Go to full page →

ໜ້າທີ່ການອັນຖ່ອມຕົວຢູ່ໃນຊີວິດປະຈຳວັນ SCL 164

ໜ້າທີ່ການອັນມີລັກສະນະຖ່ອມຕົວຢູ່ ໃນຊີວິດປະຈຳວັນນັ້ນ ພວກເຮົາກໍສາມາດປະຕິບັດໃຫ້ສຳເຣັດ ໄດ້ດ້ວຍຈິດໃຈອັນເຕັມໄປ ດ້ວຍຄວາມຮັກໂດຍຖືວ່ານັ້ນເປັນການທຳງານ “ເພື່ອອົງພຣະຜູ້ ເປັນ ເຈົ້າ” (ໂກໂລຊຽນ3:23). ຖ້າວ່າຄວາມຮັກຂອງພຣະເຈົ້າ ຫາກເຂົ້າມາສະຖິດຢູ່ໃນຫົວໃຈ ຂອງຄົນແລ້ວຄວາມຮັກນັ້ນກໍຈະສະ ແດງອອກໃຫ້ເຫັນຢູ່ໃນການດຳຣົງຊີວິດ ແລະ ກິຈການປະຈຳວັນ ຂອງເຂົາ. ຄວາມດີຄວາມງາມຂອງອົງພຣະຄຣິສຕ໌ກໍຈະເຂົ້າມາ ຄຸ້ມຄອງ ຕົວຕົນຂອງພວກເຮົາແລະພວກເຮົາກໍຈະສົ່ງອິດທິພົນອັນ ດີມີຄວາມຈະເຣີນພອນໃຫ້ແກ່ພວກມວນຊົນທີ່ຢູ່ອ້ອມຂ້າງເຮົານັ້ນ. SCL 164.2

ທ່ານບໍ່ມີຄວາມຈຳເປັນຫຍັງເລີຍ ທີ່ຈະເສັຍເວລານັ່ງລໍຖ້າ ໄປຈົນວ່າເຖິງຍາມທີ່ ຕົນຈະໄດ້ມີໂອກາດອັນເອື້ອອຳນວຍຫລືວ່າ ຈະລໍຖ້າຈົນວ່າ ໃຫ້ຕົນມີຄວາມຮູ້ຄວາມສາມາດທີ່ດີເລີດສາກ່ອນ ແລ້ວ ຕົນຈິ່ງຈະຕັດສິນໃຈເຂົ້າໄປທຳງານເພື່ອ ອົງພຣະຜູ້ເປັນເຈົ້າ SCL 165.1

ທ່ານກໍທັງບໍ່ມີຄວາມຈຳເປັນເລີຍທີ່ ຈະຄິດວ່າສັງຄົມພາຍນອກ ຈະພາກັນຄິດແນວ ໃດກ່ຽວກັບຕົວຂອງທ່ານນັ້ນ. ຖ້າວ່າຊີວິດປະ ຈຳວັນຂອງທ່ານຫາກສະແດງອອກເຖິງການເປັນພະຍານຫລັກ ຖານ ໃຫ້ເຫັນເຖິງຄວາມເຊື່ອຂອງທ່ານທີ່ມີຄວາມບໍຣິສຸດຈິງໃຈ ແລະ ເມື່ອສັງຄົມແວດລ້ອມໄດ້ເຫັນວ່າທ່ານມີຄວາມປາຖນາດີຕໍ່ ພວກເຂົາຈິງ ແລ້ວກໍສະແດງວ່າຄວາມພະຍາຍາມຂອງທ່ານກໍບໍ່ ໄດ້ເສັຍໄປຢ່າງເປົ່າລ້າ. SCL 165.2