Loading...
Larger font
Smaller font
Copy
Print
Contents

ເສັ້ນທາງແຫ່ງຄວາມຫວັງ

 - Contents
  • Results
  • Related
  • Featured
No results found for: "".
  • Weighted Relevancy
  • Content Sequence
  • Relevancy
  • Earliest First
  • Latest First

    ອົງພຣະຜູ້ເປັນເຈົ້າຊົງເປັນຂັ້ນໄດໃຫ້ພວກເຮົາໄດ້ພາ ກັນເດິນໄຕ່

    ນີ້ເປັນເຄື່ອງໝາຍສັນຍາລັກອັນດຽວ ກັນກັບທີ່ພຣະເຢຊູ ເຄີຍໄດ້ກ່າວເຖິງໃນຕອນທີ່ພຣະອົງ ໄດ້ໃຫ້ການສົນທະນາກັບ ທ່ານນາທະນາ ເອນ (Nathanael), ເຊິ່ງພຣະອົງຊົງໄດ້ຕັດ ກ່າວເອົາໄວ້ໃນຕອນນັ້ນວ່າ: “ທ່ານຈະເຫັນທ້ອງຟ້າອ້າ ອອກ ແລະພວກເທວະທູຕຂອງພຣະຜູ້ເປັນເຈົ້າກໍຈະພາກັນ ເດີນໄຕ່ຕາມພຣະບຸຕຂອງມະນຸດຂຶ້ໜໆລົງໆ” (ໂຢຫັນ 1:51). ເມື່ອເວລາທີ່ຄົນເຮົາ ໄດ້ທຳຄວາມບາບລົງໄປແລ້ວເຂົາ ກໍເປັນຝ່າຍທີ່ເອົາຕົວເອງຕັດແຍກອອກ ຈາກອົງພຣະຜູ້ເປັນເຈົ້າ ນັ້ນໄປ.ສາຍສັມພັນລະຫວ່າງເມືອງມະນຸດກັບເມືອງຟ້າກໍໄດ້ຖືກຕັດ ຂາດອອກຈາກກັນ. ເສັ້ນທາງອັນຈະພາໃຫ້ເຫວເລິກທັງສອງຟາກ ເຊິ່ງສາມາດທີ່ ຈະກັບຄືນມາເສື່ອມຕໍ່ກັນໄດ້ອີກນັ້ນກໍສູນຫາຍໄປ. ແຕ່ໂດຍຜ່ານອົງພຣະຄຣິສຕ໌ ເມືອງມະນຸດກໍໄດ້ກັບຄືນມາເສື່ອມ ສັມພັນກັບເມືອງຟ້າອີກເປັນຄັ້ງໃໝ່. ໂດຍອີງໃສ່ຄຸນຄວາມດີຂອງ ພຣະອົງເອງອົງພຣະຄຣິສຕ໌ ກໍໄດ້ກາຍເປັນສະພານເສື່ອມຕໍ່ເອົາ ເຫວເລິກທີ່ໄດ້ເກີດມາຈາກຄວາມບາບນັ້ນເພື່ອ ຈະໃຫ້ພວກບັນດາ ທູຕສະຫວັນທັງຫລາຍໄດ້ພາ ກັນຫັນເຂົ້າມາມີຄວາມຕິດຕໍ່ສັມພັນ ກັບມະນຸດນັ້ນໄດ້. ອົງພຣະຄຣິສຕ໌ຊົງເປັນຜູ້ໃຫ້ຄວາມຜູກພັນເອົາ ຄົນບາບຜູ້ທີ່ມີຄວາມອ່ອນແຮງໄຮ້ປະສິຖພາບນັ້ນໃຫ້ກັບຄືນເຂົ້າ ມາມີຄວາມເສື່ອມພັນ ກັບພຣະອົງຜູ້ຊົງເປັນແຫລ່ງກຳເນີດແຫ່ງ ເຫງົ້າ ພະລັງທີ່ບໍ່ມີວັນສ້ຽງສຸດນັ້ນອີກ.SCL 26.1

    ຄວາມໄຝຝັນຂອງມະນຸດກ່ຽວກັບຄວາມກ້າວໜ້າ ແລະ ຄວາມພະຍາຍາມທຸກປະການເພື່ອ ຈະເຊີດຊູສັງຄົມມະນຸດໃຫ້ສູງ ສົ່ງຂຶ້ນນັ້ນ - ທັງໝົດກໍລ້ວນແຕ່ເປັນສິ່ງເປົ່າລ້າຖ້າວ່າ ສິ່ງເຫລົ່າ ນັ້ນຫາກເປັນການຫັນຫລັງໃສ່ ພຣະອົງຜູ້ຊົງເປັນບໍ່ເກີດອັນໜຶ່ງອັນ ດຽວແຫ່ງຄວາມຫວັງ ແລະ ແຫ່ງການຊ່ວຍເຫລືອໃຫ້ແກ່ມວນມະ ນຸດ ທີ່ກຳລັງຕົກຢູ່ໃນສະພາວະແຫ່ງຄວາມພັງພິນາດຢູ່ນີ້. “ຂອງ ທານອັນດີທຸກຢ່າງ ແລະ ຂອງທານທີ່ສົມບູນແບບທຸກຢ່າງ ແມ່ນໄດ້ມາຈາກ ພຣະເຈົ້າ” (ຢາໂກໂບ [James] 1:17 ). ບໍ່ມີຄຸນສົມບັດທາດແທ້ອັນໃດອີກທີ່ຈະປະເສີດເລີດລ້ຳໄດ້ຢ່າງແທ້ ຈິງໂດຍເອົາຕົວແຍກອອກຈາກພຣະອົງໄປ. ມີແຕ່ເສັ້ນທາງດຽວ ເທົ່ານັ້ນທີ່ຈະພາໃຫ້ກັບຄືນໄປຫາພຣະເຈົ້າໄດ້ ແລະສິ່ງນັ້ນກໍຄືໂດຍ ຜ່ານອົງພຣະຄຣິສຕ໌ນັ້ນເອງ. ພຣະອົງຊົງຕັດກ່າວເອົາໄວ້ວ່າ: “ເຮົາພຣະອົງຄືເສັ້ນທາງ, ຄືສັຈະທັມຄວາມຈິງ ແລະຄື ຊີວິດ: ບໍ່ມີໃຜຈະສາມາດເຂົ້າໄປຫາພຣະບິດາເຈົ້າໄດ້ ໂດຍທີ່ບໍ່ຜ່ານເຮົາພຣະອົງນີ້” (ໂຢຫັນ 14:6). SCL 27.1