ເຮົາບໍ່ຄວນກິນອາຫານທີ່ຮ້ອນຫຼືເຢັນຈົນເກີນໄປ ຖ້າອາຫານຢູ່ໃນສະພາບທີ່ເຢັນ ກໍາລັງຂອງກະເພາະກໍຈະຖືກດຶງອອກມາເພື່ອອຸ່ນອາຫານກ່ອນການຍ່ອຍຈະເກີດຂຶ້ນ ເຄື່ອງດື່ມທີ່ເຢັນໃຫ້ໂທດຕໍ່ຮ່າງກາຍເຊັ່ນດຽວກັນ ຄວາມຈິງແລ້ວຖ້າດື່ມເຄື່ອງດື່ມທີ່ ຮ້ອນຫຼາຍເກີນໄປກໍໃຫ້ໂທດຕໍ່ຮ່າງກາຍເຊັ່ນດຽວກັນ ຄວາມຈິງແລ້ວຖ້າດື່ມນໍ້າຫຼືຂອງ ເຫຼວໄປກັບການກິນອາຫານເທື່ອລະຫຼາຍໆຄັ້ງ ກໍຍິ່ງເຮັດໃຫ້ອາຫານຍ່ອຍຍາກຂຶ້ນເທົ່ານັ້ນ ເພາະນໍ້າຫຼືຂອງເຫຼວຈະຕ້ອງຖືກດູດຊຶມເສຍກ່ອນທີ່ຂະບວນການຍ່ອຍຈະເລີ່ມຂຶ້ນ ຢ່າກິນເກືອຫຼືອາຫານເຄັມໃນປະລິມານຫຼາຍໆ ຢ່າກິນອາຫານໝັກດອງແລະອາຫານທີ່ ໃສ່ເຄື່ອງເທດຈັດ ແຕ່ຈົ່ງກິນໝາກໄມ້ໃຫ້ຫຼາຍໆ ແລ້ວອາການລະຄາຍເຄືອງກະເພາະ ອາຫານຊຶ່ງເຮັດໃຫ້ຕ້ອງດື່ມນໍ້າຫຼາຍໆໃນເວລາກິນອາຫານກໍຈະຫາຍໄປ {MH 305.1} ມແ 309.1
ເຮົາຄວນທີ່ຈະກິນອາຫານຊ້າໆແລະຫຍໍ້າໃຫ້ລະອຽດ ການຫຍໍ້າເປັນສິ່ງທີ່ຈໍາເປັນ ເພື່ອຊ່ວຍໃຫ້ນໍ້າລາຍໄດ້ປະສົມກັບອາຫານຢ່າງທົ່ວເຖິງ ແລະກະຕຸ້ນໃຫ້ຫຼັ່ງນໍ້າຍ່ອຍ ອອກມາເຮັດວຽກ {MH 305.2} ມແ 309.2
ອັນຕະລາຍທີ່ຮ້າຍແຮງອີກເລື່ອງໜຶ່ງກໍຄື ການກິນອາຫານໃນເວລາທີ່ບໍ່ເໝາະສົມ ເຊັ່ນພາຍຫຼັງການອອກກໍາລັງກາຍໜັກໆ ເມື່ອເຮົາຮູ້ສຶກອິດເມື່ອຍໝົດແຮງຫຼືອຸນຫະພູມ ໃນຮ່າງກາຍສູງ ທັນທີພາຍຫຼັງການກິນອາຫານ ຮ່າງກາຍມີການດຶງພະລັງງານຈໍານວນ ຫຼາຍຈາກລະບົບປະສາດ ແລະເມື່ອຮ່າງກາຍຫຼືສະໝອງຜ່ານການໃຊ້ງານມາຢ່າງໜັກ ທັງກ່ອນຫຼືຫຼັງການກິນອາຫານ ຈະເຮັດໃຫ້ອາຫານບໍ່ຍ່ອຍ ເມື່ອຮູ້ສຶກຕື່ນເຕັ້ນ ວິຕົກກັງ ວົນຫຼືຮີບຮ້ອນ ບໍ່ຄວນກິນອາຫານຈົນກວ່າໄດ້ພັກຜ່ອນໃຫ້ຮູ້ສຶກສະບາຍເສຍກ່ອນຈະດີ ກວ່າ {MH 305.3} ມແ 309.3
ກະເພາະອາຫານມີຄວາມສໍາພັນຢ່າງໃກ້ຊິດກັບສະໝອງ ເມື່ອກະເພາະອາຫານ ເກີດຄວາມເຈັບປ່ວຍ ສະໝອງຈະກະຕຸ້ນໃຫ້ລະບົບປະສາດຈ່າຍພະລັງງານໄປຫຼໍ່ລ້ຽງ ສ່ວນທີ່ອ່ອນແອຂອງອະໄວຍະວະຍ່ອຍອາຫານ ເມື່ອເປັນເຊັ່ນນີ້ຢູ່ຫຼາຍໆຄັ້ງສະໝອງກໍ ຈະບໍ່ປອດໂປ່ງເມື່ອສະໝອງຕ້ອງເຮັດວຽກໜັກຢູ່ສະເໝີແລະຂາດການອອກກໍາລັງກາຍ ແມ່ນແຕ່ອາຫານທໍາມະດາກໍຄວນກິນໃຫ້ໜ້ອຍລົງໃນເວລາກິນອາຫານນັ້ນຄວນປະຖິ້ມ ເລື່ອງຫວ່ງໃຍກັງວົນ ຄວາມຮີບຮ້ອນຫ່ວງໄຍກັງວົນ ແຕ່ໃຫ້ກິນອາຫານຢ່າງຊ້າໆ ແລະ ດ້ວຍຈິດໃຈທີ່ລ່າເລີງ ປ່ຽມລົ້ມດ້ວຍຄວາມສໍານຶກໃນພຣະຄຸນຂອງພຣະເຈົ້າຜູ້ປະທານ ພຣະພອນຢ່າງຫຼວງຫຼາຍມາໃຫ້ {MH 306.1} ມແ 309.4
ຫຼາຍຄົນທີ່ເລີກກິນຊີ້ນສັດ ແລະອາຫານອື່ນໆທີ່ບໍ່ດີແລະເປັນອັນຕະລາຍຕໍ່ສຸຂະ ພາບມັກຈະຄິດວ່າອາຫານທີ່ພວກເຂົາກິນລ້ວນເປັນອາຫານທີ່ລຽບງ່າຍແລະມີປະ ໂຫຍດຕໍ່ຮ່າງກາຍ ພວກເຂົາຈຶ່ງກິນກັນຢ່າງຕາມໃຈປາກແລະຫຼາຍເກີນພໍ ຈົນກາຍເປັນ ຄວາມໂລພາ ການເຮັດເຊັ່ນນີ້ເປັນສິ່ງທີ່ບໍ່ຖືກຕ້ອງ ອະໄວຍະວະທີ່ໃຊ້ຍ່ອຍອາຫານບໍ່ ຄວນຕ້ອງຮັບພາລະໜັກດ້ວຍປະລິມານອາຫານຫຼາຍໆ ແລະຫຼາກຫຼາຍຊະນິດ ຈົນເຮັດ ໃຫ້ລະບົບຕ້ອງເຮັດວຽກຢ່າງຫັກໂຫມ {MH 306.2} ມແ 310.1
ທໍານຽມປະຕິບັດມັກຈັດວາງອາຫານເທິງໂຕະທີ່ລະຢ່າງຕໍ່ໆກັນໄປຈົນຄົບຊຸດ ເມື່ອບໍ່ຮູ້ວ່າຈະເປັນອາຫານຊະນິດໃດຕໍ່ໄປ ຜູ້ກິນອາດພາດຈາກການກິນອາຫານທີ່ເໝາະ ສົມທີ່ສຸດສໍາລັບເຂົາໃນຈໍານວນທີ່ພໍພຽງເມື່ອອາຫານຊຸດສຸດທ້າຍຖືກນໍາອອກມາ ຫຼາຍ ຄັ້ງເຂົາຈໍາໃຈຕ້ອງກິນຫຼາຍເກີນກໍານົດໂດຍຊິມຂອງຫວານທີ່ຢົ້ວຢວນປາກ ຊຶ່ງບໍ່ເປັນປະ ໂຫຍດຕໍ່ຮ່າງກາຍຂອງເຂົາເລີຍ ຖ້າອາຫານທັງໝົດທີ່ຕຽມມາສໍາລັບຄາບນັ້ນຖືກນໍາມາ ວາງໄວ້ເທິງໂຕະພ້ອມກັນຕັ້ງແຕ່ທໍາອິດ ຜູ້ກິນຈະມີໂອກາດເລືອກອາຫານທີ່ມີປະໂຫຍດ ທີ່ສຸດຕໍ່ຕົວເຂົາໄດ້ {MH 306.3} ມແ 310.2
ບາງຄັ້ງເຮົາອາດຈະຮູ້ສຶກບໍ່ສະບາຍທັນທີພາຍຫຼັງການກິນອາຫານຫຼາຍເກີນໄປ ໃນບາງກໍລະນີອາດບໍ່ຮູ້ສຶກເຈັບປວດ ແຕ່ອະໄວຍະວະໃນການຍ່ອຍອາຫານເກີດສູນ ເສຍກໍາລັງໄປ ແລະຮາກຖານຂອງສຸຂະພາບຖືກບັ່ນທອນທີ່ລະເລັກລະນ້ອຍ {MH 306.4} ມແ 310.3
ອາຫານສ່ວນເກີນທີ່ກິນເຂົ້າໄປ ເຮັດໃຫ້ອະໄວຍະວະໃນການຍ່ອຍອາຫານຕ້ອງ ເຮັດວຽກໜັກແລະກໍໃຫ້ເກີດຄວາມຮູ້ສຶກອຶດອັດບໍ່ສະບາຍຄືຈະເປັນໄຂ້ ເພາະຮ່າງກາຍ ຕ້ອງສົ່ງເລືອດໃນປະລິມານຫຼາຍເກີນຄວາມຈໍາເປັນໄປຊ່ວຍທີ່ຊ່ວງທ້ອງ ເຮັດໃຫ້ຮູ້ສຶກ ໜາວເຢັນຕາມປາຍມືແລະຕີນຢ່າງໄວວາ ເຮັດໃຫ້ອະໄວຍະວະໃນການຍ່ອຍອາຫານ ຕ້ອງເຮັດວຽກໜັກຂຶ້ນ ແລະເມື່ອອະໄວຍະວະເຫຼົ່ານີ້ເຮັດການຍ່ອຍແລ້ວໆ ຈະຮູ້ສຶກ ອ່ອນເພຍເມື່ອຍແຮງ ບາງຄົນທີ່ກິນອາຫານຫຼາຍເກີນໄປເຂົ້າໃຈຄວາມຮູ້ສຶກອ່ອນເພຍ ນີ້ວ່າເປັນຄວາມຫິວ ແຕ່ຄວາມຈິງຄວາມຮູ້ສຶກນີ້ເກີດຈາກການທີ່ອະໄວຍະວະທີ່ໃຊ້ໃນ ການຍ່ອຍອາຫານເຮັດວຽກຈົນໝົດແຮງ ບາງຄັ້ງ ເຮັດໃຫ້ສະໝອງມືນງົງ ຈົນເຮັດໃຫ້ ສະໝອງຫຼືຮ່າງກາຍເກືອບບໍ່ສາມາດເຮັດສິ່ງໃດໄດ້ເລີຍ {MH 307.1} ມແ 310.4
ອາການບໍ່ເພິ່ງປະສົງເຫຼົ່ານີ້ເກີດຂຶ້ນເພາະຮ່າງກາຍຕ້ອງເຮັດວຽກໜັກເກີນກໍາລັງ ຈົນໝົດແຮງໄປ ກະເພາະກໍາລັງເວົ້າວ່າ “ຂໍໃຫ້ຂ້ອຍໄດ້ພັກຜ່ອນແດ່” ແຕ່ຫຼາຍຄົນຕີ ຄວາມໝາຍຂອງຄວາມອ່ອນເພຍນີ້ວ່າ ມີຄວາມຕ້ອງການອາຫານຫຼາຍຂຶ້ນ ດັ່ງນັ້ນ ແທນ ທີ່ຈະໃຫ້ກະເພາະອາຫານໄດ້ພັກ ກະເພາະອາຫານຈຶ່ງຕ້ອງເຮັດວຽກໜັກຕື່ມໄປອີກ ຜົນ ທີ່ໄດ້ຮັບກໍຄື ລະບົບຍ່ອຍອາຫານທີ່ຄວນຈະເຮັດວຽກໄດ້ເປັນຢ່າງດີຕໍ່ໄປຕ້ອງກັບ ເສື່ອມສະພາບລົງ {MH 307.2} ມແ 311.1
ໃນວັນສະບາໂຕ ເຮົາບໍ່ຄວນຕຽມອາຫານໄວ້ກິນຫຼາຍ ຫຼືມີຫຼາກຫຼາຍຊະນິດກວ່າ ວັນອື່ນໆ ແທນທີ່ຈະເປັນເຊັ່ນນີ້ ອາຫານທີ່ຕຽມຄວນຈະເປັນອາຫານທີ່ລຽບງ່າຍກວ່າ ແລະຄວນກິນໃນປະລິມານທີ່ໜ້ອຍລົງ ເພື່ອສະໝອງຂອງເຮົາມີຄວາມປອດໂປ່ງແລະ ສາມາດເຂົ້າໃຈໃນສິ່ງທີ່ກ່ຽວຂ້ອງກັບຝ່າຍຈິດວິນຍານໄດ້ດີຍິ່ງຂຶ້ນ ກະເພາະອາຫານທີ່ ອີ່ມໝາຍເຖິງສະໝອງທີ່ມືດທຶບຄິດອັນໃດບໍ່ອອກ ເຮົາອາດໄດ້ຟັງຖ້ອຍຄໍາທີ່ລໍ້າຄ່າ ແຕ່ ບໍ່ອາດເຂົ້າໃຈຄວາມ ໝາຍຢ່າງຊາບຊຶ້ງ ເພາະສະໝອງຂອງເຮົາມຶນຊຶມດ້ວຍການກິນອາ ຫານທີ່ບໍ່ຖືກຕ້ອງ ການກິນອາຫານຫຼາຍເກີນໄປໃນວັນສະບາໂຕ ເປັນເຫດໃຫ້ຫຼາຍຄົນ ແປດເປື້ອນຕົວພວກເຂົາເອງຈົນບໍ່ອາດຮັບປະໂຫຍດຈາກຊົ່ວໂມງອັນສັກສິດນີ້ໄດ້ເທົ່າ ທີ່ຫຼາຍຄົນຄາດຄິດ {MH 307.3} ມແ 311.2
ເຮົາຄວນຈະຫຼີກລ້ຽງການປະກອບອາຫານໃນວັນສະບາໂຕ ແຕ່ກໍບໍ່ມີຄວາມຈໍາ ເປັນທີ່ຈະຕ້ອງກິນອາຫານທີ່ເຢັນຈືດ ໃນຊ່ວງທີ່ອາກາດໜາວ ເຮົາຄວນທີ່ຈະອຸ່ນອາຫານ ທີ່ຕຽມໄວ້ຕັ້ງແຕ່ມື້ທີ່ຜ່ານມາໃຫ້ຮ້ອນ ຂໍໃຫ້ເປັນອາຫານທີ່ລຽບງ່າຍ ແຊບແລະເປັນ ຕາຢາກກິນ ໂດຍສະເພາະຢ່າງຍິ່ງໃນຄອບຄົວທີ່ມີເດັກນ້ອຍໃນວັນສະບາໂຕ ຄວນຈັດ ອາຫານບາງຢ່າງເປັນພິເສດທີ່ຄອບຄົວບໍ່ມີເປັນປະຈໍາໃນວັນສະບາໂຕ {MH 307.4} ມແ 311.3
ບໍ່ຄວນຊັກຊ້າໃນການແກ້ໄຂນິດໄສຜິດໆ ຂອງການບໍລິໂພກຢ່າງຕາມໃຈປາກ ເມື່ອໂລກອາຫານບໍ່ຍ່ອຍເກີດຂຶ້ນຈາກການໃຊ້ກະເພາະອາຫານຢ່າງໜັກ ເຮົາຄວນພະ ຍາຍາມສະຫງວນຢ່າງລະມັດລະວັງກໍາລັງທີ່ເຫຼືອຂອງກະເພາະອາຫານໂດຍການກໍາຈັດ ທຸກພາລະໜັກຂອງກະເພາະອາຫານອອກໄປ ກະເພາະອາດບໍ່ສາມາດຟື້ນເປັນປົກກະຕິ ໄດ້ທັງໝົດຫຼັງຈາກທີ່ໃຊ້ງານຢ່າງໜັກມາເປັນເວລາດົນນານ ແຕ່ການກິນອາຫານທີ່ຖືກ ຕ້ອງຈະຊ່ວຍອາການເຈັບປ່ວຍບໍ່ໃຫ້ລຸກລາມຕໍ່ໄປ ແລະຫຼາຍຄົນຈະສາມາດຫາຍຈາກ ອາການເຈັບປ່ວຍຈົນເປັນປົກກະຕິບໍ່ຫຼາຍກໍໜ້ອຍ ບໍ່ແມ່ນເລື່ອງງ່າຍທີ່ເຮົາຈະກໍານົດກົດ ເກນການຮັກສາສໍາລັບທຸກໆກໍລະນີ ແຕ່ຖ້າເຮົາໃສ່ໃຈໃນຫຼັກການທີ່ຖືກຕ້ອງຂອງການບໍ ລິໂພກ ຈະຊ່ວຍການແກ້ໄຂໄດ້ຢ່າງຫຼາຍ ແລະແມ່ຄົວກໍບໍ່ຕ້ອງອິດເມື່ອຍກັບການປຸງອາ ຫານເພື່ອໄປກະຕຸ້ນຄວາມຢາກ {MH 308.1} ມແ 311.4
ການຢັ້ບຢັ້ງຊັ່ງໃຈຈາກຄວາມຢາກອາຫານເປັນລາງວັນແກ່ພະລັງສະຕິປັນຍາ ແລະອໍານາດຝ່າຍສິນທໍາ ອີກທັງຍັງຊ່ວຍໃຫ້ສາມາດບັງຄັບຄວບຄຸມກິເຫຼດຕັນຫາໄດ້ ການກິນອາຫານຫຼາຍເກີນຄວນມີອັນຕະລາຍໂດຍສະເພາະກັບຜູ້ທີ່ມີພຶດຕິກໍາເສີຍຊາ ຄົນເຫຼົ່ານີ້ຄວນກິນອາຫານແຕ່ນ້ອຍແລະອອກກໍາລັງກາຍໃຫ້ຫຼາຍ ມີຊາຍຍິງຫຼາຍຄົນຊຶ່ງ ເປັນຜູ້ມີພອນສະຫວັນອັນເປັນເລີດ ແຕ່ພວກເຂົາປະສົບຄວາມສໍາເລັດໄດ້ບໍ່ເຖິງເຄິ່ງໜຶ່ງ ທີ່ພວກເຂົາຄວນຈະເຮັດໄດ້ ເພາະພວກເຂົາບໍ່ຮູ້ຈັກຄວບຄຸມບັງຄັບໃຈຕົວເອງໃນການບໍ ລິໂພກອາຫານ {MH 308.2} ມແ 312.1
ນັກຂຽນແລະນັກເວົ້າຫຼາຍຄົນພາດໃນຂໍ້ນີ້ ພາຍຫຼັງຈາກການກິນອາຫານຢ່າງອີ່ມ ໜໍາສໍາລານແລ້ວ ພວກເຂົາກໍນັ່ງເຮັດວຽກຢູ່ກັບທີ່ ອ່ານ ຂຽນ ຫຼືຄົ້ນຄວ້າ ໂດຍທີ່ບໍ່ໄດ້ ໃຊ້ເວລາເພື່ອການອອກກໍາລັງກາຍເລີຍ ຜົນທີ່ຕາມມາກໍຄື ຄວາມຄິດແລະຖ້ອຍຄໍາບໍ່ ອາດຈະຫຼັ່ງໄຫຼອອກມາໄດ້ ເຂົາບໍ່ສາມາດຈະຂຽນຫຼືເວົ້າໃຫ້ມີພະລັງອໍານາດແລະເປັນທີ່ ຈັບໃຈໄດ້ເທົ່າທີ່ຄວນ ຄວາມພະຍາຍາມຂອງພວກເຂົາເບິ່ງທໍາມະດາເກີນໄປແລະໄຮ້ປະ ສິດທິພາບ {MH 309.1} ມແ 312.2
ຄົນທັງຫຼາຍທີ່ມີໜ້າທີ່ຮັບຜິດຊອບໃນສິ່ງທີ່ສໍາຄັນໆ ເໜືອອື່ນໃດຜູ້ປົກປ້ອງຄຸນ ຄ່າຝ່າຍຈິດວິນຍານຄວນມີຄວາມຮູ້ສຶກທີ່ສະຫຼາດຫຼັກແຫຼມແລະຄວາມເຂົ້າໃຈທີ່ໄວ ຫຼາຍກວ່າຜູ້ທີ່ມີໜ້າທີ່ອື່ນ ພວກເຂົາຈໍາເປັນຕ້ອງປະມານຕົນໃນການບໍລິໂພກ ອາຫານທີ່ ຫຼູຫຼາຟຸມເຟືອຍບໍ່ຄວນປາກົດຢູ່ເທິງໂຕະອາຫານຂອງພວກເຂົາ {MH 309.2} ມແ 312.3
ຜູ້ທີ່ດໍາລົງຕໍາແໜ່ງຊຶ່ງໄດ້ຮັບຄວາມໄວ້ວາງໃຈມີເລື່ອງສໍາຄັນຕ້ອງຕັດສິນໃນທຸກໆ ມື້ ເຂົາຈໍາເປັນຕ້ອງຄິດດ້ວຍຄວາມໄວແລະຜູ້ທີ່ຈະເຮັດສິ່ງເຫຼົ່ານີ້ໃຫ້ສໍາເລັດໄດ້ຈຶ່ງຕ້ອງ ເປັນຜູ້ທີ່ຮູ້ຈັກປະມານຕົນໃນການບໍລິໂພກຢ່າງເຄັ່ງຄັດເທົ່ານັ້ນ ເມື່ອເຮົາໃຊ້ກໍາລັງກາຍ ແລະກໍາລັງສະໝອງຂອງເຮົາໃນທາງທີ່ຖືກ ຄວາມຄິດຂອງເຮົາກໍຈະມີປະສິດທິພາບ ຫຼາຍຂຶ້ນ ຖ້າພາລະທີ່ເພີ່ມຂຶ້ນບໍ່ໜັກໜາເກີນໄປ ກໍາລັງວັງຊາໃໝ່ກໍຈະເກີດຂຶ້ນພ້ອມ ພາລະທີ່ເພີ່ມຂຶ້ນ ແຕ່ຫຼາຍຄັ້ງຜູ້ທີ່ຕ້ອງຮັບຜິດຊອບການພິຈາລະນາແລະຕັດສິນໃຈໃນ ເລື່ອງສໍາຄັນຕ່າງໆ ມັກຖືກຜົນກະທົບໃນທາງລົບຊຶ່ງເກີດຈາກການກິນອາຫານທີ່ບໍ່ຖືກ ຕ້ອງ ກະເພາະອາຫານທີ່ຜິດປົກກະຕິເຮັດໃຫ້ຄວາມຄິດຫຍຸ້ງຍາກແລະເກີດອາການຜັນ ປ່ຽນສັບສົນ ຫຼາຍຄັ້ງມັກເຮັດໃຫ້ອາລົມຫງຸດຫງິດ ໃຈຮ້າຍ ຫຼືຂາດຄວາມຍຸດຕິທໍາ ມີ ແຜນງານຫຼາຍຢ່າງທີ່ໜ້າຈະເປັນພຣະພອນແກ່ຊາວໂລກຕ້ອງຖືກປະຖິ້ມໄປ ແຕ່ມາດ ຕະການທີ່ບໍ່ຍຸດຕິທໍາກົດຂີ່ຫຼືແມ່ນກະທັ້ງຊົ່ວຮ້າຍກັບໄດ້ຮັບການສານຕໍ່ອັນເປັນຜົນຂອງ ການຕັດສິນໃຈທີ່ມາຈາກສະພາບຄວາມເຈັບປ່ວຍເນື່ອງຈາກນິດໄສທີ່ຜິດໆໃນການບໍລິ ໂພກ {MH 309.3} ມແ 312.4
ຕໍ່ໄປນີ້ເປັນຄໍາແນະນໍາສໍາລັບຄົນທັງຫຼາຍທີ່ຕ້ອງເຮັດວຽກນັ່ງຢູ່ກັບໂຕະຢູ່ກັບທີ່ ຫຼືຕ້ອງໃຊ້ສະໝອງເປັນຫຼັກ ຂໍໃຫ້ຜູ້ທີ່ມີຄວາມເຂັ້ມແຂງທາງສິນທໍາແລະຮູ້ຈັກບັງຄັບຕົນ ເອງໄດ້ລອງປະຕິບັດຕາມ ໃນແຕ່ລະມື້ໃຫ້ກິນອາຫານຊະນິດທີ່ລຽບງ່າຍພຽງສອງຫຼື ສາມຢ່າງ ແລະຢ່າກິນອາຫານໃຫ້ຫຼາຍກວ່າຄວາມຕ້ອງການເພື່ອໃຫ້ເຊົາຫິວ ໝັ່ນອອກ ກໍາລັງກາຍດ້ວຍຄວາມກະຕືລືລົ້ນໃນທຸກໆມື້ ແລະຖ້າເບິ່ງວ່າທ່ານຈະໄດ້ຮັບປະໂຫຍດ ຫຼືບໍ່ {MH 310.1} ມແ 313.1
ຄົນແຂງແຮງທີ່ເຮັດວຽກໂດຍໃຊ້ແຮງກາຍບໍ່ຈໍາເປັນຕ້ອງລະມັດລະວັງໃນເລື່ອງ ຂອງປະລິມານຫຼືຊະນິດຂອງອາຫານເທົ່າກັບຄົນທີ່ນັ່ງເຮັດວຽກຢູ່ກັບທີ່ ແຕ່ຍິ່ງກວ່ານັ້ນ ຄົນເຫຼົ່ານີ້ຈະມີສຸຂະພາບທີ່ດີຂຶ້ນຖ້າພວກເຂົາຮູ້ຈັກບັງຄັບຕົວເອງໃນການກິນການດື່ມ {MH 310.2} ມແ 313.2
ບາງຄົນຢາກໃຫ້ມີກົດຕາຍຕົວທີ່ກໍານົດເລື່ອງຂອງອາຫານທີ່ພວກເຂົາກິນ ພວກ ເຂົາກິນຫຼາຍເກີນໄປແລ້ວນັ່ງເສຍໃຈ ແລ້ວພວກເຂົາກໍເຝົ້າແຕ່ຄິດເຖິງສິ່ງທີ່ເຂົາຈະກິນ ແລະດື່ມ ແຕ່ບໍ່ຄວນເປັນເຊັ່ນນີ້ ບໍ່ມີໃຜສາມາດວາງກົດຕາຍຕົວໄວ້ສໍາລັບອີກຄົນໜຶ່ງໄດ້ ທຸກຄົນຄວນຝຶກການໃຊ້ເຫດຜົນແລະບັງຄັບຕົວເອງ ຮ່ວມທັງຄວນປະຕິບັດຕາມກົດເກນ {MH 310.3} ມແ 313.3
ຮ່າງກາຍຂອງເຮົາເປັນກໍາມະສິດຂອງພຣະຄຣິດທີ່ພຣະອົງໄດ້ຊົງໄຖ່ໄວ້ແລ້ວ ດັ່ງ ນັ້ນເຮົາຈຶ່ງບໍ່ມີເສລີພາບທີ່ຈະເຮັດອັນໃດຕາມທີ່ເຮົາພໍໃຈ ຄົນທັງຫຼາຍທີ່ຮູ້ແລະເຂົ້າໃຈ ເຖິງກົດເກນໃນດ້ານສຸຂະພາບຄວນຄິດເຖິງພັນທະຂອງຕົນເອງທີ່ຕ້ອງເຄົາລົບແລະປະ ຕິບັດຕາມກົດເກນເຫຼົ່ານີ້ທີ່ພຣະເຈົ້າໄດ້ຊົງກໍານົດໄວ້ໃນຊີວິດຂອງພວກເຂົາ ການປະຕິ ບັດຕາມກົດເກນດ້ານສຸຂະພາບເປັນໜ້າທີ່ສ່ວນບຸກຄົນ ຕົວເຮົາເອງທີ່ຈະເປັນຜູ້ທີ່ຕ້ອງ ຮັບຜົນຈາກການລ່ວງລະເມີດ ເຮົາແຕ່ລະຄົນຈະຕ້ອງໃຫ້ການຕໍ່ພຣະເຈົ້າໃນເລື່ອງຂອງ ນິດໄສແລະຄວາມປະພຶດຂອງເຮົາ ດ້ວຍເຫດນີ້ຄໍາຖາມທີ່ເຮົາຈະຕ້ອງຕອບບໍ່ແມ່ນວ່າ “ໂລກປະຕິບັດຢ່າງໃດ? ” “ແຕ່ຕ້ອງຖາມວ່າ ຕົວເຮົາທຸກຄົນຈະຕ້ອງປະຕິບັດຕໍ່ຮ່າງ ກາຍທີ່ພຣະເຈົ້າໄດ້ປະທານໃຫ້ແກ່ເຮົາຢ່າງໃດ? ” {MH 310.4} ມແ 314.1
*****