Go to full page →

ບົດທີ 21 ການຮັກສາສຸຂະອະນາໄມ ໃນໝູ່ຊົນຊາດອິສະລະເອນ ມແ 279

ໃນຄໍາສອນທີ່ພຣະເຈົ້າໄດ້ປະທານໃຫ້ແກ່ຊົນຊາດອິສະລະເອນນັ້ນ ໄດ້ມີການກໍາ ຊັບໃຫ້ເອົາໃຈໃສ່ດູແລຮັກສາສຸຂະພາບເປັນພິເສດ ພວກເຂົາຊຶ່ງຫາກໍພົ້ນຈາກການຕົກ ເປັນທາດແລະຕ່າງເຄີຍຊິນຢູ່ກັບນິໄສທີ່ບໍ່ໄດ້ຮັກສາຄວາມສະອາດແລະບໍ່ຖືກຫຼັກສຸຂະ ອະນາໄມ ຈໍາເປັນຕ້ອງໄດ້ຮັບການຝຶກຫັດອົບຮົມຢ່າງເຂັ້ມງວດທີ່ສຸດ ໃນລະຫວ່າງການ ເລ່ລ້ອນຢູ່ໃນຖິ່ນທຸລະກັນດານກ່ອນທີ່ຈະເຂົ້າໄປຍັງແຜ່ນດິນຄານາອັນ ໂດຍພວກເຂົາ ຕ້ອງຮຽນຮູ້ເຖິງຫຼັກການຂອງສຸຂະພາບແລະປະຕິບັດຕາມກົດເກນໃນດ້ານສຸຂະອະນາໄມ {MH 277.1} ມແ 279.1