Go to full page →

ການໄຫຼວຽນຂອງເລືອດ ມແ 273

ການທີ່ຈະມີສຸຂະພາບທີ່ດີນັ້ນ ເຮົາຕ້ອງມີເລືອດທີ່ດີ ເພາະເລືອດເປັນກະແສແຫ່ງ ຊີວິດ ເລືອດຊ່ວຍສ້ອມແຊມສ່ວນທີ່ຫຼຸ້ຍຫ້ຽນແລະຊ່ວຍບໍາລຸງຫຼໍ່ລ້ຽງຮ່າງກາຍ ເມື່ອ ເຮົາໄດ້ຮັບສານອາຫານທີ່ຖືກຕ້ອງເໝາະສົມແລະອາກາດທີ່ບໍລິສຸດ ເລືອດຈະນໍາຊີວິດ ແລະຄວາມເຂັ້ມແຂງໄປສູ່ທຸກສ່ວນຂອງລະບົບ ຖ້າເລືອດໄຫຼວຽນໄດ້ສົມບູນຫຼາຍພຽງ ໃດໜ້າທີ່ນີ້ກໍຈະປະສົບຜົນສໍາເລັດຫຼາຍເທົ່ານັ້ນ {MH 271.2} ມແ 273.2

ທຸກຈັງຫວະເຕັ້ນຂອງຊີບພະຈອນຂອງຫົວໃຈ ເລືອດຄວນໄຫຼວຽນໄປທົ່ວຮ່າງ ກາຍໄດ້ໂດຍສະດວກວ່ອງໄວ ການໄຫຼວຽນບໍ່ຄວນຖືກກີດຂວາງໂດຍການສວມໃສ່ເສື້ອ ຜ້າທີ່ຮັດຮູບ ຫຼືສາຍຮັດແອວແໜ້ນຈົນເກີນໄປ ຫຼືການບໍ່ມີສິ່ງປົກຄຸມຂອງອະໄວຍະວະ ສ່ວນປາຍບໍລິເວນແຂນຫຼືຂາ ເມື່ອການໄຫຼວຽນຖືກກີດຂວາງ ແລະເຮັດໃຫ້ເກີດອາການ ປວດຫົວ ໄອ ໃຈສັ່ນຫຼືອາການບໍ່ຍ່ອຍໄດ້ຫຼາຍໆຄັ້ງ {MH 271.3} ມແ 274.1