0ການທີ່ພຣະຄຣິດຊົງຮັກເຮົານັ້ນບໍ່ວ່າແມ່ນເຮົາໄດ້ມີໃຈຮັກໃນພຣະອົງກ່ອນ ແຕ່ “ໃນຂະນະທີ່ເຮົາຍັງເປັນຄົນບາບ”ພຣະອົງໄດ້ສິ້ນພຣະຊົນເພື່ອເຮົາພຣະອົງບໍ່ໄດ້ຊົງປະ ຕິບັດຕໍ່ເຮົາຕາມການກະທໍາທີ່ເຮົາສາມາດຈະໄດ້ຮັບ ເຖິງແມ່ນວ່າຄວາມບາບຂອງເຮົາ ຈະເຮັດໃຫ້ເຮົາສົມຄວນຈະໄດ້ຮັບໂທດກໍຕາມ ແຕ່ພຣະອົງກໍຫາໄດ້ຊົງພິພາກສາລົງ ໂທດເຮົາ ປີແລ້ວປີເລົ່າທີ່ພຣະອົງໄດ້ຊົງອົດທົນຕໍ່ຄວາມອ່ອນແອແລະຄວາມໂງ່ຂອງເຮົາ ຄວາມອະກະຕັນຍູຕໍ່ພຣະຄຸນແລະຄວາມດື້ຂອງເຮົາ ແມ່ນວ່າເຮົາຈະໄດ້ເຫີນຫ່າງໄປ ຈາກພຣະອົງ ມີຈິດໃຈທີ່ແຂງກະດ້າງຫຼືເມີນເສີຍຕໍ່ພຣະວັດຈະນະອັນບໍລິສຸດຂອງພຣະອົງ ພຣະຫັດຂອງພຣະອົງກໍຍັງຊົງຢຽດອອກເພື່ອເຮົາຢູ່ສະເໝີ {HM 161.1} ມແ 148.1
ພຣະຄຸນເປັນພຣະລັກສະນະຂອງພຣະເຈົ້າທີ່ຊົງປະທານໃຫ້ແກ່ມະນຸດຜູ້ບໍ່ສົມ ຄວນຈະໄດ້ຮັບເຮົາບໍ່ໄດ້ສະແຫວງຫາພຣະຄຸນນັ້ນແຕ່ພຣະເຈົ້າຊົງສະແຫວງຫາເພື່ອທີ່ຈະ ປະທານພຣະຄຸນນັ້ນໃຫ້ແກ່ເຮົາ ພຣະເຈົ້າຊົງຍິນດີທີ່ຈະປະທານພຣະຄຸນຂອງພຣະອົງ ໃຫ້ແກ່ເຮົາ ບໍ່ແມ່ນເພາະເຮົາມີຄ່າສູງຄວນທີ່ຈະໄດ້ຮັບ ແຕ່ເພາະເຮົາບໍ່ມີຄ່າຄູ່ຄວນຢ່າງ ສິ້ນເຊີງທີ່ຈະໄດ້ຮັບພຣະຄຸນນັ້ນຕ່າງຫາກ ສິ່ງດຽວທີ່ເຮົາຈະທູນຂໍພຣະລາຊະທານພຣະ ມະຫາກາລຸນາທິຄຸນຈາກພຣະອົງ ກໍຄື ຄວາມຈໍາເປັນຢ່າງຍິ່ງຂອງເຮົາເທົ່ານັ້ນ {HM 161.2} ມແ 148.2
ໂດຍອາໄສພຣະເຢຊູຄຣິດອົງພຣະຜູ້ເປັນເຈົ້າໄດ້ຊົງຢຽດພຣະຫັດຂອງພຣະອົງ ຕະຫຼອດທັງວັນເພື່ອທີ່ຈະເຊື້ອເຊີນມະນຸດທີ່ຫຼົງກະທໍາຜິດບາບໃຫ້ເຂົ້າມາຫາພຣະອົງ ພຣະອົງຊົງຍອມຮັບທຸກຄົນ ພຣະອົງຊົງຕ້ອນຮັບທຸກຄົນດ້ວຍຄວາມຍິນດີ ການອະ ໄພໂທດຕໍ່ຜູ້ທີ່ກະທໍາຜິດບາບຫຼາຍທີ່ສຸດນັ້ນເປັນສິ່ງທີ່ສະແດງເຖິງສະຫງ່າລາສີຂອງພຣະອົງ ພຣະອົງຊົງນໍາເຫຍື່ອຍຜູ້ເຄາະຮ້າຍອອກມາຈາກຊາຕານຜູ້ມີອໍານາດ ພຣະອົງຈະຊົງປົດ ປ່ອຍສະເລີຍໃຫ້ໄດ້ຮັບຄວາມເປັນທໍາ ພຣະອົງຈະຊົງດຶງດົ້ນຟືນອອກມາຈາກກອງໄຟ ພຣະອົງຈະຊົງໂຮຍໂສ້ທອງແຫ່ງພຣະເມດຕາຂອງພຣະອົງຈາກສະຫວັນລົງສູ່ເບື້ອງເລີກ ທີ່ສຸດໃນຄວາມທຸກຍາກຂອງມະນຸດ ແລະຈະຊົງຍົກຊູຈິດວິນຍານທີ່ແປດເປື້ອນດ້ວຍ ຄວາມບາບ {HM 161.3} ມແ 149.1
ພຣະຄຣິດຊົງສົນພຣະໄທແລະຊົງຮັກໃນມະນຸດທຸກຄົນ ພຣະອົງຊົງຍອມສະຫຼະ ພຣະຊົນຂອງພຣະອົງເພື່ອທີ່ຈະນໍາມະນຸດໃຫ້ກັບຄືນດີກັບພຣະເຈົ້າ ຈິດວິນຍານທີ່ຫຼົງ ເຮັດຜິດແລະຊ່ວຍເຫຼືອຕົວເອງບໍ່ໄດ້ຊຶ່ງຕົກຢູ່ໃນສະພາບພ້ອມຈະຖືກທໍາລາຍ ດ້ວຍກົນ ອຸບາຍແລະບ່ວງແຮ້ວຂອງຊາຕານຈະໄດ້ຮັບການດູແລ ແລະຟື້ນຟູເໝືອນດັ່ງເຊັ່ນຜູ້ລ້ຽງ ທີ່ຄອຍປົກປ້ອງແກະຂອງຕົນ {HM 162.1} ມແ 149.2
ແບບຢ່າງຂອງພຣະຜູ້ຊ່ວຍໃຫ້ລອດຈະຕ້ອງເປັນມາດຕະຖານແຫ່ງການປະຕິບັດ ຮັບໃຊ້ຂອງເຮົາຕໍ່ຜູ້ທີ່ຖືກທົດລອງແລະຊົງເຮັດຜິດຄວາມສົນພຣະໄທ ຄວາມສຸພາບ ອ່ອນໂຍນແລະຄວາມອົດທົນນານທີ່ພຣະອົງໄດ້ຊົງສາທິດຕໍ່ເຮົານັ້ນ ເຮົາຈະຕ້ອງສະແດງ ສິ່ງດຽວກັນນີ້ໃຫ້ເປັນທີ່ປະຈັກຕໍ່ຜູ້ອື່ນນໍາພຣະອົງບອກວ່າ “ເຮົາຮັກເຈົ້າທັງຫຼາຍມາ ແລ້ວຢ່າງໃດ ເຈົ້າຈົ່ງຮັກກັນແລະກັນດ້ວຍຢ່າງນັ້ນ” ໂຢຮັນ 13:34 ຫາກພຣະຄຣິດ ສະຖິດຢູ່ໃນເຮົາ ເຮົາກໍຕ້ອງເປີດເຜີຍເຖິງຄວາມຮັກ ທີ່ບໍ່ເຫັນແກ່ຕົວຂອງພຣະອົງຕໍ່ທຸກໆ ຄົນທີ່ເຮົາຕິດຕໍ່ກ່ຽວຂ້ອງນໍາ ເມື່ອເຮົາພົບເຫັນມະນຸດຊາຍຍິງທີ່ຕ້ອງການເຫັນອົກເຫັນ ໃຈແລະຄວາມຊ່ວຍເຫຼືອເຮົາຈະບໍ່ຖາມວ່າ “ເຂົາເປັນຜູ້ສົມຄວນທີ່ຈະໄດ້ຮັບການຊ່ວຍ ເຫຼືອຫຼືບໍ່” ແຕ່ເຮົາຄວນຈະຖາມວ່າ “ຂ້າພະເຈົ້າເຮັດປະໂຫຍດອັນໃດໃຫ້ແກ່ທ່ານໄດ້ແດ່” {HM 162.2} ມແ 149.3
ທັງຄົນຮັ່ງມີແລະຄົນຍາກຈົນ ຄົນຊັ້ນສູງແລະຄົນຊັ້ນຕໍ່າ ເຈົ້ານາຍແລະທາດລ້ວນ ເປັນຊັບສົມບັດຂອງພຣະເຈົ້າ ພຣະອົງຜູ້ຊົງສະຫຼະພຣະຊົນຂອງພຣະອົງເພື່ອຈະໄຖ່ມະ ນຸດທັງຫຼາຍໃຫ້ລອດພົ້ນຈາກບາບນັ້ນ ຊົງແນມເຫັນວ່າມະນຸດທຸກຄົນລ້ວນມີຄ່າຫຼາຍ ເກີນກວ່າຈະມານໄດ້ ໂດຍຄວາມລໍ້າເລິກແລະສະຫງ່າລາສີຂອງກາງແຂນນັ້ນ ເຮົາຈຶ່ງໄດ້ແນມເຫັນເຖິງການປະເມີນຄ່າຕໍ່ຈິດວິນຍານມະນຸດຂອງພຣະອົງ ເມື່ອເຮົາໄດ້ຮູ້ ແທ້ເຊັ່ນນີ້ແລ້ວ ເຮົາຍ່ອມຈະຮູ້ສຶກວ່າມະນຸດທຸກຄົນບໍ່ວ່າຈະຊົ່ວຊ້າຕໍ່າຊາມຈັກເທົ່າໃດ ພວກເຂົາກໍມີຄ່າເກີນກວ່າທີ່ຈະໄດ້ຮັບການປະຕິບັດດ້ວຍຄວາມເຢັນຊາຫຼືດ້ວຍການດູ ຖູກຢຽດຫຍາມ ເຮົາຄວນຈະຄິດເຖິງຄວາມສໍາຄັນຂອງວຽກທີ່ເຮົາຈະເຮັດເພື່ອເພື່ອນ ມະນຸດດ້ວຍກັນ ວ່າພວກເຂົາຄວນໄດ້ຮັບການຍົກຊູໃຫ້ສູງຂຶ້ນສູ່ພຣະທີ່ນັ່ງຂອງພຣະເຈົ້າ {HM 162.3} ມແ 150.1
ໃນຄໍາອຸປະມາຂອງພຣະຜູ້ຊ່ວຍໃຫ້ລອດກ່ຽວກັບເລື່ອງຫຼຽນເງິນທີ່ຫາຍໄປນັ້ນ ແມ່ນວ່າຈະຕົກຢູ່ໃນກອງຂີ້ເຫຍື່ອເປື້ອນເປິປານໃດກໍຕາມ ຫຼຽນນັ້ນກໍຍັງເປັນຫຼຽນເງິນ ຢູ່ຄືເກົ່າ ເຈົ້າຂອງຫຼຽນຍ່ອມຈະຊອກສະແຫວງຫາເພາະມັນເປັນສິ່ງທີ່ມີຄ່າ ດັ່ງນັ້ນ ຈິດ ວິນຍານທັງຫຼາຍ ແມ່ນວ່າຈະເສື່ອມຊາມໄປເພາະຄວາມຜິດບາບ ກໍຍັງມີຄ່າປະເສີດໃນ ສາຍພະເນດຂອງພຣະເຈົ້າເຊັ່ນດຽວກັບຫຼຽນເງິນທີ່ມີສາຍພຣະສາຍາລັກແລະຄໍາຈາລຶກຂອງ ກະສັດຜູ້ມີອໍານາດຄອບຄອງປະເທດສັນໃດ ມະນຸດທີ່ພຣະເຈົ້າຊົງສ້າງຍ່ອມມີພຣະສາ ຍາແລະຄໍາຈາຣຶກຂອງພຣະເຈົ້າຢູ່ສັນນັ້ນ ເຖິງແມ່ນວ່າເວລານີ້ຈິດວິນຍານເຫຼົ່ານັ້ນຈະໄດ້ ເສື່ອມເສຍແລະມົວໝອງໄປເພາະອິດທິພົນຂອງຄວາມຜິດບາບ ແຕ່ເຖິງປານນັ້ນຮ່ອງ ຮອຍຂອງຄໍາຈາຣຶກກໍຍັງຄືເຫຼືອຢູ່ໃນຈິດວິນຍານທັງຫຼາຍເຫຼົ່ານັ້ນ ພຣະເຈົ້າຊົງປາຖະໜາ ທີ່ຈະນໍາຈິດວິນຍານເຫຼົ່ານັ້ນກັບຄືນມາແລະປະທັບພຣະສາຍແຫ່ງຄວາມຊອບທໍາແລະ ຄວາມບໍລິສຸດຂອງພຣະອົງລົງໄປອີກເທື່ອໜຶ່ງ {HM 163.1} ມແ 150.2
ເຮົາທັງຫຼາຍຕ່າງມີຄວາມເຂົ້າໃຈເຖິງຄວາມເຫັນອົກເຫັນໃຈຕາມແບບຢ່າງຂອງ ພຣະຄຣິດແຕ່ພຽງເລັກນ້ອຍເທົ່ານັ້ນ ຊຶ່ງແທ້ທີ່ຈິງແລ້ວສິ່ງນີ້ຄວນຈະເປັນສາຍໃຍທີ່ໄດ້ ຜູກພັນເຮົາກັບພຣະອົງໄວ້ຢ່າງແໜ້ນທີ່ສູດ ອັນເປັນຄວາມເຫັນອົກເຫັນໃຈດ້ວຍຄວາມ ເມດຕາສົງສານຕໍ່ຈິດວິນຍານທີ່ຊົ່ວຊ້າ ຈິດວິນຍານທີ່ຫຼົງເຮັດຜິດແລະຕ້ອງທົນທຸກທໍ ລະມານແລະສຸດທ້າຍກໍຕ້ອງຕາຍໄປດ້ວຍຄວາມລ່ວງລະເມີດ ແລະຄວາມຜິດບາບ ຄວາມໄຮ້ມະນຸດສະທໍາຕໍ່ເພື່ອນມະນຸດດ້ວຍກັນ ຖືວ່າເປັນຄວາມຜິດບາບທີ່ຮ້າຍແຮງ ທີ່ສຸດຂອງເຮົາ ຫຼາຍຄົນຄິດວ່າພວກເຂົາເປັນແບບຢ່າງຄວາມຍຸດຕິທໍາຂອງພຣະເຈົ້າ ແຕ່ ໃນຂະນະດຽວກັນພວກເຂົາຫາໄດ້ສະແດງເຖິງຄວາມເປັນແບບຢ່າງຄວາມສຸພາບອ່ອນ ໂຍນແລະຄວາມຮັກອັນຍິ່ງໃຫຍ່ຂອງພຣະອົງຕໍ່ຜູ້ອື່ນ ຫຼາຍຄັ້ງທີ່ພວກເຂົາໄດ້ປະຕິບັດ ຕໍ່ຄົນທັງຫຼາຍເຫຼົ່ານັ້ນດ້ວຍຄວາມຮ້າຍແຮງຈົນພວກເຂົາຕ້ອງຕົກຢູ່ໃນສະພາວະທີ່ກົດ ດັນແລະອາດຈະຕ້ອງພ່າຍແພ້ຕໍ່ການທົດລອງ ຊາຕານກໍາລັງຈະພະຍາຍາມທີ່ຈະສວຍ ໂອກາດຍາດຊິງຈິດວິນຍານເຫຼົ່ານີ້ໄປ ດັ່ງນັ້ນ ຖ້ອຍຄໍາທີ່ໂຫດຮ້າຍຫຍາບຄາຍແລະປາ ສະຈາກຄວາມເຫັນອົກເຫັນໃຈຈະເຮັດໃຫ້ຄົນເຫຼົ່ານັ້ນເກີດຄວາມທໍ້ຖອຍແລະຂັບໄລ່ ພວກເຂົາຕ້ອງຕົກເປັນເຫຍື່ອຕໍ່ອໍານາດຂອງຜູ້ທີ່ທົດລອງ {HM 163.2} ມແ 150.3
ການເຂົ້າເຖິງຈິດໃຈຄົນທັງຫຼາຍນັ້ນເປັນເລື່ອງທີ່ລະອຽດອ່ອນ ມີພຽງພຣະ ເຈົ້າຜູ້ຊົງອ່ານຈິດໃຈຂອງມະນຸດໄດ້ເທົ່ານັ້ນຊົງນໍາມະນຸດໃຫ້ກັບໃຈໃໝ່ໄດ້ ມີພຽງພຣະ ປັນຍາຂອງພຣະອົງເທົ່ານັ້ນທີ່ຈະເຮັດໃຫ້ເຮົາປະສົບຜົນສໍາເລັດໃນການເຂົ້າເຖິງຄົນທີ່ຫຼົງ ຫາຍໄດ້ ທ່ານອາດຈະຢືນຕົວຊື່ແລະຮູ້ສຶກວ່າ ຂ້າພະເຈົ້າເປັນຜູ້ບໍລິສຸດຊອບທໍາກວ່າຕົວ ທ່ານ ແລະບໍ່ວ່າເຫດຜົນຂອງທ່ານຈະຖືກຕ້ອງຫຼາຍພຽງໃດຫຼືຖ້ອຍຄໍາຂອງທ່ານຈະເປັນ ຄວາມຈິງຫຼາຍສັກພຽງໃດ ຖ້ອຍຄໍານັ້ນຍ່ອມບໍ່ອາດຈະເຂົ້າເຖິງແລະສໍາຜັດຈິດໃຈຂອງຜູ້ ໃດໄດ້ ຄວາມຮັກຂອງພຣະຄຣິດທີ່ໄດ້ສະແດງໃຫ້ປາກົດໃນຄໍາເວົ້າແລະການກະທໍາຕ່າງ ຫາກທີ່ຈະເຮັດໃຫ້ປະສົບຜົນໃນການເຂົ້າເຖິງຈິດໃຈຂອງຜູ້ອື່ນໄດ້ ໃນຂະນະທີ່ການ ເວົ້າຊໍ້າເຖິງຂໍ້ບັງຄັບຄໍາສັ່ງສອນຫຼືການໂຕ້ແຍ້ງຍ່ອມບໍ່ກໍ່ໃຫ້ບັງເກີດຜົນແຕ່ປະການໃດ {HM 163.3} ມແ 151.1
ເຮົາຕ້ອງມີຄວາມເຫັນອົກເຫັນໃຈຕາມແບບຢ່າງຂອງພຣະຄຣິດໃຫ້ຫຼາຍຍິ່ງຂຶ້ນ ຊຶ່ງບໍ່ແມ່ນຄວາມເຫັນອົກເຫັນໃຈຕໍ່ຜູ້ທີ່ເຮົາເຫັນວ່າເປັນຄົນທີ່ປາສະຈາກຕໍານິອັນຕໍ່າ ຕ້ອຍເທົ່ານັ້ນແຕ່ເຮົາຕ້ອງສະແດງຄວາມເຫັນອົກເຫັນໃຈຕໍ່ຄົນຍາກຄົນຈົນທີ່ຕົກທຸກ ໄດ້ຍາກແລະຈິດວິນຍານທີ່ກໍາລັງຕໍ່ສູ້ດິ້ນລົນ ຊຶ່ງຖືກຄອບງໍາຢູ່ໃນຄວາມຜິດບາບແລະ ຈົມຢູ່ກັບຄວາມຮູ້ສຶກເສຍໃຈທີ່ໄດ້ເຮັດຜິດໄປ ຕ້ອງຖືກການທົດລອງແລະມີຈິດໃຈທີ່ ທໍ່ຖອຍສິ້ນຫວັງ ເຮົາຈະຕ້ອງເຂົ້າໄປຫາເພື່ອນມະນຸດດ້ວຍການເຂົ້າເຖິງແລະສໍາຜັດຈິດ ໃຈພວກເຂົາດ້ວຍຄວາມຮູ້ສຶກເຖິງຄວາມອ່ອນແອຂອງພວກເຂົາເໝືອນດັ່ງພຣະມະຫາ ປູໂລຫິດຂອງເຮົາຜູ້ຊົງປະກອບດ້ວຍພຣະໄທກະລຸນາ {HM 164.1} ມແ 151.2
ຄົນທີ່ສັງຄົມລັງກຽດຄົນເກັບພາສີແລະຄົນບາບຊຶ່ງປະຊາຊົນຕ່າງດູຖູກຢຽດຢາມ ເຫຼົ່ານັ້ນຕ່າງຫາກທີ່ພຣະຄຣິດຊົງເອີ້ນແລະດ້ວຍຄວາມຮັກອັນໝັ້ນຄົງຂອງພຣະອົງ ເປັນ ແຮງຜັກດັນຄົນເຫຼົ່ານັ້ນໃຫ້ເຂົ້າມາຫາພຣະອົງ ມີບຸກຄົນຈໍາພວກດຽວທີ່ພຣະຄຣິດບໍ່ຊົງ ຍອມຮັບ ນັ້ນກໍຄືຜູ້ທີ່ຖືວ່າຕົນເອງດີເລີດແລະດູຖູກຢຽດຫຍາມຄົນອື່ນ {HM 164.2} ມແ 152.1
ພຣະຄຣິດຊົງຮັບສັ່ງແກ່ເຮົາວ່າ “ ຈົ່ງອອກໄປຕາມທາງໃຫຍ່ທາງນ້ອຍ ແລະຊັກ ຊວນເຂົາເຂົ້າມາເພື່ອເຮືອນຂອງເຮົາຈະເຕັມ” ໃນການທີ່ຈະປະຕິບັດຕາມພຣະດໍາລັດ ສັ່ງນີ້ເຮົາຈະຕ້ອງໄປຫາຜູ້ທີ່ຍັງບໍ່ໄດ້ນັບຖືພຣະເຈົ້າ ທັ້ງທີ່ຢູ່ໃກ້ເຮົາຫຼືຢູ່ຫ່າງໄກອອກໄປ “ຄົນເກັບພາສີແລະຍິງແພດສະຫຍາ” ຈະຕ້ອງໄດ້ຍິນຄໍາເຊື້ອເຊີນຂອງພຣະຜູ້ຊ່ວຍ ໃຫ້ລອດໂດຍຕ້ອງອາໄສຄວາມເມດຕາກະລຸນາແລະຄວາມອົດທົນຂອງທູດຜູ້ນໍາຂ່າວ ຂອງພຣະອົງ ຄໍາເຊື້ອເຊີນຂອງພຣະຄຣິດຈະກາຍເປັນລິດອໍານາດທີ່ຈະຊ່ວຍຊູຜູ້ທີ່ຈົມ ດິ່ງລົງເລິກສູ່ກົ້ນບຶ້ງ(ຈຸດທີ່ເລິກທີ່ສຸດ)ຂອງຄວາມຜິດບາບໃຫ້ຂຶ້ນມາໄດ້ {HM 164.3} ມແ 152.2
ແຮງບັນດານໃຈໃນການເຮັດວຽກຂອງຄຣິດສະຕຽນຍ່ອມຕ້ອງການຄວາມຕັ້ງ ໃຈທີ່ມຸ້ງໝັ້ນຄວາມເອົາໃຈໃສ່ຢ່າງຕໍ່ເນື່ອງ ແລະຄວາມປາຖະໜາຢ່າງບໍ່ລົດລະຕໍ່ຈິດວິນ ຍານທັງຫຼາຍທີ່ຊາຕານພະຍາຍາມທໍາລາຍເສຍ ຢ່າໃຫ້ມີສິ່ງໃດມາເຮັດໃຫ້ຄວາມຮ້ອນ ຮົນແລະຄວາມປາຖະໜາອັນເລິກເຊິ່ງທີ່ຈະຊ່ວຍຜູ້ທີ່ຫຼົງຫາຍໃຫ້ໄດ້ຮັບຄວາມລອດນັ້ນ ຕ້ອງຊັກຊ້ສເຢືອກເຢັນລົງໄປ {HM 164.4} ມແ 152.3
ຈົ່ງສັງເກດເບິ່ງວ່າໃນພຣະວັດຈະນະຂອງພຣະເຈົ້າທີ່ມີຢູ່ທັງໝົດນັ້ນ ລ້ວນເປັນ ຖ້ອຍຄໍາທີ່ຊົງຮຽກຮ້ອງໃຫ້ມະນຸດຊາຍຍິງກັບມາຫາພຣະຄຣິດຢ່າງຮີບດ່ວນ ເຮົາຈໍາ ເປັນຕ້ອງຍາດແຍ່ງສວຍເອົາທຸກໆໂອກາດທີ່ມີທັງເປັນການສ່ວນຕົວແລະໃນທີ່ສາທາລະ ນະຊົນ ໂດຍນໍາສະເໜີເຫດຜົນທັງປວງ ຖ່າຍທອດແຮງກະຕຸ້ນໃນທຸກລະດັບ ເພື່ອຊັກ ນໍາມະນຸດໃຫ້ກັບມາຫາພຣະຜູ້ຊ່ວຍໃຫ້ລອດເຮົາຈະຕ້ອງຊັກຈູງຄົນທັງຫຼາຍດ້ວຍກໍາລັງ ທັງໝົດຂອງເຮົາໃຫ້ເບິ່ງໄປຍັງພຣະເຢຊູ ແລະຍອມຮັບເອົາຊີວິດທີ່ເສຍສະຫຼະແລະບໍ່ ເຫັນແກ່ຕົວຂອງພຣະອົງ ເຮົາຈະຕ້ອງສະແດງໃຫ້ເຫັນວ່າ ເຮົາຫວັງທີ່ຈະໃຫ້ພວກເຂົາ ໄດ້ເຮັດໃຫ້ພຣະຄຣິດຊົງມີພຣະໄທຊື່ນຊົມຍິນດີ ດ້ວຍການທີ່ເຮົາໄດ້ໃຊ້ຂອງປະທານ ທຸກຢ່າງເພື່ອເປັນການຖະຫວາຍກຽດແດ່ພຣະນາມຂອງພຣະອົງ {HM 164.5} ມແ 152.4