Go to full page →

ບົດທີ 16 ການອະທິຖານເພື່ອຄົນປ່ວຍ ມແ 222

ພຣະຄໍາພີກ່າວໄວ້ວ່າ ” ຈໍາເປັນຕ້ອງພາວັນນາອະທິຖານຢູ່ສະເໝີ ແລະບໍ່ໃຫ້ທໍ້ ຖອຍໃຈ ” (ລູກາ18:1)ແລະຖ້າຈະມີເວລາໃດທີ່ເຂົາຮູ້ສຶກວ່າພວກເຂົາຕ່າງຕ້ອງການຄໍາ ອະທິຖານຫຼາຍທີ່ສຸດ ເວລານັ້ນກໍຄື ເວລາທີ່ຮູ້ສຶກອ່ອນກໍາລັງແລະເບິ່ງຄືວ່າຊີວິດຂອງເຂົາ ນັ້ນກໍາລັງຈະຫຼຸດອອກຈາກໄປ ຜູ້ທີ່ມີສຸຂະພາບດີບໍ່ປ່ວຍໄຂ້ ມັກຈະລືມເຖິງພຣະເມດ ຕາອັນປະເສີດທີ່ພຣະເຈົ້າປະທານຢ່າງຕໍ່ເນື່ອງແກ່ພວກເຂົາໃນທຸກຄືນວັນ ຕະຫຼອດ ຫຼາຍປີສະເໝີມາ ແຕ່ພວກເຂົາກັບບໍ່ໄດ້ຖະຫວາຍຄໍາສັນລະເສີນແດ່ພຣະເຈົ້າໃນພຣະ ຄຸນຂອງພຣະອົງ ແຕ່ເມື່ອຄວາມເຈັບໄຂ້ໄດ້ປ່ວຍໄດ້ເຂົ້າມາ ພວກເຂົາຈະລະລຶກເຖິງ ພຣະເຈົ້າຂຶ້ນມາທັນທີ ເມື່ອມະນຸດຕົກຢູ່ໃນສະພາບທີ່ອ່ອນກໍາລັງ ພວກເຂົາກໍຈະຮູ້ ສຶກເຖິງຄວາມຈໍາເປັນທີ່ຕ້ອງໄດ້ຮັບຄວາມຊ່ວຍເຫຼືອຈາກພຣະເຈົ້າ ແລະພຣະເຈົ້າຜູ້ຊົງ ປະກອບດ້ວຍພຣະເມດຕາຂອງເຮົາ ບໍ່ເຄີຍຊົງບິດເບືອນພຣະພັກໄປຈາກພຣະວິນຍານ ທີ່ສະແຫວງຫາຄວາມຊ່ວຍເຫຼືອຈາກພຣະອົງຢ່າງຈິງໃຈ ພຣະອົງຊົງເປັນທີ່ລີ້ໄພຂອງ ເຮົາທັງໃນຍາມເຈັບໄຂ້ເຊັ່ນດຽວກັບໃນເວລາທີ່ເຮົາສຸກສະບາຍດີ ມແ 222.1

” ບິດາສົງສານບຸດຂອງຕົນສັນໃດ
ພຣະເຈົ້າຊົງສົງສານບັນດາຄົນທີ່ຢໍາເກງພຣະອົງສັນນັ້ນ
ເພາະພຣະອົງຊົງຮູ້ໂຄງຮ່າງຂອງເຮົາ
ພຣະອົງຊົງລະລຶກວ່າເຮົາເປັນແຕ່ຜົງຝຸ່ນຂີ້ດິນ ” ມແ 223.1

ເພງສັນລະເສີນ 103:13,14

ມແ 223.2

” ເພາະການລະເມີດຂອງເຂົາ
ແລະເພາະຄວາມຊົ່ວຊ້າຂອງເຂົາ
ເຂົາຕ້ອງທົນກັບຄວາມທຸກຍາກໃນຈິດໃຈ
ເຂົາລັງກຽດອາຫານທຸກຊະນິດ
ແລະເຂົ້າໄປໃກ້ປະຕູຄວາມຕາຍ ” ມແ 223.3

ເພງສັນລະເສີນ 107:17,18 (KJTV)

” ແລ້ວໃນຄວາມຍາກລໍາບາກຂອງເຂົາ
ເມື່ອເຂົາຮ້ອງທູນຕໍ່ພຣະເຈົ້າ
ພຣະອົງຊົງໃຫ້ເຂົາລອດຈາກຄວາມທຸກໃຈຂອງເຂົາ
ພຣະອົງຊົງໃຊ້ພຣະວັດຈະນະຂອງພຣະອົງໄປຮັກສາເຂົາ
ແລະຊົງຊ່ວຍກູ້ເຂົາຈາກຫຼຸມຂອງເຂົາ ” ມແ 223.4

ເພງສັນລະເສີນ 107:19,20 {MH 225.1}

ໃນຍຸກນີ້ພຣະເຈົ້າຊົງເຕັມພຣະໄທທີ່ຈະຊ່ວຍຮັກສາຄົນປ່ວຍໃຫ້ຫາຍເຊັ່ນດຽວກັນ ໃນເວລາທີ່ພຣະວິນຍານບໍລິສຸດຊົງດົນໃຈໃຫ້ຜູ້ປະພັນເພງສັນລະເສີນກ່າວເຖິງ ຖ້ອຍຄໍາເຫຼົ່ານີ້ ແລະໃນຍຸກນີ້ພຣະຄຣິດຍັງຊົງດໍາລົງເປັນແພດ ພຣະອົງຜູ້ຊົງປະກອບ ດ້ວຍພຣະໄທກະລຸນາເຊັ່ນດຽວກັບເມື່ອກ່ອນທີ່ພຣະອົງຊົງປະກອບພຣະລາຊະກິດ ຂອງພຣະອົງໃນໂລກ ໃນພຣະອົງນັ້ນ ຊົງມີພຣະໂອດທີ່ສາມາດຮັກສາໂຣກໄພໄດ້ທຸກ ຊະນິດແລະຊົງມີລິດອໍານາດໃນການຟື້ນຟູຜູ້ທີ່ອ່ອນລະອາ ໃນຍຸກນີ້ເຫຼົ່າສາວົກຂອງພຣະ ອົງຈະອະທິຖານເພື່ອຄົນທີ່ເຈັບປ່ວຍນໍາ ຄວາມຈິງຈັງຄືດັ່ງເຊັ່ນເຫຼົ່າສາວົກໃນຍຸກກ່ອນ ໄດ້ອະທິຖານ ແລະຄົນປ່ວຍຍ່ອມຈະຫາຍໂລກ ເພາະ “ການອະທິຖານດ້ວຍຄວາມ ເຊື່ອຈະຊ່ວຍໃຫ້ຜູ້ປ່ວຍລອດຊີວິດ” (ຢາກອບ 5:15) ເຮົາມີລິດເດດໃນພຣະວິນຍານ ບໍລິສຸດແລະເຮົາມີຄວາມໝັ້ນໃຈໃນຄວາມເຊື່ອ ດ້ວຍຄວາມຊື່ນຊົມຍິນດີທີ່ເຮົາສາມາດ ທູນຂໍຕໍ່ພຣະເຈົ້າເຖິງພຣະສັນຍາຂອງພຣະອົງ ພຣະສັນຍາຂອງອົງພຣະຜູ້ເປັນເຈົ້າທີ່ກ່າວ ວ່າ “ເຂົາຈະວາງມືເທິງຄົນໄຂ້ ຄົນປ່ວຍແລ້ວຄົນເຫຼົ່ານັ້ນຈະຫາຍຈາກໂລກ” (ມາລະໂກ 16:18) ໃນຍຸກນີ້ເຮົາສາມາດໄວ້ວາງໃຈໃນພຣະສັນຍາເຫຼົ່ານີ້ໄດ້ເທົ່າໆກັບໃນຍຸກ ຂອງອັກຄະສາວົກ ພຣະສັນຍານີ້ເຮັດໃຫ້ເຫຼົ່າບຸດຂອງພຣະເຈົ້າໄດ້ຮັບສິດທິພິເສດຈາກ ພຣະອົງແລະເຮົາຄວນທີ່ຈະມີຄວາມເຊື່ອແລະຢຶດໝັ້ນໃນທຸກໆສິ່ງທີ່ມີຢູ່ໃນພຣະສັນຍາ ນັ້ນ ຜູ້ຮັບໃຊ້ຂອງພຣະຄຣິດຈະເປັນຜູ້ແທນໃນພຣະລາຊະກິດຂອງພຣະອົງ ແລະພຣະ ອົງຊົງມີພຣະປະສົງທີ່ຈະໄດ້ສະແດງລິດອໍານາດໃນການຮັກສາຂອງພຣະອົງໂດຍອາໄສ ພວກເຂົາ ໂດຍກໍາລັງໃນຄວາມເຊື່ອຂອງເຮົາ ເຮົາມີໜ້າທີ່ຕ້ອງນໍາຄົນປ່ວຍເຈັບແລະຜູ້ທີ່ ຕ້ອງທົນທຸກທໍລະມານມາຫາພຣະເຈົ້າແລະຄວນສອນຄົນເຫຼົ່ານັ້ນໃຫ້ມີຄວາມເຊື່ອໃນ ພຣະອົງຜູ້ຊົງເປັນແພດຜູ້ປະເສີດ {MH 226.1} ມແ 223.5

ພຣະຜູ້ຊ່ວຍໃຫ້ລອດຊົງປາຖະໜາໃຫ້ເຮົາຊ່ວຍໜູນໃຈຜູ້ເຈັບປ່ວຍ ຜູ້ສິ້ນຫວັງ ແລະຜູ້ຍາກໄຮ້ໃຫ້ໄດ້ຢຶດໝັ້ນໃນລິດທານຸພາບຂອງພຣະອົງ ໂດຍອາໄສຄວາມເຊື່ອແລະ ການອະທິຖານ ຫ້ອງຂອງຜູ້ປ່ວຍຈະຖືກປ່ຽນເປັນເບດເອວອັນເປັນທີ່ຕັ້ງຂອງແທ່ນບູຊາ ພຣະເຈົ້າໄດ້ ໂດຍຄໍາເວົ້າແລະການກະທໍາ ແພດແລະພະຍາບານທັງຫຼາຍຍ່ອມສາມາດ ກ່າວໄດ້ຢ່າງຊັດເຈນ ບໍ່ມີທາງທີ່ຈະເຂົ້າໃຈຜິດໄດ້ວ່າ “ພຣະເຈົ້າຊົງຢູ່ໃນສະຖານທີ່ແຫ່ງນີ້” ເພື່ອຊົງຊ່ວຍໃຫ້ລອດ ບໍ່ແມ່ນເພື່ອທໍາລາຍ ພຣະຄຣິດຊົງປາຖະໜາທີ່ຈະສະແດງ ໃຫ້ເຮົາທັງຫຼາຍໄດ້ເຫັນການສະຖິດຂອງພຣະອົງຢູ່ໃນຫ້ອງຜູ້ປ່ວຍ ເພື່ອຊົງດົນຈິດໃຈ ຂອງແພດແລະພະຍາບານທັງຫຼາຍໃຫ້ເຕັມລົ້ນດ້ວຍຄວາມຮັກອັນປະເສີດຂອງພຣະອົງ ຖ້າຊີວິດຂອງຜູ້ດູແລຮັກສາຜູ້ປ່ວຍດໍາເນີນໄປຕາມທາງທີ່ພຣະຄຣິດຊົງສາມາດດໍາເນີນ ຮ່ວມໄປກັບພວກເຂົາທີ່ຂ້າງຕຽງຂອງຜູ້ປ່ວຍໄດ້ ຜູ້ປ່ວຍຈະເກີດຄວາມເຊື່ອໝັ້ນຂຶ້ນໃນ ຈິດໃຈວ່າພຣະຜູ້ຊ່ວຍໃຫ້ລອດຜູ້ຊົງປະກອບດ້ວຍພຣະໄທກະລຸນານັ້ນໄດ້າະຖິດຢູ່ ໃກ້ໆແລະການທີ່ເຂົາໄດ້ມີຄວາມເຊື່ອໝັ້ນເຊັ່ນນີ້ເອງ ຈຶ່ງສົ່ງຜົນຢ່າງໃຫຍ່ຫຼວງໃນການ ຮັກສາຢຽວຢາທັງຕໍ່ຮ່າງກາຍແລະຈິດໃຈຂອງເຂົາ {MH 226.2} ມແ 224.1

ແລະພຣະເຈົ້າຈະຊົງສະດັບຮັບຟັງຄໍາອະທິຖານ ພຣະຄຣິດຊົງຕັດວ່າ “ສິ່ງໃດທີ່ ທ່ານຂໍໃນນາມຂອງເຮົາ ເຮົາຈະເຮັດສິ່ງນັ້ນ” ພຣະອົງຕັດອີກວ່າ ” ຖ້າຜູ້ໃດຮັບໃຊ້ເຮົາ ພຣະບິດາກໍຈະປະທານກຽດໃຫ້ແກ່ຜູ້ນັ້ນ” ໂຢຮັນ 14:14;12:26 ຖ້າເຮົາດໍາເນີນຊີ ວິດຕາມພຣະວັດຈະນະຂອງພຣະອົງ ພຣະສັນຍາອັນປະເສີດທຸກປະການທີ່ພຣະອົງປະ ທານໃຫ້ແກ່ເຮົາກໍຈະສໍາເລັດສົມບູນ ທີ່ຈິງເຮົາບໍ່ສົມຄວນທີ່ຈະໄດ້ຮັບພຣະເມດຕາຂອງ ພຣະອົງແມ່ນແຕ່ນ້ອຍດຽວ ແຕ່ເມື່ອເຮົາໄດ້ມອບຖະຫວາຍຕົວເຮົາເອງແດ່ພຣະອົງ ພຣະອົງຊົງຮັບເຮົາໄວ້ ພຣະອົງຈະຊົງກະທໍາເພື່ອແລະຜ່ານຄົນທັງຫຼາຍທີ່ຕິດຕາມພຣະອົງ {MH 226.3} ມແ 224.2

ເຮົາຈະອ້າງຄວາມສໍາເລັດສົມບູນຂອງພຣະສັນຍາຂອງພຣະອົງໄດ້ກໍຕໍ່ເມື່ອເຮົາ ໄດ້ດໍາເນີນຊີວິດດ້ວຍການເຊື່ອຟັງຕາມພຣະວັດຈະນະຂອງພຣະອົງເທົ່ານັ້ນ ຜູ້ປະພັນ ພຣະທໍາເພງສັນລະເສີນໄດ້ກ່າວໄວ້ວ່າ “ຖ້າຂ້າພະເຈົ້າໄດ້ບົ່ມຄວາມຊົ່ວຊ້າໄວ້ໃນໃຈຂ້າ ພະເຈົ້າ ອົງພຣະຜູ້ເປັນເຈົ້າຈະບໍ່ຊົງສະດັບຟັງ” ເພງສັນລະເສີນ 66:18 (TKJV) ຖ້າ ເຮົາບໍ່ໄດ້ຍອມເຊື່ອຟັງໃນພຣະວັດຈະນະຂອງພຣະອົງຢ່າງສິ້ນສຸດໃຈ ພຣະສັນຍາຂອງ ພຣະອົງທີ່ມີຕໍ່ເຮົາກໍບໍ່ອາດຈະສໍາເລັດສົມບູນລົງໄດ້ {MH 227.1} ມແ 225.1

ໃນພຣະວັດຈະນະຂອງພຣະເຈົ້າເຮົາໄດ້ຮັບການແນະນໍາກ່ຽວກັບການອະທິຖານ ໄວ້ເປັນພິເສດເພື່ອໃຫ້ຄົນປ່ວຍໄດ້ຫາຍຈາກໂລກ ແຕ່ການອະທິຖານເຊັ່ນນີ້ມີຄວາມສໍາ ຄັນໃນການອະທິຖານເພື່ອໃຫ້ຫາຍຈາກໂລກນັ້ນ ຫຼາຍຄັ້ງສິ່ງທີ່ເອີ້ນກັນວ່າການອະທິ ຖານດ້ວຍຄວາມເຊື່ອຈຶ່ງກັບກາຍເປັນພຽງແຕ່ການ ” ລອງເຊື່ອເບິ່ງ ” ເທົ່ານັ້ນການອະທິ ການດ້ວຍການຂາດຄວາມເຊື່ອທີ່ແທ້ຈິງເຊັ່ນນີ້ຈຶ່ງບໍ່ບັງເກີດຜົນ {MH 227.2} ມແ 225.2

ມີຫຼາຍຄົນນໍາໂລກໄພມາສູ່ຕົນເອງດ້ວຍການເຮັດຕາມໃຈຕົນເອງ ພວກເຂົາບໍ່ໄດ້ ດໍາເນີນຊີວິດຕາມກົດແຫ່ງທໍາມະຊາດ ຫຼືຕາມຫຼັກການຂອງຄວາມບໍລິສຸດຢ່າງເຄັ່ງຄັດ ສ່ວນຄົນອື່ນໆໄດ້ເມີນເສີຍຕໍ່ກົດເກນໃນດ້ານສຸຂະພາບດ້ວຍນິດໄສຂອງການກິນ ການ ດື່ມ ການແຕ່ງກາຍຫຼືການເຮັດວຽກ ຫຼາຍຄັ້ງທີ່ຄວາມປະພຶດໃນທາງທີ່ຊົ່ວຮ້າຍບາງປະ ການເປັນບໍ່ເກີດຄວາມອ່ອນແອຂອງຮ່າງກາຍແລະຈິດໃຈ ຖ້າຄົນເຫຼົ່ານີ້ໄດ້ຮັບພຣະພອນ ໃນດ້ານສຸຂະພາບທີ່ດີ ກໍຈະຍັງຄົງດໍາເນີນຊີວິດດ້ວຍການລ່ວງລະເມີດຕໍ່ກົດທໍາມະຊາດ ແລະບົດບັນຍັດໃນຝ່າຍຈິດວິນຍານຂອງພຣະເຈົ້າຢ່າງບໍ່ໃສ່ໃຈຕໍ່ໄປເຊັ່ນເດີມ ດ້ວຍການ ອ້າງເຫດຜົນວ່າຖ້າພຣະເຈົ້າຊົງໂປດໃຫ້ພວກເຂົາຫາຍຈາກໂລກໄພດ້ວຍການຕອບຄໍາ ອະທິຖານຂອງເຂົາແລ້ວ ພວກເຂົາກໍຍ່ອມຈະມີສິດເສລີພາບທີ່ຈະດໍາເນີນນິດໄສທີ່ບໍ່ຖືກສຸ ຂະລັກສະນະເຫຼົ່ານີ້ຕໍ່ໄປເໝືອນເດີມແລະໝົກໝົ້ນໃນຄວາມຍາກເຫຼົ່ານັ້ນຢ່າງບໍ່ຕ້ອງຢັບ ຢັ້ງຊັ່ງໃຈ ຫາກພຣະເຈົ້າຈະຊົງກະທໍາການອັດສະຈັນໂດຍການຊ່ວຍເຫຼືອຄົນເຫຼົ່ານີ້ໃຫ້ ຫາຍຈາກໂລກໄພແລະມີສຸຂະພາບທີ່ດີ ກໍເທົ່າກັບວ່າພຣະອົງຊົງສະໜັບສະໜູນການກະ ທໍາຄວາມຜິດບາບ {MH 227.3} ມແ 225.3

ເປັນການສູນເສຍແຮງງານຢ່າງໄຮ້ປະໂຫຍດໃນການສອນໃຫ້ຜູ້ຄົນຫັນໄປເພິ່ງພາ ພຣະເຈົ້າໃນຖານະທີ່ຊົງດໍາລົງເປັນແພດທີ່ຊົງຢຽວຢາຮັກສາໂຣກໄພໄຂ້ເຈັບໄດ້ ໂດຍບໍ່ ໄດ້ສອນໃຫ້ພວກເຂົາໄດ້ປະຖິ້ມການກະທໍາທີ່ເປັນອັນຕະລາຍຕໍ່ສຸຂະພາບເພື່ອທີ່ຈະ ໄດ້ຮັບພຣະພອນຈາກພຣະອົງໃນການຕອບຄໍາອະທິຖານ ພວກເຂົາຈະຕ້ອງປະການກະ ທໍາໃນສິ່ງທີ່ຊົ່ວຮ້າຍແລະຮຽນຮູ້ທີ່ຈະປະກອບການດີ ສິ່ງທີ່ຢູ່ອ້ອມຂ້າງຈະຕ້ອງຖືກສຸຂະ ລັກສະນະແລະຊ່ວຍໃນການສົ່ງເສີມສຸຂະພາລ ອຸປະນິດໄສໃນຊີວິດຕ້ອງຖືກຕ້ອງ ພວກ ເຂົາຕ້ອງດໍາເນີນຊີວິດຕາມບົດບັນຍັດຂອງພຣະເຈົ້າທັງທາງຝ່າຍຮ່າງກາຍແລະຈິດວິນຍານ {MH 227.4} ມແ 226.1