Go to full page →

ສິ່ງແວດລ້ອມທີ່ສວຍງາມ ມແ 374

ພຣະເຈົ້າຊົງຮັກສິ່ງທີ່ສວຍງາມ ພຣະອົງຊົງຕົບແຕ່ງແຜ່ນດິນໂລກແລະສະຫວັນ ໄວ້າຢ່າງງົດງາມ ແລະດ້ວຍຄວາມປິຕິຍິນດີຂອງພຣະບິດາ ພຣະອົງຊົງເຝົ້າເບິ່ງຄວາມຍິນ ດີຂອງເຫຼົ່າບຸດຂອງພຣະອົງຕໍ່ສັບພະສິ່ງທີ່ພຣະອົງໄດ້ຊົງສ້າງ ພຣະອົງຊົງປາຖະໜາໃຫ້ ເຮົາອ້ອມເຮືອນຂອງເຮົາດ້ວຍຄວາມສວຍງາມຂອງສັບພະສິ່ງໃນທໍາມະຊາດ {MH 370.2} ມແ 374.1

ຜູ້ທີ່ອາໄສຢູ່ໃນຊົນນະບົດເກືອບທຸກຄົນ ບໍ່ວ່າຈະຍາກຈົນພຽງໃດກໍຈັດໃຫ້ມີສະ ໜາມຫຍ້ານ້ອຍໆອ້ອມເຮືອນໄດ້ ມີຕົ້ນໄມ້ທີ່ຮົ່ມເຢັນໄດ້ຫຼາຍຕົ້ນ ມີພຸ່ມໄມ້ທີ່ຜະລິດ ດອກອອກໃບແລະບຸບຜາຊາດທີ່ເບັ່ງບານສົ່ງກິ່ນຫອມ ແລະເໜືອຍິ່ງກວ່າເຄື່ອງຕົບແຕ່ງ ປະດິດຈະນໍາຄວາມສຸກມາສູ່ຄອບຄົວ ສິ່ງເຫຼົ່ານີ້ຈະນໍາເອົາບັນຍາກາດອັນອ່ອນໂຍນ ແລະບໍລິສຸກມາສູ່ຄອບຄົວ ທັງໄດ້ສົ່ງເສີມໃຫ້ມີຄວາມຮັກໃນທໍາມະຊາດອັນຈະໂນ້ມ ນ້າວສະມາຊິກຂອງຄອບຄົວມາເຂົ້າຫາຊຶ່ງກັນແລະກັນແລະເຂົ້າໃກ້ຊິດກັບພຣະເຈົ້າ ຫຼາຍຍິ່ງຂຶ້ນ {MH 370.3} ມແ 374.2

*****