມຄິດປັນຍາຂອງມະນຸດທີ່ຈະສາມາດໃຫ້ການອະທິບາຍຫລືວ່າ ທຳຄວາມເຂົ້າໃຈຕໍ່ສິ່ງນີ້ໄດ້ຢ່າງເຕັມສ່ວນ. ແຕ່ເຖິງຢ່າງນັ້ນກໍ ຕາມ, ພວກເຮົາກໍບໍ່ມີຂໍ້ອ້າງໃດໆເລີຍທີ່ຈະມາລະແວງສົງສັຍ ໃນພຣະວັຈນະຂອງອົງພຣະຜູ້ເປັນເຈົ້ານັ້ນ, ເພາະວ່າພວກເຮົາບໍ່ ສາມາດທີ່ຈະທຳຄວາມເຂົ້າໃຈໄດ້ທັງໝົດ ໃນຄວາມເລິກລັບອັສ ຈັນຕ່າງໆນາໆແຫ່ງວິຖີທາງທີ່ມີຄວາມອໍຣະຫັນຂອງພຣະອົງນັ້ນ. ຢູ່ໃນທຳຊາດແວດລ້ອມ, ທຸກເມື່ອທຸກຍາມພວກເຮົາກໍຖືກຫຸ້ມ ລ້ອມໄປດ້ວຍຄວາມ ອັສຈັນຕ່າງໆນາທີ່ ພວກເຮົາບໍ່ມີຄວາມສາ ມາດທີ່ຈະທຳຄວາມເຂົ້າໃຈໄດ້. ແມ່ນກະທັ້ງວ່າຮູບການຂອງຊີວິດ ທີ່ມີລັກສະນະແບບງ່າຍດາຍປະຖົມປະຖານທີ່ສຸດຢູ່ໃນໂລກນີ້ກໍຍັງ ຄົງເກັບຊ້ອນເອົາຄວາມເລິກແລບອັສຈັນຂອງມັນໃວ້ເຊິ່ງນັບທັງຜູ້ ເປັນຍອດຫົວກະທິ ຂອງພວກນັກປຣັຊຍາທັງຫລາຍກໍຍັງໝົດປັນຍາ ທີ່ຈະໃຫ້ການອະທິບາຍຕໍ່ບັນດາປາກົດການເຫລົ່ານັ້ນໄດ້. ທຸກບ່ອນ ທຸກທີ່ກໍເຕັມໄປດ້ວຍຄວາມແປກປະຫລາດທີ່ນອກເໜືອໄປຈາກຂອບ ເຂດຄວາມຮູ້ຂອງພວກເຮົາ. ສະນັ້ນ, ຈຳເປັນຫລືທີ່ພວກເຮົາຈະ ພາກັນມີຄວາມແປກປະຫລາດໃຈໃນຄວາມເລິກລັບອັສຈັນທີ່ມີຢູ່ໃນ ໂລກແຫ່ງຈິຕວິນຍານເຊິ່ງກໍນອກເໜືອໄປຈາກຄວາມເຂົ້າໃຈ ຂອງມະນຸດພວກເຮົາເຊັ່ນກັນນັ້ນ? ຄວາມຫຍຸ້ງຍາກສັບສົນທັງໝົດ ຢູ່ທີ່ນີ້ກໍອອກມາຈາກຄວາມອ່ອນແຮງ ແລະ ຄວາມຈຳກັດຮັດແຄບ ທາງດ້ານຄວາມຄິດປັນຍາຂອງມະນຸດນັ້ນເອງ. ອົງພຣະຜູ້ເປັນ ເຈົ້າຊົງອະນຸຍາດໃຫ້ພວກເຮົາໄດ້ມີໜັງສືພຣະຄຳພີນີ້ຂຶ້ນມາເຊິ່ງ ໄດ້ບັນຈຸເອົາຫລັກຖານພະຍານຕ່າງໆຢ່າງພຽງພໍເພື່ອໃຫ້ພວກເຮົາ ໄດ້ຮູ້ຈັກເຖິງທາດແທ້ຂອງອົງພຣະຜູ້ເປັນເຈົ້າ ແລະ ພວກເຮົາກໍ ບໍ່ຕ້ອງມີຄວາມລະແວງສົງສັຍໃນພຣະວັຈນະຂອງພຣະອົງ, ເພາະ ວ່າພວກເຮົາບໍ່ສາມາດທີ່ຈະທຳຄວາມເຂົ້າໃຈໄດ້ໃນຄວາມເລິກລັບ ອັສຈັນທັງໝົດແຫ່ງຄວາມອໍຣະຫັນຂອງພຣະອົງເຈົ້າ. SCL 215.1
ອາຈານເປໂຕຣຜູ້ເປັນອັຄສາວົກຂອງພຣະເຢຊູທ່ານໜຶ່ງນັ້ນໄດ້ກ່າວໄວ້ວ່າຢູ່ໃນໜັງສືພຣະຄຳພີນັ້ນກໍມີ “ສິ່ງທີ່ເປັນ ການຍາກສຳລັບຄວາມເຂົ້າໃຈ ເຊິ່ງພວກຄົນທີ່ໄດ້ຮຽນຮູ້ ແລະບໍ່ມີຄວາມຍືດໜັ້ນ...ພາກັນບີດເບືອນ...ອັນຈະນຳໄປສູ່ ຄວາມຈີບຫາຍຂອງຕົນເອງ.” (2 ເປໂຕຣ 3:16). ຄວາມ ຫຍຸ້ງຍາກສັບສົນທີ່ມີຢູ່ໃນໜັງສືພຣະຄຳພີນັ້ນກໍໄດ້ຖືກພວກຄົນຜູ້ທີ່ ມັກຊອກຈອບເອົາເລື້ອງພາກັນຍົກຂຶ້ນມາ ເປັນຂໍ້ອ້າງເພື່ອກ່າວ ສຽດສີໂຈມຕີຕໍ່ໜັງສືພຣະຄຳພີອັນເປັນພຣະວັຈນະຂອງອົງພຣະຜູ້ ເປັນເຈົ້ານັ້ນ. ຖ້າວ່າໜັງສືພຣະຄຳພີຫາກໃຫ້ຄວາມກະຈ່າງແຈ້ງ ກ່ຽວກັບພຣະຜູ້ເປັນເຈົ້າ ພຽງແຕ່ສິ່ງໃດທີ່ພວກເຮົາສາມາດເຂົ້າ ໃຈໄດ້ຢ່າງງ່າຍດາຍເທົ່ານັ້ນ. ຖ້າວ່າຄວາມຍິ່ງໃຫຍ່ອະມະຕະແລະ ຄວາມມີແສນຍານຸພາບຂອງພຣະອົງຫາກເປັນທີ່ຮັບເອົາ ໄດ້ດ້ວຍ ຄວາມຄິດປັນຍາອັນມີລັກສະນະຈຳກັດຮັດແຄບຂອງມະນຸດເຮົານັ້ນ ແລ້ວໜັງສືພຣະຄຳພີກໍບໍ່ຕ້ອງຈຳເປັນເລີຍທີ່ຈະຍືດຖືເອົາຕຣາປະ ທັບອັນແນ້ວແນ່ຂອງພຣະເຈົ້າຜູ້ຊົງເປັນເຈົ້າຂອງຜູ້ປະພັນໜັງສື ພຣະຄຳພີເຫລັ້ມນັ້ນ. ກໍແມ່ນຍ້ອນຄວາມຍິ່ງໃຫຍ່ອະມະຕະ ແລະ ຍ້ອນຄວາມເລິກລັບອັສຈັນທີ່ມີຢູ່ໃນໜັງສືພຣະຄຳພີນັ້ນເອງທີ່ເປັນ ສິ່ງປຸກລຸກໃຫ້ພວກເຮົາໄດ້ເກີດມີຄວາມເຊື່ອຕໍ່ໜັງສືພຣະຄຳພີນີ້ວ່າ ເປັນໜັງສືທີ່ບັນຈຸເອົາພຣະວັຈນະຂອງພຣະຜູ້ເປັນເຈົ້າຢ່າງແທ້ຈິງ. SCL 216.1