Go to full page →

ບົດທີ 8 ແພດເປັນຜູ້ໃຫ້ຄວາມຮູ້ ມແ 105

ແພດທີ່ແທ້ຈິງນັ້ນຈະຕ້ອງເປັນຜູ້ທີ່ໃຫ້ຄວາມຮູ້ ເຂົາຮູ້ດີເຖິງຄວາມຮັບຜິດຊອບ ຂອງເຂົາຊຶ່ງບໍ່ແມ່ນພຽງແຕ່ຄົນໄຂ້ທີ່ຢູ່ພາຍໃຕ້ການດູແລຂອງເຂົາໂດຍກົງເທົ່ານັ້ນ ແຕ່ຍັງ ຮວມໄປເຖິງສັງຄົມທີ່ເຂົາອາໄສຢູ່ນໍາ ເຂົາຢູ່ໃນຖານະຂອງຜູ້ທີ່ຄອຍດູແລຮັກສາສຸຂະ ພາບທາງດ້ານຮ່າງກາຍແລະຈິດໃຈ ຄວາມພະຍາຍາມຂອງເຂົາບໍ່ມີພຽງແຕ່ຄອຍແນະນໍາ ສັ່ງສອນເຖິງວິທີການທີ່ຖືກຕ້ອງໃນການດູແລຮັກສາຄົນທີ່ເຈັບປ່ວຍເທົ່ານັ້ນ ແຕ່ຍັງຕ້ອງ ສົ່ງເສີມສະໜັບສະໜູນໃຫ້ຮູ້ຈັກບົ່ມເພາະອຸປະນິດໄສອັນດີງາມໃນການດໍາເນີນຊີວິດ ແລະເຜີຍແຜ່ຄວາມຮູ້ຂອງຫຼັກການທີ່ຖືກຕ້ອງອອກໄປ {MH 125.1} ມແ 105.1