ຢູ່ໃນປະສົບການແຫ່ງຊີວິດຂອງທ່ານນັ້ນທ່ານບໍ່ເຄີຍເຫັນ ແສງສະຫວ່າງໃດໜຶ່ງພຸ່ງພົ້ນຂຶ້ນມາຫລບໍ່? ໃນເວລາທີ່ຫົວໃຈຂອງ ທ່ານເກີດມີຄວາມເບີກບານ ຕື່ນເຕັ້ນດ້ວຍການກະຕຸກຈາກພຣະວິນ ຍານບໍຣິສຸດຢູ່ນັ້ນ ທ່ານບໍ່ເຄີຍພົບເຫັນຊ່ວງເວລາອັນປະເສີດທີ່ ເຄີຍໄດ້ປາກົດອອກມາເປັນບາງຄັ້ງຫລືບໍ່? ໃນເວລາທີ່ທ່ານທຳ ການທົບທວນເຖິງອະດິດຕະການທີ່ຜ່ານມາແຫ່ງຊີວິດຂອງຕົນນັ້ນ ທ່ານສາມາດນຶກເຫັນໄດ້ບໍ່ເຖິງຄວາມສຸກສຸດຊື່ນທີ່ເຄີຍໄດ້ເກີດມີຂຶ້ນ ເປັນບາງຄັ້ງບາງຕອນຢູ່ໃນຊີວິດຂອງທ່ານນັ້ນ? ບໍ່ແມ່ນເປັນຍ້ອນ ຄຳສັນຍາຂອງອົງພຣະຜູ້ເປັນເຈົ້ານັ້ນຫລືທີ່ພວກດວງດອກມາລາ ທີ່ສົ່ງກິ່ນອັນຫອມຫວນເຫລົ່ານັ້ນໄດ້ພາກັນເກີດຂຶ້ນມາຢູ່ຕາມຂອບ ທາງເດີນເຊິ່ງທ່ານສາມາດທີ່ຈະເດັດເອົາມາໄດ້ໃນທຸກໂອກາດ? ທ່ານຈະບໍ່ປ່ອຍໃຫ້ຄວາມງາມ ແລະຄວາມຫອມຫວນຂອງດວງ ດອກມາລາເຫລົ່ານັ້ນ ໄດ້ນຳເອົາຄວາມສົດຊື່ນເບີກບານເຂົ້າມາ ປ່ຽນລົ້ນຢູ່ໃນຫົວໃຈຂອງທ່ານນັ້ນຫລືໃດ? SCL 237.1
ພວກຕົ້ນໜາມເຫລົ່ານັ້ນມີແຕ່ ຈະທຳຄວາມເຈັບປວດມາ ສູ່ທ່ານພຽງເທົ່ານັ້ນ ແລະ ຖ້າວ່າທ່ານຫາກເກັບເອົາຈາກແຕ່ພວກ ຕົ້ນໜາມດັ່ງກ່າວແລ້ວພັດນຳເອົາໄປມອບໃຫ້ແກ່ຄົນອື່ນນັ້ນມັນກໍ ຈະບໍ່ພຽງແຕ່ເປັນການສະແດງອອກໃຫ້ເຫັນວ່າ ທ່ານຈະເປັນຝ່າຍ ຜູ້ປະຕິເສດເຖິງຄຸນຄວາມດີຂອງອົງພຣະຜູ້ເປັນເຈົ້າທີ່ມີຕໍ່ຕົວຂອງ ທ່ານພຽງເທົ່ານັ້ນ, ແຕ່ທ່່ານທັງຍັງຈະເປັນຝ່າຍຜູ້ສ້າງສິ່ງກີດ ຂວາງບໍ່ຢາກໃຫ້ຄົນອື່ນໄດ້ເດີນໄປຕາມເສັ້ນທາງແຫ່ງຊີວິດນັ້ນອີກ ດ້ວຍ, ແມ່ນຫລືບໍ່? SCL 238.1
ຈະເປັນສິ່ງອັບປັນຍາໄປເສັຍ ແລ້ວທີ່ຈະເກັບກຳຮີບໂຮມ ເອົາແຕ່ຄວາມບໍ່ລາບລື້ນທັງໝົດໃນອະດິດຕະການຜ່ານມາແຫ່ງ ຊີວິດຂອງຕົນນັ້ນໃຫ້ມັນເຂົ້າມາຂັງໄວ້ຢູ່ໃນຄວາມຊົງຈຳ, ບໍ່ວ່າຈະ ເປັນຄວາມຜິດພາດ ແລະ ຄວາມຜິດຫວັງຕ່າງໆກໍຕາມ ແລະຕໍ່ ຈາກນັ້ນກໍພາກັນເລົ່າເຖິງແຕ່ເລື່ອງຂອງມັນ ແລະເສັຍນ້ຳຫູນ້ຳຕາ ຍ້ອນມັນ ຈົນວ່າໃນທີ່ສຸດຕົນເອງກໍຕ້ອງຕົກໄປເປັນເຫຍື່ອຂອງ ຄວາມເສຍກຳລັງໃຈນັ້ນໄປ. ສ່ວນຄົນຜູ້ທີ້ມີຄວາມທໍ້ຖອຍໃຈນັ້ນ ຄວາມມືດມົນກໍຈະກ້າວເຂົ້າມາເປັນສິ່ງຄຸ້ມຄອງຕົວຂອງເຂົາ, ເຂົາເອງກໍຈະກາຍເປັນຝ່າຍຜູ້ທີ່ກີດກັ້ນບໍ່ໃຫ້ແສງສະຫວ່າງຈາກອົງ ພຣະຜູ້ເປັນເຈົ້າໄດ້ສາດສ່ອງເຂົາໄປສູ່ຊີວິດຈິດໃຈຂອງເຂົາເອງ ພ້ອມດຽວກັນ,ເຂົາເອງກໍຍັງເປັນທັງຜູ້ສ້າງຄວາມມືດມົນໃຫ້ແກ່ ເສັ້ນທາງເດີນສຳລັບຄົນອື່ນໆອີກດ້ວຍ. SCL 238.2
ມາເຖິດ, ຈົ່ງພ້ອມພາກັນມາສະແດງຄວາມຂອບພຣະຄຸນ ຕໍ່ພຣະຜູ້ເປັນເຈົ້າທີ່ພຣະອົົງຊົງໄດ້ໂຜດປະທານເອົາພາບພົດອັນ ເບີກບານແຈ່ມໃສມາໃຫ້ແກ່ພວກເຮົາທັງຫລາຍ. ມາເຖີດ, ພວກ ເຮົາຈົ່ງພອມພາກັນມາທົບທວນຫວນຄິດເຖິງຄຸນຄວາມດີມີຄວາມ ຈະເຣີນພອນທັງໝົດຂອງພຣະອົງນັ້ນຢູ່ ໃນທຸກວັກທຸກຕອນເພື່ອພວກ ເຮົາທັງຫລາຍຈະໄດ້ສົ່ງສາຍຕາໄປຫາສິ່ງເຫລົ່ານັ້ນຢ່າງບໍ່ຂາດ. ໄລຍະພຣະອົງຜູ້ຊົງເປັນພຣະບຸດຂອງອົງພຣະຜູ້ເປັນເຈົ້ານັ້ນ ເມື່ອ ໄດ້ສະເດັດອຳລາຈາກພຣະທີ່ນັ່ງຂອງພຣະເທພບິດາເຈົ້າຂອງພຣະ ອົງໄປແລ້ວກໍໄດ້ນຳເອົາທຳມະຊາດຮ່າງກາຍຂອງມະນຸດເຂົາມາ ປົກສວມໃສ່ທາດແທ້ແຫ່ງຄວາມເປັນພຣະເຈົ້າຂອງພຣະອົງເພື່ອ ພຣະອົງຈະສາມາດໂຜດເອົາມະນຸດໃຫ້ພົ້ນໄປຈາກຣິດອຳນາດ ຂອງສາຕານ. ໄຊຊະນະຂອງພຣະອົງເພື່ອມະນຸດພວກເຮົານັ້ນກໍໄດ້ ກາຍເປັນສິ່ງທີ່ເປີດອ້າເອົາປາກປະຕູເມືອງສະຫວັນໃຫ້ແກ່ມະນຸດ ທັງຫລາຍໄດ້ເຫັນນິມິຕເຖິງພຣະຣັສມີອັນສ່ອງແສງແຮງກ້າຂອງ ພຣະອົງຢູ່ທີ່ຫ້ອງພຣະວິຫານແຫ່ງພຣະມະຫານະຄອນຂອງພຣະ ອົງ, ໄຊຊະນະດັ່ງກ່າວກໍເປັນການຊ່ວຍຊູກູ້ດຶງເອົາມວນມະນຸດຊາດ ທີ່ກຳລັງຕົກຢູ່ໃນຄວາມປະລາໄຊນັ້ນ ໃຫ້ພົ້ນຂຶ້ນມາຈາກເຫວເລິກ ແຫ່ງຄວາມພັງພິນາດເຊິ່ງເປັນຜົນຕາມມາຂອງຄວາມບາບທີ່ໄດ້ ກະທຳລົງໄປ, ໄຊຊະນະນັ້ນກໍໄດ້ກາຍເປັນສິ່ງຟື້ນຟູເອົາສາຍສຳ ພັນອັນກົມກຽວກັບພຣະເຈົ້າແຫ່ງຄວາມອະມະຕະນັ້ນໃຫ້ຄືນ ມາເປັນອີກຄັ້ງໃໝ່, ຜູ້ໃດທີ່ໄດ້ຜ່ານການທົດສອບໃນຄຸນລັກສະນະ ທາດແທ້ ແຫ່ງຄວາມເປັນພຣະເຈົ້າໂດຍຜ່ານຄວາມເຊື່ອໃນພຣະ ເຈົ້າຜູ້ໂຜດໃຫ້ລອດນັ້ນ ພວກເຂົາກໍຈະໄດ້ຮັບເອົາຄວາມຊອບທັມ ຈາກອົງພຣະຄຣິສຕ໌ ແລະ ຈະຖືກເຊີດຊູຂຶ້ນໄປສູ່ພຣະຣາຊບັນລັງ ຂອງພຣະອົງ-ສິ່ງທີ່ກ່າວມານີ້ຄືລັກສະນະພາບພົດທີ່ອົງພຣະຜູ້ເປັນ ເຈົ້າປະສົງຢາກຈະໃຫ້ພວກເຮົາທັງຫລາຍ ໄດ້ພາກັນທຳຄວາມ ເຂົ້າໃຈເອົາໄວ້. SCL 238.3