Go to full page →

ບົດທີ 37 ການສຶກສາທີ່ແທ້ຈິງແລະ ການສຶກສາທີ່ຜິດ ມແ 454

ຜູ້ບົ່ງການຢູ່ເບື້ອງຫຼັງຄະນະຂອງຝ່າຍຊົ່ວຮ້າຍຕ່າງເຝົ້າເຮັດວຽກຢູ່ຕະຫຼອດເວລາ ເພື່ອປິດບັງພຣະວັດຈະນະຂອງພຣະເຈົ້າ ແລະເພື່ອນຳຄວາມຄິດເຫັນຂອງມະນຸດເຂົ້າ ມາແທນຊາຕານມີເຈດຕະນາບໍ່ໃຫ້ເຮົາສະດັບຮັບຟັງພຣະສຸລະສຽງຂອງພຣະເຈົ້າທີ່ ຕັດວ່າ “ນີ້ເປັນຫົນທາງຈົ່ງເດີນໃນທາງນີ້” ອາຊາຢາ 30:21 ໂດຍອາໄສລະບົບການ ສຶກສາທີ່ຜິດໆຊາຕານກຳລັງເຮັດວຽກຕາມຄວາມສາມາດເພື່ອປິດບັງແສງສະຫວ່າງທີ່ ສ່ອງສາຍມາຈາກສະຫວັນ {MH 439.1} ມແ 454.1

ການຄາດເດົາຕາມຫຼັກປະລັດຊະຍາ ແລະການຄົ້ນຄວ້າທາງວິທະຍາສາດທີ່ບໍ່ ຍອມຮັບໃນພຣະເຈົ້າເຮັດໃຫ້ຄົນຫຼາກຫຼາຍເກີດຄວາມເຄືອບແຄງສົງໄສ ໃນໂຮງຮຽນ ທຸກວັນນີ້ບັນດາຄູອາຈານຕ່າງນຳຜົນສະຫຼຸບຕ່າງໆ ທີ່ໄດ້ມາຈາກການສະແຫວງຄົ້ນຄວ້າ ໃນເຊີງວິທະຍາສາດຂອງຜູ້ມີການສຶກສາສູງມາສອນແລະອະທິບາຍຢ່າງລະອຽດແລະ ເອົາໃຈໃສ່ແກ່ນັກຮຽນນັກສຶກສາໂດຍມີໄລຍະບົ່ງບອກກັບຜູ້ຮຽນຢ່າງຊັດເຈນວ່າຫາກ ຜົນຂອງການຄົ້ນຄວ້າຂອງຜູ້ທີ່ມີການສຶກສາສູງນີ້ຖືກຕ້ອງ ພຣະຄຳພີຍ່ອມບໍ່ຖືກຄວາມ ເຄືອບແຄງສົງໄສເປັນສິ່ງທີ່ດຶງດູດຄວາມສົນໃຈຂອງມະນຸດ ຄົນໜຸ່ມສາວເບິ່ງວ່າເປັນເສ ລີພາບຂອງການຈິນຕະນາການແລ້ວເຂົາທັງຫຼາຍກໍຖືກຫຼອກລວງຊາຕານກາຍເປັນຜູ້ຊະນະ ມັນຄ່ອຍບຳລຸງລ້ຽງເມັດພັນແຫ່ງຄວາມສົງໄສທຸກໆເມັດທີ່ຫວ່ານລົງໄປໃນຈິດໃຈຂອງ ຄົນໜຸ່ມສາວ ເຮັດໃຫ້ພວກມັນຈະເລີນງອກງາມແລະເກີດຜົນໃນບໍ່ດົນໄດ້ເກັບກ່ຽວຜົນ ແຫ່ງຄວາມບໍ່ສັດຊື່ທີ່ອຸດົມສົມບູນ {MH 459.2} ມແ 454.2

ເນື່ອງຈາກທຳມະຊາດໃນຈິດໃຈຂອງມະນຸດ ລ້ວນມີຄວາມໂນ້ມອ່ຽງໄປໃນທາງ ທີ່ຊົ່ວຮ້າຍ ຈຶ່ງເປັນເລື່ອງອັນຕະລາຍຢ່າງຍິ່ງຫາກມີການຫວ່ານເມັດພັນແຫ່ງຄວາມສົງ ໃສລົງໄປໃນຈິດໃຈຂອງຄົນໜຸ່ມສາວ ສິ່ງໃດກໍຕາມທີ່ຕັດທອນຄວາມເຊື່ອໃນພຣະເຈົ້າ ກໍຈະບັນທອນອຳນາດຕໍ່ຕ້ານການທົດລອງຂອງຈິດວິນຍານ ອັນໃຫ້ເຄື່ອງປ້ອງກັນ ຄວາມຜິດບາບດຽວອັນແທ້ຈິງທີ່ມີຖືກກຳຈັດຖີ້ມໄປ ເຮົາມີຄວາມຈຳເປັນຕ້ອງການໂຮງ ຮຽນທີ່ສອນຄົນໜຸ່ມສາວໃຫ້ຮູ້ເຖິງຄວາມຍິ່ງໃຫຍ່ໃນການເທີດທູນພຣະເຈົ້າ ໂດຍການ ສຳແດງພຣະລັກສະນະຂອງພຣະອົງ ໃຫ້ພວກເຂົາໄດ້ສຳພັດໃນທຸກມື້ດ້ວຍພຣະວັດຈະ ນະແລະພຣະລາຊະກິດຂອງພຣະອົງ ເຮົາຈຳເປັນຕ້ອງເຂົ້າໃຈໃນພຣະອົງເພື່ອນຳພາຊີວິດ ຂອງເຮົາບັນລຸເຖິງພຣະປະສົງຂອງພຣະອົງ {MH 440.1} ມແ 455.1