Go to full page →

ແຜນການສຳລັບອະນາຄົດ ມແ 501

ຫຼາຍຄົນຄົງກຳນົດແຜນການທີ່ແນ່ນອນສຳລັບອະນາຄົດບໍ່ໄດ້ ຊີວິດຂອງຄົນເຫຼົ່ານີ້ ບໍ່ມີອັນໃດທີ່ໝັ້ນຄົງ ຄົນເຫຼົ່ານີ້ເບິ່ງບໍ່ເຫັນຜົນລັບແຫ່ງກິດຈະການງານຕ່າງໆແລະ ຫຼາຍຄັ້ງ ສິ່ງເຫຼົ່ານີ້ກໍ່ໃຫ້ເກີດຄວາມວິຕົກກັງວົນແລະວຸ້ນວາຍໃຈລຸມເລົ້າເຂົາທັງຫຼາຍ ຂໍ ໃຫ້ເຮົາຈື່ໄວ້ວ່າ ຊີວິດຂອງເຫຼົ່າບຸດຂອງພຣະເຈົ້າໃນໂລກນີ້ເປັນຊີວິດຂອງນັກສະແຫວງ ບຸນເຮົາບໍ່ມີສະຕິປັນຍາທີ່ຈະວາງແຜນການໃນຊີວິດຂອງເຮົາເອງໄດ້ເຮົາບໍ່ມີໜ້າທີ່ໆຈະ ກຳນົດອະນາຄົດຂອງເຮົາເອງ “ເພາະອັບລາຮາມມີຄວາມເຊື່ອ ສະນັ້ນເມື່ອພຣະເຈົ້າຊົງ ຮຽກໃຫ້ທ່ານອອກເດີນທາງໄປຍັງທີ່ຊື່ງທ່ານຈະຮັບເປັນມໍລະດົກ ທ່ານໄດ້ເຊຶ່ອຟັງແລະ ໄດ້ເດີນທາງອອກໄປໂດຍຍັງບໍ່ຮູ້ວ່າຈະໄປທາງໃດ” ຮີບຣູ 11:8 {MH 478.3} ມແ 501.3

ໃນສະໄໝທີ່ພຣະຄຣິດຊົງດຳລົງຢູ່ໃນໂລກນີ້ ພຣະອົງບໍ່ຊົງກຳນົດແຜນການ ໄວ້ສຳລັບພຣະອົງເອງ ພຣະອົງຊົງຍອມຮັບໃນແຜນການທີ່ພຣະເຈົ້າຊົງຈັດຕຽມ ໄວ້ສຳລັບພຣະອົງ ແລະພຣະບິດາຊົງເຜີຍໃຫ້ເຫັນແຜນການຂອງພຣະອົງມື້ຕໍ່ມື້ ເຮົາຈຶ່ງ ຄວນວາງໃຈໃນພຣະເຈົ້າເຊັ່ນດຽວກັນວ່າ ຊີວິດຂອງເຮົາອາດຈະເປັນແຜນການຕາມນໍ້າ ພຣະໄທທີ່ແທ້ຈິງຂອງພຣະອົງ ໃນຂະນະທີ່ເຮົາມອບໝາຍທາງຂອງເຮົາໄວ້ກັບພຣະອົງ ພຣະອົງກໍຈະຊົງນຳບາດກ້າວຂອງເຮົາ {MH 479.1} ມແ 501.4

ມີຜູ້ຄົນຫຼາຍເກີນໄປວາງແຜນອະນາຄົດທີ່ສົດໃສແຕ່ພັດປະສົບກັບຄວາມລົ້ມ ເຫຼວຢ່າງສິ້ນເຊີງ ຈົ່ງໃຫ້ພຣະເຈົ້າວສງແຜນການໃຫ້ທ່ານ ຈົ່ງວາງໃຈໃນການຊົງນຳຂອງ ພຣະອົງຄືດັ່ງເດັກນ້ອຍຄົນໜຶ່ງ ພຣະອົງຈະ “ຊົງດູແລບາດຍ່າງຂອງທຳມິກກະຊົນພຣະອົງ” 1 ຊາມູເອນ 2:9 ພຣະເຈົ້າຊົງບໍ່ເຄີຍນຳເຫຼົ່າບຸດຂອງພຣະອົງໄປໃນຫົນທາງອື່ນ ໂດຍຍົກເວັ້ນຫົນທາງທີ່ເຂົາທັງຫຼາຍເປັນຜູ້ເລືອກໃຫ້ຊົງນຳ ຫາກເຂົາທັງຫຼາຍສາມາດ ເຫັນສິ່ງທີ່ຢູ່ເບື້ອງປາຍຕັ້ງແຕ່ຕອນເລີ່ມຕົ້ນ ແລະເບິ່ງເຫັນເຖິງສະຫງ່າລາສີຂອງພຣະປະ ສົງທີ່ເຂົາທັງຫຼາຍກຳລັງບັນລຸສູ່ຄວາມສຳເລັດໃນຖານະຜູ້ຮ່ວມງານຂອງພຣະອົງ {MH 479.2} ມແ 502.1