Go to full page →

ຄ່າຈ້າງຕອບແທນ ມແ 502

ເມື່ອພຣະຄຣິດຊົງເອີ້ນເຫຼົ່າສາວົກໃຫ້ຕິດຕາມພຣະອົງນັ້ນ ພຣະອົງຊົງບໍ່ໄດ້ສະ ເໜີວ່າຈະປະທານຄວາມຫວັງອັນເລີດລອຍໃນຊີວິດນີ້ໃຫ້ແກ່ສາວົກເຫຼົ່ານັ້ນ ພຣະອົງຊົງ ບໍ່ໄດ້ສັນຍາແກ່ເຂົາທັງຫຼາຍວ່າຈະໃຫ້ຜົນປະໂຫຍດຫຼືກຽດຊັງທາງໂລກຫຼືເງື່ອນໄຂຄ່າ ຕອບແທນທີ່ເຂົາທັງຫຼາຍຄວນຈະໄດ້ຮັບກັບພຣະຜູ້ຊ່ວຍໃຫ້ລອດ ເພື່ອຈະຟັງພຣະວາ ທະຂອງພຣະອົງແລະຮ່ວມຮັບໃຊ້ພາລະກິດຂອງພຣະອົງ {MH 479.3} ມແ 502.2

ເຫຼົ່າສາວົກທີ່ໄດ້ຮັບການຮຽກກ່ອນໜ້າກໍເປັນເຊັ່ນນີ້ຄືກັນ ເມື່ອພຣະເຢຊູຊົງ ຮັບສັ່ງໃຫ້ເປໂຕແລະສະຫາຍຂອງເຂົາຕິດຕາມພຣະອົງໄປນັ້ນເຂົາທັງໝົດກໍປະຖີ້ມເຮືອ ແລະອວນຕິດຕາມພຣະອົງໄປໃນທັນທີ ສາວົກເຫຼົ່ານີ້ ບາງຄົນມີຍາດຕິພີ່ນ້ອງທີ່ຕ້ອງເພິ່ງ ພາອາໃສເຂົາທັງຫຼາຍໃນການລ້ຽງດູ ແຕ່ເມື່ອໄດ້ຮັບຄຳເຊີນຂອງພຣະຜູ້ຊ່ວຍໃຫ້ລອດ ເຂົາທັງຫຼາຍກໍບໍ່ໄດ້ລັງເລໃຈແລະຖາມວ່າ “ຂ້າພຣະອົງຂະທຳມາຫາລ້ຽງຄອບຄົວຢ່າງໃດ” ເຂົາເຫຼົ່ານັ້ນເຊື່ອຟັງການຊົງຮຽກແລະຕໍ່ມາໃນພາຍຫຼັງເມື່ອພຣະເຢຊູຕັດຖາມວ່າ “ເມື່ອເຮົາໄດ້ທ່ານທັງຫຼາຍອອກໄປ ໂດຍບໍ່ມີຖົງເງິນ ບໍ່ມີຍ່າມ ບໍ່ມີຖົງຕີນ ນັ້ນທ່ານ ຂັດສົນສິ່ງໃດຫຼືບໍ່” ເຂົາທັງຫຼາຍກໍທູນຕອບວ່າ “ບໍ່ມີ” ລູກາ 22:35 {MH 480.1} ມແ 502.3

ມື້ນີ້ພຣະຜູ້ຊ່ວຍໃຫ້ລອດຊົງຮຽກເຮົາຄືດັ່ງທີ່ພຣະອົງຊົງເອີ້ນມັດທາຍແລະໂຢຮັນ ລວມທັງເປໂຕມາຮັບໃຊ້ໃນພາລະກິດຂອງພຣະອົງ ຖ້າຫາກຄວາມຮັກຂອງພຣະ ອົງແຕະຕ້ອງຈິດໃຈຂອງເຮົາເຮົາຈະເປັນຜູ້ຊື່ນຊົມຍິນດີທີ່ໄດ້ຮ່ວມງານກັບພຣະຄຣິດ ແລະເຮົາຈະບໍ່ຫວັ່ນວິຕົກທີ່ຈະວາງໃຈໃນການພິທັກຮັກສາຂອງພຣະອົງ ຖ້າເຮົາຍຶດໝັ້ນ ພຣະເຈົ້າເປັນກຳລັງຂອງເຮົາເຮົາກໍຈະເຂົ້າໃຈໄດຢ່າງຊັດເຈນເທິງໜ້າທີ່ຄວາມຮັບຜິດ ຊອບເຖິງຄວາມໄຝ່ຝັນທີ່ບໍ່ເຫັນແກ່ຕົວ ຊີວິດຂອງເຮົາຈະຖືກກະຕຸ້ນໂດຍຈຸດປະສົງທີ່ ສະງ່າງາມເຊິ່ງຈະຍົກຊູເຮົາໃຫ້ຢູ່ເໜືອຈຸດມຸ້ງໝາຍທີ່ໂຫດຮ້າຍ {MH 480.2} ມແ 503.1