Loading...
Larger font
Smaller font
Copy
Print
Contents

ມະຫັດສະຈັນ ແຫ່ງການຮັກສາ

 - Contents
  • Results
  • Related
  • Featured
No results found for: "".
  • Weighted Relevancy
  • Content Sequence
  • Relevancy
  • Earliest First
  • Latest First

    ທໍາມະຊາດບໍ່ແມ່ນພຣະເຈົ້າ

    ພຣະຫັດຖະກິດຂອງພຣະເຈົ້າໃນທໍາມະຊາດນັ້ນບໍ່ໄດ້ແມ່ນພຣະອົງເອງໃນທໍາ ມະຊາດທໍາມະຊາດບໍ່ແມ່ນພຣະເຈົ້າສິ່ງຕ່າງໆໃນທໍາມະຊາດ ລ້ວນເປັນສິ່ງທີ່ສະແດງໃຫ້ ເຫັນເຖິງພຣະລັກສະນະແລະລິດທານຸພາບຂອງພຣະເຈົ້າແຕ່ເຮົາຈະຕ້ອງບໍ່ຖືວ່າທໍາມະ ຊາດເປັນພຣະເຈົ້າມະນຸດຜູ້ມີທັກສະໃນງານສິລະປະຍ່ອມສາມາດສັນສ້າງຜົນງານທີ່ ສວຍສົດງົດງາມໄດ້ອັນເປັນສິ່ງທີ່ໜ້າຊື່ນຊົມຍາມເມື່ອໄດ້ເຫັນແລະສິ່ງເຫຼົ່ານີ້ເປີດເຜີຍ ບາງສິ່ງບາງຢ່າງກ່ຽວກັບຄວາມຄິດຂອງຜູ້ທີ່ອອກແບບໃຫ້ແກ່ເຮົາແຕ່ຜົນງານທີ່ຖືກສ້າງ ຂຶ້ນຍ່ອມບໍ່ແມ່ນຜູ້ສ້າງຜູ້ທີ່ຄວນໄດ້ຮັບຄໍາສັນລະເສີນບໍ່ແມ່ນຕົວຜົນງານແຕ່ເປັນຜູ້ທີ່ສ້າງ ສັນສິ່ງນັ້ນຂຶ້ນມາຕ່າງຫາກ ດັ່ງນັ້ນໃນຂະນະທີ່ທໍາມະຊາດເປັນສິ່ງທີ່ສະແດງເຖິງພຣະດໍາ ຣິຂອງພຣະເຈົ້າຈຶ່ງບໍ່ແມ່ນທໍາມະຊາດ ແຕ່ເປັນພຣະເຈົ້າຜູ້ຊົງສ້າງທໍາມະຊາດທີ່ສົມຄວນ ໄດ້ຮັບການຍ້ອງຍໍສັນລະເສີນມແ 421.4

    “ມາເຖິດໃຫ້ເຮົານະມັດສະການກາບລົງ
    ໃຫ້ເຮົາຄຸກເຂົ່າລົງຕໍ່ພຣະເຈົ້າຜູ້ຊົງສ້າງພວກເຮົາ”
    “ທີ່ເລິກຂອງແຜ່ນດິນໂລກຢູ່ໃນພຣະຫັດຂອງພຣະອົງ
    ທີ່ສູງຂອງພູເຂົາເປັນຂອງພຣະອົງດ້ວຍ
    ທະເລເປັນຂອງພຣະອົງເພາະພຣະອົງຊົງສ້າງມັນ
    ແລະພຣະຫັດຂອງພຣະອົງຊົງປັ້ນແຜ່ນດິນ”
    ມແ 422.1

    ເພງ ສັນລະເສີນ 95:6;95:4,5

    “ພຣະອົງຜູ້ຊົງສ້າງດາວລູກໄກ່ແລະດາວໄຖ
    ຜູ້ຊົງປ່ຽນຄວາມມືດທຶບໃຫ້ເປັນຮຸ່ງເຊົ້າ
    ແລະຊົງເຮັດກາງເວັນມືດຢ່າງກາງຄືນ”
    “ພຣະອົງຜູ້ປັ້ນພູເຂົາແລະສ້າງພາຍຸ
    ແລະຊົງປະກາດພຣະດໍາຣິຂອງພຣະອົງແກ່ມະນຸດ”
    “ຜູ້ຊົງສ້າງຫ້ອງຊັ້ນເທິງໄວ້ໃນສະຫວັນ
    ແລະຕັ້ງຟ້າຄອບໄວ້ທີ່ພື້ນໂລກ”
    “ຜູ້ຊົງຮຽກເອີ້ນນໍ້າທະເລມາ
    ແລ້ວເທນໍ້ານັ້ນເທິງພື້ນໂລກ
    ພຣະນາມຂອງພຣະອົງຄືພຣະຢາເວ”
    ມແ 422.2

    ອາໂມດສ໌ 5:8,4:13,9:6 (THSV) {MH 413.2}