Go to full page →

” ຂ້າພະອົງສັນລະເສີນພຣະອົງສະເໝີ” ມແ 76

ພາຍຫຼັງທີ່ຜູ້ຍິງຢູ່ເມືອງຄາເປີນາອຸມໄດ້ຫາຍຈາກໂລກໂດຍສໍາຜັດແຫ່ງຄວາມເຊື່ອ ແລ້ວ ພຣະເຢຊູຊົງປາຖະໜາທີ່ຈະໃຫ້ນາງໄດ້ຮັບຮູ້ເຖິງພຣະພອນທີ່ນາງໄດ້ຮັບຂອງປະ ທານທີ່ພຣະກຽດຕິຄຸນປະເສີດໄດ້ມອບໃຫ້ແກ່ເຮົານັ້ນ ເມື່ອເຮົາໄດ້ຮັບແລ້ວເຮົາຈະຕ້ອງ ບໍ່ປິດບັງເອົາໄວ້ໂດຍບໍ່ຍອມໃຫ້ຜູ້ໃດຮູ້ເຫັນຫຼືມີຄວາມເພີດເພີນໃຈໄວ້ແຕ່ພຽງຜູ້ດຽວ “ເຈົ້າທັງຫຼາຍເປັນພະຍານຂອງເຮົາ ພຣະເຈົ້າຕັດດັ່ງນີ້ແຫຼະເຮົາເປັນພຣະເຈົ້າ” ເອຊະຢາ 43:12 {MH 100.1} ມແ 76.2

ພຣະເຈົ້າແຫ່ງຟ້າສະຫວັນຊົງເລືອກຄົນທີ່ຍອມຮັບໃນຄວາມສັດຊື່ຂອງພຣະເຢ ຊູໃຫ້ເປັນຜູ້ແທນຂອງພຣະອົງເພື່ອສໍາແດງເຖິງພຣະຄຣິດໃຫ້ແກ່ຊາວໂລກ ເຮົາຈະຕ້ອງ ຍອມຮັບໃນພຣະຄຸນຂອງພຣະອົງເໝືອນຢ່າງທີ່ພຣະອົງຊົງສໍາແດງພຣະຄຸນຂອງພຣະ ອົງໃຫ້ປາກົດແກ່ບັນດາຜູ້ຊອບທໍາໃນຍຸກສະໄໝໂບຮານ ແຕ່ສິ່ງທີ່ຈະເຮັດໃຫ້ບັງເກີດ ຜົນຫຼາຍທີ່ສຸດນັ້ນກໍຄື ຄໍາພະຍານຈາກປະສົບການໃນຊີວິດຂອງເຮົາເອງ ເຮົາໄດ້ເປັນພະ ຍານໃຫ້ແກ່ພຣະເຈົ້າ ເມື່ອເຮົາໄດ້ສໍາແດງເຖິງລິດອໍານາດຂອງພຣະເຈົ້າທີ່ຊົງປະກອບພາ ລະກິດໃນຊີວິດຂອງເຮົາ ມະນຸດແຕ່ລະຄົນມີຊີວິດທີ່ແຕກຕ່າງກັນແລະຕ່າງກໍມີປະສົບ ການຕາມພື້ນຖານທີ່ບໍ່ຄືກັນ ພຣະເຈົ້າຊົງປະຖະໜາໃຫ້ເຮົາໄດ້ຖະຫວາຍສັນລະເສີນ ພຣະອົງຕາມກາຍະພາບຂອງແຕ່ລະຄົນ ຄໍາຍອມຮັບອັນປະເສີດທີ່ສະແດງອອກດ້ວຍ ການຖະຫວາຍສັນລະເສີນແດ່ສະຫງ່າລາສີແຫ່ງພຣະຄຸນຂອງພຣະອົງເຫຼົ່ານີ້ ປະກອບ ກັບການດໍາເນີນຊີວິດຕາມແບບຢ່າງຂອງພຣະຄຣິດຈະກາຍເປັນລິດອໍານາດອັນຊົງອະນຸ ພາບເພື່ອຊ່ວຍຈິດວິນຍານໃຫ້ໄດ້ຮັບຄວາມລອດ {MH 100.2} ມແ 76.3

ເພື່ອປະໂຫຍດແກ່ຕົວຂອງເຮົາເອງ ເຮົາຄວນຈະລະລຶກເຖິງຂອງປະທານທຸກໆ ຢ່າງທີ່ພຣະເຈົ້າຊົງໂປດປະທານໃຫ້ແກ່ເຮົາໄວ້ຢູ່ສະເໝີ ດ້ວຍການກະທໍາເຊັ່ນນີ້ ຄວາມ ເຊື່ອຂອງເຮົາກໍຈະມີຄວາມເຂັ້ມແຂງຫຼາຍຂຶ້ນເພື່ອທີ່ເຮົາຈະໄດ້ທູນຂໍພຣະລາຊະທານ ແລະໄດ້ຮັບຂອງປະທານຫຼາຍຍິ່ງຂຶ້ນໄປ ເມື່ອຕົວເຮົາເອງໄດ້ຮັບພຣະພອນຈາກພຣະເຈົ້າ ແມ່ນວ່າພຣະພອນນັ້ນຈະເບິ່ງຄືເລັກນ້ອຍທີ່ສຸດກໍຕາມ ເຮົາກໍຍັງມີກໍາລັງໃຈຫຼາຍຍິ່ງກວ່າ ການໄດ້ອ່ານເລື່ອງຂອງຄວາມເຊື່ອແລະປະສົບການຊີວິດທີ່ເປັນຂອງຜູ້ອື່ນຈິດວິນຍານທີ່ ຕອບສະໜອງຕໍ່ພຣະຄຸນຂອງພຣະເຈົ້າຈະເປັນເໝືອນດັ່ງສວນທີ່ມີນໍ້າຫົດໄວ້ຈົນຊຸ່ມຊື່ນ ບາດແຜຂອງເຂົາຈະມີຊີ້ນປົ່ງຂຶ້ນມາຢ່າງວ່ອງໄວ ເຂົາຈະມີສຸຂະພາບທີ່ສົມບູນແລ້ວ ຄວາມສະຫວ່າງຂອງເຂົາຈະຮຸ່ງອອກມາຢ່າງແສງອະລຸນວັນໃໝ່ ແລະເຮົາຈະເຫັນສະ ຫງ່າລາສີຂອງພຣະເຢຊູໂຮວາຢູ່ເໜືອຕົວເຂົາ. ມແ 77.1

“ຂ້າພະເຈົ້າຈະເອົາອັນໃດຕອບແທນພຣະເຢໂຮວາໄດ້
ເນື່ອງຈາກບັນດາພຣະລາຊະກິດອັນມີພຣະຄຸນຕໍ່ຂ້າພະເຈົ້າ
ຂ້າພະເຈົ້າຈະຍົກຖ້ວຍແຫ່ງຄວາມລອດ
ແລະຮ້ອງທູນອອກພຣະນາມພຣະເຢໂຮວາ
ບັດນີ້ຂ້າພະເຈົ້າຈະເຮັດຕາມຄໍາປະຕິຍານຂອງຂ້າພະເຈົ້າແດ່ພຣະເຢໂຮວາ
ຕໍ່ໜ້າປະຊາຊົນທັງປວງຂອງພຣະອົງ” ມແ 77.2

“ຕາບໃດທີ່ຂ້າມີຊີວິດຢູ່ ຂ້າຈະຮ້ອງເພງຖະຫວາຍພຣະເຈົ້າ
ໃນຂະນະທີ່ຂ້າຍັງເປັນຢູ່ ຂ້າຈະຮ້ອງເພງສັນລະເສີນຖະຫວາຍພຣະເຈົ້າຂອງຂ້າ
ຂໍການພາວະນາຂອງຂ້າເປັນສິ່ງທີ່ພໍພຣະໄທ
ຂ້າມີຄວາມປຶ້ມປິຕິຍິນດີໃນພຣະເຈົ້າ”
“ຜູ້ໃດຈະພັນລະນາເຖິງພຣະລາຊະກິດອັນຊົງລິດຂອງພຣະເຈົ້າ
ຫຼືສະແດງເຖິງພຣະກຽດຂອງພຣະອົງຢ່າງຄົບຖ້ວນໄດ້”
“ຈົ່ງຮ້ອນທູນອອກພຣະນາມພຣະອົງ
ຈົ່ງໃຫ້ບັນດາພຣະລາຊະກິດຂອງພຣະອົງແຈ້ງແກ່ຊົນຊາດທັງຫຼາຍ
ຈົ່ງຮ້ອງເພງຖະຫວາຍພຣະອົງ ຮ້ອງເພງສັນລະເສີນຖະຫວາຍພຣະອົງ
ຈົ່ງເລົ່າເຖິງການອັດສະຈັນທັງສິ້ນຂອງພຣະອົງ
ຈົ່ງອວດພຣະນາມບໍລິສຸດຂອງພຣະອົງ.
ໃຫ້ຈິດໃຈຂອງບັນດາຜູ້ສະແຫວງຫາພຣະເຈົ້າມີແຕ່ຄວາມຍິນດີ”
“ເພາະວ່າຄວາມຮັກໝັ້ນຄົງຂອງພຣະອົງດີກວ່າຊີວິດ
ຮີບຝີປາກຂອງຂ້າພະອົງຈະສັນລະເສີນພຣະອົງ....
ຈິດໃຈຂອງຂ້າພະອົງຈະອີ່ມໜໍາຄືກິນອາຫານຢ່າງອຸດົມແລະ
ປາກຂອງຂ້າພະອົງຈະສັນລະເສີນພຣະອົງດ້ວຍຮີມຝີປາກທີ່ຊື່ນບານ
ເມື່ອຂ້າພະອົງຄິດເຖິງພຣະອົງ ຂະນະຢູ່ເທິງທີ່ນອນ
ແລະພາວະນາເຖິງພຣະອົງທຸກໆຍາມ
ເພາະພຣະອົງຊົງເປັນຄວາມອຸປະຖໍາຂອງຂ້າພະອົງ
ຂ້າພະອົງປື້ມປິຕິຍິນດີຢູ່ໃນຮົ່ມປີດຂອງພຣະອົງ”
“ໃນພຣະເຈົ້າຂ້າພະອົງວາງໃຈຢູ່ ຂ້າພະອົງຈະບໍ່ຢ້ານວ່າ
ມະນຸດອາດຈະເຮັດອັນໃດແກ່ຂ້າພະອົງໄດ້
ໂອ ຂ້າແຕ່ພຣະເຈົ້າ ທີ່ຂ້າພະອົງປະຕິຍານໄວ້ນັ້ນ
ຂ້າພະອົງຈະເຮັດຕາມ ຂ້າພະອົງຈະຖະຫວາຍຄໍາສັນລະເສີນແດ່ພຣະອົງ
ເພາະພຣະອົງຊົງຊ່ວຍຈິດວິນຍານ
ຂອງຂ້າພະອົງໃຫ້ພົ້ນຈາກມັດຈຸລາດ ພຣະອົງຈະຊົງຊ່ວຍໃຫ້ຕີນຂອງຂ້າພະອົງໃຫ້ພົ້ນຈາກການລົງບໍ່ແມ່ນບໍ່?
ເພື່ອຂ້າພະອົງຈະດໍາເນີນຢູ່ຕໍ່ເບື້ອງພຣະພັກຂອງພຣະເຈົ້າ
ໃນຄວາມສະຫວ່າງແຫ່ງຊີວິດ”
“ຂ້າແຕ່ອົງບໍລິສຸດແຫ່ງອິສະລະເອນ
ຮີມຝີປາກຂອງຂ້າພະອົງຈະໂຫ່ຮ້ອງດ້ວຍຄວາມຊື່ນບານ
ທັງຈິດວິນຍານຂອງຂ້າພະອົງດ້ວຍ ຊຶ່ງພຣະອົງໄດ້ຊົງໄຖ່ໄວ້
ລິ້ນຂອງຂ້າພະອົງຈະເວົ້າເຖິງຄວາມຊ່ວຍເຫຼືອ
ອັນຊອບທໍາຂອງພຣະອົງຕະຫຼອດວັນຮອດຄໍ່າ”
“ພຣະອົງ.... ເປັນທີ່ວາງໃຈຂອງຂ້າພະອົງຕັ້ງແຕ່ນ້ອຍໆມາ
ຂ້າພະອົງສັນລະເສີນພຣະອົງສະເໝີ”
“ເຮົາຈະກະທໍາໃຫ້ນາມຂອງພຣະອົງທ່ານເປັນເຊີດຊູ...
ສະນັ້ນ ຊົນຊາດທັງຫຼາຍຈະສັນລະເສີນພຣະອົງທ່ານເປັນນິລັນການ” ມແ 78.1

ເພງສັນລະເສີນ 116:12-14, 104:33,34; 106:2; 105:1,2,3; 63:3-7, 56:11-13,A.R.V; 71:22-24,5,6; 45:17. {MH 100.3}