ພະລະກໍາລັງຂອງມານດາລະຫວ່າງຕັ້ງຄັນຄວນໄດ້ຮັບການຖະໜຸຖະໜອມຢ່າງ ນຸ້ມນວນ ແທນທີ່ຈະໃຫ້ພະລະກໍາລັງອັນມີຄ່າຂອງນາງໄປກັບວຽກງານທີ່ເມື່ອຍອ່ອນ ຄວາມຫ່ວງໃຍແລະພາລະໜ້າທີ່ຂອງນາງຄວນຈະລົດລົງ ຜູ້ເປັນສາມີແລະບິດາມັກບໍ່ ຄຸ້ນເຄີຍກັບກົດເກນຂອງສຸຂະພາບຮ່າງກາຍ ຊຶ່ງເຂົາຈໍາເປັນຕ້ອງຮຽນຮູ້ເພື່ອຄວາມຜາ ສຸກຂອງຄົນໃນຄອບຄົວ ເຂົາມັກຈະໝົກໝົ້ນຢູ່ແຕ່ກັບການດິ້ນຮົນຫາລ້ຽງຊີບ ຫຼືວຸ້ນ ວາຍຢູ່ກັບການສະແຫວງຫາຊັບສົມບັດແລະການຖືກກົດດັນດ້ວຍເລື້ອງໜ້າວິຕົກກັງ ວົນແລະບັນຫາຕ່າງໆເຂົາປ່ອຍໃຫ້ຜູ້ເປັນພັນລະຍາແລະມານດາຮັບພາລະຕ່າງໆ ເຖິງກໍາ ລັງວັງຊາຂອງນາງໃນຊ່ວງເວລາວິກິດທີ່ສຸດເຊັ່ນນີ້ຈົນນໍາໄປສູ່ຄວາມອ່ອນແອແລະໂລກ ໄພໄຂ້ເຈັບ {MH 373.3} ມແ 378.2
ສາມີແລະຜູ້ທີ່ເປັນບິດາຫຼາຍຄົນຄວນຮຽນຮູ້ບົດຮຽນທີ່ມີປະໂຫຍດຈາກຄວາມ ເອົາໃຈໃສ່ຂອງຜູ້ລ້ຽງແກະຜູ້ຊື່ສັດ ຢາໂຄບເມື່ອຖືກເລັ່ງໃຫ້ອອກເດີນທາງທີ່ຍາກລໍາບາກ ໂດຍໄວໄດ້ຕອບວ່າ {MH 374.1} ມແ 378.3
“ເດັກໆຂອງຂ້າພຣະເຈົ້ານັ້ນອ່ອນແອ ຂ້າພຣະເຈົ້າຍັງເປັນກັງວົນເຖິງຝູງແພະ ແກະແລະ ໂຄມີລູກອ່ອນຍັງກິນນົມຢູ່ ຖ້າຈະຕ້ອງໃຫ້ຢ່າງເກີນໄປຈັກມື້ໜຶ່ງຝູງສັດກໍ່ຈະ ຕາຍໝົດຂ້າພຣະເຈົ້າຈະຕາມນໍາໄປຊ້າໆ ຕາມກໍາລັງຂອງສັດເຊິ່ງຢູ່ຂ້າງໜ້າຂ້າພຣະເຈົ້າ ແລະ ຕາມກໍາລັງຂອງເດັກ” ປະຖົມມະການ 33:13,14 {MH 374.2} ມແ 378.4
ເທິງເສັ້ນທາງຊີວິດທີ່ເຕັມໄປດ້ວຍຄວາມຍາກລໍາບາກ ຈົ່ງໃຫ້ສາມີແລະຜູ້ທີ່ເປັນ ບິດາ “ຄ່ອຍໆ ນໍາທາງໄປ” ຕາມກໍາລັງຂອງຜູ້ທີ່ຮ່ວມເດີນທາງ ທ່າມກາງມະນຸດໃນໂລກ ທີ່ກະຫາຍຍາດແຍ່ງຊັບສົມບັດແລະອໍານາດ ໃຫ້ເຂົາຮຽນທີ່ຈະຢຸດຢັ້ງບາດຍ່າງຂອງຕົນ ເພື່ອປອບໂຍນແລະຊ້ວນຊູຜູ້ທີ່ເຂົາໄດ້ເອີ້ນໃຫ້ມາຮ່ວມຍ່າງຄຽງຂ້າງເຂົາ {MH 374.3} ມແ 379.1