Loading...
Larger font
Smaller font
Copy
Print
Contents

ເສັ້ນທາງແຫ່ງຄວາມຫວັງ

 - Contents
  • Results
  • Related
  • Featured
No results found for: "".
  • Weighted Relevancy
  • Content Sequence
  • Relevancy
  • Earliest First
  • Latest First

    ຈົ່ງຊອກສະແຫວງຫາຄວາມເປັນອິສຣະພາບໄປຈາກ ຄວາມບາບ

    ເປັນສິ່ງທີ່ດີທີ່ ມະນຸດເຮົາມີຄວາມເຂົ້າໃຈໃນຄວາມເມດຕາ ກະຣຸນາຂອງອົງພຣະຜູ້ເປັນເຈົ້າ, ເຫັນໄດ້ເຖິງຄຸນຄວາມດີແລະ ຄວາມຮັກໄຄ່ຂອງSCL 23.1

    ພຣະອົງຊົງເປັນພຣະບິດາເຈົ້າ ພ້ອມດ້ວຍຄຸນລັກສະນະ ທາດແທ້ຂອງພຣະອົງ, ແຕ່ນັ້ນກໍຍັງບໍ່ທັນພຽງພໍເທື່ອ. ເປັນສິ່ງທີ່ ດີທີ່ຄົນເຮົາມີຄວາມເຂົ້າອົກເຂົ້າໃຈໃນຄວາມສະຫລຽວສະຫລາດ ແລະຄວາມຖືກຕ້ອງເປັນທັມຂອງກົດພຣະບັນຍັຕຂອງພຣະເຈົ້າ, ທີ່ເຫັນໄດ້ວ່າກົດພຣະບັນຍັຕນັ້ນຕັ້ງໝັ້ນຢູ່ບົນຫລັກການແຫ່ງຄວາມ ຮັກອັນອະມະຕະຂອງພຣະອົງ, ແຕ່ນັ້ນກໍຍັງບໍ່ທັນພຽງພໍເທື່ອ. ອາ ຈານໂປນ (the apostle Paul) ຜູ້ເຊິ່ງເປັນອັຄະສາວົກ ຂອງທ່ານໜຶ່ງຂອງພຣະເຢຊູໄດ້ມີຄວາມເຂົ້າໃຈຕໍ່ທຸກສິ່ງຢ່າງ ເຫລົ່ານີ້, ດັ່ງນັ້ນທ່ານກໍຈິ່ງໄດ້ອຸທານອອກມາວ່າ: “ຂ້າພຣະເຈົ້າ ເຫັນພ້ອມກັບກົດໝາຍຂອງພຣະຜູ້ເປັນເຈົ້າວ່າເປັນສິ່ງທີ່ດີ”, “ກົດໝາຍຂອງພຣະເຈົ້າກໍມີຄວາມບໍຣິສຸດ ແລະກົດພຣະ ບັນຍັຕກໍມີຄວາມບໍຣິສຸດ, ຖືກຕ້ອງເປັນທັມ ແລະດີ”. ແຕ່ໃນ ນັ້ນທ່ານຍັງໄດ້ກ່າວຕື່ມອີກດ້ວຍຄຳຂົມຂື່ນ, ດ້ວຍຄວາມເຈັບ ປວດທາງໃຈແລະດ້ວຍຄວາມທໍ້ຖອຍວ່າອອກມາວ່າ: “ແຕ່ຕົວຂ້າ ພຣະເຈົ້ານີ້ພັດເປັນມະນຸດ ທາງດ້ານເນື້ອກາຍທີ່ຖືກຂາຍ ໃຫ້ມາຢູ່ພາຍໃຕ້ຄວາມບາບ” (ໂຣມັນ 7:16, 12, 14). ທ່ານມີ ຄວາມໂຫຍຫິວໃນຄວາມບໍຣິສຸດຜຸດຜ່ອງ, ໃນຄວາມຊອບ ທັມເຊິ່ງທ່ານເອງກໍບໍ່ສາມາດທີ່ ຈະຢື້ຈັບເອົາມາດ້ວຍມືຂອງທ່ານ ເອງນັ້ນ, ສະນັ້ນ, ທ່ານຈິ່ງໄດ້ຮັບຮ້ອງຄວນຄາງອອກມາວ່າ: “ໂອນໍ, ຕົວຜູ້ຂ້ານີ້ກໍຍາກໄຮ້ແທ້ນໍ! ຜູ້ໃດເດທີ່ຈະສາມາດມາປົດປອຍ ເອົາຕົວຜູ້ຂ້ານີ້ໃຫ້ພົ້ນອອກ ໄປຈາກເນື້ອໜັງຮ່າງກາຍແຫ່ງ ຄວາມມໍລະນະນີ້ໄດ້?” (ໂຣມັນ 7:24). ນັ້ນຄື ສຽງຮ້ອງຄາງ ທີ່ໄດ້ດັງກ້ອງອອກມາຈາກໝາກຫົວໃຈທີ່ ເຈັບແຄ້ນຂອງມວນມະ ນຸດ ຢູ່ໃນທົ່ວທຸກແຫ່ງຫົນແລະທຸກສະໄໝ.ຕໍ່ສິ່ງທັງໝົດເຫລົ່າ ນັ້ນກໍມີພຽງແຕ່ຄຳຕອບອນດຽວຄື: “ຈົ່ງມອງເບິ່ງແພ໊ະນ້ອຍ ຂອງພຣະເຈົ້າຜູ້ທີ່ໄດ້ຖອດຖອນເອົາຄວາມບາບຂອງໂລກມະ ນຸດໄປນັ້ນເສັຍເຖີດ” (ໂຢຫັນ 1:29).SCL 23.2

    ພຣະວິນຍານບໍຣິສຸດຂອງ ພຣະຜູ້ເປັນເຈົ້າຊົງໄດ້ນຳໃຊ້ ເຄື່ອງໝາຍສັນຍາລັກຕ່າງໆເພື່ອ ໃຫ້ການພັນລະນາພາບພົດກ່ຽວ ກັບສັຈທັມຄວາມຈິງແລະ ທຳໃຫ້ເປັນຄວາມແຈ້ງຂາວຕໍ່ມະນຸດທັງ ຫລາຍທີ່ພວມຫິວກະຫາຍຢາກເປັນອິສຣະ ໄປຈາກຄວາມໜັກໃຈໃນ ຄວາມສຳນຶກຜິດເຫລົ່ານັ້ນ. ພາຍຫລັງທີ່ທ່ານເຈກົບ (Jacob) ໄດ້ ກະທຳຄວາມບາບລົງໄປດ້ວຍການໃຊ້ວິທີຫລອກລວງທ່ານ ເອ ໂຊ (Esau) ຜູ້ເປັນອ້າຍກົກຂອງຕົນໄປແລ້ວນັ້ນເພິ່ນກໍໄດ້ເອົາຕົວ ຫລົບໜີອອກໄປຈາກບ້ານເກີດເມືອງນອນຂອງຕົນ,ຕົວຂອງທ່ານ ກໍແຄ້ນເຄືອງໄປດ້ວຍຄວາມຮູ້ສຶກສຳນຶກຕໍ່ຄວາມຜິດຂອງຕົນ.ເວ ລາຕົກຢູ່ໃນຄວາມໂດດດ່ຽວອະນາຖາແລະຖືກຕັດຂາດ ອອກຈາກ ທຸກສິ່ງຢ່າງທີ່ເຄີຍທຳໃຫ້ຊີວິດຂອງເພິ່ນໄດ້ມີຄຸນຄ່າລາຄາໃນເມື່ອກ່ອນນັ້ນແລ້ວ, ຄວາມຄິດທີ່ ທຳໃຫ້ເພິ່ນເອງຕ້ອງໜັກອົກໜັກໃຈ ຍິ່ງກວ່າສິ່ງໃດທັງໝົດນັ້ນກໍຄືຄວາມຫວາດຫວັ່ນຢ້ານກົວ ຕໍ່ການກະ ທຳຄວາມບາບທີ່ໄດ້ເປັນສິ່ງເຂົ້າ ມາຕັດແຍກເອົາຄວາມສັມພັນ ຂອງທ່ານກັບອົງພຣະຜູ້ເປັນເຈົ້ານັ້ນໃຫ້ຂາດສະບັ້ນໄປ ແລະມາ ບັດນີ້ ນັບທັງເມືອງຟ້າສະຫວັນກໍໄດ້ປ່ອຍປະລະຖິ້ມຕົວຂອງທ່ານເຈ ກົບໄປເສັຍແລ້ວ. ຈາກນັ້ນ ເພິ່ນກໍໄດ້ເອົາຕົວລົ້ມນອນລົງໃສ່ຂີ້ດິນ ຫລ້ອນໆນັ້ນດ້ວຍຄວາມໂສກເສົ້າເຫງົາໃຈຢ່າງ ໜັກແລະຢູ່ບໍລິ ເວນແວດລ້ອມຕົວຂອງທ່ານນັ້ນກໍເຫັນມີແຕ່ເນີນພູເຈີ້ຍເຂົາອັນເປົ່າ ປຽວງຽບສະຫງັດ. ພໍເມື່ອແຫງນໜ້າຂຶ້ນເບິ່ງທ້ອງຟ້າກໍເຫັນ ແຕ່ ພວກໝູ່ດວງດາວທີ່ກຳລັງພາກັນສົ່ງແສງອັນ ແຈ້ງໃສແວວວາວ ລະຍິບລະຍັບຂອງພວກຕົນອາບສະຫງ່າໄປທົ່ວ. ພໍ່ເມື່ອນອນຫລັບ ຕາລົງ ໄປກໍໄດ້ເກີດເຫັນມີແສງສະຫວ່າງອັນແປກປະຫລາດເຂົ້າ ມາຕັດຄວາມຝັນຂອງທ່ານ ແລະນັ້ນກໍຄືພາບຂອງເຂດແຄວ້ນແດນ ດິນ ທີ່ເພິ່ນກຳລັງນອນຢູ່ນັ້ນເອງເຊິ່ງເຫັນວ່າມັນຄ້າຍດັ່ງລູກຂັ້ນ ໄດທີ່ກ່າຍຍາວຢຽດສູງໄປ ຈົນເຖິງປະຕູເມືອງສະຫວັນຊັ້ນຟ້າ ແລະເພິ່ນກໍຍັງໄດ້ ເຫັນພວກຊາວເມືອງສະຫວັນພວກຜູ້ເປັນເທວະ ທູຕຂອງພຣະຜູ້ເປັນເຈົ້າກຳລັງພາກັນ ຂຶ້ນໆລົງໆຢູ່ຕາມຂັ້ນ ໄດເຫລົ່ານັ້ນ,ໃນຂະນະດຽວກັນກໍໄດ້ເກີດມີແສງແສງຣັສມີສະທ້ອນ ອອກຈາກເບື້ອງບົນ ແລະ ມີພຣະສຸຣະສຽງ ຂອງພຣະຜູ້ເປັນ ເຈົ້າດັງກ້ອງອອກມາ ໂດຍກ່າວເປັນຂ່າວສານແຫ່ງຄວາມຫວັງ ແລະຄວາມປອບໃຈ. ສິ່ງນັ້ນຄືການທຳໃຫ້ທ່ານເຈກົບໄດ້ຮູ້ຈັກກັບ ພຣະອົງຜູ້ຊົງເປັນພຣະເຈົ້າຜູ້ໂຜດໃຫ້ລອດຜູ້ເຊິ່ງ ຈະໃຫ້ການຕອບ ສະໜອງຕໍ່ຄວາມຮຽກຮ້ອງຕ້ອງການແລະເບິ່ງແຍງລ້ຽງດູເອົາຊີ ວິດຈິດໃຈທີ່ກຳລັງຫິວໂຫຍຂອງທ່ານເຈກົບນັ້ນ. ທ່ານເຈກົບກໍມີ ຄວາມເບີກບານໃຈແລະຮູ້ບຸນຄຸນເປັນຢ່າງຍິ່ງທີ່ໄດ້ຮັບການໂຜດປະ ທານ ໃຫ້ເຫັນພຣະນິມິຕກ່ຽວກັບເສັ້ນທາງທີ່ ຄົນບາບຈະສາມາດ ກັບຫລ່າວຕ່າວຄືນມາ ມີຄວາມສັມພັນກັນກັບອົງພຣະຜູ້ເປັນ ເຈົ້ານັ້ນໄດ້ອີກເປັນຄັ້ງໃໝ່. ລູກຂັ້ນໄດອັນອັສຈັນທີ່ປາກົດອອກ ມາໃຫ້ເຫັນຢູ່ໃນຄວາມຝັນຂອງທ່ານເຈກົບນັ້ນກໍຄື ພຣະເຢຊູນັ້ນເອງ ເຊິ່ງຊົງເປັນຜູ້ຊື່ກາງໃນການຊື່ສັມພັນລະຫວ່າງພຣະຜູ້ເປັນເຈົ້າກັບ ມະນຸດເຮົາ.SCL 24.1