Go to full page →

ສາດແຫ່ງຄວາມຮູ້ທີ່ເຮົາຕ້ອງສຶກສາໃຫ້ເຂົ້າໃຈຢ່າງເລິກເຊິ່ງ ມແ 472

ຍັງມີສາດແຫ່ງຄວາມຮູ້ຂອງການເປັນຄຣິດສະຕຽນ ທີ່ເຮົາຕ້ອງສຶກສາໃຫ້ເຂົ້າໃຈ ຢ່າງເລິກເຊິ່ງອັນເປັນຄວາມຮູ້ທີ່ເລິກກວ່າ ກວ້າງກວ່າ ແລະສູງສົ່ງຍິ່ງກວ່າຄວາມຮູ້ໃດໆ ຂອງມະນຸດດັ່ງຟ້າສະຫວັນທີ່ສູງກວ່າແຜ່ນດິນຜືນຫຼ້າ ຈິດໃຈຈະຕ້ອງໄດ້ຮັບການອົບຮົມ ໃຫ້ເຄົາລົບລະບຽບວິໃນໃຫ້ດານສຶກສາຝຶກອົບຮົມພາກປະຕິບັດ ເພື່ອເຮົາຈະສາມາດ ຮັບໃຊ້ພາລະກິດຂອງພຣະເຈົ້າໂດຍບໍ່ເຮັດຕາມຄວາມໂນ້ມອ່ຽງຕາມທຳມະຊາດ ທີ່ຕິດ ຕົວເຮົາມາເຮົາຕ້ອງເອົາຊະນະນິໃສຊົ່ວຮ້າຍທີ່ຖ່າຍທອດມາທາງສາຍເລືອດແລະທີ່ຖືກ ບົ່ມເພາະຂຶ້ນມາໃໝ່ຫຼາຍຄັ້ງ ການສຶກສາແລະການຝຶກອົບຮົມທີ່ເຮັດມາຕະຫຼອດຊົ່ວຊີ ວິດຕ້ອງຖືກລະຖີ້ມໄປເພື່ອຜູ້ນັ້ນຈະໄດ້ກາຍມາເປັນນັກສຶກສາໂຮງຮຽນຂອງພຣະຄຣິດ ຈິດໃຈຂອງເຮົາຕ້ອງໄດ້ຮັບການສັ່ງສອນໃຫ້ມີຄວາມສັດທາໜັກແໜ້ນໃນພຣະເຈົ້າເຮົາ ຕ້ອງສ້າງນິໃສໃນຄວາມຄິດເພື່ອເຮັດໃຫ້ເຮົາສາມາດຕໍ່ຕ້ານການທົດລອງໄດ້ ເຮົາຕ້ອງ ຝຶກຝົນໃຫ້ເບິ່ງໄປຍັງເບື້ອງບົນ ຫຼັກການພຣະວັດຈະນະຂອງພຣະເຈົ້າເປັນຫຼັກການ ທີ່ສູງສົ່ງດັ່ງຟ້າສະຫວັນແລະຄວບຄູມເຖິງນິລັນການເປັນສິ່ງທີ່ເຮົາຕ້ອງເຂົ້າໃຈເຖິງຜົນ ກະທົບທີ່ມີຊີວິດປະຈຳວັນຂຶງເຮົາທຸກໆການກະທຳທຸກໆຖ້ອຍຄຳແລະທຸກໆຄວາມ ຄິດຂອງເຮົາຕ້ອງເປັນໄປຕາມຫຼັກການເຫຼົ່ານີ້ ທຸກຄົນຕ່ອງດຳເນີນຊີວິດໃຫ້ສອດຄ້ອງ ແລະຢູ່ພາຍໃຕ້ການຄອບຄອງຂອງພຣະຄຣິດ {MH 453.4} ມແ 472.2

ເຮົາບໍ່ອາດເຕີບໂຕຍິ່ງຂຶ້ນໃນພຣະຄຸນອັນລໍ້າຄ່າບໍຂອງພຣະວິຍານລິສຸດໄດ້ ໃນ ຊ່ວງເວລາພຽງສັ້ນໆຄວາມກ້າຫານຄວາມອົດທົນຄວາມອ່ອນນ້ອມສຸພາບຄວາມເຊື່ອ ແລະຄວາມໄວ້ວາງໃຈທີ່ບໍ່ຫວັ່ນໄຫວໃນການຊົງຊ່ວຍໃຫ້ລອດຂຶງພຣະເຈົ້າຈະສະ ແຫວງໄດ້ຈາກປະສົບດານທີ່ໃຊ້ເວລາເປັນປີໆ ດ້ວຍຊີວິດທີ່ພາກພຽນພະຍາຍາມໃນ ທາງອັນຊອບທຳແລະດ້ວຍຄວາມຍຶດໝັ້ນໃນຄວາມຖືກຕ້ອງຢ່າງແນ່ນອນບຸດທັງຫຼາຍ ຂອງພຣະເຈົ້າຍ່ອມໄດ້ຮັບການປະທັບຕາຮັບຮອງໃນຊີວິດອັນເປັນນິລັນຂອງຕົນເອງ {MH 454.1} ມແ 473.1