Loading...
Larger font
Smaller font
Copy
Print
Contents

ເສັ້ນທາງແຫ່ງຄວາມຫວັງ

 - Contents
  • Results
  • Related
  • Featured
No results found for: "".
  • Weighted Relevancy
  • Content Sequence
  • Relevancy
  • Earliest First
  • Latest First
    Larger font
    Smaller font
    Copy
    Print
    Contents

    ຄວາມຜິດຄວາມບາບນັ້ນມີຂະໜາດຄວາມໜ້ອຍໃຫຍ່ພຽງໃດ

    ອົງພຣະຜູ້ເປັນເຈົ້າບໍ່ໄດ້ຖືວ່າ ຄວາມບາບທັງໝົດລ້ວນແຕ່ ມີຄວາມໜັກເບົາເທົ່າທຽມກັນ. ອົງພຣະຜູ້ເປັນເຈົ້າກໍເໝືອນກັນກັບ ມະນຸດທີ່ໃຫ້ການຕີລາຄາຄວາມຜິດຄວາມບາບໂດນອີງຕາມຂະ ໜາດຂອງຄວາມໜັກຄວາມເບົ່າທີ່ແຕກຕ່າງກັນ. ຢູ່ໃນສາຍຕາ ຂອງພຣະເຈົ້າແລ້ວ ກໍບໍ່ມີຄວາມບາບປະເພດໃດທີ່ຈະຖືວ່າເລັກ ນ້ອຍເບົາບາງໄປໄດ້. ການຕີລາຄາຂອງມະນຸດແມ່ນມີລັກສະນະ ບໍ່ເລິກເຊິ່ງເຖິງຖອງແລະ ທັງບໍ່ຄົບຖ້ວນສົມບູນ.ແຕ່ອົງພຣະຜູ້ເປັນ ເຈົ້າຊົງໃຫ້ການຕີລາຄາຕໍ່ທຸກສິ່ງທຸກຢ່າງ ໂດຍອີງຕາມຄວາມເປັນ ຈິງຂອງມັນ. ຄົນຂີ້ເຫລົ່າເມົາສຸລາກໍຈະຖືກສັງຄົມເຂົາລັງກຽດຢຽດ ຢາມແລະກໍຈະຖືກຄົນເຂົາກ່າວຂານກັນວ່າ: ຍ້ອນມັນເປັນຄົນຂີ້ ບາບນັ້ນແຫລະທີ່ມັນຈະບໍ່ໄດ້ໄປຂຶ້ນສະຫວັນນຳເພິ່ນ. ແຕ່ໃນຂະນະ ດຽວກັນນັ້ນ ຄວາມອວດອົ່ງທະນົງຕົວ, ຄວາມເຫັນແກ່ຕົວແລະ ຄວາມໂລບມາກໂລພາ ສ່ວນມາກຊ້ຳພັດຖືກມອງຂ້າມໄປແລະ ບໍ່ ມີຜູ້ໃດຈະຕຳນິວິຈານມັນເລີຍ, ທັງໆທີ່ຄວາມບາບປະເພດທີ່ກ່າວ ມານີ້ເອງທີ່ທຳໃຫ້ອົງພຣະຜູ້ເປັນເຈົ້າຕ້ອງເສັຍພຣະທັຍນຳເປັນພິ ເສດເພາະວ່າມັນເປັນການຂັດຄ້ານຕ້ານຢັນກັນກັບຄວາມດີມີ ພຣະ ຄຸນອັນເປັນຄຸນລັກສະນະທາດແທ້ຂອງພຣະອົງ, ມັນທັງຍັງເປັນ ການປໍລະປັກກັບຄວາມຮັກທີ່ບໍ່ເຫັນແກ່ຕົວທີ່ ຄຸ້ມຄອງຢູ່ໃນບັນຍາ ກາດຂອງເມືອງຟ້າມະຫາຈັກກະວານທີ່ ປາສຈາກຮ່ອງຮອຍຂອງ ຄວາມບາບໃດໆທັງສິ້ນ. ຄົນຜູ້ທີ່ໄດ້ກະທຳຄວາມບາບອັນໜັກໜ່ວງ ລົງໄປນັ້ນ ເຂົາກໍອາດຈະເກີດມີຄວາມຮູ້ສຶກອັບອາຍຂາຍໜ້າແລະ ເຂົາກໍຈະເກີດມີຄວາມຮູ້ສຶກໃນຄວາມຈຳເປັນທີ່ຢາກຈະເຂົ້າມາ ເພິ່ງພຣະບາຣະມີຂອງພຣະຄຣິສຕ໌ເຈົ້າ.ແຕ່ສ່ວນຄົນຜູ້ທີ່ມີຄວາມ ອວດອົ່ງທະນົງຕົວນັ້ນ ເຂົາກໍຈະບໍ່ຮູ້ສຶກເຖິງຄວາມຈຳເປັນໃດໆແລະ ເຂົາກໍຈະປິດປະຕູຫົວໃຈຂອງຕົນຕັນທາງອົງພຣະຄຣິສຕ໌ເອົາໄວ້ບໍ່ ໃຫ້ພຣະອົງເຂົ້າໄປຫາຕົນໄດ້ ນັບທັງຈະບໍ່ຍອມຮັບເອົາພຣະພອນ ອັນມະຫາສານທີ່ ພຣະອົງຊົງໄດ້ນຳລົງມາເພື່ອຈະໄດ້ເປັນຂອງ ພຣະຣາຊທານໃຫ້ ແກ່ມະນຸດທັງປວງນັ້ນເລີຍ.SCL 48.1

    ນາຍພາສີຂີ້ບາບຄົນໜຶ່ງຍັງໄດ້ກ່າວຄຳໄຫວ້ວອນຂອງຕົນ ອອກມາວ່າ: “ຂ້າແດ່ອົງພຣະຜູ້ເປັນເຈົ້າ,ໂຜດຈົ່ງມີຄວາມ ເມດຕາກະຣຸນາຕໍ່ຂ້ານ້ອຍຜູ້ເປັນຄົນບານນີ້ດ້ວຍ” (ລຸກາ 18:13). ນາຍພາສີຜູ້ນີ້ຖືວ່າຕົນເປັນຄົນຊົ່ວຮ້າຍເລວຊາມທີ່ ສຸດ ແລະ ຄົນຂ້າງນອກທັງຫລາຍກໍມອງເບິ່ງຜູ້ກ່ຽວດ້ວຍສາຍ ຕາອັນຢຽດຫຍາມຕ່ຳຕ້ອຍເໝືອນກັນນີ້. ແຕ່ ນາຍພາສີຄົນບາບ ຊ້ຳພັດເກີດມີຄວາມຮູ້ສຶກເຖິງຄວາມຈຳເປັນຂອງຕົນ ແລະ ພ້ອມ ດ້ວຍຄວາມຮູ້ສຶກໜັກໃຈໃນຄວາມຜິດຄວາມບາບ ນັບທັງຄວາມອັບ ອາຍຂາຍໜ້າຂອງຕົນ, ແລະ ເຂົາກໍໄດ້ຕັດສິນໃຈເຂົ້າມາຫາອົງ ພຣະຜູ້ເປັນເຈົ້າ ແລ້ວກໍໄດ້ຂໍໂຜດປະທານເອົາຄວາມເມດຕາສົງ ສານຈາກພຣະອົງ. ເຂົາໄດ້ເປີດປະຕູຫົວໃຈຂອງຕົນໃຫ້ແກ່ພຣະວິນ ຍານບໍຣິສຸດຂອງ ອົງພຣະຜູ້ເປັນເຈົ້າເພື່ອໃຫ້ພຣະອົງຊົງໄດ້ກະທຳ ພຣະກິຈການອັນມີພຣະເດດພຣະຄຸນຂອງ ພຣະອົງໃນການປົດປ່ອຍ ເອົາຜູ້ກ່ຽວໃຫ້ພົ້ນ ໄປຈາກການຢູ່ໃຕ້ອຳນາດຂອງຄວາມບາບນັ້ນ. ສ່ວນການໄຫວ້ວອນຂອງພວກຟາຣີຊາຍ (Pharisee) ຜູ້ມີຄວາມ ອວດອົ່ງທະນົງຕົວນັ້ນກໍໄດ້ສະແດງອອກໃຫ້ເຫັນວ່າຫົວໃຈຂອງ ພວກເຂົາກໍໄດ້ປິດປະຕູຕັນທາງຂອງພຣະວິນຍານບໍຣິສຸດນັ້ນເອົາ ໄວ້.ຍ້ອນວ່າເຂົາໄດ້ວາງຕົວໃຫ້ຢູ່ຫ່າງໄກໄປຈາກອົງພຣະຜູ້ເປັນ ເຈົ້າ, ສະນັ້ນເຂົາຈິ່ງບໍ່ ເກີດມີຄວາມຮູ້ສຶກຕົວໃນຄວາມເປື່ອຍເຍື່ອຍ ຂອງ ຕົນເຊິ່ງບໍ່ມີສ່ວນພົວພັນແຕ່ຢ່າງໃດເລີຍກັບຄວາມບໍຣິສຸດທີ່ ສົມບູນແບບຂອງອົງພຣະຜູ້ເປັນເຈົ້າ. ເຂົາບໍ່ຮູ້ສຶກມີຄວາມຈຳເປັນ ໃນສິ່ງໃດ, ສະນັ້ນ, ເຂົາຈິ່ງບໍ່ໄດ້ຮັບສິ່ງໃດເລີຍ.SCL 49.1

    ໃນເມື່ອທ່ານຫາກຮູ້ສຶກສຳນຶກໄດ້ໃນຄວາມບາບຂອງຕົນ ນັ້ນແລ້ວທ່ານກໍຈົ່ງຢ່າເສັຍເວລາລໍຖ້າໄປຈົນກວ່າວ່າທ່ານຈະສາ ມາດດັດສ້າງປ່ຽນແປງຕົນເອງໃຫ້ດີຂຶ້ນໄດ້ໂດຍການອີງໃສ່ຄວາມ ສາມາດຂອງຕົນເອງນັ້ນ. ຍັງມີຄົນເປັນຈຳນວນອັນມາກມາຍທີ່ ພາກັນຖືຕົນເອງວ່າພວກຕົນຍັງບໍ່ທັນເປັນຄົນດີພໍຄວນທີ່ຈະກ້າວ ເດີນເຂົ້າໄປຫາອົງພຣະຄຣິສຕ໌ເຈົ້າ. ທ່ານຫວັງວ່າຕົນຈະກັບ ກາຍໄປເປັນຄົນທີ່ ດີກວ່າເກົ່າດ້ວຍການອີງໃສ່ຄວາມພະຍາຍາມ ຂອງທ່ານເອງເທົ່ານັ້ນຫລື? “ຄົນເອທີໂອປີຈະສາມາດປ່ຽນ ສີຜິວຂອງເຂົາໄດ້ຫລືໃດ ຫລືວ່າເສືອດາວຈະສາມາດ ປ່ຽນລາຍຂອງມັນໄດ້ບໍ? ເຊ່ນດຽວກັນ, ເມື່ອເຄີຍທຳແຕ່ ຄວາມເລວຮ້າຍມາແລ້ວ ທ່ານຈະຫັນມາທຳຄວາມດີໄດ້ ບໍ?” (ເຢເຣມາຢາ [Jeremiah[ 13:23). ການຊ່ວຍເຫລືອທີ່ ຈະເປັນການກອບກູ້ເອົາພວກເຮົາໄດ້ນັ້ນກໍມີແຕ່ຈະໄດ້ມາຈາກອົງ ພຣະຜູ້ເປັນເຈົ້າພຽວເທົ່ານັ້ນ. ພວກເຮົາບໍ່ຄວນທີ່ຈະລໍຖ້າໄປຈົນ ກວ່າຍາມໃດທີ່ຕົນຈະເກີດມີຄວາມຮູ້ສຶກຕື່ນ ຕົວອັນແນ້ວແນ່, ມີຄຸນ ສັມບັດອັນດີເດັ່ນຫລີຈົນກວ່າວາລະໂອກາດອັນດີຍິ່ງຈະປາກົດອອກ ມາໃຫ້. ພວກເຮົາບໍ່ສາມາດທີ່ຈະກະທຳສິ່ງໃດດ້ວຍຕົນເອງໄດ້. ຂໍ ໃຫ້ພວກເຮົາ ຈົ່ງພາກັນເດີນຕຣົງເຂົ້າໄປຫາອົງພຣະຄຣິສຕ໌ເຈົ້າ ໂດຍອີງຕາມສະພາບຄວາມເປັນຈິງຂອງຕົນໃນເວລານີ້ເສັຍເຖີດ.SCL 50.1

    ຂໍຢ່າໃຫ້ຜູ້ໃດເກີດມີແນວຄິດລໍ້ລວງໃຈ ຂອງຕົນໄປເລຍວ່າ ອົງພຣະຜູ້ເປັນເຈົ້າ ຜູ້ຊົງມີຄວາມຮັກແລະຄວາມເມດຕາປານີອັນ ຍິ່ງໃຫຍ່ນັ້ນຈະໂຜດຜາຍເອົານັບທັງພວກຄົນ ທີ່ທຳການປະຕິເສດ ບໍ່ຍອມຮັບເອົາພຣະບາຣະມີຂອງພຣະອົງນັ້ນ. ມີແຕ່ໂດຍຜ່ານແສງ ສະຫວ່າງຈາກໄມ້ການແຂນແຫ່ງພຣະມະຫາວິຣະກັມພຽງເທົ່ານັ້ນ ພວກເຮົາຈິ່ງຈະພາກັນເຂົ້າໃຈເປັນຢ່າງດີໃນຄວາມຊົ່ວຊ້າເລວ ຊາມຂອງຄວາມບາບ ນັ້ນໄດ້ຢ່າງເຕັມສ່ວນ. ຄັນຖ້າຜູ້ໃດຫາກເວົ້າ ວ່າ ພຣະຜູ້ເປັນເຈົ້ານັ້ນກໍດີແສນດີ ຈິ່ງບໍ່ສາມາດທີ່ຈະປະຕິເສດຄົນ ບາບໄປໄດ້ນັ້ນ ກໍໃຫ້ພວກເຂົາຈົ່ງໄດ້ພາກັນມອງໄປສູປະຫວັດຂອງ ໄມ້ກາງແຂນ ແຫ່ງ ເນີນເຂົາກ້ອນໂກທານັ້ນເສັຍເຖີດ. ອົງພຣະ ຄີຣິສຕ໌ ຊົງເປັນຜູ້ມາຮັບເອົາຄວາມຜິດຂອງພວກຄົນບາບທັງ ຫລາຍ ໃຫ້ກັບກາຍໄປເປັນຂອງພຣະອົງເອງ ແລະທັງຍັງໄດ້ເປັນ ຜູ້ມາຮັບເອົາເຄາະຕາງພວກເຮົາອີກດ້ວຍ. ນີ້ກໍເພາະວ່າຖ້າບໍ່ທຳ ຢ່າງນັ້ນແລ້ກໍບໍ່ມີທາງເລືອກອື່ນໃດອີກເພື່ອຈະໂຜດເອົາມະນຸດໃຫ້ ລອດໄດ້ ເພາະຖ້າຫາກບໍ່ມີການເສັຍສະຫລະດັ່ງກ່າວນັ້ນ ແລ້ວໂລກ ນີ້ກໍ ບໍ່ສາມາດທີ່ຈະຫລີກເວັ້ນຈາກການຢູ່ໃຕ້ອຳນາດອັນຊົ່ວ ຮ້າຍແຫ່ງຄວາມບາບນັ້ນໄປໄດ້ ແລະທັງບໍ່ສາມາດທີ່ຈະຟື້ນຟູສາຍ ສັມພັນກັບສິ່ງສັກສິດທັງຫລາຍໃນສາກົນນະໂລກນີ້ເຊັ່ນກັນ.ຄວາມ ຮັກ,ຄວາມເຈັບປວດ ແລະ ການສິ້ນພຣະຊົນຂອງອົງພຣະບຸຕຂອງ ພຣະຜູ້ ເປັນເຈົ້ານັ້ນກໍລ້ວນແຕ່ເປັນການຢັ້ງຢືນໃຫ້ເຫັນເຖິງຄວາມ ໂຫດຮ້າຍທາລຸນຢ່າງຮ້າຍກາດ ຂອງຄວາມບາບ ແລະນັ້ນກໍໄດ້ ເປັນທັງການຢັ້ງຢືນໃຫ້ເຫັນວ່າ ຖ້າພວກເຮົາຫາກຍັງບໍ່ຍອມມອບ ກາຍຖວາຍ ຊີວິດຂອງຕົນໃຫ້ແກ່ອົງພຣະຄຣິສຕ໌ເຈົ້ານັ້ນແລ້ວກໍ ບໍ່ມີທາງເລືອກອື່ນ ໃດອີກທີ່ຈະຊ່ວຍໃຫ້ຫລົບຫລີກຈາກການຢູ່ໃຕ້ ອຳນາດຂອງມັນໄປໄດ້ ແລະ ທັງຈະຍັງບໍ່ມີຄວາມຫວັງໃດໆເລີຍວ່າຊີ ວິດຂອງຕົນຈະຖືກເຊີດຊູໃຫ້ດີຂຶ້ນກວ່າເດີມ.SCL 51.1

    Larger font
    Smaller font
    Copy
    Print
    Contents