Go to full page →

ໜັງສືນິຍາຍປະລັມປະລາແລະເທບນິຍາຍ ມແ 463

ໃນການສຶກສາຮຳ່ຮຽນຂອງເດັກໆແລະຄົນໜຸ່ມສາວໃນປະຈຸບັນ ໜັງສືຕຳນານ ປະລຳປະລາແລະເທບນິຍາຍຮ່ວມທັງເລື່ອງທີ່ແຕ່ງຂຶ້ນມາ ເຂົ້າມາມີບົດບາດສຳຄັນຢູ່ບໍ່ ໜ້ອຍໜັງສືປະເພດນີ້ມີການໃຊ້ກັນຕາມໂຮງຮຽນຕ່າງໆແລະມີຢູ່ໃນຫຼາຍໆຄອບຄົວ ບິດາມານດາທີ່ເປັນຄຣິດສະຕຽນອະນຸຍາດໃຫ້ລູກໆອ່ານໜັງສືທີ່ເຕັມໄປດ້ວຍເລື່ອງບໍ່ ແທ້ເຫຼົ່ານີ້ໄດ້ຢ່າງໃດ ເມື່ອເດັກໆຖາມເຖິງຄວາມໝາຍຂອງເລື່ອງທີ່ອ່ານຊຶ່ງກົງກັນຂ້າມກັບ ຄຳສອນຂອງບິດາມານດາກໍຈະຕອບວ່າເລື່ອງເຫຼົ່ານັ້ນເປັນເລື່ອງທີ່ບໍ່ຈິງ ແຕ່ການຕອບ ເຊັ່ນນີ້ບໍ່ໄດ້ລົບລ້າງຜົນຮ້າຍຈາກການອ່ານໜັງສືເຫຼົ່ານີ້ ຂໍ້ຄິດທີ່ປະກົດໃນໜັງສືເຫຼົ່ານີ້ໄດ້ ລົບລ້າງຜົນຮ້າຍຈາກການອ່ານໜັງສືເຫຼົ່ານີ້ ຂໍ້ຄິດທີ່ປະກົດໃນໜັງສືເຫຼົ່ານີ້ໄດ້ຊັກນຳ ເດັກໆໄປໃນທາງທີ່ຜິດແລະຖ່າຍທອດທັດສະນະຄະຕິທີ່ຈອມປອມພ້ອມກັບປູກຝັງ ແລະເພາະລ້ຽງຄວາມປາຖະໜາໃນສິ່ງທີ່ບໍ່ເປັນຄວາມຈິງ {MH 446.3} ມແ 463.2

ການໃຊ້ໜັງສືປະເພດດັ່ງກ່າວຢ່າງແພ່ຫຼາຍໃນທຸກວັນນີ້ ເປັນອຸບາຍກົນລວງຢ່າງ ໜຶ່ງ ຂອງຊາຕານມັນພະຍາຍາມບ່ຽງເບນຈິດໃຈຂອງຄົນໜຸ່ມສາວແລະຄົນທີ່ມີອາຍຸສູງ ໄປຈາກໜ້າທີ່ສຳຄັນໃນການຝຶກຝົນອຸປະນິໃສທີ່ດີງາມ ມັນຕັ້ງໃຈທຳລາຍເດັກໆແລະ ຄົນໜຸ່ມສາວ ດ້ວຍເລື່ອງຫຼອກລວງຈິດວິນຍານທີ່ມັນກຳລັງກະຈາຍຈົນເຕັມລົ້ນຢູ່ໃນ ໂລກມັນຈຶ່ງພະຍາຍາມຫັນເຫຈິດໃຈຂອງຄົນໜຸ່ມສາວໃຫ້ຫ່າງເຫີນຈາກພຣະວັດຈະ ນະຂອງພຣະເຈົ້າ ແລະດ້ວຍເຫດນີ້ປິດກັ້ນບໍ່ໃຫ້ຮຽນຮູ້ເຖິງຄວາມຈິງຊຶ່ງຈະເປັນເກາະ ປ້ອງກັນເຂົາທັງຫຼາຍ {MH 447.1} ມແ 463.3

ໜັງສືທີ່ບິດເບືອນຄວາມຈິງຈະຕ້ອງບໍ່ຕົກຢູ່ໃນມືຂອງເດັກໆແລະຄົນໜຸ່ມສາວ ບົນເສັ້ນທາງຂອງການໄຝ່ຫາການສຶກສາແລະຮຳ່ຮຽນ ຈົ່ງຢ່າປ່ອຍໃຫ້ເດັກໆຮັບຄວາມຮູ້ ໃດທີ່ຈະການເປັນເມັດພັນແຫ່ງຄວາມຜິດບາບ ຫາກຜູ້ມີຄວາມຄິດເປັນຜູ້ໃຫຍ່ບໍ່ຂ້ອງ ແວະກັບໜັງສືເຫຼົ່ານີ້ ເຂົາທັງຫຼາຍກໍຈະມີຄວາມປອດໄພກວ່າຫຼາຍແລະດ້ວຍແບບຢ່າງ ແລະອິດທິພົນຂອງການດຳເນີນໃນທາງທີ່ຖືກຕ້ອງຈະເຮັດໃຫ້ເຂົາທັງຫຼາຍຄຸ້ມຄອງປ້ອງກັນຄົນໜຸ່ມສາວໃຫ້ພົ້ນຈາກການທົດລອງໄດ້ງ່າຍຍິ່ງຂຶ້ນ {MH 447.2} ມແ 464.1

ເຮົາມີໜັງສືອີກຫຼວງຫຼາຍທີ່ກ່າວເຖິງຄວາມຈິງໃນທາງຂອງພຣະຜູ້ເປັນເຈົ້າ ຄົນ ທັງຫຼາຍທີ່ກະຫາຍສະແຫວງຫາຄວາມຮູ້ບໍ່ຈຳເປັນຕ້ອງສະແຫວງຫາຈາກນໍ້າພຸທີ່ບໍ່ບໍລິ ສຸດອົງພຣະຜູ້ເປັນເຈົ້າຕັດໄວ້ວ່າ: ມແ 464.2

“ອຽງຫູຂອງເຈົ້າແລະຟັງຖ້ອຍຄຳຂອງນັກປາດ
ແລະເອົາໃນໃສ່ຄວາມຮູ້ຂອງເຮົາ...
ເພື່ອຄວາມໄວ້ວາງໃຈຂອງເຈົ້າຈະຢູ່ໃນພຣະເຈົ້າ
ເຮົາໃຫ້ແຈ້ງປະຈັກໃນວັນນີ້ແມ່ນເພື່ອແກ່ໂຕເຈົ້າເອງ
“ເຮົາໄດ້ຂຽນໃຫ້ເຈົ້າເຖິງສິ່ງວິເສດນັກ
ເຖິງເລື່ອງການປຶກສາແລະຄວາມຮູ້ແລ້ວແມ່ນບໍ່”
“ເພື່ອສຳແດງແກ່ເຈົ້າວ່າສິ່ງໃດຖືກແລະແທ້ຈິງ
ເພື່ອເຈົ້າຈະໄດ້ໃຫ້ຄຳຕອບທີ່ຈິງແກ່ຜູ້ທີ່ເຈົ້າໃຊ້ໄປ”
“ພຣະອົງຊົງສະຖາປະນາກົດເກນໄວ້ໃນຢາໂຄບ
ແລະຊົງແຕ່ຕັ້ງກົດໝາຍໄວ້ໃນອິສະລາເອນ
ຊຶ່ງພຣະອົງຊົງບັນຊາແກ່ບັນພະບູລຸດຂອງເຮົາ ວ່າໃຫ້ແຈ້ງເລື່ອງລາວເຫຼົ່າແກ່ລູກຫຼານຂອງເຂົາ”
“ເຮົາ...ຈະບອກແກ່ຊາດພັນທີ່ກຳລັງເກີດມາ
ເຖິງພະລາຊະກິດອັນຄວນສັນລະເສີນຂອງພຣະເຈົ້າ
ແລະລິດທານຸພາບຂອງພຣະອົງ
ແລະການອັດສະຈັນຊຶ່ງພຣະອົງໄດ້ຊົງກະທຳ”
“ເພື່ອຊາດພັນລຸ້ນຕໍ່ໄປຈະຮູ້ເລື່ອງ
ຄືລູກຫຼານທີ່ຈະເກີດມາ
ແລະທີ່ຈະລຸກຂຶ້ນບອກລູກຫຼານຂອງເຂົາ
ເພື່ອເຂົາຈະຕັ້ງຄວາມຫວັງຂອງເຂົາໃນພຣະເຈົ້າ”
“ພຣະພອນຂອງພຣະເຈົ້າກະທຳໃຫ້ມັ້ງຄັ່ງ
ແລະພຣະອົງບໍ່ໄດ້ແຖມຄວາມໂສກເສົ້າໄວ້ດ້ວຍ” ມແ 464.3

ສຸພາສິດ 22:17,21; ເພງສັນລະເສີນ 78:5,4,6,7;
ສຸພາສິດ 10:22 {MH 447.3}