Loading...
Larger font
Smaller font
Copy
Print
Contents

ເສັ້ນທາງແຫ່ງຄວາມຫວັງ

 - Contents
  • Results
  • Related
  • Featured
No results found for: "".
  • Weighted Relevancy
  • Content Sequence
  • Relevancy
  • Earliest First
  • Latest First

    ການຍອມຜິດຂອງກະສັຕດາວິດ

    ຄວາມຜິດແລະຄວາມບາບຂອງຜູ້ໃດທີ່ໄດ້ຮັບ ການຍົກໂທດຜູ້ນັ້ນກໍມີຄວາມສຸກ. ຄົນຜູ້ທີ່ພຣະເຈົ້າໄດ້SCL 36.1

    ຖອດເອົາຄວາມຜິດອອກໄປແລະຄວາມຄວາມຜິດກໍບໍ່ມີຢູ່ໃນໃຈ ຂອງເຂົາອີກແລ້ວຜູ້ນັ້ນກໍມີຄວາມສຸກ” (ຄັດອອກມາ ຈາກເພງສັນລະເສີນ [Psalms 32:1,2).SCL 37.1

    ຂ້າແດ່ອົງພຣະຜູ້ເປັນເຈົ້າ, ໂຜດຈົ່ງມີຄວາມເມດ ຕາກະຣຸນາແດ່ຂ້ານ້ອຍດ້ວຍເຖີດ ເພຣາະພຣະອົງຊົງມີ ຄວາມຮັກໄຄ່ ເພາະຄວາມເມດຕາສົງສານຂອງ ພຣະອົງ ນັ້ນໂຜດ ຈົ່ງໄດ້ຍົກໂທດໃຫ້ຂ້ານ້ອຍດ້ວຍເຖີດ... ຂ້າພຣະ ອົງຂໍຍອມຮັບໃນຄວາມຜິດຂອງຕົນແລ້ວ ແລະ ຄວາມ ບາບຂອງຂ້ານ້ອຍກໍຢູ່ນຳຕົວຂອງຂ້ານ້ອຍນີ້ທຸກເມື່ອທຸກ ຍາມ... ໂຜດຈົ່ງສຳລະຕົວຜູ້ຂ້າດ້ວຍໃບໄມ້ຫອມເພື່ອຈະ ໄດ້ກາຍເປັນຄົນທີ່ສະອາດ, ຈົ່ງລ້າງບາບເອົາຕົວຜູ້ຂ້າ ນີ້ເຖີດເພື່ອຈະໄດ້ກາຍເປັນຄົນຂາວສະອາດຍິ່ງກວ່າຫິມ ມະ... ໂຜດຈົ່ງບັນດານສ້າງຫົວໃຈທີ່ ບໍຣິສຸດໃຫ້ເກີດ ມີຢູ່ໃນຕົວຜູ້ຂ້າດ້ວຍ, ຂ້າແດ່ອົງພຣະຜູ້ເປັນເຈົ້າ,ໂຜດ ຈົ່ງຟື້ນຟູເອົາຈິດວິນຍານອັນຊອບທັມໃຫ້ເກີດມີຂຶ້ນຢູ່ໃນ ຕົວຂອງຜູ່ຂ້ານີ້ດ້ວຍ. ຂໍຢ່າໄດ້ຂັບໄລ່ຜູ້ຂ້ານີ້ໃຫ້ຫ່າງໄກ ອອກໄປຈາກພຣະພັກ(ໜ້າ)ຂອງພຣະອົງເລີຍ, ຈົ່ງຢ່າໄດ້ ຖອດຖອນເອົາພຣະວິນຍານບໍຣິສຸດຂອງພຣະອົງໃຫ້ອອກ ໄປຈາກຕົວຜູ້ຂ້າດ້ວຍເຖີດ.ໂຜດຈົ່ງຟື້ນຟູໃຫ້ຜູ້ຂ້າໄດ້ມີຄວາມ ສຸກສຳລານຈາກພຣະກິຈການແຫ່ງການໂຜດໃຫ້ລອດ ຂອງພຣະອົງດ້ວຍແລະຂໍໃຫ້ພຣະອົງຈົ່ງເຊີດຊູຕົວຜູ້ຂ້າ ດ້ວຍພຣະວິນຍານແຫ່ງຄວາມອິສຣະພາບຂອງພຣະອົງ ເຈົ້າດ້ວຍເຖີດ..ໂຜດຈົ່ງໄດ້ປົດປ່ອຍເອົາຕົວຂ້ານ້ອຍໃຫ້ ພົ້ນໄປຈາກຄວາມຜິດຈາກການຄາດຕະກັນ. ຂ້າແດ່ອົງ ພຣະຜູ້ເປັນເຈົ້າ, ພຣະອົງຊົງເປັນພຣະເຈົ້າແຫ່ງການ ໂຜດໃຫ້ລອດ: ສົມປາກຂອງຜູ້ຂ້ານີ້ກໍຈະຮ້ອງເພງໃຫ້ ເປັນ ສຽງອັນກ້ອງດັງເພື່ອສັນລະເສີນຄວາມຊອບທັມຂອງພຣະ ອົງ” (ເພງສັນລະເສີນ 51: 1-14).SCL 37.2

    ການຍອມກັບໃຈໃໝ່ແບບນີ້ ກໍນອກເໜືອໄປຈາກຄວາມສາ ມາດຂອງມະນຸດເຮົາທີ່ຈະກະທຳໄດ້, ຍົກເວັ້ນວ່າຈະໄດ້ມາຈາກ ອົງພຣະຄຣິສຕ໌ເຈົ້າພຽງເທົ່ານັ້ນ ເຊິ່ງເປັນຜູ້ໄດ້ສະເດັດຂຶ້ນໄປສູ່ ບ່ອນທີ່ສູງສົ່ງ ແລະພຣະອົງກໍຍັງຊົງໄດ້ໂຜດຜາຍຂອງພຣະຣາຊ ທານລົງມາໃຫ້ແກ່ມະນຸດທັງປວງອີກດ້ວຍ.SCL 38.1

    ກໍແມ່ນຢູ່ໃນຂໍ້ນີ້ເອງ ທີ່ຄົນເປັນຈຳນວນບໍ່ໜ້ອຍຍັງບໍ່ທັນມີ ຄວາມເຂົ້າໃຈໄດ້ຢ່າງຖືກຕ້ອງ, ເພາະສະນັ້ນ,ພວກເຂົາກໍຈິ່ງບໍ່ໄດ້ ຮັບການຊ່ວຍເຫລືອທີ່ອົງພຣະຄຣິສຕ໌ ມຸ້ງໝາຍຢາກຈະໂຜດປະ ທານມາໃຫ້ນັ້ນ. ພວກເຂົາເຫລົ່ານັ້ນຄິດວ່າຕົນບໍ່ສາມາດທີ່ຈະເຂົ້າ ໄປຫາອົງພຣະຄຣິສຕ໌ໄດ້ກ່ອນທີ່ພວກຕົນຈະຍອມກັບໃຈໃໝ່ເສັຍ ກ່ອນແລະການຍອມກັບໃຈໃໝ່ນັ້ນກໍເປັນສິ່ງ ແປງທາງໃຫ້ແກ່ການ ໃຫ້ອະພັຍໂທດຕໍ່ຄວາມບາບຂອງພວກຕົນ. ນີ້ເປັນຄວາມຈິງທີ່ວ່າ ການຍອມກັບໃຈໃໝ່ຄວນຈະຕ້ອງມາກ່ອນການໃຫ້ອະພັຍຕໍ່ຄວາມ ບາບ, ເພາະວ່າມີແຕ່ຄົນຜູ້ມີຫົວໃຈອັນແຕກຫັກແລະອ່ອນຍອມ ແລ້ວເທົ່ານັ້ນຈິ່ງຈະເກີດມີຄວາມຮູ້ສຶກເຖິງຄວາມຈຳເປັນທີ່ຢາກ ຈະມີພຣະເຈົ້າຜູ້ໂຜດລອດເຂົ້າມາເປັນທີ່ເພິ່ງຂອງຕົນ. ແຕ່ວ່າ ຈຳເປັນຫລືບໍ່ທີ່ມະນຸດຜູ້ມີບາບຈະຕ້ອງໃຊ້ເວລາລໍຖ້າໄປຈົນກວ່າວ່າ ຕົນຈະຍອມກັບໃຈໃໝ່ເສັຍກ່ອນ ແລະຕໍ່ຈາກນັ້ນເຂົາຈິ່ງຈະສາມາດ ກ້າວເດີນເຂົ້າໄປຫາອົງພຣະຄຣິສຕ໌ໄດ້? ກການຍອມກັບໃຈໃໝ່ນັ້ນ ຫລືທີ່ຈະຕ້ອງເປັນອຸບປະສັກຂັດຂວາງລະຫວ່າງຄົນບາບກັບພຣະ ເຈົ້າຜູ້ໂຜດໃຫ້ລອດ?SCL 38.2

    ຢູ່ໃນໜັງສືພຣະຄຳພີບໍ່ເຄີຍໄດ້ສອນເອົາໄວ້ເລີຍວ່າຄົນບາບ ຈະຕ້ອງຍອມກັບໃຈໃໝ່ເສັຍກ່ອນ ແລະຕໍ່ຈາກນັ້ນຈິ່ງມາຮັບເອົາຄຳ ເຊື້ອເຊີນຂອງອົງພຣະຄຣິສຕ໌ເຈົ້າຕໍ່ໄປຄືສິ່ງທີ່ໜັງສືພຣະຄຳພີໄດ້ ຕັດເອົາໄວ້: ”ທຸກທ່ານທີ່ທຳການງານອັນໜັກທັງຫລາຍ ຈົ່ງພາກັນເຂົ້າມາຫາເຮົາ ພຣະອົງເສັຍເຖີດແລ້ວເຮົາຈະ ໃຫ້ພວກທ່ານໄດ້ຢຸດພັກ” (ມັດທາຍ 11:28). ນັ້ນແມ່ນພະລັງ ອັນສັກສິດທີ່ໄດ້ມາຈາກອົງພຣະຄຣິສຕ໌ເຈົ້າທີ່ເປັນຜູ້ຊັກນຳໃຫ້ພາໄປ ສູ່ການຍອມກັບໃຈໃໝ່ດ້ວຍຄວາມຈິງໃຈ ອາຈານເປໂຕຣ (Pter) ຜູ້ເຊິ່ງເປັນອັກຄະສາວົກທ່ານໜຶ່ງໄດ້ສະແດງອອກໃຫ້ເຫັນຢ່າງ ແຈ່ມແຈ້ງຢູ່ໃນຄຳຖະແຫລງ ຂອງເພິ່ນທີ່ມີຕໍ່ພວກໄພ່ພົນຊາວອິສ ຣະເອນໂດຍກ່າວອອກວ່າ: “ອົງພຣະຜູ້ເປັນເຈົ້າຊົງໄດ້ໃຊ້ ພຣະຫັດເບື້ອງຂວາຂອງ ພຣະອົງເພື່ອເຊີດຊູເອົາພຣະອົງ (ພຣະຄຣິສຕ໌-ຜູ້ແປ) ໃຫ້ກາຍເປັນເຈົ້າຊາຍແລະເປັນ ພຣະ ເຈົ້າຜູ້ໂຜດໃຫ້ລອດເພື່ອຈະໄດ້ນຳເອົາການຍອມກັບໃຈ ໃໝ່ນັ້ນມາໃຫ້ ແກ່ພວກອິສຣະເອລແລະລວມທັງການໃຫ້ອະ ພັຍແກ່ຄວາມບາບ” (ພຣະກີຈການ 5:31). ພວກເຮົາບໍ່ສາ ມາດທີ່ຈະທຳຕົນໃຫ້ຍອມກັບໃຈໃໝ່ໄດ້ໂດຍທີ່ຈະບໍ່ອີງໃສ່ພຣະວິນ ຍານບໍຣິສຸດຂອງອົງພຣະຄຣິສຕ໌ເພື່ອໃຫ້ເຂົ້າມາປຸກລຸກສະຕິຄວາມ ສຳນຶກຂອງຕົນແລະຖ້າຫາກຂາດອົງພຣະຄຣິສຕ໌ ໄປແລ້ວພວກ ເຮົາກໍບໍ່ສາມາດທີ່ຈະໄດ້ຮັບການອະພັຍໂທດໄດ້.SCL 39.1