ຮ່າງກາຍແລະການອອກແຮງໃຊ້ກໍາລັງເປັນຂໍ້ກໍານົດທີ່ຈໍາເປັນໃນຊີວິດຂອງເຮົາ ອະໄວຍະວະທຸກສ່ວນຂອງຮ່າງກາຍມີໜ້າທີ່ໆກໍານົດໄວ້ໂດຍສະເພາະ ສະມັດຕະພາບ ໃນການເຮັດວຽກຂອງອະໄວຍະວະຕ່າງໆເຫຼົ່ານີ້ມີຜົນຕໍ່ການຈະເລີນເຕີບໂຕແລະກໍາລັງ ຄວາມແຂງແຮງ ການເຮັດວຽກຕາມປົກກະຕິຂອງອະໄວຍະວະທັງລະບົບນັ້ນຈະກໍ່ໃຫ້ ເກີດກໍາລັງແລະຄວາມແຂງແຮງ ແຕ່ການທີ່ອະໄວຍະວະບໍ່ໄດ້ຖືກໃຊ້ງານເປັນໄລຍະເວ ລາດົນນານ ຍ່ອມຈະມີແນວໂນ້ມທີ່ກໍ່ໃຫ້ເກີດຄວາມຊໍາລຸດຊຸດໂຊມແລະນໍາໄປສູ່ຄວາມ ຕາຍໄດ້ໃນທີ່ສຸດ ຖ້າເຮົາລອງມັດແຂນຂ້າງໜຶ່ງໄວ້ ແມ່ນວ່າຈະເປັນເວລາພຽງແຕ່ສອງ ເຖິງສາມອາທິດ ຈາກນັ້ນຈຶ່ງຄ່ອຍແກ້ສາຍທີ່ຮັດອອກ ທ່ານຈະເຫັນວ່າແຂນເບື້ອງທີ່ຖືກ ຮັດໄວ້ນັ້ນຈະອ່ອນເພຍແຮງກວ່າແຂນອອກຂ້າງໜຶ່ງທີ່ໃຊ້ງານຕາມປົກກະຕິ ການບໍ່ມີ ການເຄື່ອນໄຫວສົ່ງຜົນໃນລັກສະນະດຽວກັນຕໍ່ລະບົບກ້າມເນື້ອທັງໝົດຂອງຮ່າງກາຍ {MH 237.3} ມແ 236.3
ການບໍ່ມີການເຄື່ອນໄຫວເປັນສາເຫດທີ່ເຮັດໃຫ້ເກີດໂລກໄພ ການອອກກໍາລັງ ກາຍຈະຊ່ວຍກະຕຸ້ນແລະປັບສົມດຸນການໄຫຼວຽນຂອງໂລຫິດ ແຕ່ການຢູ່ແບບລ້າໆ ຈະເຮັດໃຫ້ໂລຫິດໄຫຼວຽນບໍ່ສະດວກ ແຕ່ສົ່ງຜົນຕໍ່ຂະບວນການໃນການປ່ຽນແປງສິ່ງທີ່ ມີຄວາມສໍາຄັນຈໍາເປັນຕໍ່ຊີວິດແລະສຸຂະພາບໃຫ້ເກີດຂຶ້ນໄດ້ ຜິວໜັງກໍເຊັ່ນດຽວກັນຈະ ຕົກຢູ່ໃນສະພາບທີ່ບໍ່ເຮັດວຽກ ສິ່ງສົກກະປົກຈະບໍ່ຖືກຂັບອອກໄປຕາມທີ່ຄວນຈະເປັນ ຖ້າການໄຫຼວຽນຂອງໂລຫິດໄດ້ຮັບການກະຕຸ້ນຈາກການອອກກໍາລັງກາຍ ຜິວໜັງຈະຢູ່ ໃນສະພາບທີ່ສົມບູນແຂງແຮງ ແລະປອດໄດ້ຮັບອາກາດທີ່ສົດຊື່ນແລະບໍລິສຸດຢ່າງພຽງພໍ ລະບົບທີ່ຢູ່ໃນສະພາວະເຊັ່ນນີ້ຈຶ່ງດັນພາລະໜັກເປັນສອງເທົ່າໄປຍັງອະໄວຍະວະທີ່ ໃຊ້ໃນການຂັບຖ່າຍແລະຂະຈັດຂອງເສຍ ໂລກໄພໄຂ້ເຈັບຈຶ່ງຕາມມາ {MH 238.1} ມແ 237.1
ເຮົາບໍ່ຄວນສະໜັບສະໜູນໃຫ້ຄົນໄຂ້ຢູ່ລ້າໆ ໂດຍບໍ່ມີການເຄື່ອນໄຫວຮ່າງກາຍ ເມື່ອຮ່າງກາຍເຮັດວຽກໜັກຈົນເກີນກໍາລັງບໍ່ວ່າຈະເປັນກໍລະນີໃດກໍຕາມ ການພັກຜ່ອນ ຢ່າງເຕັມທີ່ມໃນຊ່ວງໄລຍະໜຶ່ງຈະມີສ່ວນໃນການຂະຈັດຄວາມເຈັບປ່ວຍ ແມ່ນວ່າໃນສະ ພາບທີ່ຮຸນແຮງອອກໄປໄດ້ ແຕ່ໃນຮ່າງກາຍຂອງຄົນໄຂ້ທີ່ເຈັບປ່ວຍດ້ວຍໂລກຊໍ້າເຮື້ອ ບໍ່ມີຄວາມຈໍາເປັນເຖິງຂະໜາດທີ່ຕ້ອງງົດການເຄື່ອນໄຫວໃດໆຂອງຮ່າງກາຍໄປເລີຍ {MH 238.2} ມແ 237.2
ຜູ້ທີ່ລົ້ມປ່ວຍເພາະສະໝອງຕ້ອງເຮັດວຽກໜັກຫຼາຍຈົນເກີນໄປ ຄວນໃຫ້ສະ ໝອງໄດ້ຫຍຸດພັກຈາກການໃຊ້ຄວາມຄິດທີ່ໜັກສະໝອງ ແຕ່ພວກເຂົາບໍ່ຄວນຖືກຊັກ ນໍາໃຫ້ເຊື່ອວ່າພວກເຂົາຈະເປັນອັນຕະລາຍຖ້າພວກເຂົາໃຊ້ຄວາມຄິດພຽງແຕ່ເລັກນ້ອຍ ຫຼາຍຄົນມັກຈະເຂົ້າໃຈອາການປ່ວຍຂອງພວກເຂົາຫຼາຍເກີນຄວາມຈິງ ຄວາມຄິດໃນ ລັກສະນະເຊັ່ນນີ້ບໍ່ເປັນຜົນດີຕໍ່ການຟື້ນໄຂ້ແລະບໍ່ຄວນໄດ້ຮັບການສະໜັບສະໜູນ {MH 238.3} ມແ 237.3
ຜູ້ສອນສາສະໜາ ຄູອາຈານ ນັກຮຽນນັກສຶກສາແລະຄົນອື່ນໆທີ່ເຮັດວຽກໃຊ້ສະ ໝອງມັກຈະເຈັບປ່ວຍໄດ້ຫຼາຍ ຈາກການໃຊ້ສະໝອງຫຼາຍຈົນເກີນໄປແລະບໍ່ໄດ້ຮັບ ການຜ່ອນຄາຍດ້ວຍການອອກກໍາລັງກາຍ ສິ່ງທີ່ຄົນເຫຼົ່ານີ້ຕ້ອງການກໍຄືການດໍາເນີນຊີວິດ ທີ່ມີການເຄື່ອນໄຫວຫຼາຍຂຶ້ນ ນິດໄສໃນການປະມານຕົນຢ່າງເຂັ້ມງວດຜູກພັນກັບການ ໄດ້ອອກກໍາລັງກາຍຢ່າງເໝາະສົມຈະເຮັດໃຫ້ຮ່າງກາຍແລະສະໝອງເກີດຄວາມສົດຊື່ນ ແລະສ້າງກໍາລັງຄວາມທົນທານແກ່ຜູ້ທີ່ເຮັດວຽກໃຊ້ສະໝອງເປັນຢ່າງດີ {MH 238.4} ມແ 238.1
ເຮົາບໍ່ຄວນສະໜັບສະໜູນຜູ້ປ່ວຍທີ່ໃຊ້ແຮງກາຍຫຼາຍເກີນໄປລະເວັ້ນຈາກການ ໃຊ້ແຮງງານໄປເລີຍ ແຕ່ການໃຊ້ແຮງງານທີ່ເປັນປະໂຫຍດຫຼາຍທີ່ສຸດ ຄວນຈະດໍາເນີນ ການໃຫ້ເປັນລະບົບແລະຍອມຮັບໄດ້ ການອອກກໍາລັງກາງແຈ້ງເປັນສິ່ງດີທີ່ສຸດ ທັງນີ້ ຄວນມີການວາງແຜນເພື່ອເສີມສ້າງຄວາມເຂັ້ມແຂງໃຫ້ແກ່ອະໄວຍະວະທີ່ອ່ອນແອ ດ້ວຍການໃຊ້ງານ ແລະຄວນເຮັດວຽກນັ້ນດ້ວຍຄວາມຕັ້ງໃຈ ບໍ່ຄວນປ່ອຍໃຫ້ການໃຊ້ ແຮງງານຂອງແຂນເສື່ອມສະຫຼາຍຈົນກາຍເປັນພຽງວຽກງານໜັກທີ່ໜ້າເບື່ອໜ່າຍ {MH 238.5} ມແ 238.2
ເມື່ອຜູ້ປ່ວຍບໍ່ມີອັນໃດເຮັດແລະບໍ່ມີອັນໃດທີ່ໜ້າສົນໃຈ ຄວາມຄິດຂອງພວກ ເຂົາກໍຈະມີສູນຮວມຢູ່ທີ່ເລື່ອງຂອງຕົວເອງແລະກໍຈະເລີ່ມເບິ່ງໂລກໃນແງ່ຮ້າຍແລະມີໃຈ ຄໍທີ່ຫງຸດຫງິດ ຫຼາຍຄັ້ງພວກເຂົາໝົກໝົ້ນແລະຈົມຢູ່ກັບຄວາມຮູ້ສຶກທີ່ບໍ່ດີ ຈົນຄິດໄປ ວ່າຕົນນັ້ນປ່ວຍໜັກເກີນກວ່າທີ່ພວກເຂົາເປັນຈິງ ແລະບໍ່ສາມາດຈະເຮັດອັນໃດໄດ້ເລີຍ {MH 239.1} ມແ 238.3
ໃນກໍລະນີທັງໝົດນີ້ ການອອກກໍາລັງກາຍພາຍໃຕ້ການດູແລຢ່າງລະມັດລະວັງ ຈະເປັນສິ່ງທີ່ພິສູດວ່າວິທີການນີ້ເປັນການຮັກສາທີ່ໄດ້ຜົນເປັນຢ່າງດີ ສໍາລັບຄົນໄຂ້ໃນ ບາງລາຍ ການອອກກໍາລັງກາຍເປັນສິ່ງຈໍາເປັນທີ່ຂາດບໍ່ໄດ້ເລີຍເພື່ອໃຫ້ຜູ້ປ່ວຍຫາຍຈາກ ໂລກໄດ້ ກໍາລັງໃຈນັ້ນແມ່ນຄຽງຄູ່ໄປກັບແຮງງານຂອງແຂນແລະສິ່ງທີ່ຜູ້ປ່ວຍຕ້ອງການ ກໍຄືການທີ່ກໍາລັງໃຈໄດ້ຮັບການໜຸນຊູ ເມື່ອໃດທີ່ກໍາລັງໃຈຂາດພະລັງ ຈິນຕະນາການ ກໍຈະພ້ຽນໄປ ແລະບໍ່ມີທາງທີ່ຈະຕ້ານທານໂໍລກໄພໄຂ້ເຈັບໄດ້ {MH 239.2} ມແ 238.4
ການບໍ່ເຄື່ອນໄຫວຮ່າງກາຍສົ່ງຜົນເສຍທີ່ຮ້າຍແຮງທີ່ສຸດທີ່ອາດເກີດກັບຜູ້ປ່ວຍ ສ່ວນໃຫຍ່ ການເຄື່ອນໄຫວຄ່ອຍໆ ຈາກການໃຊ້ແຮງງານທີ່ເປັນປະໂຫຍດບໍ່ພຽງແຕ່ບ9 ກະທົບກະເທືອນຕໍ່ຈິດແລະກາຍແຕ່ກັບໃຫ້ຜົນດີຕໍ່ທັງສອງສິ່ງນີ້ ກ້າມເນື້ອຈະແຂງແຮງ ລະບົບການໄຫຼວຽນຂອງໂລຫິດດີຂຶ້ນ ແລະເຮັດໃຫ້ຜູ້ປ່ວຍຮູ້ສຶກເພິ່ງພໍໃຈທີ່ໄດ້ຮູ້ວ່າເຂົາ ບໍ່ແມ່ນຄົນທີ່ໄຮ້ປະໂຫຍດໃນໂລກທີ່ບໍ່ເຄີຍຢຸດພັກແຫ່ງນີ້ ທໍາອິດ ເຂົາອາດຈະເຮັດໄດ້ ແຕ່ພຽງເລັກນ້ອຍເທົ່ານັ້ນແຕ່ໃນບໍ່ດົນເຂົາຈະເຫັນວ່າກໍາລັງເຫື່ອແຮງຂອງເຂົານັ້ນຄ່ອຍໆ ເພີ່ມຂຶ້ນ ແລະປະລິມານຂອງວຽກກໍເພີ່ມຂຶ້ນເປັນລໍາດັບ {MH 240.1} ມແ 239.1
ການອອກກໍາລັງກາຍຊ່ວຍໃຫ້ອະໄວຍະວະທີ່ມີໜ້າທີ່ຍ່ອຍອາຫານຂອງຜູ້ປ່ວຍ ທີ່ເປັນໂລກອາຫານບໍ່ຍ່ອຍເຮັດວຽກໄດ້ດີຍິ່ງຂຶ້ນ ການຮຽນໜັງສືຢ່າງເຄັ່ງຄັດຫຼືການອອກ ກໍາລັງກາຍໜັກໆ ທັນທີພາຍຫຼັງການກິນອາຫານແລ້ວໃໝ່ໆ ຂັດຂວາງການເຮັດວຽກ ຂອງລະບົບການຍ່ອຍອາຫານແຕ່ການຍ່າງຫຼິ້ນໄລຍະທາງສັ້ນໆ ດ້ວຍຫົວທີ່ຕັ້ງຊື່ແລະ ໄຫຼທີ່ຜາຍອອກພາຍຫຼັງການກິນອາຫານຈະເປັນປະໂຫຍດຫຼາຍ {MH 240.2} ມແ 239.2
ແມ່ນວ່າຈະມີການກ່າວເຖິງແລະມີຂໍ້ຂຽນທີ່ກ່ຽວກັບຄວາມສໍາຄັນຂອງການອອກ ກໍາລັງກາຍແລ້ວກໍຕາມ ກໍຍັງມີຜູ້ຄົນອີກຢ່າງຫຼວງຫຼາຍທີ່ໄດ້ລະເລີຍຕໍ່ການອອກກໍາລັງ ກາຍ ບາງຄົນຕຸ້ຍພຸງໂລເນື່ອງຈາກມີລະບົບອຸດຕັນ ສ່ວນບາງຄົນກໍຈ່ອຍແຫ້ງແລະອ່ອນ ເພຍ ເພາະພະລັງງານທີ່ໃຫ້ກໍາລັງຕໍ່ຮ່າງກາຍຖືກນໍາໄປໃຊ້ໃນການຍ່ອຍແລະເຜົາຜານອາ ຫານທີ່ໄດ້ຮັບຫຼາຍເກີນໄປ ຕັບຕ້ອງເຮັດວຽກຫຼາຍຂຶ້ນໃນການກໍາຈັດຂອງເສຍອອກ ຈາກໂລຫິດແລະຜົນທີ່ຕາມມາກໍຄືຄວາມເຈັບປ່ວຍ {MH 240.3} ມແ 239.3
ຜູ້ທີ່ມັກນັ່ງນອນຢູ່ກັບທີ່ບໍ່ຄ່ອຍຈະໄດ້ອອກແຮງ ຄວນຈະຫາເວລາໄປອອກກໍາ ລັງກາຍກາງແຈ້ງທຸກມື້ ເມື່ອຝົນຟ້າອາກາດອໍານວຍບໍ່ວ່າຈະເປັນລະດູຮ້ອນຫຼືລະດູໜາວ ການຍ່າງຍ່ອມດີກວ່າການນັ່ງລົດທ່ຽວຫຼືການຂັບລົດ ເພາະກ້າມເນື້ອຈະໄດ້ອອກກໍາລັງ ຫຼາຍຂຶ້ນ ປອດກໍຈະຖືກບັງຄັບໃຫ້ເຮັດວຽກຢ່າງເຕັມທີ່ເພາະມັນເປັນໄປບໍ່ໄດ້ທີ່ຈະເຮັດ ວຽກໄວໂດຍທີ່ປອດບໍ່ຍອມຂະຫຍາຍຕົວ {MH 240.4} ມແ 239.4
ການໄດ້ອອກກໍາລັງກາຍເຊັ່ນນີ້ຈະສົ່ງຜົນດີຫຼາຍກວ່າການກິນຢາ ໃນຫຼາຍໆກໍລະ ນີ ແພດທັງຫຼາຍມັກຈະແນະນໍາຄົນໄຂ້ໃຫ້ຍ່າງທ່ຽວຫຼິ້ນ ໄປອາບນໍ້າທໍາມະຊາດຫຼືໄປ ຕາກອາກາດຕາມສະຖານທີ່ຕ່າງໆ ເພື່ອປ່ຽນສະພາບອາກາດ ແຕ່ໂດຍສ່ວນໃຫຍ່ແລ້ວ ຖ້າຄົນໄຂ້ໄດ້ກິນອາຫານຢ່າງຖືກຕ້ອງແລະໄດ້ອອກກໍາລັງກາຍຢ່າງເໝາະສົມດ້ວຍຈິດ ໃຈທີ່ເບີກບານ ພວກເຂົາກໍຈະຫາຍປ່ວນ ອີກທັງຍັງເປັນການປະຫຍັດເງິນທອງແລະເວ ລາອີກດ້ວຍ {MH 240.5} ມແ 239.5
*****