ຖ້າວ່າພວກເຮົາຫາກຈະພາກັນເກັບກຳເອົາແຕ່ຄວາມບໍ່ ດີແລະການກະທຳທີ່ບໍ່ຖືກຕ້ອງຕ່າງໆນາໆຂອງຄົນອື່ນເຂົ້າມາໃສ່ ໃຈຂອງຕົນຢູ່ຕະຫລອດເວລາແລ້ວພວກເຮົາກໍຈະບໍ່ສາມາດ ທີ່ຈະ ມີຄວາມຮັກຕໍ່ພວກເຂົາເໝືອນດັ່ງທີ່ອົງພຣະຄຣິສຕ໌ ຊົງມີຄວາມຮັກ ຕໍ່ພວກເຮົານັ້ນໄດ້, ແຕ່ຖ້າວ່າຄວາມຄິດຂອງພວກເຮົາຫາກແນບ ຢູ່ໃນຄວາມຮັກອັນໜ້າອັສຈັນ ແລະ ຄວາມເມດຕາສົງສານຂອງ ພຣະຄຣິສຕ໌ທີ່ມີຕໍ່ພວກເຮົານັ້ນແລ້ວກໍສະແດງວ່າຈິດວິນຍານອັນ ດຽວກັນນັ້ນກໍຈະສະທ້ອນອອກຄືນໄປສູ່ຄົນທັງຫລາຍເໝືອນກັນ. ພວກເຮົາຈະຕ້ອງມີຄວາມຮັກແລະນັບຖືເຊິ່ງກັນແລະກັນ ໂດຍບໍ່ຂຶ້ນ ກັບຄວາມຜິດພາດ ແລະຄວາມຂາດຕົກບົກຜ່ອງຕ່າງໆນາໆທີ່ພວກ ເຮົາໄດ້ຍິນຢູ່ກັບຫູໄດ້ດູຢູ່ກັບຕາຢູ່ນັ້ນ. ພວກເຮົາຄວນຈະຕ້ອງກໍ່ ສ້າງຕົນໃຫ້ເກີດມີຄວາມຖ່ອມຕົວແລະເຊົາເຊື່ອໝັ້ນຕົນເອງ, ສ້າງ ໃຫ້ຕົນມີຄວາມອົດທົນແລະນິ້ມນວນຕໍ່ຄວາມຜິດພາດຂອງຜູ້ອື່ນ. ນີ້ ຈະເປັນການທັບມ້າງຄວາມຄັບແຄບເຫັນແກ່ຕົວ, ທັງຈະສ້າງພວກ ເຮົາໃຫ້ກາຍເປັນຄົນທີ່ ມີນ້ຳໃຈອັນກວ້າງຂວາງແລະມີຄວາມເອື້ອ ເຟື້ອເພື່ອແຜ່. SCL 246.1
ບົດເພງສັນລະເສີນບົດໜຶ່ງຢູ່ໃນພຣະຄຳພີໄດ້ກ່າວເອົາໄວ້ ວ່າ: “ຈົ່ງໄວ້ວາງໃຈໃນພຣະເຈົ້າແລະຈົ່ງທຳຄວາມດີເອົາ ໄວ້ເພື່ອທ່ານຈະໄດ້ຢູ່ໃນພືນແຜ່ນດິນ ແລະ ທ່ານຈະໄດ້ຮັບ ການລ້ຽງດູຈິງແທ້” (ເພງສັນລະເສີນ 37:3). “ຈົ່ງໄວ້ວາງ ໃຈໃນພຣະເຈົ້າ” ແຕ່ລະມືແຕ່ລະວັນຕ່າງກໍມີພາລະແບກຫາບ ຂອງໃຜມັນ, ມີບັນຫາແລະຄວາມສັບສົນຫຍຸ້ງຍາກຂອງໃຜມັນ, ສະ ນັ້ນ, ເມື່ອພວກເຮົາຫາກມີໂອກາດໄດ້ພົບເຫັນກັນນັ້ນພວກເຮົາກໍ ມັກຈະເລົ່າເລື່ອງຄວາມຫຍຸ້ງຍາກ ແລະການຕໍ່ສູ້ໃນຊີວິດຕາມລັກ ສະນະຕ່າງໆນາໆຂອງພວກເຮົາສູ່ກັນຟັງ. ຈັ່ງແມ່ນມີແຕ່ຄວາມຫຍຸ້ງ ຍາກສັບສົົນ, ມີແຕ່ຄວາມຫວາດຫວັ່ນຢ້ານກົວຫລັ່ງໄຫລເຂົ້າມາ ຈົນທຳໃຫ້ຄວາມເປັນຫ່ວງກັງວົນເຫລົ່ານັ້ນຕ້ອງກັບກາຍມາເປັນ ຄວາມໜັກໜ່ວງເຂົ້າມາໜີບເຕັງຈົນພາໃຫ້ບາງຄົນຕ້ອງລືມໄປ ເສັຍວ່າພວກເຮົາຍັງມີພຣະເຈົ້າຜູ້ ໂຜດໃຫ້ລອດຜູ້ເຊິ່ງເຕັມໄປດ້ວຍ ຄວາມຮັກ, ຄວາມເມດຕາສົງສານເຊິ່ງພ້ອມສະເໜີທີ່ຈະຮັບຟັງທຸກ ຄຳສະເໜີຂອງພວກເຮົາ ແລະ ພ້ອມສະເໜີທີ່ຈະໃຫ້ການຊ່ວຍເຫລືອ ໃນເວລາຈຳເປັນທຸກຄັ້ງ. SCL 247.1