Go to full page →

ຄວາມຮັກແບບພີ່ນ້ອງ ມແ 9

ພຣະຄຣິດຊົງແບ່ງແຍກຄວາມແຕກຕ່າງລະຫວ່າງເຊື້ອຊາດຊົນຊັ້ນຫຼືຄວາມເຊື່ອ ໃນສາສະໜາພວກທໍາມະຈານແລະຟາລີຊາຍຕ່າງຕ້ອງການໃຊ້ຂອງປະທານຈາກສະຫວັນ ເພື່ອສະໜອງຜົນປະໂຫຍດສ່ວນຕົວ ແລະສໍາຫຼັບຍາດພີ່ນ້ອງຂອງຕົນເທົ່ານັ້ນ ແລະ ໄດ້ກີດກັ້ນຊົນຊາດອື່ນໆໃນໂລກຊຶ່ງຕ່າງກໍມີສິດທິທີ່ເປັນສ່ວນໜຶ່ງໃນຄອບຄົວຂອງພຣະ ເຈົ້າ ບໍ່ໃຫ້ມີສ່ວນຮ່ວມໃນຂອງປະທານນັ້ນ ແຕ່ພຣະຄຣິດສະເດັດມາເພື່ອທໍາລາຍກໍາ ແພງທັງຫຼາຍທີ່ຄອຍຂວາງກັ້ນ ພຣະອົງສະເດັດມາເພື່ອສະແດງໃຫ້ເຫັນວ່າຂອງປະທານ ແຫ່ງພຣະເມດຕາແລະຄວາມຮັກຂອງພຣະອົງບໍ່ມີຂອບເຂດຈໍາກັດ ເຊັ່ນດຽວກັບອາກາດ ແສງສະຫວ່າງແລະສາຍຝົນທີ່ຕົກລົງມາສ້າງຄວາມຊຸ່ມຊື່ນໃຫ້ແກ່ແຜ່ນດິນໂລກ {MH 25.3} ມແ 9.2

ຊີວິດຂອງພຣະຄຣິດໄດ້ກໍ່ໃຫ້ເກີດສາສະໜາທີ່ບໍ່ມີການແບ່ງແຍກຊັ້ນວັນນະເປັນ ສາສະໜາທີ່ເຮັດໃຫ້ຊາວຢີວແລະຄົນຕ່າງຊາດ ມວນຊົນແລະທາດມີຄວາມສໍາພັນແບບ ພີ່ນ້ອງ ມີຄວາມສະເໝີພາບຕໍ່ໜ້າພຣະພັກພຣະເຈົ້າ ບໍ່ມີກົດລະບຽບຫຼືຂໍ້ບັງຄັບໃດຊຶ່ງ ຈະມີຜົນຕໍ່ລາຊະກິດຂອງພຣະອົງ ພຣະອົງບໍ່ຊົງເຮັດໃຫ້ມີຄວາມແຕກຕ່າງລະຫວ່າງ ເພື່ອນບ້ານແລະຄົນແປກໜ້າ ມິດສະຫາຍແລະສັດຕູ ບໍ່ມີຄວາມແຕກຕ່າງກັນ ສິ່ງທີ່ດຶງ ດູດພຣະໄທຂອງພຣະອົງຄື ຈິດວິນຍານທີ່ກະຫາຍຢາກດື່ມນໍ້າແຫ່ງຊີວິດ {MH 25.4} ມແ 9.3

ພຣະອົງບໍ່ໄດ້ເບິ່ງຂ້າມມະນຸດຄົນໃດວ່າໄຮ້ຄ່າ ແຕ່ຊົງສະແຫວງຫາທາງນໍາການ ຮັກສາໃຫ້ແກ່ທຸກຄົນ ບໍ່ວ່າພຣະອົງປະທັບຢູ່ກັບຄົນກຸ່ມໃດກໍຕາມ ຊົງສັ່ງສອນບົດຮຽນ ອັນເໝາະສົມກັບເວລາແລະເຫດການສະເໝີ ຜູ້ໃດທີ່ຖືກເພື່ອນມະນຸດຢຽດຫຍາມແລະ ຖືກປະຖິ້ມໂດຍບໍ່ມີຜູ້ໃດຫຼຽວແລ ກັບເຮັດໃຫ້ພຣະອົງຄິດວ່າພວກເຂົາຕ້ອງການພຣະ ເມດຕາຈາກພຣະອົງ ໃນຖານະທີ່ເປັນມະນຸດຫຼາຍຂຶ້ນ ພຣະອົງຊົງສະແຫວງຫາວິທີທີ່ ຈະບັນດານຈິດໃຈແມ່ນແຕ່ໃນຜູ້ທີ່ປະພຶດຕົວຊົ່ວຊາມ ຜູ້ເກືອບຈະບໍ່ມີຄວາມຫວັງໃດໆ ຫຼົງເຫຼືອ ພຣະອົງຊົງວາງຄວາມໝັ້ນໃຈໄວ້ຕໍ່ໜ້າເຂົາເຫຼົ່ານັ້ນ ເພື່ອໃຫ້ພວກເຂົາເກີດ ຄວາມຫວັງໃຈໄດ້ ເຫັນວ່າເຂົາຈະເປັນຜູ້ທີ່ບໍ່ມີຕໍານິແລະບໍ່ມີພິດໄພ ການຊ່ວຍໃຫ້ພວກ ເຂົາມີອຸປະນິໃສແບບນີ້ກໍເພື່ອສະແດງໃຫ້ເຫັນວ່າທຸກຄົນເປັນບຸດຂອງພຣະເຈົ້າແລ້ວ ມແ 10.1

{MH 25.5} ມແ 10.2

ຫຼາຍຄັ້ງທີ່ພຣະອົງໄດ້ຊົງພົບກັບຄົນທີ່ຕົກເປັນທາດຂອງຊາຕານແລະບໍ່ມີແຮງ ດິ້ນລົນໃຫ້ຫຼຸດພົ້ນຈາກບ່ວງແຮ້ວຂອງມັນສໍາລັບຄົນເຫຼົ່ານີ້ ທີ່ທໍ້ແທ້ໝົດຫວັງເຈັບປ່ວຍ ຖືກການທົດລອງແລະຫຼົງໄປໃນຄວາມບາບ ພຣະເຢຊູຈະສອນຖ້ອຍຄໍາທີ່ເຕັມໄປດ້ວຍ ພຣະໄທກາລຸນາ ເປັນພຣະດໍາລັດທີ່ພວກເຂົາຕ່າງກໍຕ້ອງການເຮັດໃຫ້ເກີດຄວາມເຂົ້າໃຈ ພຣະອົງໄດ້ພົບກັບບາງຄົນທີ່ກໍາລັງດິ້ນລົນຕໍ່ສູ້ກັບປໍລະປັກທີ່ເກີດຂຶ້ນໃນຈິດໃຈ ພຣະອົງ ຊົງໜຸນໃຈຄົນເຫຼົ່ານີ້ໃຫ້ພະຍາຍາມຕໍ່ສູ້ ໃຫ້ມີຄວາມໝັ້ນໃຈວ່າເຂົາຈະສໍາເລັດຜົນ ເພາະ ທູດສະຫວັນຂອງພຣະອົງຢູ່ຄຽງຂ້າງແລະຈະມອບໄຊຊະນະໃຫ້ແກ່ພວກເຂົາ {MH 26.1} ມແ 10.3

ພຣະອົງປະທັບເປັນແຂກຮັບເຊີນຜູ້ມີກຽດຢູ່ທີ່ໂຕະອາຫານຂອງພວກເກັບພາສີ ດ້ວຍຄວາມເຂົ້າອົກເຂົ້າໃຈແລະດ້ວຍຄວາມເມດຕາຢ່າງເປັນມິດ ເພື່ອສະແດງໃຫ້ເຫັນ ວ່າພຣະອົງຊົງຍອມຮັບໃນສັກສີຂອງຄວາມເປັນມະນຸດທີ່ເທົ່າທຽມກັນ ດ້ວຍເຫດນີ້ມະນຸດ ຈຶ່ງລໍຄອຍທີ່ຈະມີຊີວິດທີ່ຊົງຄຸນຄ່າສົມກັບທີ່ພຣະອົງຊົງໄວ້ວາງໃຈ ພຣະດໍາລັດຂອງ ພຣະອົງຈຶ່ງເປັນພຣະພອນແລະເປັນພະລັງ ຫຼໍ່ລ້ຽງຈິດໃຈຂອງຜູ້ຫິວກະຫາຍ ດ້ວຍເຫດນີ້ ກຸ່ມຄົນທີ່ສັງຄົມບໍ່ຍອມຮັບຈຶ່ງໄດ້ຮັບແຮງບັນດານໃຈໃຫ້ໂອກາດໃນການເລີ່ມຕົ້ນຊີວິດ ໃໝ່ {MH 26.2} ມແ 10.4

ແມ່ນວ່າພຣະເຢຊູມີເຊື້ອສາຍຢີວ ພຣະອົງຍັງຊົງເຂົ້າໄປໃຊ້ຊີວິດກັບຊາວສະມາເຣຍ ຢ່າງເປີດເຜີຍ ຈຶ່ງເຮັດໃຫ້ທໍານຽມຂອງພວກຟາລີຊາຍຊົນຊາດຂອງພຣະອົງບໍ່ມີຜົນ ພຣະອົງຊົງມີໄມຕີຈິດກັບຄົນທີ່ຖືກຢຽດຢາມແລະຖືກລັງກຽດເຊື້ອຊາດເຫຼົ່ານັ້ນ ພຣະອົງ ຊົງບັນທົມຮ່ວມກັບພວກເຂົາພາຍໃຕ້ຫຼັງຄາດຽວກັນ ຊົງປະທັບຮ່ວມໂຕະແລະສະ ເຫວີຍອາຫານທີ່ເຂົາໄດ້ຈັດຖະຫວາຍ ເທສະໜາຕາມຖະໜົນຫົນທາງໃນເມືອງຂອງເຂົາ ແລະປະຕິບັດຕໍ່ພວກເຂົາດ້ວຍຄວາມເມດຕາແລະເອື້ອເຟຶ້ອຢ່າງເຕັມທີ່ ຂະນະດຽວກັນ ພຣະອົງຊົງໂນ້ມນ້າວຈິດໃຈຂອງຄົນເຫຼົ່ານັ້ນໃຫ້ເຂົ້າມາຫາພຣະອົງດ້ວຍສາຍໃຍແຫ່ງ ຄວາມເຫັນອົກເຫັນໃຈເພື່ອນມະນຸດ ພຣະຄຸນຂອງພຣະເຈົ້າໄດ້ນໍາຄວາມລອດທີ່ຊາວຢີວ ປະຕິເສດໄປມອບໃຫ້ແກ່ຊາວສະມາເຣຍ {MH 26.3} ມແ 11.1