ໃນຂະນະທີ່ພຣະເຢຊູຊົງກຳລັງຮັກສາພະຍາບານຄົນປ່ວຍໄຂ້ຢູ່ຕາມຖະໜົນຫົນ ທາງໃນເມືອງນັ້ນບັນດາມານດາໄດ້ອຸ້ມລູກຂອງຕົນທີ່ກຳລັງປ່ວຍແລະອາການໜັກບຽດ ສຽດຝູງຊົນເຂົາໄປຈົນໄກ້ພໍທີ່ຈະໃຫ້ພຣະອົງຊົງທອດພຣະເນດໄດ້{MH38.1} ມແ 21.3
ເບິ່ງແມ! ມານດາເຫຼົ່ານີ້ມີສີໜ້າຈືດຊີບ ທ່າທາງອິດເມື່ອຍອ່ອນລ້າສິ້ນຫວັງ ແຕ່ ເຖິງປານນັ້ນພວກນາງກໍຍັງບໍ່ປະລະຄວາມພະຍາຍາມທີ່ຈະອຸ້ມລູກຂອງຕົນແລະນຳ ຄວາມທຸກຍາກລໍາບາກເຂົ້າມາຫາພຣະຜູ້ຊ່ວຍໃຫ້ລອດ ໃນຂະນະທີ່ພວກນາງຖືກຝູງຊົນ ບຽດສຽດໃຫ້ຖອຍຫ່າງອອກໄປນັ້ນພຣະຄຣິດຊົງດຳເນີນຊ້າໆເຂົ້າໄປຫາຈົນກະທັ້ງພຣະອົງ ຊົງປະທັບຢູ່ເບື້ອງໜ້າຂອງພວກນາງ ຄວາມຫວັງຈຶ່ງເກີດຂຶ້ນພາຍໃນຈິດໃຈຂອງພວກເຂົາ ນໍ້າຕາແຫ່ງຄວາມປາບປື້ມໄຫຼອອກມາອາບແກ້ມເພາະພວກນາງເຫັນວ່າພຣະອົງຊົງ ສະແດງຄວາມສົນພຣະໄທ ແລະເຫັນພຣະເນດຂອງພຣະອົງໄດ້ສາຍແວວແຫ່ງຄວາມ ຮັກແລະຄວາມເມດຕາກະລຸນາ{MH 38.2} ມແ 21.4
ພຣະຜູ້ຊ່ວຍໃຫ້ລອດຊົງໃຫ້ຍິງຄົນໜຶ່ງໃນຝູງຊົນເກີດຄວາມໄວ້ວາງໃຈໂດຍການ ຕັດວ່າ ຈົ່ງບອກເຮົາມາວ່າເຈົ້າປາຖະໜາໃຫ້ເຮົາເຮັດສິ່ງໃດໃຫ້ເຈົ້າ? ນາງສະອື້ນທູນເຖິງ ຄວາມປາຖະໜາອັນໃຫຍ່ຫຼວງຂອງຕົນວ່າ ອາຈານ ຂໍຊົງໂປດຮັກສາລູກຂອງຜູ້ຂ້າດ້ວຍ ເຖີດ ພຣະຄຣິດຊົງຮັບເອົາເດັກຄົນນັ້ນຈາກອ້ອມແຂນຂອງນາງແລະຊົງສຳຜັດຮ່າງກາຍ ຂອງເດັກນ້ອຍ ຈາກນັ້ນໂລກໄພໄຂ້ເຈັບກໍຫາຍໄປໃນທັນໃດ ເງົາຈືດຊີດແຫ່ງຄວາມຕາຍ ກໍໄດ້ຈາງຫາຍໄປ ກະແສທາດທີ່ລໍ່ລ້ຽງຊີວິດໄດ້ໄຫຼລິນໄປຕາມເສັ້ນເລືອດ ກ້າມເນື້ອ ແລະເສັ້ນເອັນໃນຮ່າງກາຍຂອງເດັກ ຄົນນັ້ນເຮັດໃຫ້ມີກຳລັງເຫື່ອແຮງຂຶ້ນມາໃໝ່ພຣະອົງ ກ່າວຖ້ອຍຄຳທີ່ປອບໂຍນຈິດໃຈແລະເຕັມໄປດ້ວຍສັນຕິສຸກກັບຍິງຜູ້ເປັນມານດາ ຈາກນັ້ນຍິງອີກຄົນໜຶ່ງມີລູກທີ່ປ່ວຍໜັກແລະຕ້ອງການໃຫ້ພຣະອົງຮັກສາຢ່າງຮີບດ່ວນ ເຊັ່ນກັນ ໄດ້ເຂົ້າມາເຝົ້າພຣະອົງ ພຣະຄຣິດໄດ້ຊົງໃຊ້ລິດອຳນາດທີ່ໃຫ້ຊີວິດອີກເທື່ອໜຶ່ງ ແລະທຸກຄົນຕ່າງສັນລະເສີນແລະຖະຫວາຍພຣະກຽດພຣະອົງຜູ້ຊົງປະກອບພະລະກິດ ອັນອັດສະຈັນ {MH 38.3} ມແ 22.1
ເຮົາມັກເວົ້າເຖິງຄວາມຍິ່ງໃຫຍ່ໃນຊີວິດຂອງພຣະຄຣິດເຮົາເອີ່ຍເຖິງບັນດາສິ່ງມະ ຫັດສະຈັນແລະການອັດສະຈັນຕ່າງໆທີ່ພຣະອົງໄດ້ຊົງກະທຳ ແຕ່ການທີ່ພຣະອົງຊົງສົນ ພຣະໄທໃນເລື່ອງເລັກນ້ອຍກັບເປັນສິ່ງທີ່ພິສູດໃຫ້ເຫັນເຖິງເລື່ອງທີ່ຍິງໃຫຍ່ຂອງພຣະອົງ ຫຼາຍກວ່າ {MH 39.1} ມແ 22.2
ຊາວຍິວມີທຳນຽມນຳເອົາເດັກນ້ອຍໄປຫາຮັບບີເພື່ອໃຫ້ອາຈານວາງມືອວຍພອນ ໃຫ້ເດັກເຫຼົ່ານັ້ນ ແຕ່ພວກສາວົກຄິດວ່າພຣະລາຊະກິດຂອງພຣະຜູ້ຊ່ວຍໃຫ້ລອດນັ້ນມີ ຄວາມສຳຄັນຫຼາຍບໍ່ຄວນໃຫ້ເລື່ອງນີ້ມາຄັດຈັງຫວະ ເມື່ອພວກມານດາໄດ້ເຂົ້າເຝົ້າພຣະອົງ ດ້ວຍຄວາມປາຖະໜາໃຫ້ພຣະອົງອວຍພອນໃຫ້ແກ່ລູກຂອງຕົນນັ້ນພວກສາວົກຕ່າງ ກໍແນມເບິ່ງດ້ວຍຄວາມຮູ້ສຶກບໍ່ພໍໃຈ ພວກເຂົາຄິດວ່າເດັກເຫຼົ່ານີ້ນ້ອຍເກີນກວ່າທີ່ຈະໄດ້ ຮັບປະໂຫຍດຈາກການເຂົ້າເຝົ້າພຣະ ເຢຊູ ແລະຄິດເອົາເອງວ່າພຣະອົງບໍ່ພໍພຣະໄທທີ່ຄົນ ເຫຼົ່ານັ້ນໄດ້ເຂົ້າໄປລົບກວນ ແຕ່ກໍບໍ່ໄດ້ເປັນ ເຊັ່ນນັ້ນ ພຣະຜູ້ຊ່ວຍໃຫ້ລອດຊົງເຂົ້າໃຈເຖິງ ຄວາມກັງວົນ ແລະພາລະຂອງມານດາໃນຄວາມພະຍາຍາມໃຫ້ການອົບລົມສັ່ງສອນລູກ ຂອງຕົນປະພຶດຖືກຕາມພຣະວັດຈະນະຂອງພຣະເຈົ້າ ພຣະອົງຊົງໄດ້ຍິນຄຳອະທິຖານ ຂອງພວກເຂົາ ພຣະອົງນັ້ນເອງເປັນຜູ້ນຳພວກເຂົາໃຫ້ເຂົ້າເຝົ້າຕໍ່ໜ້າພຣະພັກຂອງພຣະອົງ {MH 40.1} ມແ 22.3
ມານດາຄົນໜຶ່ງພາລູກຂອງນາງອອກຈາກບ້ານມາເພື່ອຈະເຂົ້າເຝົ້າພຣະເຢຊູ ລະຫວ່າງທາງນາງເລົ່າຄວາມຕັ້ງໃຈໃຫ້ເພື່ອນບ້ານອີກຄົນໜຶ່ງຟັງ ເພື່ອນບ້ານຄົນນັ້ນຢາກ ໃຫ້ພຣະເຢຊູອວຍພອນໃຫ້ແກ່ລູກຂອງນາງເຊັ່ນດຽວກັນ ດັ່ງນັ້ນຈຶ່ງມີມານດາອີກຫຼາຍ ຄົນພາລູກຂອງພວກເຂົາໄປນຳກັນ ເຖິງແມ່ນວ່າເດັກນ້ອຍບາງຄົນອາດຈະມີອາຍຸເກີນ ກວ່າໄວເປັນຜູ້ໃຫຍ່ແລະໜຸ່ມແລ້ວ ເມື່ອມານດາເຫຼົ່ານັ້ນທູນຂໍພຣະອົງດ້ວຍຄວາມຢ້ານກົວ ດ້ວຍນໍ້າຕານອງໜ້າ ສະແດງເຖິງຄວາມປາຖະໜາຂອງຕົນ ພຣະເຢຊູກໍຊົງສະດັບ ຟັງຄຳທູນຂໍດ້ວຍພຣະໄທທີ່ເຫັນອົກເຫັນໃຈຂະນະດຽວກັນຊົງເຝົ້າເບິ່ງວ່າພວກສາວົກ ຈະປະຕິບັດຕໍ່ພວກເຂົາຢ່າງໃດ ເມື່ອພຣະອົງເຫັນວ່າພວກສາວົກຕຳນິຍິງເຫຼົ່ານັ້ນແລະ ຂັບໄລ່ໃຫ້ອອກໄປເສຍໂດຍຄິດວ່າຈະເຮັດໃຫ້ພຣະອົງພໍພຣະໄທ ພຣະອົງຊົງຊີ້ໃຫ້ບັນ ດາສາວົກເຫັນເຖິງການກະທຳທີ່ຜິດພາດໂດຍການທີ່ຕັດວ່າ: ຈົ່ງຍອມໃຫ້ເດັກນ້ອຍເຂົ້າ ມາຫາເຮົາ ຢ່າຫ້າມເຂົາເລີຍເພາະວ່າແຜ່ນດິນຂອງພຣະເຈົາເປັນຂອງຄົນຢ່າງເດັກນອ້ຍນີ້ ລະມາລະໂກ 10:14 ພຣະອົງຊົງອຸ້ມເດັກນ້ອຍມາໄວ້ໃນອ້ອມກອດຂອງພຣະອົງ ຊົງວາງ ພຣະະຫັດພວກເຂົາແລະປະທານພຣະພອນຕາມທີ່ພວກເຂົາໄດ້ຕັ້ງໃຈໄວ້ {MH 41.1} ມແ 23.1
ມານດາເຫຼົ່ານັ້ນຕ່າງໄດ້ຮັບການປອບໃຈ ພວກເຂົາກັບບ້ານໄປພ້ອມກຳລັງໃຈທີ່ ເຂັ້ມແຂງແລະໄດ້ຮັບພຣະພອນຕາມທີ່ພຣະຄຣິດຊົງມີພຣະດຳລັດ ໄດ້ຮັບການໜູນໃຈ ເພື່ອແບກຮັບພາລະຕໍ່ໄປດ້ວຍຄວາມຍິນດີ ແລະປະຕິບັດໜ້າທີ່ເພື່ອບຸດຂອງຕົນດ້ວຍ ຄວາມຫວັງ {MH 41.2} ມແ 23.2
ຫາກພວກເຮົາສາມາດແນມເຫັນເຖິງຊີວິດໃນວັນຂ້າງໜ້າຂອງເດັກເຫຼົ່ານັ້ນ ຈະເຫັນວ່າມານດາໄດ້ເຕືອນບຸດຂອງຕົນໃຫ້ລະນຶກເຖິງພາບໃນວັນນັ້ນ ແລະໄດ້ທົບ ທວນພຣະດໍາລັດທີ່ເຕັມໄປດ້ວຍຄວາມຮັກຂອງພຣະຜູ້ຊ່ວຍໃຫ້ລອດ ເຮົາຈະເຫັນວ່າ ອີກຫຼາຍປີຕໍ່ມາ ຫຼາຍຄັ້ງການຈື່ຈຳເຖິງຄຳເວົ້າເຫຼົ່ານີ້ຊ່ວຍປ້ອງກັນບໍ່ໃຫ້ເດັກເຫຼົ່ານັ້ນຫຼົງ ຫາຍໄປຈາກທາງທີ່ໄດ້ຍໍ້າເຕືອນໄວ້ຂອງທີ່ໄດ້ຮັບການໄຖ່ໂດຍອົງພຣະຜູ້ເປັນເຈົ້າໄດ້ຢ່າງໃດ {MH 41.3} ມແ 23.3
ທຸກວັນນີ້ ພຣະຄຣິດຍັງຊົງເປັນພຣະຜູ້ຊ່ວຍໃຫ້ລອດຜູ້ຊົງປະກອບດ້ວຍພຣະ ໄທກາລຸນາ ຄືຕອນທີ່ຍັງຊົງດຳເນີນຢູ່ທ່າມກາງມະນຸດທີ່ແທ້ຈິງພຣະອົງຍັງຊົງທຳໜ້າທີ່ ເປັນຜູ້ຄອຍຊວ່ຍເຫຼືອຂອງມານດາທັງຫຼາຍຄືດັ່ງຕອນທີ່ ພຣະອົງຊົງອຸ້ມເດັກນ້ອຍ ໃນແຜ່ນດິນຢູດາ ໄວ້ໃນອ້ອມກອດຂອງພຣະອົງ ເດັກນ້ອຍໃນຄອບຄົວຂອງເຮົາເປັນຜູ້ ຊົງໄຖ່ໄວ້ແລ້ວດ້ວຍພຣະໂລຫິດຂອງພຣະອົງ ເຊັ່ນດຽວກັບເດັກໃນສະໄໝກ່ອນ {MH 41.4} ມແ 24.1
ພຣະເຢຊູຊົງເຂົ້າໃຈພາລະອັນໜັກໃນຈິດໃຈຂອງມານດາທຸກຄົນພຣະອົງຜູ້ຊົງ ມີມານດາທີ່ຕ້ອງຕໍ່ສູ້ດິ້ນຮົນກັບຄວາມຍາກຈົນແລະຄວາມຂັດສົນຊົງເຫັນອົກເຫັນໃຈ ມານດາທຸກຄົນທີ່ຕ້ອງລຳບາກເຮັດວຽກໜັກພຣະອົງຜູ້ຊົງດຳເນີນໃນຫົນທາງອັນແສນ ໄກເພື່ອຊ່ວຍປົດປອ່ຍຄວາມທຸກໃນຈິດໃຈຂອງຍິງຊາວຄານາອັນພຽງຄົນໜຶ່ງນັ້ນຍ່ອມ ຈະຊົງກະທຳສິ່ງດຽວກັນໃຫ້ແກ່ຜູ້ເປັນມານດາໃນວັນນີ້ດ້ວຍເຊັ່ນກັນພຣະອົງຜູ້ຊົງໂຜດ ປະທານບຸດຊາຍພຽງຄົນດຽວຂອງຍິງໝ້າຍຊາວເມືອງນາອິນໃຫ້ເປັນຂຶ້ນມາຈາກຄວາມ ຕາຍແລະຜູ້ຊົງທົນທຸກທໍລະມານເທິງໄມ້ກາງແຂນ ຍັງຊົງລະລຶກເຖິງມານດາຂອງພຣະອົງ ເອງໃນທຸກວັນນີ້ພຣະອົງຍ່ອມຮູ້ສຶກເຫັນອົກເຫັນໃຈໃນຄວາມທຸກໂສກຂອງມານດາ ທຸກຄົນ ຊົງປອບໂຍນແລະເກື້ອໜູນຈິດໃຈໃນຍາມທີ່ເຮົາມີຄວາມຊອກຊ້ຳແລະຂັດສົນ {MH 42.1} ມແ 24.2
ຂໍໃຫ້ມານດາທັງຫຼາຍຜູ້ທີ່ມີຄວາມຍຸ້ງຍາກໃຈເຂົາໄປຫາພຣະເຢຊູ ເຂົາທັງຫຼາຍ ຈະໄດ້ຮັບພຣະຄຸນຢ່າງພຽງພໍທີ່ຈະຊວ່ຍເຫຼືອໃນການເອົາໃຈໃສ່ດູແລລູກຂອງຕົນ ປະຕູ ໄດ້ເປີດໄວ້ໃຫ້ກັບມານດາທຸກຄົນທີ່ນໍາພາລະຂອງນາງມາໄວ້ແທບພຣະບາດຂອງພຣະຜູ້ ຊ່ອຍໃຫ້ລອດ ພຣະອົງຊົງບອກວ່າ ຈົ່ງຍອມໃຫ້ເດັກນ້ອຍເຂົ້າມາຫາເຮົາ ຢ່າຫ້າມເຂົາເລີຍ ມາລະໂກ 10:14 ພຣະອົງຍັງຊົງເຊື້ອເຊີນມານດາທັງຫຼາຍໃຫ້ນຳລູກຫຼານຂອງຕົນ ມາໃຫ້ພຣະອົງຊົງອວຍພອນ{MH 42.2} ມແ 24.3
ໃນບັນດາເດັກນ້ອຍທີ່ພວກເຂົາໄດ້ນຳມັນເຂົ້າເຝົ້າພຣະອົງນັ້ນ ພຣະເຢຊູຊົງທອດ ພຣະເນດເຫັນວ່າເມື່ອພວກເຂົາເຕີບໃຫ່ຍເຂົາຈະເປັນຊາຍຍິງທີ່ເປັນທາຍາດແຫ່ງພຣະຄຸນ ແລະເປັນພົນລະເມືອງຂອງອານາຈັກຂອງພຣະເຈົ້າ ແລະບາງຄົນຈະຍອມທົນທຸກ ທໍລະມານຈົນເຖິງແກ່ຄວາມຕາຍເມື່ອເຫັນແກ່ພຣະນາມຂອງພຣະອົງ ພຣະອົງຊົງຮູ້ດີວ່າ ເດັກນອ້ຍເຫຼົ່ານີ້ຈະຍອມເຊື່ອຟັງພຣະອົງ ແລະເຕັມໃຈຮັບພຣະອົງເປັນພຣະຜູ້ໄຖ່ຂອງ ເຂົາໄດ້ງ່າຍກວ່າຄົນທີ່ໃຫຍ່ແລ້ວ ຜູ້ໃຫຍ່ມີຄວາມສະຫຼຽວສະຫຼາດທາງຝ່າຍໂລກແລະ ມີຈິດໃຈທີ່ແຂງກະດ້າງ ເມື່ອພຣະອົງຊົງສັ່ງ ສອນພວກເຂົາ ຊົງໂນ້ມພຣະອົງລົງມາສະ ເໝີກັບເດັກນ້ອຍເຫຼົ່ານັ້ນ ພຣະອົງຜູ້ຊົງເດຊານຸພາບແຫ່ງສະຫວັນ ຊົງຕອບຄຳຖາມຂອງ ພວກເຂົາແລະອະທິບາຍບົດຮຽນທີ່ສຳຄັນ ໃຫ້ເກີດຄວາມກະຈ່າງແຈ້ງ ແມ່ນວ່າເດັກ ນ້ອຍກໍສາມາດເຂົ້າໃຈໄດ້ ພຣະອົງຊົງປູກເມັດພັນແຫ່ງຄວາມຈິງໄວ້ໃນຈິດໃຈຂອງເຂົາ ຊຶ່ງຫຼາຍປີຕໍ່ມາຈະຈະເລີນຂຶ້ນແລະເກີດຜົນຈົນເຖິງຊີວິດນິລັນ {MH 42.3} ມແ 24.4
ເມື່ອພຣະເຢຊູຕັດສັ່ງພວກສາວົກບໍ່ໃຫ້ກີດກັນເດັກນ້ອຍທີ່ຈະເຂົ້າມາເຝົ້າພຣະ ອົງນັ້ນ ພຣະອົງກຳລັງບອກແກ່ຜູ້ຕິດຕາມຂອງພຣະອົງໃນທຸກຍຸກສະໄໝເຊັ່ນດຽວກັນ ບອກໃຫ້ເຈົ້າໜ້າທີ່ໃນຄຣິສຕະຈັກ ອາຈານສອນສາສະໜາ ແລະຜູ້ຊ່ວຍຄຣິດສະ ຕຽນທຸກຄົນ ພຣະເຢຊູຊົງນໍາພາເດັກນ້ອຍໃຫ້ເຂົ້າມາຫາພຣະອົງແລະບອກສັ່ງເຮົາວ່າ ຈົ່ງ ຍອມໃຫ້ເດັກນ້ອຍເຂົ້າມາຫາເຮົາ ອີກຄຳໜຶ່ງບອກວ່າພວກເດັກນ້ອຍຈະເຂົ້າມາຫາພຣະ ອົງຫາກເຮົາບໍ່ຂັດຂວາງພວກເຂົາ {MH 42.4} ມແ 25.1
ຢ່າໃຫ້ອຸປະນິໄສທີ່ບໍ່ຄືພຣະຄຣິດເຮັດໃຫ້ຜູ້ອື່ນເຂົ້າໃຈຜິດພ້ຽນໄປ ຈົ່ງຢ່າສະແດງ ອາການເສີຍຊາແລະແຂງກະດ້າງໃສ່ເດັກນ້ອຍ ຈົນເຮັດໃຫ້ພວກເຂົາຖອຍຫ່າງໄປຈາກ ພຣະອົງ ຢ່າເປັນເຫດໃຫ້ເຂົາຮູ້ວ່າສະຫວັນເປັນສະຖານທີ່ບໍ່ນ້າຢູ່ເພາະທ່ານຢູ່ທີ່ນັ້ນ ຢ່າ ເວົ້າເຖິງສາສະໜາວ່າເປັນສິ່ງທີ່ເດັກນ້ອຍບໍ່ອາດເຂົ້າໃຈໄດ້ຫຼືເຮັດວ່າພວກເຂົາບໍ່ສົມຄວນ ຮັບເອົາພຣະຄຣິດຂະນະຍັງນ້ອຍ ຢ່າເຮັດໃຫ້ພວກເຂົາຝັງໃຈຢ່າງຜິດໆ ວ່າສາສະໜາ ຂອງພຣະຄຣິດເປັນສາສະໜາແຫ່ງຄວາມເສົ້າໝອງ ແລະການທີ່ພວກເຂົາຈະເຂົ້າໄປຫາ ພຣະຜູ້ຊ່ວຍໃຫ້ລອດຈະຕ້ອງປະຖິ້ມທຸກສິ່ງທຸກຢ່າງທີ່ເຮັດໃຫ້ຊີວິດອັນສົດໃສອອກໄປ {MH 43.1} ມແ 25.2
ຂະນະທີ່ວິນຍານບໍລິສຸດຊົງໂນ້ມນ້າວຈິດໃຈຂອງເດັກນ້ອຍນັ້ນ ຂໍໃຫ້ຮ່ວມມືໃນ ພາລະກິດຂອງພຣະອົງ ສອນເຂົາວ່າພຣະຜູ້ຊ່ວຍໃຫ້ລອດກຳລັງເອີ້ນພວກເຂົາຢູ່ ບໍ່ມີສິ່ງ ໃດທີ່ຈະເຮັດໃຫ້ພຣະອົງຊື່ນຊົມຍິນດີຍິ່ງໄປກວ່າການທີ່ເດັກນອ້ຍທັງຫຼາຍຖະຫວາຍ ຕົວແດ່ພຣະອົງຕັ້ງແຕ່ຊ່ວງເບັ່ງບານແລະເຍົາໄວແລະສ່ວນທີ່ສົດໃສຂອງຊີວິດ {MH 44.1} ມແ 25.3