Loading...
Larger font
Smaller font
Copy
Print
Contents

ເສັ້ນທາງແຫ່ງຄວາມຫວັງ

 - Contents
  • Results
  • Related
  • Featured
No results found for: "".
  • Weighted Relevancy
  • Content Sequence
  • Relevancy
  • Earliest First
  • Latest First

    ບົດຮຽນອັນລ້ຳຄ່າ

    ໃນເວລາທີ່ອົງພຣະເຢຊູ ຄຣິສຕ໌ຊົງໄດ້ກ່າງຄຳປະຖະກະ ຖາຢູ່ທີ່ເນີນເຂົາແຫ່ງນັ້ນ ພຣະອົງຊົງໄດ້ສອນພວກສາວົກທັງຫລາຍ ຂອງຕົນເຖິງບົດຮຽນອັນປະເສີດຕ່າງໆ ທີ່ກ່ຽວກັບຄວາມຈຳ ເປັນໃນການທີ່ຈະສ້າງຄວາມໄວ້ວາງໃຈໃນອົງພຣະຜູ້ເປັນເຈົ້າ. ບົດຮຽນເລົ່ານັ້ນແມ່ນແນ ໃສ່ເພື່ອເປັນການປຸກລຸກກຳລົງໃຈໃຫ້ ແກ່ພວກລູກຫລານທັງຫລາຍຂອງພຣະເຈົ້າຢູ່ໃນທຸກຍຸກທຸກສະໄໝ ແລະ ຕະຫລອດມາເທົ້າເຖິງທຸກວັນນີ້ ບົດຮຽນຕ່າງໆເຫລົ່ານັ້ນກໍ ຍັງຄົງເປັນພຣະຄຳສອນ ແລະ ເປັນການປຸກລະດົມຈິດໃຈຂອງພວກ ເຮົາຢ່າງເຕັມສ່ວນ. ພຣະເຈົ້າຜູ້ໂຜດໃຫ້ລອດຂອງພວກເຮົາຊົງໄດ້ ບອກໃຫ້ພວກສາວົກຂອງພຣະອົງໄດ້ພາກັນແນມໄປເບິ່ງພວກນົກ ທັງຫລາຍທີ່ໂບກບິນຢູ່ກາງເວຫານັ້ນວ່າພວກມັນກໍພາກັນສົ່ງສຽງ ຮ້ອງເປັນເພງສັນລະເສີນຕໍ່ ອົງພຣະຜູ້ເປັນເຈົ້າໂດຍບໍ່ມີຄວາມຄິດ ກັງວົນເລີຍເຖິງການດຳຣົງຊີວິດຂອງພວກຕົນເພາະວ່າ “ພວກ ມັນບໍ່ພາກັນປູກຝັງຫຍັງ, ບໍ່ເກັບກ່ຽວ ແລະ ກໍບໍ່ພາກັນ ເກັບເອົາເຂົ້າໄປໄວ້ໃນເລົ້າເລີຍ.” ແຕ່ວ່າອົງພຣະບິດາເຈົ້າ ຜູ້ຍິ່ງໃຫຍ່ຊົງເປັນຜູ້ໃຫ້ການອຸບປະຖັມຄ້ຳຊູແກ່ຄວາມຈຳເປັນທຸກ ຢ່າງຂອງພວກເຂົາເຫລົ່ານັ້ນ. ພຣະຜູ້ໂຜດໃຫ້ລອດຊົງຕັດຖາມ ວ່າ: “ຄັນຊັ້ນ ພວກທ່ານທັງຫລາຍນີ້ເດ ຈະບໍ່ປະເສີດຍິ່ງໄປ ກວ່າພວກສັດເຫລົ່ານັ້ນຫລື?” (ມັດທາຍ 6:26). ພຣະເຈົ້າຜູ້ ຍິ່ງໃຫຍ່ຊົງເປັນຜູ້ໃຫ້ການອຸບປະຖັມຄ້ຳຊູແກ່ມະນຸດແລະພວກສັຕ ສາວາສິ່ງທັງຫລາຍ, ພຣະອົງຊົງອ້າອ້ອມແຂນຂອງພຣະອົງອອກ ເພື່ອໃຫ້ ການລ້ຽງດູແກ່ທຸກສັພສິ່ງສັພການທີ່ພຣະອົງເອງຊົງໄດ້ ເປັນຜູ້ ໃຫ້ການເສກສັນປັ້ນແຕ່ງຂຶ້ມາ. ແມ່ນກະທັ້ງວ່າພວກນົກ ທີ່ເຈີດບິນຢູ່ຕາມທ້ອງຟ້າອາກາດເຫລົ່ານັ້ນກໍຍັງບໍ່ ໄດ້ຖືກປ່ອຍປະ ລະໄລໃຫ້ອອກໄປຈາກຄວາມດູແລຮັກຂອງພຣະອົງເຈົ້າ. ພຣະ ອົງກໍບໍ່ໄດ້ເອົາອາຫານປ່ອນເຂົ້າໃສ່ສົບໃສ່ປາກຂອງ ພວກມັນ ໂດຍຕົງ, ແຕ່ຫາກເປັນຜູ້ຊົງໃຫ້ການອຸບປະຖັມຄ້ຳຊູຕໍ່ຄວາມຈຳເປັນ ທຸກຢ່າງຂອງພວກເຂົາເຫລົ່ານັ້ນ. ພວກມັນເອງຕ້ອງເປັນຜູ້ເກັບ ເອົາເມັດອາຫານທີ່ພຣະອົງຊົງໄດ້ຫວ່ານເອົາໄວ້ສຳລັບພວກເຂົາ ເຫລົ່ານັ້ນ. ພວກມັນຈະຕ້ອງເປັນຜູ້ຈັດຕຽມຫ້າງຫາວັດຖຸອັນຈຳ ເປັນສຳລັບການກໍ່ສ້າງເຮືອນຮັງຂອງພວກຕົນ. ພວກມັນຈະຕ້ອງ ເປັນຜູ້ໃຫ້ການລ້ຽງດູແກ່ພວກລູກນ້ອຍຂອງຕົນ. ພວກມັນທັງຫລາຍ ກໍພາກັນກະທຳໜ້າທີ່ ການທັງໝົດຂອງຕົນເຫລົ່ານັ້ນ ດ້ວຍການ ສົ່ງສຽງຮ້ອງເຊິ່ງເປັນສຽງເພງອັນໄພເລາະເພາະວ່າ “ອົງພຣະ ເທພບິດາເຈົ້າຂອງພວກທ່ານນັ້ນເອງຊົງເປັນຜູ້ໃຫ້ການລ້ຽງ ດູແກ່ພວກເຂົາທັງຫລາຍ.” “ຄັນຊັ້ນ ພວກທ່ານຫລືທີ່ຈະບໍ່ມີ ຄວາມປະເສີດຍິ່ງໄປກວ່າພວກສັຕເຫລົ່ານັ້ນ?” ພວກທ່ານ ຫລືທີ່ຈະບໍ່ເປັນຜູ້ໃຫ້ການໂຄຣົບບູຊາຕໍ່ອົງພຣະຜູ້ເປັນເຈົ້າດ້ວຍ ຄວາມມີສະຕິປັນຍາ, ພວກທ່ານຫລືທີ່ຈະບໍ່ມີຄຸນຄ່າມາກເໜືອໄປ ກວ່າພວກນົກທີ່ໂບຍບິນຢູ່ຕາມທ້ອງຟ້າອາກາດເຫລົ່ານັ້ນ? ພຣະ ເຈົ້າຜູ້ຊົງໃຫ້ການເນຣມິຕສ້າງຂອງພວກເຮົານັ້ນຫລືທີ່ ຈະບໍ່ໃຫ້ ການຄຸ້ມຄອງຮັກສາຕໍ່ຊີວິດການເປັນຢູ່ຂອງພວກເຮົາ. ພຣະອົງຜູ້ ຊົງໃຫ້ການເນຣະມິຕສ້າງພວກເຮົາມາດ້ວຍໃຫ້ ພວກເຮົາໄດ້ມີລັກ ສະນະສາຍະພາບເໝືອນດັ່ງພຣະອົງນັ້ນ ຫລືທີ່ຈະບໍ່ຊົງໃຫ້ການອຸບ ປະຖັມຄ້ຳຊູຕໍ່ຄວາມຈຳເປັນຕ່າງໆຢູ່ໃນຊີວິດປະຈຳວັນຂອງພວກ ເຮົາ? ຂໍພຽງແຕ່ໃຫ້ພວກເຮົາໄດ້ພາກັນມີຄວາມໄວ້ວາງໃຈຕໍ່ພຣະ ອົງນັ້ນເສັຍເຖີດ!SCL 250.2