Go to full page →

ການບໍາບັດດ້ວຍການພັກຜ່ອນ ມແ 235

ບາງຄົນເຮັດໃຫ້ຕົວເອງປ່ວຍດ້ວຍການເຮັດວຽກໜັກເກີນໄປ ສໍາລັບຄົນເຫຼົ່ານີ້ ການໄດ້ພັກຜ່ອນ ການອອກຈາກເລື່ອງວິຕົກກັງວົນແລະການຮັບປະທານອາຫານໃນປະ ລິມານທີ່ພໍເໝາະເປັນສິ່ງຈໍາເປັນໃນການຟື້ນຟູສຸຂະພາບ ສໍາລັບຜູ້ທີ່ສະໝອງເມື່ອຍລ້າ ແລະກະວົນກະວາຍເນື່ອງຈາກການເຮັດວຽກໜັກຢ່າງຕໍ່ເນື່ອງແລະຕ້ອງຢູ່ໃນສະຖານທີ່ ຈໍາກັດ ການໄດ້ອອກໄປພັກຜ່ອນໃນຊົນນະບົດບ່ອນທີ່ພວກເຂົາສາມາດໃຊ້ຊີວິດໄດ້ ຢ່າງລຽບງ່າຍ ປາສະຈາກເລື່ອງກັງວົນໃຈແລະໄດ້ສໍາຜັດໃກ້ຊິດກັບທໍາມະຊາດ ຈະເປັນ ປະໂຫຍດຢ່າງທີ່ສຸດ ການຍ່າງແລ່ນໄປຕາມທົ່ງນາແລະປ່າເຂົາ ເກັບດອກໄມ້ແລະຟັງ ສຽງນົກຮ້ອງ ຈະຟື້ນຟູສຸຂະພາບໄດ້ດີກວ່າວິທີການອື່ນໃດ {MH 236.1} ມແ 235.2