ວັນນີ້ເປັນເອລິມທີ່ປົກຄຸມດ້ວຍຕົ້ນປາມແລະບໍ່ນໍ້າ
ເປັນຮົ່ມເງົາແຫ່ງຄວາມສຸກສໍາລານ
ສໍາລັບຄວາມອິດເມື່ອຍໃນຖິ່ນທຸລະກັນດານ
ວັນກ່ອນນັ້ນຢູ່ມາຣາທີ່ມີແຕ່ກ້ອນຫິນແລະດິນຊາຍ
ຢູ່ຢ່າງໂດດດ່ຽວດຽວດາຍບໍ່ມີຮົ່ມເງົາໄວ້ພັກພິງ
ແຕ່ເຖິງຢ່າງນັ້ນທະເລຊາຍນີ້ກໍມີສະພາບທັງສອງຢູ່ຮ່ວມກັນ
ລົມຮ້ອນພັດຫວື່ຢູ່ເໜືອແຜ່ນດິນອັນປ່ຽວເປົ່າ
ຮ່ອມພູຜືນດິນຕໍ່າໃຫ້ຮົ່ມເງົາແກ່ທັງສອງອີກ
ທັງພູຜາທີ່ອ້ອມລ້ອມ
ພວກເຮົາທີ່ຢູ່ໃນໂລກນີ້ກໍ່ເຊັ່ນດຽວກັນ
ເຮົາຍັງຈື່ຈໍາເລື່ອງລາວຕ່າງໆໄດ້ດີ
ມີຄວາມຂົມຂື່ນ ຫວານຊື່ນ ທຸກແລະສຸກ
ສິ່ງເຫຼົ່ານີ້ຢູ່ນໍາກັນແຕ່ລະມື້ນັ້ນບໍ່ຄືກັນ
ບາງຄັ້ງພຣະເຈົ້າຊົງປ່ຽນຄວາມຂົມຂື່ນຂອງເຮົາໃຫ້ຫວານຊື່ນ
ບາງຄັ້ງພຣະອົງປະທານບໍ່ນໍ້າພຸມາໃຫ້
ບາງຄັ້ງມີເງົາຂອງເສົາເມກມາບົດບັງເຮົາໄວ້
ແລະບາງຄັ້ງຄາວກໍມີຮົ່ມເງົາຕົ້ນປາມໃຫ້ເຮົາໄດ້ພັກພິງ
ສິ່ງສໍາຄັນນັ້ນຄືອັນໃດ ໃນເວລາອີກບໍ່ດົນເທົ່າໃດ
ມາຣາແລະເອລິນທັງສອງຈະຜ່ານລ່ວງໄປ
ບໍ່ນໍ້າແລະຕົ້ນປາມຂອງທະເລຊາຍຈະກັບກາຍເປັນອາດີດ
ໃນທີ່ສຸດ ເຮົາຈະໄປເຖິງ
“ສວງສະຫວັນອັນເປັນລາຊະທານີທີ່ປະທັບຂອງພຣະເຈົ້າຂອງເຮົາ
ໂອ ດິນແດນແຫ່ງຄວາມສຸກສໍາລານ
ທີ່ຢູ່ເລີຍໂນນພູອັນໂດດດຽວເຫຼົ່ານັ້ນ ນໍ້າພຸແຫ່ງຄວາມສໍາລານຈະໄຫຼຜ່ານຢູ່ເປັນນິດນິລັນໃນທີ່ນັ້ນ
ໂອ ແດນທິບວິມານອັນບໍລິສຸດທີ່ຢູ່ເໜືອສະຫວັນຊັ້ນຟ້າ
ບ່ອນທີ່ເຮົາຈະໄດ້ສິ້ນສຸດການລ່ອນເລ້ພະເນຈອນໄປໃນປ່າກັນດານ
ໂຮຣາເທຍສ໌ ໂບນາຣ໌ ມແ 261.1