Go to full page →

ອາຫານຂອງຄົນປ່ວຍ ມແ 218

ໜ້າທີ່ອີກດ້ານໜຶ່ງຂອງພະຍາບານກໍຄື ການດູແລເອົາໃຈໃສ່ໃນເລື່ອງອາຫານການ ກິນຂອງຜູ້ປ່ວຍ ເຮົາບໍ່ຄວນປ່ອຍໃຫ້ຜູ້ປ່ວຍຕ້ອງທໍລະມານຫຼືອ່ອນແອລົງຢ່າງບໍ່ສົມ ຄວນເນື່ອງຈາກການຂາດສານອາຫານທີ່ເປັນປະໂຫຍດຕໍ່ຮ່າງກາຍ ຫຼືບໍ່ຄວນປ່ອຍໃຫ້ ລະບົບຍ່ອຍອາຫານຕ້ອງເຮັດວຽກໜັກເກີນໄປ ເຮົາຄວນເອົາໃຈໃສ່ໃນການຈັດຕຽມອາ ຫານໃຫ້ເບິ່ງເປັນຕາກິນ ແຕ່ກໍຄວນໃຊ້ໄຫວພິບໃນການດັດແປງໃຫ້ເໝາະສົມກັບຄວາມ ຕ້ອງການຂອງຜູ້ປ່ວຍທັງໃນດ້ານປະລິມານ ແລ້ວດ້ານຄຸນນະພາບ ໂດຍສະເພາະໃນຊ່ວງ ເວລາຂອງໄລຍະພັກຟື້ນ ຄົນເຈັບເລີ່ມຈະກິນອາຫານກ່ອນທີ່ຄວາມແຂງແຮງຂອງອະ ໄວຍະວະຍ່ອຍອາຫານຈະຟື້ນຄືນສູ່ສະພາວະປົກກະຕິ ອາດກໍ່ອັນຕະລາຍທີ່ຮຸນແຮງ ຈາກການຮັບປະທານອາຫານທີ່ບໍ່ຖືກຕ້ອງໄດ້ {MH 221.2} ມແ 218.2