Go to full page →

ນັກປະພັນທີ່ບໍ່ໄດ້ເປັນຜູ້ເຊື່ອໃນພຣະເຈົ້າ ມແ 455

ຫຼາຍຄົນຄິດວ່າ ການທີ່ຈະໄດ້ມາຊຶ່ງຄວາມຮູ້ນັ້ນ ຈຳເປັນຕ້ອງສຶກສາຮຳ່ຮຽນງານ ຂຽນຂອງນັກປະພັນທີ່ບໍ່ໄດ້ເປັນຜູ້ເຊື່ອໃນພຣະເຈົ້າ ເພາະຜົນງານເຫຼົ່ານີ້ຕ່າງປະກອບ ດ້ວຍແນວຄິດຫຼາກຫຼາຍ ດັ່ງອັນຍະມະນີທີ່ສ່ອງແສງອັນເຈີດຈ້າ ແຕ່ຜູ້ໃດລະທີ່ເປັນຜູ້ ກຳເນີດແນວຂອງຄວາມຄິດເຫຼົ່ານີ້ຜູ້ນັ້ນຄືພຣະເຈົ້າ ແລະພຣະເຈົ້າພຣະອົງດຽວເທົ່ານັ້ນ ພຣະອົງຊົງເປັນບໍ່ເກີດແຫ່ງສະຕິປັນຍາແລະສະພາບຄວາມຮູ້ທັງຫຼາຍ ເປັນຫຍັງ ເຮົາຈຶ່ງຕ້ອງຄົ້ນຫາຄວາມຈິງທາງປັນຍາບາງປະການຈາກຂໍ້ຜິດພາດຂອງຄົນທີ່ບໍ່ມີຄວາມ ເຊື່ອໃນພຣະເຈົ້າ ໃນເມື່ອຄວາມຈິງທັງມວນເປີດເຜີຍໄວ້ໃຫ້ເຮົາແລ້ວ {MH 440.2} ມແ 455.2

ມະນຸດຜູ້ຕໍ່ສູ້ຂັດເຂີນຕໍ່ລະບອບຂອງພຣະເຈົ້າ ມີສະຕິປັນຍາທີ່ເຂົາ ເຫຼົ່ານັ້ນສະແດງອອກມາໃຫ້ເຫັນໃນບາງຄັ້ງໄດ້ແນວໃດ ຊາຕານເອງໄດ້ຮັບການສຶກສາ ຮຳຮຽນຈາກລາຊະສຳນັກແຫ່ງສະຫວັນແລະມີຄວາມຮູ້ກ່ຽວກັບຄວາມດີຕະຫຼອດຈົນ ເຖິງຄວາມຊົ່ວ ມັນປະສົມປະສານສິ່ງທີ່ລໍ້າຄ່າເຂົ້າກັບສິ່ງທີ່ຊົ່ວຮ້າຍ ແລະດ້ວຍວິທີການ ເຊັ່ນນີ້ເຮັດໃກ້ມັນມີອຳນາດໃນການລໍ້ລ່ວງ ແຕ່ເພາະວ່າຊາຕານຫໍ່ຫຸ້ມຮ່າງຂອງມັນດ້ວຍ ອາພອນທີ່ເຈີດຈ້າຈາກສະຫວັນເຮົາຍັງຈະຕ້ອນຮັບມັນໃນຖານະທູດແຫ່ງສະຕິປັນຍາ ໄດ້ຢ່າງໃດມານຜູ້ລໍ້ລວງມີຜູ້ແທນຂອງມັນທີ່ສຶກສາຮຳ່ຮຽນຕາມແບບສະບັບຂອງມັນ ໄດ້ຮັບການດົນໃຈຈາກວິນຍານຮ້າຍ ແລະຖືກປັບປ່ຽນໃຫ້ເປັນຜູ້ເໝາະສົມໃນກິດ ຈະການຂອງມັນເຮົາຈະໄປຮ່ວມມືກັບຄົນເຫຼົ່ານັ້ນ ຫຼືເຮົາຈະຮັບຜົນງານຂອງຜູ້ ແທນຂອງຊາຕານວ່າມີຄວາມຈຳເປັນຕໍ່ການສຶກສາຮຳ່ຮຽນບໍ່? {MH 440.3} ມແ 455.3

ຖ້າເຮົາໃຊ້ເວລາ ແລະຄວາມພາກພຽນໃນການສຶກສາພຣິວັດຈະນະອັນລໍ້າຄ່າ ຂອງພຣະເຈົ້າ ແທນທີ່ຈະໃຊ້ໄປເພື່ອສະແຫວງຫາຄວາມຄິດທີ່ເສີດສາຍຂອງຜູ້ທີ່ບໍ່ມີ ຄວາມເຊື່ອໃນພຣະເຈົ້າ ຜູ້ຄົນທັງຫຼາຍທີ່ກຳລັງຕົກຢູ່ໃນຄວາມມືດແລະໃນເງົາມະລັດຕະ ຢູແຫ່ງຄວາມຕາຍ ກໍຄົງຈະມີຄວາມຊື່ນຊົມຍິນດີໃນສະຫງ່າລາສີຂອງພຣະເຈົ້າຜູ້ຊົງເປັນ ແສງສະຫວ່າງແຫ່ງຊີວິດ {MH 440.4} ມແ 456.1