Go to full page →

ພາກທີ 5 - ຫຼັກການໃນດ້ານສຸຂະພາບ ມແ 271

ບົດທີ 20 ການຮັກສາສຸຂະອະນາໄມ ໂດຍທົ່ວໄປ ມແ 273

ຄວາມຮູ້ທີ່ວ່າມະນຸດນັ້ນເປັນພຣະວິຫານຂອງພຣະເຈົ້າ ເປັນບ່ອນສໍາລັບສະແດງ ສະຫງ່າລາສີຂອງພຣະອົງ ຈຶ່ງຄວນຕ້ອງເປັນແຮງດົນໃຈສູງສຸດໃນການໝັ່ນດູແລແລະ ພັດທະນາສຸຂະພາບທາງຮ່າງກາຍຂອງເຮົາ ພຣະຜູ້ຊົງສ້າງຊົງເນລະມິດສ້າງໂຄງຮ່າງຂອງ ມະນຸດຂຶ້ນມາໄດ້ຢ່າງໜ້າອັດສະຈັນແລະສະຫງ່າງາມ ພຣະອົງຊົງບັນຊາໃຫ້ເຮົາຕ້ອງສຶກສາ ເຂົ້າໃຈແລະປະຕິບັດໜ້າທີ່ຂອງເຮົາໃນການພິທັກຮັກສາຮ່າງກາຍນີ້ໃຫ້ປາສະຈາກ ອັນຕະລາຍແລະມົນທິນ {MH 271.1} ມແ 273.1