Go to full page →

ຂໍ້ອ້າງເພື່ອເອົາມາສ້າງຄວາມສົງສັຍ SCL 226

ພວກເຂົາກໍຍົກເອົາ ຂໍ້ອ້າງຕ່າງໆຂຶ້ນມາແກ້ໜ້າຢ່າງ ມາກມາຍ, ແຕ່ເຫດຜົນທີ່ແທ້ຈິງຂອງຄວາມລະແວງສົງສັຍແລະ ຄວາມບໍ່ຢາກເຊື່ອເຫລົ່ານັ້ນສ່ວນມາກແລ້ວກໍແມ່ນເກີດຈາກ ການມີຄວາມນິຍົມຊົມຊອບຕໍ່ຄວາມບາບນັ້ນເອງ. ພຣະຄຳສອນ ແລະພຣະວັຈນະທີ່ມີຄວາມເປັນມາຕຖານຂອງ ອົງພຣະຜູ້ເປັນເຈົ້າ ນັ້ນກໍຈະບໍ່ເປັນທີ່ເຫັນຊອບສຳລັບພວກຄົນທີ່ມີຄວາມອວດອົ່ງທະ ນົງຕົວ ແລະ ມີຄວາມອັກທັມຢູ່ໃນຫົວໃຈເຫລົ່ານັ້ນ, ສ່ວນຜູ້ໃດທີ່ບໍ່ ຕ້ອງການຢາກ ຈະເຊື່ອຟັງປະຕິບັດຕາມພຣະວັຈນະຂອງພຣະເຈົ້າ ນັ້ນ ແລ້ວ ພວກເຂົາກໍພ້ອມສະເໝີທີ່ຈະມີຄວາມລະແວງສົງສັຍໃນ ການມີອຳນາດຢ່າງຂາດຂັ້ນຂອງ ພຣະວັຈນະທີ່ໄດ້ມາຈາກອົງ ພຣະຜູ້ເປັນເຈົ້າ, ເພື່ອຢາກກ້າວໄປສູ່ສັຈທັມຄວາມຈິງໄດ້ນັ້ນ ພວກເຮົາຕ້ອງມີຄວາມປາຖນາອັນຈິງໃຈທີ່ຈະທຳຄວາມຮູ້ຈັກກັບ ສິ່ງທີ່ເປັນສັຈທັມຄວາມຈິງ ແລະຕ້ອງມີຄວາມມຸ້ງຫວັງຕັ້ງໃຈທີ່ຈະ ເຊື່ອຟັງປະຕິບັດຕາມຄວາມຈິງດັ່ງກ່າວ. ທຸກຄົນທີ່ເຂົ້າມາສຶກສາ ຮ່ຳຮຽນພຣະຄຳພີດ້ວຍນ້ຳໃຈທີ່ກ່າວມານັ້ນພວກເຂົາກໍຈະພົບເຫັນ ຫລັກຖານພະຍາຍາມອັນຖ້ວມລົ້ນເພື່ອຢັ້ງຢືນວ່ານັ້ນເປັນພຣະວັຈນະ ຂອງພຣະຜູ້ເປັນເຈົ້າຢ່າງແທ້ຈິງ ແລະ ພວກເຂົາກໍຈະສາມາດທຳ ຄວາມເຂົາໃຈໄດ້ໃນສັຈທັມຄວາມຈິງເຊິ່ງເປັນສິ່ງທີ່ຈະທຳໃຫ້ພວກ ເຂົາທັງຫລາຍໄດ້ກາຍເປັນຄົນຜູ້ທີ່ມີຄວາມສະຫລຽວສະຫລາດຢູ່ ບົນເສັ້ນທາງໄປສູ່ການໄດ້ຮັບຄວາມລອດພົ້ນນັ້ນ. SCL 226.1