ຊີວິດຂອງພຣະຜູ້ຊ່ວຍໃຫ້ລອດໃນໂລກນີ້ເປັນຊີວິດທີ່ມີຄວາມສຳພັນໃກ້ຊິດກັບ ທຳມະຊາດແລະພຣະເຈົ້າ ໃນຄວາມຜູກພັນນີ້ພຣະອົງໄດ້ເຜີຍແກ່ເຮົາເຖິງຄວາມລັບລີ້ ແຫ່ງຊີວິດທີ່ປະກອບດ້ວຍລິດອໍານາດ {HM 51.1} ມແ 32.1
ພຣະເຢຊູຊົງເປັນຜູ້ປະຕິບັດງານທີ່ມີພຣະໄທມຸ້ງໝັ້ນບໍ່ປ່ຽນແປງ ໃນບັນດາມະ ນຸດທັງຫຼາຍນັ້ນຍັງບໍ່ມີຜູ້ໃດທີ່ຕ້ອງຮັບຜິດຊອບຫຼາຍເທົ່າກັບພຣະອົງ ບໍ່ມີຜູ້ໃດທີ່ຕ້ອງ ຮັບພາລະໜັກຂອງຄວາມທຸກໂສກແລະຄວາມຜິດບາບອັນຍິ່ງໃຫຍ່ຂອງໂລກໄວ້ຫຼາຍ ເຊັ່ນນີ້ ບໍ່ມີຜູ້ໃດອີກແລ້ວທີ່ເມື່ອຍຍາກລຳບາກກາກກຳ ດ້ວຍຄວາມປາຖະໜາຢ່າງແຮງ ກ້າເພື່ອເຫັນແກ່ປະໂຫຍດຂອງມະນຸດ ເຖິງແນວໃດນັ້ນ ພຣະອົງຍັງມີພາລະນາໄມທີ່ ສົມບູນແຂງແຮງ ທັງຮ່າງກາຍແລະຈິດວິນຍານ ຊົງປຽບເໝືອນລູກແກະ ທີ່ຖືກນຳໄປ ເປັນເຄື່ອງຖະຫວາຍບູຊາເປັນລູກແກະທີ່ປາສະຈາກຕໍານິແລະຈຸດດ່າງພ້ອຍ 1 ເປໂຕ 1:19 ທັງຮ່າງກາຍແລະຈິດໃຈຂອງພຣະອົງຊົງເປັນແບບຢ່າງທີ່ພຣະເຈົ້າຊົງມຸ້ງໝາຍທີ່ ຈະໃຫ້ບັນດາມະນຸດເຊື່ອຟັງແລະປະພຶດຕາມພຣະບັນຍັດຂອງພຣະອົງ {HM 51.2} ມແ 32.2
ເມື່ອມະນຸດເບິ່ງໄປຍັງພຣະເຢຊູ ພວກເຂົາເຫັນພຣະພັກທີ່ເຕັມໄປດ້ວຍຄວາມກາ ລຸນາຜະສານກັບລິດອຳນາດຂອງພຣະເຈົ້າ ເໝືອນດັ່ງວ່າມີບັນຍາກາດຂອງຊີວິດຝ່າຍຈິດ ວິນຍານທີ່ອ້ອມຮອບພຣະອົງໄວ້ ເຖິງແມ່ນວ່າໃນຂະນະທີ່ພຣະອົງຊົງມີລັກສະນະສຸຂະ ພາບທີ່ອ່ອນໂຍນແລະຖ່ອມພຣະອົງ ພຣະອົງຍັງຊົງສ້າງຄວາມປະທັບໃຈແກ່ຜູ້ຄົນທີ່ຈະ ໂນ້ມນ້າວຈິດໃຈຂອງມະນຸດໄດ້ດ້ວຍແຮງຮູ້ສຶກເຖິງອຳນາດທີ່ຊົງປິດບັງຢູ່ໃນພຣະອົງໄວ້ ເຖິງປານນັ້ນກໍບໍ່ອາດປິດບັງໄວ້ທັງໝົດ {HM 51.3} ມແ 33.1
ໃນລະຫວ່າງທີ່ພຣະອົງຊົງກຳລັງປະຕິບັດພຣະລາຊະກິດຂອງພຣະອົງຢູ່ນັ້ນ ມີຄົນ ເຈົ້າເລ່ແລະຄົນໜ້າຊື່ໃຈຄົດທີ່ເຝົ້າຕິດຕາມເພື່ອປອງຮ້າຍພຣະອົງ ຄົນສອດແນມຄອຍ ສະກົດຮອຍຕາມພຣະອົງວ່າພຣະອົງຈະຕັດສັ່ງຢ່າງໃດເພື່ອຫາໂອກາດຈັບຜິດພຣະອົງ ບັນດາຜູ້ທີ່ມີຄວາມສະຫຼາດຫຼັກແຫຼມແລະຜູ້ທີ່ມີຄວາມຮູ້ສູງ (ຮຽນສູງ) ຂອງບ້ານເມືອງ ຄອຍຫາທາງໂຕ້ແຍ້ງປັນຍາເພື່ອເອົາຊະນະພຣະອົງ ແຕ່ພວກເຂົາເອົາຊະນະພຣະອົງບໍ່ໄດ້ ຕ່າງກໍຕ້ອງຖອຍໄປຈາກສະຖານທີ່ເກີດການໂຕ້ແຍ້ງ ພວກເຂົາມືນງົງສັບສົນ ແລະອັບ ອາຍຕໍ່ຄູຜູ້ຕ່ຳຕ້ອຍຊາວກາລິລີທ່ານນີ້ ຄຳສອນຂອງພຣະຄຣິດເປັນສິ່ງໃໝ່ແລະມີລິດອຳ ນາດທີ່ບໍ່ມີມະນຸດຜູ້ໃດເຄີຍໄດ້ຍິນໄດ້ຟັງມາກ່ອນ ແມ່ນແຕ່ສັດຕູພຣະອົງຍັງຍອມຈຳນົນ ສາລະພາບວ່າ ບໍ່ເຄີຍມີຜູ້ໃດເວົ້າຄືກັບຄົນນີ້ເລີຍ ໂຢຮັນ 7:46 {HM 51.4} ມແ 33.2
ຕອນຍັງນ້ອຍຂອງພຣະເຢຊູ ພຣະອົງຊົງດຳລົງຊີວິດດ້ວຍຄວາມທຸກຍາກ ແຕ່ອຸ ປະນິໄສຂອງພຣະອົງກໍບໍ່ໄດ້ລົງລອຍຄ້ອຍຕາມໄປກັບຍຸກສະໄໝທີ່ເສື່ອມຊາມ ພຣະອົງ ຊົງເຮັດວຽກຢູ່ທີ່ໂຕະຂອງຊ່າງໄມ້ ຊົງຮັບພາລະອັນໜັກຢູ່ໃນບ້ານ ຮຽນຮູ້ເຖິງບົດຮຽນ ຂອງການເຊື່ອຟັງແລະຄວາມລຳບາກຂອງພຣະອົງຊົງພັກຜ່ອນຢ່ອນພຣະໄທທ່າມກາງທັດ ສະນີຍະພາບຂອງທຳມະຊາດ ຊົງສະແຫວງຫາຄວາມຮູ້ໂດຍພະຍາຍາມທຳຄວາມເຂົ້າໃຈ ເຖິງຄວາມສະລັບຊັບຊ້ອນຂອງທຳມະຊາດ ຊົງສຶກສາພຣະວັດຈະນະຂອງພຣະເຈົ້າ ເວ ລາທີ່ພຣະອົງຊົງມີຄວາມສຸກຫຼາຍທີ່ສຸດກໍຄື ເມື່ອຊົງຍຸດພັກເຊົາຈາກການງານແລະຫັນ ໄປຍັງທົ່ງນາເພື່ອສູນລວມພຣະໄທໄປທີ່ຫູບຮ່ອມພູອັນຫງຽບສະງັດ ເພື່ອສົນທະນາກັບ ພະເຈົ້າເທິງເນີນພູຫຼືທ່າມກາງແມກໄມ້ໃນປ່າ ຫຼາຍຄັ້ງໃນຍາມເຊົ້າໆ ພຣະອົງຈະຊົງປະ ທັບຢູ່ໃນສະຖານທີ່ອັນງຽບສະຫງົບ ເພື່ອຮວບຮວມພຣະໄທແລະຊົງຄົ້ນຄວ້າຂໍ້ຄວາມ ໃນພຣະຄຳພີ ຫຼືຊົງອະທິຖານອ້ອນວອນ ພຣະສຸລະສຽງຂອງພຣະອົງຕ້ອນຮັບເອົາແສງ ອາລຸນໃນວັນໃໝ່ດ້ວຍບົດເພງແຫ່ງການໂມທະນາຂອບພຣະຄຸນພຣະເຈົ້າ ພຣະອົງຊົງ ເຮັດໃຫ້ເວລາທີ່ພຣະອົງຊົງເຮັດວຽກມີພຣະໄທເບີກບານແລະຊົງນໍາຄວາມປິຕິຍິນດີ ຂອງສະຫວັນມາສູ່ຜູ້ທີ່ຕ້ອງລຳບາກກາກກຳແລະທໍ້ຖອຍໝົດຫວັງ {HM 52.1} ມແ 33.3
ໃນລະຫວ່າງທີ່ພຣະເຢຊູຊົງປະຕິບັດພຣະລາຊະກິດ ພຣະອົງຊົງໃຊ້ເວລາສ່ວນ ຫຼາຍຢູ່ນອກບ້ານຊົງສະເດັດໄປຍັງທີ່ຕ່າງໆ ແລະພຣະອົງຊົງສັ່ງສອນໃນການແຈ້ງເປັນ ສ່ວນໃຫຍ່ເວລາສັ່ງສອນເຫຼົ່າສາວົກຫຼາຍຄັ້ງພຣະອົງສະເດັດອອກຈາກເມືອງເພື່ອຫຼີກໜີ ຄວາມວຸ້ນວາຍໄປຍັງທ້ອງທົ່ງທີ່ສະຫງົບງຽບ ເພາະພຣະອົງຊົງປາຖະໜາທີ່ຈະສັ່ງສອນ ພວກເຂົາໃຫ້ເກີດຄວາມເຂົ້າໃຈ ແລະເພື່ອໃຫ້ສອດຄ່ອງກັບບົດຮຽນແຫ່ງຊີວິດທີ່ລຽບ ງ່າຍໃຫ້ມີຄວາມເຊື່ອແລະຮູ້ຈັກບັງຄັບໃຈຂອງຕົນເອງ ພາຍໃຕ້ຮົ່ມເງົາຂອງແມກໄມ້ເທິງ ເນີນພູທີ່ຢູ່ບໍ່ໄກຈາກທະເລສາບກາລິລີ ສະຖານທີ່ແຫ່ງນີ້ ພຣະອົງຊົງແຕ່ງຕັ້ງຊາຍສິບສອງ ຄົນໃຫ້ເປັນອັກຄະສາວົກແລະຊົງສະແດງພຣະທໍາເທສະໜາຄັ້ງທຳອິດທີ່ນີ້ {HM 52.2} ມແ 34.1
ພຣະຄຣິດຊົງພໍພຣະໄທທີ່ຈະໃຫ້ຝູງຊົນມາອ້ອມຮອບພຣະອົງໄທພາຍໃຕ້ທ້ອງຟ້າ ສີຄາມເທິງເນີນພູຂຽວກະຈີ ຢູ່ເທິງແຄມຝັ່ງທະເລສາບ ດ້ວຍສະພາບແວດລ້ອມທີ່ ເຕັມໄປດ້ວຍສັບພະສິ່ງຊຶ່ງມາຈາກພຣະຫັດແຫ່ງການຊົງສ້າງຂອງພຣະອົງນີ້ ພະອົງຊົງ ຊັກຈູງຈິດໃຈຂອງພວກເຂົາຈາກສິ່ງທີ່ມະນຸດສ້າງຂຶ້ນໄປຫາທຳມະຊາດ ຄວາມຈະເລີນ ງອກງາມຂອງທຳມະຊາດສະແດງເຖິງຫຼັກການແຫ່ງອານາຈັກຂອງພຣະອົງ ເມື່ອມະນຸດ ແຫງນໜ້າຂຶ້ນເບິ່ງບັນດາພູເຂົາຂອງພຣະເຈົ້າແລະສັງເກດເຫັນເຖິງພາລະກິດອັນຍິ່ງໃຫຍ່ ແຫ່ງພຣະຫັດຂອງພຣະອົງນັ້ນ ພວກເຂົາຈະໄດ້ຮຽນຮູ້ເຖິງບົດຮຽນແຫ່ງຄວາມຈິງອັນ ປະເສີດຂອງພຣະເຈົາໄດ້ອີກ ໃນພາຍໜ້າສາລະພັດສິ່ງໃນທຳມະຊາດຈະຍໍ້າເຕືອນໃຫ້ ລະນຶກເຖິງບົດຮຽນຂອງພຣະອາຈານໄດ້ອີກ ຈິດໃຈຂອງເຂົາກໍຈະມີແຕ່ຄວາມປິຕິຍິນດີ ແລະໄດ້ຮັບການພັກຜ່ອນ {HM 54.1} ມແ 34.2
ຫຼາຍຄັ້ງທີ່ພຣະເຢຊູຊົງໃຫ້ພວກສາວົກທີ່ຮ່ວມປະຕິບັດງານໃນພຣະລາຊະກິດ ຂອງພຣະອົງຢຸດພັກຜ່ອນເພື່ອກັບໄປຢາມຄອບຄົວ ແຕ່ຄວາມພະຍາຍາມຂອງພວກສາ ວົກທີ່ຈະໃຫ້ພຣະອົງໄດ້ຢຸດພັກຈາກພຣະລາຊະກິດນັ້ນບໍ່ເປັນຜົນແຕ່ຢ່າງໃດ ພຣະອົງຊົງ ໃຫ້ການຮັກສາພະຍາບານແກ່ຝູງຊົນທີ່ເຂົ້າມາເຝົ້າພຣະອົງຕະຫຼອດໝົດມື້ແລະໃນເວລາ ໄກ້ຄໍ່າຫຼືຍາມເຊົ້າ ພຣະອົງຈະສະເດັດໄປຍັງທີ່ສະຫງົບເທິງພູເຂົາເພື່ອສົນທະນາກັບພຣະ ບິດາຂອງພຣະອົງ {HM 55.1} ມແ 34.3
ຫຼາຍຄັ້ງໃນການປະຕິບັດພຣະລາຊະກິດໂດຍບໍ່ເຄີຍຢຸດເຊົາແລະຄວາມຂັດແຍ່ງ ກັບຊາວລັບບີທີ່ຕັ້ງຕົວເປັນສັດຕູແລະສັ່ງສອນແບບຜິດໆ ເຮັດໃຫ້ພຣະອົງຊົງອິດເມື່ອຍ ຫຼາຍຂຶ້ນ ຈົນມານດາແລະພີ່ນ້ອງແລະຮວມໄປເຖິງເຫຼົ່າສາວົກຂອງພຣະອົງ ຕ່າງຢ້ານກົວ ວ່າພຣະອົງອາດເສຍຊີວິດໄປກ່ອນ ແຕ່ເມື່ອພຣະອົງສະເດັດກັບມາຈາກການອະທິຖານ ເປັນຊົ່ວໂມງທີ່ປິດທ້າຍການເຮັດວຽກໜັກຕະຫຼອດວັນ ພວກເຂົາສັງເກດເຫັນວ່າພຣະ ພັກຂອງພຣະອົງເບິ່ງສະຫງົບສົດຊື່ນມີຊີວິດຊີວາແລະມີກຳລັງວັງຊາດັ່ງກັບວ່າມີລັດສະ ໝີແຜ່ກະຈາຍໄປທົ່ວທັງຮ່າງກາຍຂອງພຣະອົງ ເມື່ອພຣະອົງສະເດັດກັບມາຈາກການໃຊ້ ເວລາຢູ່ກັບພຣະເຈົ້າຕາມລຳພັງເຊັ່ນນີ້ ຈົ່ງຊົງພ້ອມທີ່ຈະນຳແສງສະຫວ່າງມາປະທານໃຫ້ ແກ່ມະນຸດໄດ້ທຸກວັນ {HM 55.2} ມແ 35.1
ເມື່ອສາວົກກັບຈາກການປະກາດສາສະໜາໃນຄັ້ງທຳອິດ ພຣະເຢຊູຊົງຮັບສັ່ງ ພວກເຂົາໃຫ້ໄດ້ແຍກຕົວອອກມາຈາກຝູງຊົນ ເພື່ອຈະໄດ້ຢຸດພັກເຊົາຊົ່ວຄາວ ພວກສາ ວົກໄດ້ກັບມາດ້ວຍຄວາມຊື່ນຊົມຍິນດີກັບຜົນສຳເລັດໃນການປະກາດພຣະກິດຕິຄຸນ ແຕ່ເມື່ອໄດ້ຮັບຂ່າວວ່າໂຢຮັນຜູ້ໃຫ້ປັບຕິສະມາໄດ້ສິ້ນຊີບແລ້ວຕາມຄຳສັ່ງຂອງກະສັດ ເຮໂຣ ເປັນຄວາມໂສກເສົ້າທີ່ຂົ່ມຂືນໃຈແລະຜິດຫວັງ ພຣະເຢຊູຊົງຮູ້ດີວ່າການທີ່ປ່ອຍ ໃຫ້ໂຢຮັນປັບຕິສະມາຕ້ອງຕາຍຢູ່ໃນຄຸກນັ້ນ ເປັນການທົດສອບຄວາມເຊື່ອຂອງເຫຼົ່າສາ ວົກຢ່າງຮຸນແຮງ ພຣະອົງຊົງທອດພຣະເນດເບິ່ງໃບໜ້າອັນໂສກເສົ້າທີ່ອາບດ້ວຍນ້ຳຕາ ຂອງເຫຼົ່າສາວົກດ້ວຍພຣະໄທທີ່ເຕັມໄປດ້ວຍຄວາມເມດຕາສົງສານ ພຣະເນດແລະພຣະ ສຸລະສຽງຂອງພຣະອົງຊົງເຕັມດ້ວຍນຳ້ຕາ ຂະນະທີ່ພຣະອົງຊົງບອກວ່າ ທ່ານທັງຫຼາຍ ຈົ່ງແຍກຕົວໄປຫາທີ່ປ່ຽວຢຸດພັກໃຫ້ຫາຍເມື່ອຍສະກ່ອນມາລະໂກ 6:13 {HM 56.1} ມແ 35.2
ໄກ້ເມືອງເບທ໌ໄຊດາທາງທິດເໜືອຂອງທະເລສາບກາລິລີ ມີສະຖານທີ່ໆງຽບສະ ຫງັດຢູ່ແຫ່ງໜຶ່ງທີ່ງົດງາມອຸດົມໄປດ້ວຍພຶກສານາໆພັນໃນລະດູໃບໄມ້ຫຼົ່ນ ທີ່ໄດ້ມອບຄຳ ເຊື້ອເຊີນໃຫ້ພຣະເຢຊູແລະເຫຼົ່າສາວົກໄດ້ພັກຜ່ອນໃນຊ່ວງເວລາທີ່ງຽບສະຫງົບ ພວກ ເຂົາໄດ້ລົງເຮືອຂ້າມທະເລສາບເພື່ອມຸ້ງໜ້າໄປຍັງສະຖານທີ່ແຫ່ງນີ້ເພື່ອຈະໄດ້ຢຸດພັກ ຜ່ອນແລະແຍກໄປຈາກຄວາມວຸ້ນວາຍຂອງຝູງຊົນ ນະທີ່ແຫ່ງນີ້ພວກສາວົກຈະໄດ້ຟັງ ພຣະດຳລັດຂອງພຣະຄຣິດໂດຍທີ່ບໍ່ຕ້ອງຖືກລົບກວນຈາກຄຳເຍີ້ຍຫຍັນແລະກ່າວໂທດ ຈາກພວກຟາລີຊາຍທີ່ນີ້ອີກເຊັ່ນກັນ ຊຶ່ງພວກເຂົາຫວັງຈະໄດ້ເບີກບານໃຈທີ່ໄດ້ໃກ້ຊິດ ກັບອົງພຣະຜູ້ເປັນເຈົ້າຂອງພວກເຂົາໄດ້ {HM 56.2} ມແ 35.3
ພຣະເຢຊູຊົງມີເວລາຢູ່ກັບເຫຼົ່າສາວົກທີ່ພຣະອົງຊົງຮັກຕາມລຳພັງແຕ່ພຽງເລັກ ນ້ອຍເທົ່ານັ້ນ ແຕ່ເປັນໄລຍະສັ້ນໆທີ່ສຸດທີ່ແສນປະເສີດສຳລັບພວກເຂົາ ເຂົາສົນທະນາ ກັນເຖິງກິດຈະການໃນການປະກາດຂ່າວປະເສີດແລະການທີ່ຈະດຳເນີນງານໃຫ້ເກີດ ປະສິດທິພາບຫຼາຍຂຶ້ນ ເພື່ອທີ່ຈະສາມາດເຂົາເຖິງປະຊາຊົນໄດ້ ເມື່ອພຣະເຢຊູຊົງເປີດຄັງ ສົມບັດແຫ່ງຄວາມຈິງໃຈໃຫ້ແກ່ພວກເຂົາ ພວກເຂົາຈຶ່ງໄດ້ຮັບກຳລັງແຫ່ງລິດອຳນາດຂອງ ພຣະເຈົ້າອີກ ທັງຍັງໄດ້ຮັບແຮງບັນດານໃຈແຫ່ງຄວາມຫວັງແລະຄວາມກ້າຫານ {HM 56.3} ມແ 36.1
ແຕ່ບໍ່ດົນຕໍ່ມາຝູງຊົນກໍຕາມມາຫາພຣະອົງອີກ ພວກເຂົາຄິດວ່າພຣະອົງຄົງຈະສະ ເດັດໄປຍັງສະຖານທີ່ໆພຣະອົງຊົງເຄີຍໄປພັກຜ່ອນ ຄວາມຫວັງພຣະອົງທີ່ຈະໄດ້ພັກ ຜ່ອນພຽງແຕ່ຊົ່ວໂມງດຽວຈຶ່ງເປັນອັນຕ້ອງໝົດໄປ ແຕ່ພາຍໃນສ່ວນເລິກຂອງພຣະໄທ ຂອງພຣະອົງທີ່ໃສບໍລິສຸດແລະປ່ຽມດ້ວຍພຣະໄທກາລຸນາ ຜູ້ລ້ຽງແກະທີ່ດີນັ້ນຍ່ອມມີ ແຕ່ພຽງຄວາມຮັກແລະຄວາມເມດຕາສົງສານໃຫ້ແກ່ຈິດວິນຍານທີ່ກະວົນກະວາຍແລະ ຫິວກະຫາຍເຫຼົ່ານີ້ແລະສະແຫວງຫາທີ່ຈະໄດ້ຮັບການພັກຜ່ອນ ຕະຫຼອດໝົດມື້ ພຣະອົງ ຊົງຊວ່ຍເຫຼືອແລະຊົງໃຫ້ການຮັກສາພະຍາບານຄົນເຈັບ ສ່ວນໃນຕອນຄໍ່າ ພຣະອົງຊົງ ບອກໃຫ້ພວກເຂົາກັບໄປພັກຜ່ອນທີ່ບ້ານຂອງພວກເຂົາ {HM 57.1} ມແ 36.2
ພຣະຜູ້ຊ່ວຍໃຫ້ລອດຊົງອຸທິດທັງຊີວິດຂອງພຣະອົງເພື່ອບຳເພັນປະໂຫຍດໃຫ້ ແກ່ຜູ້ອື່ນ ພຣະອົງຊົງຮູ້ເຖິງຄວາມຈຳເປັນທີ່ພຣະອົງຈະຕ້ອງຫັນໄປຈາກການງານທີ່ເບິ່ງ ຄືວ່າຈະບໍ່ມີທີ່ສິ້ນສຸດແລະຕ້ອງເຂົ້າເຖິງຄວາມຕ້ອງການຂອງມະນຸດເພື່ອພຣະອົງຈະໄດ້ ຊົງພັກຜ່ອນແລະຈະໄດ້ຕິດຕໍ່ສົນທະນາກັບພຣະບິດາໂດຍບໍ່ຖືກລົບກວນເມື່ອຝູງຊົນທີ່ ຕິດຕາມພຣະອົງໄດ້ຈາກໄປແລ້ວພຣະອົງຊົງສະເດັດໄປພູເຂົາແລະທີ່ນັ້ນພຣະອົງຊົງ ຢູ່ຮ່ວມກັບພຣະເຈົ້າຕາມລຳພັງ ພຣະອົງຊົງເທພຣະວິນຍານຂອງພຣະອົງລົງໃນຄຳອະທິ ຖານເພື່ອຄົນທັງຫຼາຍທີ່ກຳລັງເຈັບປ່ວຍທຸກທໍລະມານຕົກຢູ່ໃນຄວາມບາບແລະຄວາມ ທຸກຍາກຈົນຂັດສົນ { HM 58.1} ມແ 36.3
ເມື່ອພຣະເຢຊູບອກກັບເຫຼົ່າສາວົກຂອງພຣະອົງວ່າ ການເກັບກ່ຽວນັ້ນເປັນການ ໃຫຍ່ແຕ່ຄົນງານຍັງມີໜ້ອຍ ພຣະອົງບໍ່ໄດ້ຊົງເຣງຣັດ ສະໜັບສະໜູນໃຫ້ພວກເຂົາຕ້ອງ ຕາກຕໍາທຳງານໂດຍບໍ່ຮູ້ຈັກເຊົາເມື່ອຍ ແຕ່ຊົງຮັບສັ່ງວ່າ ຈົ່ງອ້ອນວອນພຣະອົງຜູ້ສົ່ງເປັນ ເຈົ້າຂອງນາ ໃຫ້ສົ່ງຄົນ ງານລົງມາເກັບກ່ຽວພືດຜົນຂອງພຣະອົງມັດທາຍ 9:38 ພຣະອົງ ຮັບສັ່ງດ້ວຍພຣະໄທກາລຸນາກັບຜູ້ຮັບໃຊ້ຂອງພຣະອົງທີ່ຕ້ອງຕາກຕໍາທຳງານໜັກໃນທຸກ ມື້ທຸກວັນນີ້ຄືດັ່ງເຊັ່ນທີ່ຮັບສັ່ງເຫຼົ່າສາວົກກຸ່ມທຳອິດຂອງພຣະອົງວ່າ ຈົ່ງໄປຫາທີ່ປ່ຽວ ຢຸດພັກເຊົາເມື່ອຍສັກນ້ອຍໜຶ່ງ ມາລະໂກ 6:31 {HM 58.2} ມແ 37.1
ຄົນທັງຫຼາຍທີ່ໄດ້ຮັບການຝຶກຝົນອົບຮົມຈາກພຣະເຈົ້າຕ້ອງການເວລາທີ່ສະຫງົບ ເພື່ອໄຕ່ຕອງກັບຕົນເອງ ໄດ້ສຳພັນໄກ້ຊິດກັບທຳມະຊາດແລະຕິດຕໍ່ ສົນທະນາກັບພຣະເຈົ້າ ເຂົາຈະຕ້ອງສຳແດງຊີວິດທີ່ບໍ່ໄດ້ປະພຶດຕາມຜູ້ທີ່ຢູ່ໃນຝ່າຍໂລກຕາມທຳນຽມປະເພນີ ຫຼືວິຖີປະຕິບັດຕາມຢ່າງໂລກ ແລະເຂົາຈະຕ້ອງມີປະສົບການສ່ວນຕົວທີ່ຈະໄດ້ເຂົ້າໃຈ ເຖິງນໍ້າພຣະໄທຂອງພຣະເຈົ້າ ເຮົາຕ້ອງສະດັບຟັງ ສິ່ງທີ່ພຣະອົງຮັບສັ່ງກັບຈິດໃຈຂອງ ເຮົາເປັນການສ່ວນຕົວ ຫຼືສຽງອື່ນໆທຸກສຽງໄດ້ງຽບລົງແລະເຮົາໄດ້ລໍຄອຍທີ່ຢູ່ເບື້ອງ ພຣະພັກຂອງພຣະອົງຍ່າງສະຫງົບ ຈິດວິນຍານທີ່ສະຫງົບຍ່ອມຈະເຮັດໃຫ້ເຮົາໄດ້ຍິນ ພຣະສຸລະສຽງຂອງພຣະເຈົ້າຊັດເຈນຫຼາຍຍິ່ງຂຶ້ນ ພຣະອົງຊົງຮັບສັ່ງກັບເຮົາວ່າ ຈົງສະ ຫງົບງຽບແລະຈົ່ງຮູ້ວ່າເຮົາຄືພຣະເຈົ້າ ເພງສັນລະເສີນ46:10ນີ້ຄືການຕຽມຕົວທີ່ໄດ້ຜົນ ສຳລັບການປະຕິບັດງານຂອງພຣະເຈົ້າໃຫ້ເກີດຜົນ ໃນທ່າມກາງຝູງຊົນທີ່ກຳລັງຮີບຮ້ອນ ແລະການງານໃນຊີວິດທີ່ເຄັ່ງຄ້ຽດ ໂດຍປະການນີ້ ຜູ້ທີ່ຖືກອ້ອມຮອບໄປດ້ວຍບັນຍາ ກາດຂອງແສງສະຫວ່າງແລະຄວາມສະຫງົບສຸກຈາກພຣະເຈົ້າຈຶ່ງໄດ້ຮັບຄວາມສົດຊື່ນ ແລະເຂົາໄດ້ຮັບກຳລັງກາຍແລະກຳລັງສະຕິປັນຍາທີ່ເຂ້ມແຂງຍິ່ງຂຶ້ນ ຊີວິດຂອງເຂົາຈະ ໄດ້ສົ່ງກິ່ນຫອມໃຫ້ກະຈາຍອອກໄປແລະຈະໄດ້ສໍາແດງໃຫ້ເຫັນເຖິງລິດອຳນາດຂອງ ພຣະເຈົ້າທີ່ຈະເຂົ້າເຖິງຈິດໃຈຂອງມະນຸດຄົນອື່ນໄດ້ {Hm 58.3} ມແ 37.2