ພວກຄົນທີ່ບໍ່ ເຊື່ອພຣະເຈົ້າທັງຫຼາຍກໍພາກັນທຳການປະ ຕິເສດຕໍ່ພຣະວັຈນະຂອງພຣະຜູ້ເປັນເຈົ້າ, ເພາະວ່າພວກເຂົາ ບໍ່ສາມາດທີ່ຈະທຳຄວາມເຂົ້າໃຈໄດ້ໃນຄວາມເລິກລັບອັສຈັນທັງໝົດຂອງສິ່ງເຫລົ່ານັ້ນ. ອີກຢ່າງໜຶ່ງ, ກໍບໍ່ແມ່ນທຸກຄົນທີ່ໄດ້ປະກາດ ວ່າຕົນມີຄວາມເຊື່ອ ໃນພຣະຄຳພີນັ້ນຈະມີເສຣີພາບໄປຈາກພັຍອັນ ຕະລາຍກ່ຽວກັບບັນຫານີ້. ອັຄສາວົກຂອງອົງພຣະ ເຢຊູຄຣິສຕ໌ ທ່ານໜຶ່ງໄດ້ກ່າວເອົາໄວ້ວ່າ: “ພວກພີ່ນ້ອງທັງຫຼາຍຈົ່ງມີ ຄວາມລະວັງຕົວ, ຢ່າໃຫ້ຜູ້ໃດເກີດມີຫົວໃຈອັນຊົ່ວຮ້າຍ ຍ້ອນຄວາມບໍ່ເຊື່ອເພື່ອຕົນຈະບໍ່ໄດ້ເຫີນທ່າງອອກໄປຈາກ ພຣະເຈົ້າຜູ້ຊົງພຣະຊົນຢູ່.” (ຮີບຣູ 3:12). ເປັນສິ່ງທີ່ຖືກຕ້ອງ ຢູ່ແລ້ວ ທີ່ຄົນເຮົາທຳການສຶກສາຄົ້ນຄວ້າໃຫ້ຮູ້ຈັກກັບພຣະຄຳສອນ ທີ່ມີຢູ່ໃນໜັງສຶພຣະຄຳພີນັ້ນຢ່າງລະອຽດລະອໍ ແລະ ຄົ້ນຄວ້າຊອກ ຫາ “ສັພສິ່ງສັພການທີ່ເລິກເຊິ່ງຂອງພຣະຜູ້ເປັນເຈົ້າ” (1ໂກຣິນທຽນ 2:10) ເຊິ່ງໄດ້ຖືກເປີດເຜີຍອອກມາໃຫ້ເຫັນຢູ່ໃນ ໜັງສືພຣະຄຳພີນັ້ນ. ໃນຂະນະທີ່ “ຄວາມເລິກລັບຍັງຄົງເປັນ ຂອງຝ່າຍພຣະເຈົ້າຢູ່ນັ້ນ.” “ສິ່ງໃດທີ່ໄດ້ຖືກເປີດເຜີຍອອກ ມາແລ້ວກໍເປັນຂອງຝ່າຍມະນຸດເຮົາ.” (ທົບທວນພຣະບັນຍັຕ [Deuteronomy] 29:29). ກໍເປັນຜົນງານຂອງສາຕານນັ້ນ ເອງການທີ່ທຳໃຫ້ຄວາມຄິດປັນຍາຂອງມະນຸດເຮົາຕົກຢູ່ໃນ ຄວາມອ່ອນສະມັຖພາບໃນການຄົ້ນຄວ້າສຶກສາ. ຄວາມອວດອົ່ງທະ ນົງຕົວຂອງມະນຸດກໍມັກຈະປາກົດອອກໃນເວລາທຳການຄົ້ນຄວ້າສຶກ ສາເຖິງສັຈທັມຄວາມຈິງຂອງພຣະຄຳພີນັ້ນ, ສະນັ້ນ,ໃນເວລາທີ່ຕົນ ບໍ່ສາມາດຈະທຳຄວາມເຂົ້າໃນໄດ້ໃນທຸກຂໍ້ຄວາມຂອງພຣະຄຳພີ ນັ້ນແລ້ວ ເຂົາກໍຈະເກີດມີຄວາມບໍ່ອົດທົນ, ກະວົນກະວາຍໃຈຄ້າຍ ດັ່ງວ່າຕົນກຳລັງຕົກຢູ່ໃນທ່າເສັຍປຽບ. ພວກເຈົາຖືວ່າການທີ່ຕົນ ເອງຈະມາຍອມຮັບຮູ້ວ່າຕົນບໍ່ມີຄວາມສາມາດທີ່ຈະທຳຄວາມເຂົ້າ ໃຈໄດ້ ໃນພຣະວັຈນະທີ່ສັກສິດຂອງພຣະເຈົ້ານັ້ນມັນກໍຈະກາຍເປັນ ການທຳ ໃຫ້ຕົນເອງຕ້ອງຕົກຢູ່ໃນສະພາບຄວາມຕໍ່າຕ້ອຍນ້ອຍໜ້າ ຈົນເກີນໄປ. ພວກເຂົາທັງບໍ່ມີຄວາມອົດທົນພະຍາຍາມທີ່ຢາກຈະລໍ ຖ້າໄປຈົນກວ່າເວລາໃດທີ່ອົງພຣະຜູ້ເປັນເຈົ້າເອງຈະເປັນຝ່າຍ ຜູ້ ເປີດເຜີຍສັຈທັມຄວາມຈິງເຫລົ່ານັ້ນອອກມາໃຫ້ແກ່ພວກເຂົາໄດ້ຮູ້ ຈັກ. ພວກຄົນປະເພດນີ້ ພາກັນຄິດວ່າພວກຕົນກໍມີສະຕິປັນຍາອັນ ສຽ້ມແຫລມພຽງພໍທີ່ຈະທຳຄວາມເຂົ້າໃຈໄດ້ດ້ວຍຕົນເອງຕໍ່ໜັງສື ພຣະຄຳພີນັ້ນ ແລະ ເມື່ອຮູ້ສຶກວ່າຕົນບໍ່ມີຜົນສຳເຮັດໃນສິ່ງດັ່ງກ່າວ ແລ້ວພວກເຂົາກໍເລີ່ມທຳການປະຕິເສດຕໍ່ອິດທິພົນຂອງພຣະເຈົ້າຜູ້ ຊົງເປັນເຈົ້າຂອງນາມປາກກາຂອງພຣະຄຳພີນີ້. SCL 219.2
ເປັນຄວາມຈິງທີ່ວ່າມີຫລາຍແນວຄິດທິສດີແລະຫລັກຄວາມ. ເຊື່ອຕ່າງໆຢ່າງມາກມາຍເຊິ່ງພາກັນຍອມຮັບວ່າພວກຕົນກໍມີທີ່ມາ ຈາກໜັງສືພຣະຄຳພີເຊັ່ນກັນ, ແຕ່ວ່າຢູ່ໃນທິສດີຄຳສອນຂອງພວກ ເຂົາເຫລົ່ານັ້ນກໍບໍ່ມີ ສິ່ງໃດທີ່ຈະອີງໃສ່ພຣະຄຳພີມາເປັນຫລັກເລີຍ ແລະ ໃນຄວາມຈິງແລ້ວມັນຍັງມີທັງລັກສະນະທີ່ກົງກັນຂ້າມບິດ ເບືອນຕໍ່ເນື້ອໃນຄວາມໝາຍທັງໝົດຂອງພຣະຄຳພີນັ້ນອີກດ້ວຍ. ສິ່ງເຫລົ່ານີ້ກໍໄດ້ກາຍເປັນສາເຫດທີ່ພາໃຫ້ຄວາມຄິດປັນຍາຂອງຄົນ ທັງຫລາຍຕ້ອງເກີດມີຄວາມລະແວງສົງສັຍແລະຄວາມສັບສົນປົນ ເປກັນໄປ. ທຸກສິ່ງເຫລົ່ານີ້ກໍບໍ່ເປັນຄວາມຜິດທີ່ເກີດມາຈາກພຣະ ວັຈນະຂອງອົງພຣະຜູ້ເປັນເຈົ້ານັ້ນເລີຍ, ແຕ່ນີ້ຫາກເປັນຍ້ອນທີ່ມະ ນຸດໄດ້ເປັນຝ່າຍຜູ້ທຳການບິດເບືອນຕໍ່ພຣະຄຳພີນັ້ນຕ່າງຫາກ. SCL 221.1