Loading...
Larger font
Smaller font
Copy
Print
Contents

ເສັ້ນທາງແຫ່ງຄວາມຫວັງ

 - Contents
  • Results
  • Related
  • Featured
No results found for: "".
  • Weighted Relevancy
  • Content Sequence
  • Relevancy
  • Earliest First
  • Latest First

    ການຂໍໂທດແບບງ່າຍດາຍ

    ບາງເທື່ອ ຄົນຜູ້ທີ່ບໍ່ຍອມສາລະພາບຕົນນັ້ນກໍມັກຈະ ອ້າງເອີ່ຍໄປໃສ່ພວກຄົນ ທີ່ເປັນຄຣິສຕ໌ຕຽນ ຫລື ວ່າເປັນຜູ້ເຊື່ອໃນ ພຣະຄຣິສຕ໌ແລ້ວນັ້ນແລະກໍກ່າວວ່າ: “ຂ້ອຍເອງກໍບໍ່ນ້ອຍໜ້າໄປ ກວ່າພວກເຂົາພໍສ່ຳໃດດອກ, ພວກເຂົາກໍບໍ່ມີຄວາມເສັຍສະຫລະ, ບໍ່ມີຄວາມຄິດປັນຍາ ແລະຄຸນງາມຄວາມດີເໜືອກວ່າຂ້ອຍນີ້ດອກ. ພວກເຂົາກໍຊອບຄວາມມ່ວນຊື່ນເຮຮາ ແລະ ມີຄວາມເຫັນແກ່ຕົວ ເໝືອນກັນກັບຂ້ອນນີ້ລະ”. ການເວົ້າວ່າແບບນີ້ກໍຄື ການສວຍໂອ ກາດຈັບເອົາຈຸດອ່ອນຂອງຄົນອື່ນໃຫ້ມາເປັນຂໍ້ອ້າງເພື່ອຫາທາງ ແກ້ຕົວນັ້ນເອງ. ແຕ່ຄວາມບາບແລະຄວາມຂາດຕົກບົກຜ່ອງ ຂອງ ຄົນອື່ນນັ້ນກໍບໍ່ສາມາດທີ່ຈະນຳເອົາມາເປັນຂໍ້ອ້າງສຳລັບພວກເຮົາ ໄດ້ເພາະວ່າອົງພຣະຜູ້ເປັນເຈົ້າຊົງໄດ້ສະແດງເປັນຕົວຢ່າງໃຫ້ພວກ ເຮົາໄດ້ ເຫັນໃນຖານະທີ່ພຣະອົງເຄີຍ ໄດ້ສະເດັດລົງມາເປັນມະນຸດ ຜູ້ເຊິ່ງປາສຈາກຄວາມຂາດຕົກບົກຜ່ອງໃດໆທັງສິ້ນ, ພຣະອົງຊົງ ເປັນພຣະບຸຕຂອງອົງພຣະຜູ້ເປັນເຈົ້າທີ່ໄຮ້ຮອຍມົນທິນໃດໆທັງສິ້ນ. ສະນັ້ນ, ຜູ້ໃດທີ່ມັກຍົກເອົາຄວາມຂາດຕົກບົກຜ່ອງຂອງ ພວກຄົນ ທີ່ເຊື່ອໃນອົງ ພຣະຄຣິສຕ໌ມາເວົ້ານັ້ນ ເຂົາກໍຄວນຈະຕ້ອງສະແດງ ຕົນອອກໃຫ້ເປັນແບບຢ່າງ ໃນການດຳຣົງຊີວິດທີ່ດີເປັນໜ້ານັບຖື ຂອງເຂົານັ້ນອອກມາໃຫ້ເຫັນເສັຍດີກວ່າ. ຖ້າພວກເຂົາຫາກມີ ຄວາມເຂົ້າໃຈດີກ່ຽວກັບການທຳຕົນໃຫ້ເປັນ ຄຣິສຕະສາສນິກະຊົນ ທີ່ຖືກຕ້ອງວ່າຄວນເປັນຄົນຢ່າງໃດກັນແທ້ນັ້ນມັນກໍຈະບໍ່ ເປັນການ ເພີ່ມທະວີຄວາມບາບຂອງເຂົາໃຫ້ມາກຂຶ້ນຫລືໃດທີ່ເຂົາເອງຮູ້ ແລ້ວຊ້ຳພັດຕ່າວພາໂລ? ພວກເຂົາຮູ້ດີວ່າສິ່ງໃດເປັນສິ່ງທີ່ຖືກຕ້ອງ ແຕ່ຊ້ຳພັດປະຕິເສດທີ່ຈະປະຕິບັດໃນສິ່ງນັ້ນ.SCL 53.1

    ການໜ່ວງໜ່ຽວຊັກຊ້າກໍເປັນພັຍອັຍຕະລາຍເຊັ່ນກັນ. ຈົ່ງ ຟ້າວເຂົ້າມາຍອມຮັບສາລະພາບຄວາມບາບຂອງຕົນເສັຍເຖີດ ແລະຈົ່ງຊອກສະແຫວງຫາຄວາມບໍຣິສຸດຜຸດຜ່ອງ ທາງໃຈໂດຍ ຜ່ານສາຍສັມພັນກັບອົງພຣະເຢຊູເຈົ້ານັ້ນ. ກໍແມ່ນຢູ່ໃນຂໍ້ນີ້ເອງທີ່ ຄົນນັບເປັນພັນເປັນໝື່ນພາກັນມີຄວາມຫລົງຜິດເຊິ່ງຈະເປັນຕົ້ນ ເຫດທີ່ຈະພາໃຫ້ພວກເຂົາພາກັນສູນເສັຍຊີວິດອະມະຕະຂອງຕົນໄປ. ຢູ່ທີ່ນີ້ ຂ້າພຣະເຈົ້າບໍ່ຄິດຢາກຈະເວົ້າເຖິງທີ່ຊີວິດທີ່ສັ້ນແລະບໍ່ມີ ຄວາມແນ່ນອນຂອງຄົນເຮົານັ້ນເລີຍ, ແຕ່ເຫັນວ່າຍັງມີຄວາມອັນ ຕະລາຍຮ້າຍກາດຢ່າໜຶ່ງ - ສິ່ງນັ້ນກໍຄືພັຍອັນຕະລາຍທີ່ມາຈາກ ຄວາມເຂົ້າໃຈແບບ ບໍ່ເລິກເຊິ່ງເຖິງຖອງຂອງຄົນເປັນຈຳນວນ ມາກໃນການ ຊັກຊ້າໜ່ວງໜ່ຽວທີ່ຈະຂານຕອບຕໍ່ສຽງຮຽກຮ້ອງ ຂອງ ພຣະວິນຍານບໍຣິສຸດຂອງພຣະເຈົ້າແລ້ວຫັນໄປເລືອກເອົາ ການໃຊ້ຊີວິດຢູ່ໃນຄວາມບາບ. ຢ່າງໃດກໍດີ,ຄວາມບາບນັ້ນເຖິງ ແມ່ນພວກເຮົາຈະຄິດວ່າບາງສິ່ງມັນອາດເປັນສິ່ງເລັກນ້ອຍພຽງ ໃດກໍຕາມ ແຕ່ຖ້າພວກເຮົາຫາກຕົກເຂົ້າໄປໃນກົນອຸບາຍຂອງ ມັນແລ້ວກໍອາດຈະເປັນຜົນສະທ້ອນເຖິງການສູນເສັຍຢ່າງບໍ່ມີວັນ ຈະເອົາຄືນມາໄດ້. ສິ່ງໃດທີ່ພວກເຮົາບໍ່ສາມາດຈະເອົາຊະນະມັນ ໄດ້ຕໍ່ໄປມັນກໍຈະກັບມາເອົາຊະນະກັບເຮົາຄືນ ແລະໃນທີ່ສຸດມັນກໍ ຈະມາທຳຄວາມພິນາດໃຫ້ແກ່ຕົວເຮົາເອງ.SCL 54.1

    ທ່ານອາດາມ (Adam) ແລະນາງອເອວາ (Eve) ຜູ້ເປັນ ປະຖົມບິດາແລະມານດາຂອງມະນຸດພວກເຮົາ ນັ້ນຄັ້ງແລກ ກໍພາ ກັນເຂົ້າໃຈວ່າການກິນຜົລໄມ້ທີ່ໄດ້ຖືກພຣະເຈົ້າຕ້ອງຫ້າມເອົາໄວ້ ແລ້ວນັ້ນມັນກໍ ຈະເປັນພຽງແຕ່ເລື້ອງເລັກນ້ອຍເທົ່ານັ້ນແລະ ກໍຈະ ບໍ່ ພາໃຫ້ເກີດມີຜົນຮ້າຍໜັກໜ້າອັນໃດຕາມມາເໝືອນດັ່ງທີ່ພຣະຜູ້ ເປັນເຈົ້າຊົງໄດ້ຕັກເຕືອນເອົາໄວ້ນັ້ນ. ແຕ່ວ່າ ເລື້ອງທີ່ຄິດວ່າເປັນ ສິ່ງເລັກໆນ້ອຍໆທີ່ ກ່າວມານີ້ຊ້ຳພັດໄດ້ກາຍມາເປັນການລ່ວງລະ ເມີດຕໍ່ ກົດພຣະບັນຍັຕອັນສັກສິດຂອງອົງພຣະຜູ້ເປັນເຈົ້າເຊິ່ງພາ ໃຫ້ມະນຸດຕ້ອງໄດ້ຖືກຕັດແຍກອອກຈາກອົງພຣະຜູ້ເປັນເຈົ້າຂອງ ຕົນອອກໄປເສັຍ,ຈາກນັ້ນມັນກໍໄດ້ເປັນການເປິດປະຕູໃຫ້ແກ່ຄວາມ ຕາຍ ແລະຄວາມທຸກໂສກທີ່ບໍ່ສາມາດຈະພັນລະນາໄດ້ນັ້ນ ໃຫ້ຫລັ່ງ ນອງເຂົ້າມາຖ້ວມລົ້ນໂລກມະນຸດເຮົານີ້. ວັນເວລາກໍໝູນວຽນປ່ຽນ ໄປນານແສນນານ, ແຕ່ສຽງຮ້ອງໄຫ້ຄວນຄາງຂອງມວນມະນຸດຜູ້ ທີ່ໄດ້ຮັບເຄາະທັງຫລາຍກໍຍັງບໍ່ທັນ ຮູ້ວ່າວັນໃດຈະຢຸດຕິລົງໄປ ແລະ ສັພສິ່ງສັພການທັງໝົດທີ່ ພຣະເຈົ້າຊົງໄດ້ໃຫ້ການເນຣະມິຕປະດິດ ສ້າງຂຶ້ນມານັ້ນກໍຍັງຄົງພາກັຍຮອ້ງໃຫ້ຄວນຄາງ ດ້ວຍຄວາມເຈັບ ປວດຍ້ອນວ່າໄດ້ຮັບເຄາະກັມ ອັນເປັນຜົນຕາມມາຈາກການທີ່ມະ ນຸດ ໄດ້ພາກັນລ່ວງລະເມີດຕໍ່ກົດພຣະບັນຍັຕຂອງອົງພຣະຜູ້ເປັນ ເຈົ້ານັ້ນເອງ. ນັບທັງເມືອງສະຫວັນຊັ້ນຟ້າເອງກໍຍັງໄດ້ຮັບຜົນສະ ທ້ອນຈາກການກະທຳທີ່ຕໍ່ຕ້ານກັບພຣະເຈົ້ານັ້ນເໝືອນກັນ. ພຣະມະ ຫາວິຣະກັມແຫ່ງໄມ້ກາງແຂນທີ່ ເນີນເຂົາກ້ອນໂກທານັ້ນກໍຍັງຄົງ ປັກຫລັກຕັ້ງໝັ້ນຢູ່ເພື່ອ ເປັນອະນຸສອນໃຫ້ລະນຶກເຖິງການເສັຍສະ ຫລະອັນໜ້າອັສຈັນເຊິ່ງເປັນສິ່ງຈຳເປັນສຳລັບການໂຜດຜາຍກອບ ກູ້ເອົາພວກຄົນທີ່ໄດ້ລ່ວງລະເມີດຕໍ່ກົດພຣະບັນຍັຕຂອງພຣະເຈົ້າ ນັ້ນໃຫ້ໄດ້ຮັບຄວາມລອດພົ້ນ. ມາເຖີດທ່ານທັງຫລາຍ, ພວກເຮົາ ຈົ່ງຢ່າໄດ້ພາກັນ ຖືເບົາເອົາງ່າຍຕໍ່ຄວາມບາບນັ້ນວ່າເປັນຂອງ ເລັກນ້ອຍເບົາບາງເລີຍ.SCL 54.2

    ການລ່ວງລະເມີດຕໍ່ກົດໝາຍຂອງ ພຣະເຈົ້າທຸກຄັ້ງ, ການ ເມີນເສີຍຫລືການຫັນຫລັງປະຕິເສດຕໍ່ພຣະບາຣະມີຂອງອົງພຣະ ຄຣິສຕ໌ ນັ້ນກໍຈະສົ່ງຜົນສະທ້ອນຢ້ອນຫລັງໃສ່ຕົວຂອງພວກທ່ານນັ້ນ ເອງ, ມັນທັງຍັງທຳໃຫ້ຫົວໃຈຂອງມະນຸດມີຄວາມແຂງກະດ້າງ, ທຳໃຫ້ຄວາມມຸ້ງຫວັງຕັ້ງໃຈຂອງຄົນອ່ອນເພັຍເປັ້ຍລ່ອຍລົງ ແລະ ທຳໃຫ້ຄວາມຄິດປັນຍາຂອງຄົນປູ້ລົງໄປ ອັນຈະພາໃຫ້ຄວາມສາ ມາດຂອງທ່ານທີ່ ຈະປະພຶດຕົນໃຫ້ຂຶ້ນກັບສຽງຮຽກຮ້ອງອັນຮັກໄຄ່ ຂອງ ພຣະວິນຍານບໍຣິສຸດຂອງອົງພຣະຜູ້ເປັນເຈົ້ານັ້ນບໍ່ພຽງແຕ່ ຈະຫລຸດໜ້ອຍຖອຍລົງເທົ່ານັ້ນ, ແຕ່ຫາກຍັງນັບມື້ນັບຈະໄຮ້ສະມັຖ ພາບລົງໄປຊັກໃຊ້.SCL 56.1

    ຫລາຍຄົນກໍພະຍາຍາມທີ່ ຈະໃຫ້ການປອບຈິດໃຈທີ່ກຳລັງ ຕົກຢູ່ໃນຄວາມວິຕົກກັງວົນຂອງ ຕົນນັ້ນດ້ວຍຄວາມຄິດທີ່ວ່າ ພວກ ຕົນສາມາດທີ່ຈະປະຖິ້ມເສັ້ນທາງແຫ່ງຄວາມເລວຮ້າຍນັ້ນໄດ້ຕາມ ເວລາທີ່ພວກຕົນຕ້ອງການ. ພວກເຂົາຄິດວ່າຕົນເອງສາມາດທີ່ ຈະຫັນຫລັງໃສ່ສຽງຮຽກຮ້ອງອັນເຕັມໄປດ້ວຍຄວາມຮັກໄຄ່ຂອງ ອົງພຣະຜູ້ເປັນເຈົ້າ, ແຕ່ເຖິງຢ່າງໃດເຂົາກໍຍັງຄົງໄດ້ຍິນໄດ້ຟັງ ສຽງຮຽກຮ້ອງນັ້ນຄັ້ງແລ້ວຄັ້ງເລົ່າ. ພວກເຂົາເຫລົ່ານັ້ນພາກັນຄິດ ວ່າພາຍຫລັງທີ່ຕົນໄດ້ທຳການໝິ່ນປະໝາດຕໍ່ ອົງພຣະວິນຍານ ແຫ່ງຄວາມມີ ພຣະເດດພຣະຄຸນຂອງພຣະຜູ້ເປັນເຈົ້າ ແລະໄດ້ເອົາ ຕົນຕົກເຂົ້າໄປເປັນພັກຝ່າຍຂອງສາຕານນັ້ນແລ້ວແຕ່ພໍເຖິງຕົກ ຍາມອັດຕະຄັດຂັດສົນມາເຂົາກໍຈະສາມາດຫັນປ່ຽນທິດທາງແຫ່ງ ຊີວິດຂອງພວກຕົນໄດ້. ນີ້ກໍບໍ່ເປັນສິ່ງທີ່ຈະທຳກັນໄດ້ຢ່າງງ່າຍໆ. ຊີວິດທີ່ຕົກຈົມຢູ່ໃນຄວາມບາບໃນຊ່ວງເວລາຜ່ານມານັ້ນມັນ ໄດ້ປະ ທັບເອົາຮ່ອງຮອຍຂອງມັນໄວ້ຢູ່ໃນນິດໃສໃຈຄໍຂອງຄົນເຮົາແລະ ກໍມີ ແຕ່ຄົນເປັນຈຳນວນໜ້ອຍພຽງເທົ່ານັ້ນ ທີ່ຕ້ອງການຢາກຈະຝຶກຝົນ ກໍ້ສ້າງຕົນໃຫ້ເປັນເໝືອນດັ່ງອົງພຣະເຢຊູເຈົ້າ.SCL 56.2

    ຄວາມຄິດຈິດໃຈອັນເລວຮ້າຍ ແຕ່ພຽງເລັກນ້ອຍທີ່ມີຢູ່ໃນ ອຸບປະນິດສັຍ ຫລືວ່າ ຄວາມຢາກໄດ້ຢາກດີໃນສິ່ງໃດສິ່ງໜຶ່ງທີ່ມີທ່າ ອ່ຽງໄປທາງຄວາມບາບນັ້ນເມື່ອມັນຫາກໄດ້ເຂົ້າມາກຸກກົ້ວເມົາ ມົວຢູ່ໃນໃຈຂອງຄົນບໍ່ຢູ່ບໍ່ເຊົາແລ້ວ ສຸດທ້າຍມາມັນກໍຈະທຳຄວາມ ເສື່ອມເສັຍໃຫ້ແກ່ຄວາມມີປະສິຖພາບຂອງພຣະກິຈການແຫ່ງການ ປະກາດຂ່າວປະເສີດໃຫ້ຈົນໄດ້. ການເອົາຕົວໃຫ້ລ່ອງລອຍ ໄປຕາມ ກະແສຂອງຄວາມບາບທຸກຄັ້ງທຸກຄາວນັ້ນກໍມີແຕ່ຈະນຳເອົາຄົນໃຫ້ ຫ່າງເຫີນອອກໄປຈາກອົງພຣະຜູ້ເປັນເຈົ້າພຽງເທົ່ານັ້ນ. ຄົນຜູ້ທີ່ສະ ແດງຄວາມບໍ່ເຊື່ອແບບແຂງກະດ້າງ ຫລືວ່າ ສະແດງຄວາມເມີນ ເສີຍຕໍ່ ສັຈທັມຄວາມຈິງຂອງອົງພຣະຜູ້ເປັນເຈົ້ານັ້ນ ໃນທີ່ສຸດ ເຂົາ ກໍຈະໄດ້ຮັບໝາກຜົນທີ່ຕົນໄດ້ປູກຝັງເອົາໄວ້. ຢູ່ໃນໜັງສີພຣະຄຳ ພີທັງໝົດເຫລັ້ມ ກໍບໍ່ມີບ່ອນໃດອີກທີ່ຈະໃຫ້ຄຳຕັກເຕືອນຢ່າງເຂັ້ມ ງວດຕໍ່ການຫູເບົາເອົາງ່າຍໃນຄວາມຊົ່ວຮ້າຍເໝືອນດັ່ງຄຳເວົ້າ ຂອງກະສັຕ ໂຊໂລໂມນ(Solomon)ທີ່ວ່າ: ”ຄົນຊົ່ວຮ້າຍກໍ ຈະຖືກໂທດບາບຂອງເຂົາຜູກມິດຕົນເອົາໄວ້” (ສຸພາສິດ [Proverbs] 5:22).SCL 57.1