ຕາມພຣະວັດຈະນະຂອງພຣະເຈົ້ານັ້ນ ພຣະເຈົ້າຊົງບໍ່ໄດ້ມີແຜນການໃຫ້ຄົນກຸ່ມ ໜຶ່ງກຸ່ມໃດລໍ້າລວຍຈາກການກົດຂີ່ຂົ່ມເຫງແລະຄວາມທຸກຍາກຂອງຜູ້ອື່ນ ໃນການຕິດ ຕໍ່ກ່ຽວຂ້ອງດ້ານທຸລະກິດນັ້ນ ພຣະວັດຈະນະຂອງພຣະເຈົ້າສັ່ງສອນເຮົາໃຫ້ວາງຕົວຂອງ ເຮົາໃນຈຸດຢືນຂອງຜູ້ທີ່ກໍາລັງຕິດຕໍ່ດ້ວຍວ່າເຮົາຈະມີຄວາມຮູ້ສຶກຢ່າງໃດ ຢ່າໃຫ້ເຮົາ ຄິດເຖິງແຕ່ປະໂຫຍດຂອງເຮົາແຕ່ພຽງຝ່າຍດຽວ ແຕ່ຂໍໃຫ້ເຮົາໄດ້ຄິດເຖິງອີກຝ່າຍໜຶ່ງນໍາ ຜູ້ທີ່ເອົາປຽບໃນຄວາມທຸກຍາກຂອງຜູ້ອື່ນເພື່ອທີ່ຈະຫາຜົນປະໂຫຍດເຂົ້າຕົວເອງ ຫຼືຜູ້ທີ່ ຄອຍຂູດຮີດເພື່ອຫາຜົນປະໂຫຍດໃສ່ຕົວຈາກຄວາມເສຍປຽບຫຼືຄວາມດ້ອຍຂອງຜູ້ອື່ນ ຍ່ອມຈະກາຍເປັນຜູ້ທີ່ລ່ວງລະເມີດຕໍ່ທັງຫຼັກການແລະບົດບັນຍັດໃນພຣະວັດຈະນະ ຂອງພຣະເຈົ້າ {MH 187.2} ມແ 179.1
“ທ່ານທັງຫຼາຍຢ່າໃຫ້ເສຍຄວາມຍຸດຕິທໍາຊຶ່ງຄວນໄດ້ແກ່ຄົນຕ່າງດ້າວ ຫຼືຄວນໄດ້ ແກ່ລູກກໍາພ້າແລະຢ່າຮັບເສື້ອຜ້າຂອງຍິງໝ້າຍໄວ້ເປັນປະກັນ” “ເມື່ອທ່ານທັງຫຼາຍໃຫ້ ພີ່ນ້ອງກູ້ຢືມຂອງສິ່ງໃດ ຢ່າເຂົ້າໄປໃນເຮືອນຂອງເຂົາແລະຢ່າເອົາສິ່ງທີ່ເຂົາໃຊ້ເປັນປະກັນ ທ່ານຈົ່ງຢືນຢູ່ພາຍນອກ ແລະຄົນທີ່ຢືມນັ້ນຈະນໍາຂອງປະກັນອອກມາໃຫ້ທ່ານເອງ ຖ້າ ເຂົາເປັນຄົນຍາກຈົນ ຢ່າເອົາຂອງປະກັນນັ້ນເກັບໄວ້ຈົນຂ້າຄືນ” “ຖ້າເຈົ້າໄດ້ຮັບເສື້ອ ຄຸມຂອງເພື່ອນບ້ານໄວ້ເປັນຂອງປະກັນ ຈົ່ງຄືນຂອງນັ້ນໃຫ້ເຂົາກ່ອນຕະເວັນຕົກດິນ ເພາະເຂົາອາດມີເສື້ອຄຸມຕົວນັ້ນຕົວດຽວເປັນເຄື່ອງປົກຄຸມຮ່າງກາຍ ຖ້າບໍ່ດັ່ງນັ້ນເວລາ ນອນເຂົາຈະເອົາອັນໃດຫົ່ມ ເມື່ອເຂົາທູນຮ້ອງທຸກຕໍ່ເຮົາ ເຮົາຈະຟັງເພາະເຮົາເປັນຜູ້ມີ ເມດຕາກະລຸນາ” “ເຈົ້າຈະຂາຍນາໃຫ້ເພື່ອນບ້ານກໍດີ ຫຼືຊື້ຈາກເພື່ອນບ້ານກໍດີ ເຈົ້າຢ່າ ໂກງກັນ” ພຣະບັນຍັດ 24:17, 10-12; ອົບພະຍົບ 22:26, 27 ເລວີ 25:14 {MH 187.3} ມແ 179.2
“ເຈົ້າຢ່າກະທໍາຜິດໃນການພິພາກສາໃນການວັດຍາວຫຼືສັ່ງນໍ້າໜັກຫຼືນັບຈໍານວນ” “ທ່ານຢ່າມີລູກຕຸ້ມສໍາລັບຕາຊັ່ງຕ່າງກັນໄວ້ໃນຖົງ ອັນໜຶ່ງໜັກອັນໜຶ່ງເບົາ ໃນເຮືອນຂອງ ທ່ານຢ່າໃຫ້ມີເຄື່ອງຕວງສອງຊະນີດ ໃຫຍ່ອັນໜຶ່ງແລະນ້ອຍອັນໜຶ່ງ” “ເຈົ້າຈົ່ງໃຊ້ຕາຊັ່ງ ທ່ຽງຕົງ ລູກຕຸ້ມທ່ຽງຕົງ ເອຟາທ່ຽງຕົງແລະຮິນທ່ຽງຕົງ” ເລວີ 19:35, 36 ພຣະບັນຍັດ 25:13, 14 {MH 188.1} ມແ 179.3
“ຖ້າເຂົາຂໍໃຊ້ສິ່ງໃດຈາກທ່ານ ກໍຈົ່ງໃຫ້ຢ່າເມີນໜ້າໜີຈາກຜູ້ທີ່ຂໍຢືມຈາກທ່ານ” “ຄົນອະທໍາຂໍຢືມແລະບໍ່ຈ່າຍຄືນ ແຕ່ຄົນຊອບທໍານັ້ນໃຈກວ້າງຂວາງແລະແຈກຈ່າຍ” ມັດທາຍ 5:42,ເພງສັນລະເສີນ 31:27 {MH 188.2} ມແ 180.1
“ຈົ່ງໃຫ້ຄໍາປຶກສາ ຈົ່ງໃຫ້ອໍານວຍຄວາມຍຸດຕິທໍາ ຈົ່ງເຮັດຮົ່ມເງົາຂອງທ່ານເໝືອນ ກາງຄືນ ໃນເວລາຕອນທ່ຽງວັນ ຈົ່ງຊ່ວຍເຊື່ອງຜູ້ຖືກຂັບໄລ່ ຢ່າໄດ້ຫັກຫຼັງຜູ້ລີ້ໄພ “” ໃຫ້ຜູ້ຖືກຂັບໄລ່....ອາໃສຢູ່ທ່າມກາງທ່ານ ຈົ່ງເປັນທີ່ກໍາບັງໄພແກ່ເຂົາໃຫ້ພົ້ນຈາກຜູ້ ທໍາລາຍ” ເອສະຢາ 16:3, 4 {MH 188.3} ມແ 180.2
ແຜນການໃນການດໍາເນີນຊີວິດທີ່ພຣະເຈົ້າຊົງໂປດປະທານໃຫ້ແກ່ຊົນຊາດອິດ ສະລະເອນນັ້ນ ພຣະອົງຊົງມີພຣະປະສົງເພື່ອຈະໃຫ້ເປັນບົດຮຽນແກ່ມວນມະນຸດ ຫາກ ໃນວັນນີ້ມະນຸດຈະໄດ້ປະຕິບັດຕາມໃນແຜນການຂອງພຣະອົງ ໂລກໜ່ວຍນີ້ຍ່ອມຈະ ເປັນສະຖານທີ່ແຕກຕ່າງໄປຈາກໂລກທີ່ເປັນຢູ່ຫຼາຍໜ້ອຍຊໍ່າໃດ {MH 188.4} ມແ 180.3
ໃນເຂດແດນອັນກວ້າງຂວາງໃຫຍ່ໄພສານຂອງທໍາມະຊາດ ຍັງຄົງມີທີ່ຫວ່າງຫຼາຍພໍ ທີ່ຈະໃຫ້ຄົນທີ່ກໍາລັງທົນທຸກລໍາບາກ ແລະຄົນທີ່ຍາກໄຮ້ຂັດສົນໄດ້ມີເຮືອນຈັກຫຼັງໜຶ່ງ ໃນອ້ອມກອດຂອງທໍາມະຊາດນັ້ນ ຍັງຄົງມີຄວາມອຸດົມສົມບູນຢ່າງພຽງພໍທີ່ຈະເປັນອາ ຫານເພື່ອຄອຍລ້ຽງດູພວກເຂົາໄດ້ໃຕ້ພື້ນພຣະສຸທາ ຍັງມີພຣະພອນຂອງພຣະເຈົ້າທີ່ເກັບ ເຊື່ອງໄວ້ສໍາລັບຄົນທັງຫຼາຍທີ່ມີໃຈກ້າ ມີຄວາມຕັ້ງໃຈອັນມຸ່ງໝັ້ນແລະມີຄວາມມານະ ບາກບັ່ນທີ່ຈະເກັບກ່ຽວເອົາຂຸມຊັບເຫຼົ່ານັ້ນ {MH 188.5} ມແ 180.4
ພຣະເຈົ້າຊົງມອບໝາຍງານໃນການເພາະປູກພວນດິນໃຫ້ແກ່ມະນຸດໃນສວນເອ ເດນອັນເປັນການເປີດໂອກາດໃຫ້ບັນດາມະນຸດທັງຫຼາຍໄດ້ຮູ້ຈັກລ້ຽງຊີວິດຂອງຕົນເອງ “ຈົ່ງວາງໃຈໃນພຣະເຈົ້າ ແລະການເຮັດຄວາມດີ ທ່ານຈຶ່ງອາໄສຢູ່ໃນແຜ່ນດິນແລະຊື່ນ ບານຢູ່ກັບຄວາມປອດໄພ” ເພງສັນລະເສີນ 37:3 {MH 189.1} ມແ 180.5
ຜູ້ຄົນນັບພັນໝື່ນແທນທີ່ຈະເຮັດວຽກໃນໄຮ່ນາ ຕ່າງພາກັນເຂົ້າໄປແອອັດອາ ໄສຢູ່ໃນເມືອງ ເພື່ອເຝົ້າເບິ່ງຫາໂອກາດເຮັດວຽກຫາລ້ຽງຊີບທີ່ໄດ້ເງິນພຽງເລັກນ້ອຍ ໃນ ຫຼາຍກໍລະນີເງິນລາຍໄດ້ອັນໜ້ອຍນີ້ບໍ່ໄດ້ນໍາໄປໃຊ້ເພື່ອຊື້ອາຫານ ແຕ່ກັບຖືກນໍາໄປໃສ່ ໄວ້ໃນລິ້ນຊັກເກັບເງິນຂອງຄົນຂາຍເຫຼົ້າ ຊຶ່ງເປັນສິ່ງທີ່ມີຜົນທໍາລາຍທັງຕໍ່ຈິດວິນຍານ ແລະຮ່າງກາຍ {MH 189.2} ມແ 180.6
ຫຼາຍຄົນເຫັນວ່າການປະກອບອາຊີບນັ້ນເປັນວຽກທີ່ໜັກໜາໜ້າເບື່ອໜ່າຍ ແລະ ພວກເຂົາຈຶ່ງພະຍາຍາມທີ່ຈະທໍາມາຫາລ້ຽງຊີບໂດຍການໃຊ້ອຸບາຍເລ້ຫຼ່ຽມຫຼາຍກວ່າ ທີ່ຈະເຮັດວຽກທີ່ຊື່ສັດສຸດຈະຫຼິດ ຄວາມປາຖະໜາໃນການລ້ຽງຊີບໂດຍທີ່ບໍ່ຕ້ອງເຮັດ ວຽກນີ້ເອງທີ່ໄດ້ເປີດປະຕູໄປສູ່ຄວາມທຸກຍາກ ຄວາມຊົ່ວຮ້າຍແລະອາດຊະຍາກໍາທີ່ ເກືອບຈະຫາຂອບເຂດບໍ່ໄດ້ {MH 189.3} ມແ 181.1