Go to full page →

ພຣະລັກສະນະຂອງພຣະເຈົ້າທີ່ປະກົດຢູ່ໃນພຣະຄຣິດ ມແ 432

ການສະເດັດມາເກີດເປັນມະນຸດ ພຣະຄຣິດຊົງຖືກຳເນີດໃນສະພາບມະນຸດ ເຊັ່ນດຽວກັນດັບເຮົາທັງຫຼາຍ ແລະໃນຂະນະດຽວກັນພຣະອົງຊົງໄດ້ສຳແດງພຣະບິດາເທິງ ສະຫວັນໃຫ້ປະກົດແກ່ມະນຸດທັງຫຼາຍທີ່ເປັນຄົນບາບ ພຣະອົງຜູ້ເຄີຍປະທັບຢູ່ສະ ເພາະພຣະພັກຂອງພຣະບິດາຕັ້ງແຕ່ເລີ່ມຕົ້ນພຣະອົງຜູ້ຊົງມີພາວະເປັນພິມດຽວກັນກັບ ພຣະເຈົ້າຜູ້ບໍ່ອາດແລເຫັນນັ້ນຊົງເປັນຜູ້ດຽວທີ່ຊົງສາມາດສຳແດງພຣະລັກສະນະຂອງພຣະ ເຈົ້າໃຫ້ປະກົດແກ່ມະນຸດໄດ້ ພຣະອົງຖືກສ້າງໃຫ້ຄືກັບພີ່ນ້ອງຂອງພຣະອົງໃນທຸກປະ ການ ພຣະອົງຊົງບັງເກີດໃນສະພາບເນື້ອໜັງຄືຢ່າງເຮົາພຣະອົງຊົງຫິວກະຫາຍແລະຊົງ ອິດເມື່ອຍ ພຣະອົງຊົງສະເຫວີຍພຣະກາຍະຫານເພື່ອດຳລົງລ້ຽງຊີວິດແລະຊົງພັກຜ່ອນ ນອນຫຼັບເພື່ອໃຫ້ຫາຍເມື່ອຍລ້າພຣະອົງຊົງຮັບສ່ວນຢ່າງມະນຸດແຕ່ປານນັ້ນ ພຣະອົງ ຜູ້ຊົງເປັນບຸດຂອງພຣະເຈົ້າກໍຊົງປາສະຈາກຕຳນິມົນທິນໃດໆພຣະອົງຊົງເປັນຄົນ ແປກໜ້າທີ່ດຳເນີນຢູ່ໃນໂລກແຕ່ພຣະອົງບໍ່ໄດ້ຢູ່ຝ່າຍໂລກ ພຣະອົງຊົງຖືກທົດລອງແລະ ໄດ້ຮັບຄວາມຍາກລຳບາກເຊັ່ນດຽວກັບມະນຸດຊາຍຍິງໃນທຸກວັນນີ້ ແຕ່ເຖິງປານນັ້ນ ພຣະອົງຊົງມີຊີວິດທີ່ປາສະຈາກຄວາມຜິດບາບໃດໆພຣະອົງຊົງສຳແດງພຣະລັກສະນະ ນິໃສຂອງພຣະເຈົ້າໃຫ້ປະກົດແກ່ເຮົາທັງຫຼາຍໂດຍການທີ່ພຣະອົງຊົງມີຄວາມອ່ອນໂຍນ ມີພຣະໄທກະລຸນາມີຄວາມເຫັນອົກເຫັນໃຈແລະຊົງໃສ່ພຣະໄທຕໍ່ຜູ້ອື່ນຢູ່ສະເໝີ ແລະ ພຣະອົງຊົງກະທຳກິດຈະການຕ່າງໆ ເພື່ອທີ່ຈະໄດ້ຮັບໃຊ້ພຣະເຈົ້າແລະມະນຸດ ຢູ່ຢ່າງເນືອງນິດ ມແ 432.4

ພຣະອົງຕັດວ່າ “ພຣະເຈົ້າໄດ້ຊົງເຈີມຂ້າເຈົ້າໄວ້
ເພື່ອນຳຂ່າວດີມາຍັງຜູ້ທີ່ທຸກໃຈ
ພຣະອົງຊົງໃຊ້ຂ້າພະເຈົ້າເພື່ອໃຫ້ເລົ້າໂລມຄົນທີ່ຊອກຊໍ້າລຳກຳໃຈ
ແລະຮ້ອງປະກາດອິດສະລະພາບແຫ່ງບັນດາຊະເລີຍ
“ໃຫ້ປະກາດແກ່ຄົນຕາບອດວ່າຈະໄດ້ເຫັນອີກ”
“ເພື່ອປະກາດປີແຫ່ງຄວາມໂປດປານຂອງພຣະເຈົ້າ...
ເພື່ອເລົ້າໂລມບັນດາຜູ້ທີ່ໄວ້ທຸກ” ມແ 433.1

ອິສະຢາ 61:1, ລູກາ 4:18, ອິສະຢາ 61:2 {MH 422.2}

ພຣະອົງຊົງບັນຊາເຮົາທັງຫຼາຍວ່າ “ຈົ່ງຮັກສັດຕູຂອງທ່ານແລະຈົ່ງອະທິຖານເພື່ອ ຜູ້ທີ່ຂົ່ມເຫັງທ່ານເຮັດດັ່ງນີ້ແລ້ວທ່ານທັງຫຼາຍຈະເປັນບຸດຂອງພຣະບິດາຂອງທ່ານຜູ້ສະ ຖິດໃນສະຫວັນ” “ເພາະວ່າພຣະອົງຍັງຊົງໂປດແກ່ຄົນກະຕັນຍູແລະຄົນຊົ່ວ” “ເພາະ ວ່າພຣະອົງຊົງໃຫ້ດວງອາທິດຂອງພຣະອົງຂຶ້ນສ່ອງສະຫວ່າງແກ່ຄົນດີແລະຄົນຊົ່ວສະ ເໝີກັນແລະໃຫ້ຝົນຕົກແກ່ຄົນຊອບທຳແລະຄົນອະທຳ” “ທ່ານທັງຫຼາຍຈົ່ງມີຄວາມ ເມດຕາກະລຸນາຄືຢ່າງພຣະບິດາຂອງທ່ານມີພຣະໄທເມດຕາກະລຸນາ” ມັດທາຍ.5: 44,45; ລູກາ 6:35 ມັດທາຍ 5:45; ລູກາ 6:36 ມແ 433.2

“ໂດຍພຣະໄທເມດຕາກະລຸນາແຫ່ງພຣະເຈົ້າຂອງເຮົາ
ແສງອາລຸນຈາກເບື້ອງສູງຈຶ່ງມາຟ້ຽມເຢືອນເຮົາ
ສ່ອງສະຫວ່າງແກ່ຄົນທັງຫຼາຍຜູ້ຢູ່ໃນທີ່ມືດ
ແລະໃນເງົາແຫ່ງຄວາມມໍລະນາ
ເພື່ອຈະນຳເທົ້າຂອງເຮົາໄປໃນທາງສັນຕິສຸກ” ມແ 434.1

ລູກາ 1:78,79 {MH 423.1}