Loading...
Larger font
Smaller font
Copy
Print
Contents

ມະຫັດສະຈັນ ແຫ່ງການຮັກສາ

 - Contents
  • Results
  • Related
  • Featured
No results found for: "".
  • Weighted Relevancy
  • Content Sequence
  • Relevancy
  • Earliest First
  • Latest First
    Larger font
    Smaller font
    Copy
    Print
    Contents

    ພຣະລັກສະນະຂອງພຣະເຈົ້າທີ່ປະກົດຢູ່ໃນພຣະຄຣິດ

    ການສະເດັດມາເກີດເປັນມະນຸດ ພຣະຄຣິດຊົງຖືກຳເນີດໃນສະພາບມະນຸດ ເຊັ່ນດຽວກັນດັບເຮົາທັງຫຼາຍ ແລະໃນຂະນະດຽວກັນພຣະອົງຊົງໄດ້ສຳແດງພຣະບິດາເທິງ ສະຫວັນໃຫ້ປະກົດແກ່ມະນຸດທັງຫຼາຍທີ່ເປັນຄົນບາບ ພຣະອົງຜູ້ເຄີຍປະທັບຢູ່ສະ ເພາະພຣະພັກຂອງພຣະບິດາຕັ້ງແຕ່ເລີ່ມຕົ້ນພຣະອົງຜູ້ຊົງມີພາວະເປັນພິມດຽວກັນກັບ ພຣະເຈົ້າຜູ້ບໍ່ອາດແລເຫັນນັ້ນຊົງເປັນຜູ້ດຽວທີ່ຊົງສາມາດສຳແດງພຣະລັກສະນະຂອງພຣະ ເຈົ້າໃຫ້ປະກົດແກ່ມະນຸດໄດ້ ພຣະອົງຖືກສ້າງໃຫ້ຄືກັບພີ່ນ້ອງຂອງພຣະອົງໃນທຸກປະ ການ ພຣະອົງຊົງບັງເກີດໃນສະພາບເນື້ອໜັງຄືຢ່າງເຮົາພຣະອົງຊົງຫິວກະຫາຍແລະຊົງ ອິດເມື່ອຍ ພຣະອົງຊົງສະເຫວີຍພຣະກາຍະຫານເພື່ອດຳລົງລ້ຽງຊີວິດແລະຊົງພັກຜ່ອນ ນອນຫຼັບເພື່ອໃຫ້ຫາຍເມື່ອຍລ້າພຣະອົງຊົງຮັບສ່ວນຢ່າງມະນຸດແຕ່ປານນັ້ນ ພຣະອົງ ຜູ້ຊົງເປັນບຸດຂອງພຣະເຈົ້າກໍຊົງປາສະຈາກຕຳນິມົນທິນໃດໆພຣະອົງຊົງເປັນຄົນ ແປກໜ້າທີ່ດຳເນີນຢູ່ໃນໂລກແຕ່ພຣະອົງບໍ່ໄດ້ຢູ່ຝ່າຍໂລກ ພຣະອົງຊົງຖືກທົດລອງແລະ ໄດ້ຮັບຄວາມຍາກລຳບາກເຊັ່ນດຽວກັບມະນຸດຊາຍຍິງໃນທຸກວັນນີ້ ແຕ່ເຖິງປານນັ້ນ ພຣະອົງຊົງມີຊີວິດທີ່ປາສະຈາກຄວາມຜິດບາບໃດໆພຣະອົງຊົງສຳແດງພຣະລັກສະນະ ນິໃສຂອງພຣະເຈົ້າໃຫ້ປະກົດແກ່ເຮົາທັງຫຼາຍໂດຍການທີ່ພຣະອົງຊົງມີຄວາມອ່ອນໂຍນ ມີພຣະໄທກະລຸນາມີຄວາມເຫັນອົກເຫັນໃຈແລະຊົງໃສ່ພຣະໄທຕໍ່ຜູ້ອື່ນຢູ່ສະເໝີ ແລະ ພຣະອົງຊົງກະທຳກິດຈະການຕ່າງໆ ເພື່ອທີ່ຈະໄດ້ຮັບໃຊ້ພຣະເຈົ້າແລະມະນຸດ ຢູ່ຢ່າງເນືອງນິດມແ 432.4

    ພຣະອົງຕັດວ່າ “ພຣະເຈົ້າໄດ້ຊົງເຈີມຂ້າເຈົ້າໄວ້
    ເພື່ອນຳຂ່າວດີມາຍັງຜູ້ທີ່ທຸກໃຈ
    ພຣະອົງຊົງໃຊ້ຂ້າພະເຈົ້າເພື່ອໃຫ້ເລົ້າໂລມຄົນທີ່ຊອກຊໍ້າລຳກຳໃຈ
    ແລະຮ້ອງປະກາດອິດສະລະພາບແຫ່ງບັນດາຊະເລີຍ
    “ໃຫ້ປະກາດແກ່ຄົນຕາບອດວ່າຈະໄດ້ເຫັນອີກ”
    “ເພື່ອປະກາດປີແຫ່ງຄວາມໂປດປານຂອງພຣະເຈົ້າ...
    ເພື່ອເລົ້າໂລມບັນດາຜູ້ທີ່ໄວ້ທຸກ”
    ມແ 433.1

    ອິສະຢາ 61:1, ລູກາ 4:18, ອິສະຢາ 61:2 {MH 422.2}

    ພຣະອົງຊົງບັນຊາເຮົາທັງຫຼາຍວ່າ “ຈົ່ງຮັກສັດຕູຂອງທ່ານແລະຈົ່ງອະທິຖານເພື່ອ ຜູ້ທີ່ຂົ່ມເຫັງທ່ານເຮັດດັ່ງນີ້ແລ້ວທ່ານທັງຫຼາຍຈະເປັນບຸດຂອງພຣະບິດາຂອງທ່ານຜູ້ສະ ຖິດໃນສະຫວັນ” “ເພາະວ່າພຣະອົງຍັງຊົງໂປດແກ່ຄົນກະຕັນຍູແລະຄົນຊົ່ວ” “ເພາະ ວ່າພຣະອົງຊົງໃຫ້ດວງອາທິດຂອງພຣະອົງຂຶ້ນສ່ອງສະຫວ່າງແກ່ຄົນດີແລະຄົນຊົ່ວສະ ເໝີກັນແລະໃຫ້ຝົນຕົກແກ່ຄົນຊອບທຳແລະຄົນອະທຳ” “ທ່ານທັງຫຼາຍຈົ່ງມີຄວາມ ເມດຕາກະລຸນາຄືຢ່າງພຣະບິດາຂອງທ່ານມີພຣະໄທເມດຕາກະລຸນາ” ມັດທາຍ.5: 44,45; ລູກາ 6:35 ມັດທາຍ 5:45; ລູກາ 6:36ມແ 433.2

    “ໂດຍພຣະໄທເມດຕາກະລຸນາແຫ່ງພຣະເຈົ້າຂອງເຮົາ
    ແສງອາລຸນຈາກເບື້ອງສູງຈຶ່ງມາຟ້ຽມເຢືອນເຮົາ
    ສ່ອງສະຫວ່າງແກ່ຄົນທັງຫຼາຍຜູ້ຢູ່ໃນທີ່ມືດ
    ແລະໃນເງົາແຫ່ງຄວາມມໍລະນາ
    ເພື່ອຈະນຳເທົ້າຂອງເຮົາໄປໃນທາງສັນຕິສຸກ”
    ມແ 434.1

    ລູກາ 1:78,79 {MH 423.1}

    Larger font
    Smaller font
    Copy
    Print
    Contents