Loading...
Larger font
Smaller font
Copy
Print
Contents

ເສັ້ນທາງແຫ່ງຄວາມຫວັງ

 - Contents
  • Results
  • Related
  • Featured
No results found for: "".
  • Weighted Relevancy
  • Content Sequence
  • Relevancy
  • Earliest First
  • Latest First

    ຈົ່ງຊ່ວຍໃຫ້ກຳລັງໃຈແກ່ຜູ້ທີ່ກຳລັງຕົກຢູ່ໃນການລໍ້ລວງ

    ຫລາຍຄົນທີ່ມີຈິດໃຈອັນເຂັ້ມແຂງເຊິ່ງຕົກຢູ່ພາຍໃຕ້ຄວາມ ກົດດັນຈາກກຳລັງລໍ້ລວງໃຈນັ້ນກໍເກືອບຈະເອົາຕົວຍອມຈຳນົນໃນ ການຕໍ່ສູ້ກັບຄວາມເຫັນແກ່ຕົວ ແລະ ກັບຣິດອຳນາດຂອງມານ ຮ້າຍນັ້ນ. ຂໍທ່ານຈົ່ງຢ່າທຳໃຫ້ຄົນຜູ້ທີ່ກຳລັງຕົກຢູ່ໃນພາວະແຫ່ງ ການຕໍ່ສູ້ອັນໜັກໜ່ວງຂອງເຂົາດັ່ງກ່າວນັ້ນໄດ້ເກີດມີຄວາມທໍ້ຖອຍ ໃຈໄປເລີຍ.ຈົ່ງໃຫ້ກຳລັງໃຈແກ່ເຂົາດ້ວຍການເສີມສ້າງຄວາມກ້າ ຫານ ແລະ ດ້ວຍວາຈາຖ້ອຍຄຳທີ່ໃຫ້ຄວາມຫວັງອັນຈະເປັນການ ຊຸກຍູ້ໃຫ້ເຂົາໄດ້ກ້າວເດີນໄປຕາມເສັ້ນທາງຂອງເຂົາ. ການທຳດັ່ງ ນັ້ນຈະພາໃຫ້ແສງສະຫວ່າງຂອງອົງພຣະຄຣິສຕ໌ໃຫ້ພຸ່ງພົ້ນອອກມາ ຈາກຕົວຂອງທ່ານ. ” ບໍ່ມີຜູ້ໃດຢູ່ໃນພວກເຮົາທີ່ຈະຢູ່ເພື່ອຕົນ ເອງ” (ໂຣມັນ14:7). ຍ້ອນຜົນສະທ້ອນທີ່ອອກມາຈາກພວກເຮົາ ນັ້ນເອງເຊິ່ງອາດຈະເປັນໄປດ້ວຍການບໍ່ໄດ້ຄາດຄິດເອົາໄວ້ນັ້ນທີ່ ອາດຈະພາໃຫ້ຄົນອື່ນມີກຳລັງໃຈເຂັ້ມແຂງຂຶ້ນຫລືວ່າທໍ້ຖອຍໃຈລົງ ແລະ ແລ້ວກໍເອົາຕົວຫ່າງເຫີນອອກໄປຈາກອົງພຣະຄຣິສຕ໌ແລະ ຈາກສັຈທັມຄວາມຈິງຂອງພຣະອົງ.SCL 243.2

    ມີຫລາຍຄົນທີ່ຍັງມີຄວາມຄິດອັນຜິດພາດກ່ຽວກັບການດຳ ຣົງຊີວິດແລະຄຸນລັກສະນະທາດແທ້ຂອງອົງພຣະຄຣິສຕ໌. ພວກເຂົາ ຄິດວ່າພຣະອົງຂາດຄວາມອົບອຸ່ນແລະເບີກບານ, ເປັນຜູ້ທີ່ມີຄວາມ ເຂັ້ມງວດກວດຂັນ ແລະ ຂາດຄວາມເບີກບານສຳລານໃຈໃນຊີວິດ. ເພາະສະນັ້ນ, ຕົກຢູ່ໃນຫລາຍໆກໍຣະນີນັ້ນປະສົບການທົ່ວໄປຢູ່ໃນຊີ ວິດໃນຄວາມເຊື່ອທາງສາສະນາຂອງຄົນບາງຈຳພວກຈິ່ງໄດ້ປາ ກົດອອກມາດ້ວຍທັສນະອັນເສົ້າໝອງແບບນີ້.SCL 244.1

    ເຄີຍມີຄວາມເລົ່າກັນມາຢູ່ເລື້ຍໆວ່າພຣະເຢຊູກໍເຄີຍຫລັ່ງ ນ້ຳຕາແຕ່ຊ້ຳພັດບໍ່ກ່າວເຖິງວ່າພຣະອົງນັ້ນບໍ່ເຄີຍຍິ້ມຫົວຫລືບໍ່ ເປັນຄວາມຈິງແທ້ທີ່ ວ່າພຣະເຈົ້າຜູ້ໂຜດໃຫ້ລອດຂອງພວກເຮົາໄດ້ ເກີດມາເປັນມະນຸດແຫ່ງຄວາມທຸກໂສກແລະໄດ້ປະສົບກັບຄວາມ ຂົມຂື່ນ, ເພາະວ່າພຣະອົງໄດ້ເປີດຫົວໃຈຂອງຕົນຕໍ່ຄວາມເສົ້າໂສກ ທຸກປະການຂອງມວນມະນຸດ. ແຕ່ວ່າຕະຫລອດທັງຊີວິດຂອງພຣະ ອົງນັ້ນ ກໍລ້ວຍແຕ່ຊີວິດທີ່ເຕັມໄປດ້ວຍຄວາມເສັຍສະຫລະທີ່ ສະ ທ້ອນອອກດ້ວຍຄວາມເຈັບປວດ ແລະການແບກຫາບພາຣະກິດ ແລະພຣະອົງກໍບໍ່ເຄີຍເສັຍກຳລັງໃຈໄປເລີຍ. ໂສມໜ້າຂອງພຣະອົງ ກໍບໍ່ມີຮ່ອງຮອຍທີ່ສະແດງອອກໃຫ້ເຫັນເຖິງ ຄວາມເສົ້າໂສກແລະ ຄວາມຂຸ້ນຂ້ອງໜອງໃຈ, ຫາກມີແຕ່ຄວາມສັນຕິປາກົດອອກຢູ່ທຸກ ເວລາ. ຫົວໃຈຂອງອົງພຣະເຢຊູຍາມໃດກໍໄດ້ກາຍເປັນບໍ່ ເກີດແຫ່ງ ຄວາມມີຊີວິດ ແລະເຖິງແມ່ນວ່າພຣະອົງຈະເດີນໄປທີ່ ໃດກໍຕາມ ພຣະອົງກໍຈະນຳເອົາແຕ່ຄວາມສັນຕິ ແລະ ຄວາມເບີກບານສຳ ລານໃຈໄປນຳດ້ວຍ.SCL 244.2

    ພຣະເຈົ້າຜູ້ໂຜດໃຫ້ລອດຂອງພວກເຮົາຍາມໃດກໍມີຄວາມ ເອົາຈິງເອົາຈັງແລະຈຸດມີຈຸດມຸ້ງໝາຍອັນແນ່ນອນ, ແຕ່ພຣະອົງກໍບໍ່ ເຄີຍຈະສະແດງຄວາມໂສກເສົ້າເຫງົາໃຈນັ້ນອອກມາ. ຊີວິດຂອງ ພວກຄົນທີ່ເດີນຕາມທາງຂອງພຣະອົງນັ້ນກໍຈະເຕັມໄປດ້ວຍເປົ້າ ໝາຍອັນຕັ້ງໜ້າໃນຊີວິດ, ພວກເຂົາກໍກາຍເປັນຄົນຜູ້ມີຄວາມຮູ້ ສຶກຮັບຜິດຊອບສູງ. ຄວາມຄິດແບບຖືເບົາເອົາງ່າຍກໍຈະສູນສິ້ນໄປ, ພວກເຂົາກໍຈະມີຄວາມເຮຮາຕາຈື້ນ, ຈະບໍ່ເວົ້າຄວາມຕະຫລົກອັນ ສົກກະປົກ,ເພາະວ່າຄວາມເຊື່ອທາງສາສນາຂອງອົງພຣະຄຣິສຕ໌ ນີ້ຈະນຳມາເຊິ່ງຄວາມສັນຕິເໝືອນດັ່ງສາຍນ້ຳທີ່ກຳລັງລ່ອງໄຫລ ໄປດ້ວຍຄວາມສະຫງົບ. ຄວາມເຊື່ອໃນອົງພຣະຄຣິສຕ໌ຈະບໍ່ທຳໃຫ້ ຄວາມເບີກບານໃຈຂອງຄົນດັບມອດໄປ, ຈະບໍ່ສະກັດກັ້ນຄວາມຮູ້ສຶກ ອັນເບີກບານມ່ວນຊື່ນ, ຈະບໍ່ນຳເອົາຄວາມຄິດຂຶມເຂົ້າມາສູ່ໃບໜ້າ ຂອງຄົນ, ເຂົາຈະມີຮ້ອຍຍິມອັນຊື່ນບານອອກມາ. ອົງພຣະຄຣິສ ຕ໌ບໍ່ໄດ້ສະເດັດລົງມາສູ່ ໂລກມະນຸດເພື່ອຈະໃຫ້ຄົນອື່ນໄດ້ເຂົ້າມາຮັບ ໃຊ້ພຣະອົງ, ແຕ່ຫາກເພື່ອພຣະອົງເອງຈະໄດ້ເປັນຜູ້ໃຫ້ການຮັບໃຊ້ ແກ່ຄົນທັງຫລາຍ, ສະນັ້ນ ໃນເມື່ອຄວາມຮັກຂອງພຣະອົງຫາກໄດ້ ເຂົ້າມາສະຖິດຢູ່ໃນດວງໃຈຂອງພວກເຮົາແລ້ວ ພວກເຮົາກໍຈະເປັນ ຝ່າຍຜູ້ກະທຳຕາມແບບຢ່າງຂອງພຣະອົງ. SCL 245.1