Loading...
Larger font
Smaller font
Copy
Print
Contents

ມະຫັດສະຈັນ ແຫ່ງການຮັກສາ

 - Contents
  • Results
  • Related
  • Featured
No results found for: "".
  • Weighted Relevancy
  • Content Sequence
  • Relevancy
  • Earliest First
  • Latest First

    ” ຂ້າພະອົງສັນລະເສີນພຣະອົງສະເໝີ”

    ພາຍຫຼັງທີ່ຜູ້ຍິງຢູ່ເມືອງຄາເປີນາອຸມໄດ້ຫາຍຈາກໂລກໂດຍສໍາຜັດແຫ່ງຄວາມເຊື່ອ ແລ້ວ ພຣະເຢຊູຊົງປາຖະໜາທີ່ຈະໃຫ້ນາງໄດ້ຮັບຮູ້ເຖິງພຣະພອນທີ່ນາງໄດ້ຮັບຂອງປະ ທານທີ່ພຣະກຽດຕິຄຸນປະເສີດໄດ້ມອບໃຫ້ແກ່ເຮົານັ້ນ ເມື່ອເຮົາໄດ້ຮັບແລ້ວເຮົາຈະຕ້ອງ ບໍ່ປິດບັງເອົາໄວ້ໂດຍບໍ່ຍອມໃຫ້ຜູ້ໃດຮູ້ເຫັນຫຼືມີຄວາມເພີດເພີນໃຈໄວ້ແຕ່ພຽງຜູ້ດຽວ “ເຈົ້າທັງຫຼາຍເປັນພະຍານຂອງເຮົາ ພຣະເຈົ້າຕັດດັ່ງນີ້ແຫຼະເຮົາເປັນພຣະເຈົ້າ” ເອຊະຢາ 43:12 {MH 100.1}ມແ 76.2

    ພຣະເຈົ້າແຫ່ງຟ້າສະຫວັນຊົງເລືອກຄົນທີ່ຍອມຮັບໃນຄວາມສັດຊື່ຂອງພຣະເຢ ຊູໃຫ້ເປັນຜູ້ແທນຂອງພຣະອົງເພື່ອສໍາແດງເຖິງພຣະຄຣິດໃຫ້ແກ່ຊາວໂລກ ເຮົາຈະຕ້ອງ ຍອມຮັບໃນພຣະຄຸນຂອງພຣະອົງເໝືອນຢ່າງທີ່ພຣະອົງຊົງສໍາແດງພຣະຄຸນຂອງພຣະ ອົງໃຫ້ປາກົດແກ່ບັນດາຜູ້ຊອບທໍາໃນຍຸກສະໄໝໂບຮານ ແຕ່ສິ່ງທີ່ຈະເຮັດໃຫ້ບັງເກີດ ຜົນຫຼາຍທີ່ສຸດນັ້ນກໍຄື ຄໍາພະຍານຈາກປະສົບການໃນຊີວິດຂອງເຮົາເອງ ເຮົາໄດ້ເປັນພະ ຍານໃຫ້ແກ່ພຣະເຈົ້າ ເມື່ອເຮົາໄດ້ສໍາແດງເຖິງລິດອໍານາດຂອງພຣະເຈົ້າທີ່ຊົງປະກອບພາ ລະກິດໃນຊີວິດຂອງເຮົາ ມະນຸດແຕ່ລະຄົນມີຊີວິດທີ່ແຕກຕ່າງກັນແລະຕ່າງກໍມີປະສົບ ການຕາມພື້ນຖານທີ່ບໍ່ຄືກັນ ພຣະເຈົ້າຊົງປະຖະໜາໃຫ້ເຮົາໄດ້ຖະຫວາຍສັນລະເສີນ ພຣະອົງຕາມກາຍະພາບຂອງແຕ່ລະຄົນ ຄໍາຍອມຮັບອັນປະເສີດທີ່ສະແດງອອກດ້ວຍ ການຖະຫວາຍສັນລະເສີນແດ່ສະຫງ່າລາສີແຫ່ງພຣະຄຸນຂອງພຣະອົງເຫຼົ່ານີ້ ປະກອບ ກັບການດໍາເນີນຊີວິດຕາມແບບຢ່າງຂອງພຣະຄຣິດຈະກາຍເປັນລິດອໍານາດອັນຊົງອະນຸ ພາບເພື່ອຊ່ວຍຈິດວິນຍານໃຫ້ໄດ້ຮັບຄວາມລອດ {MH 100.2}ມແ 76.3

    ເພື່ອປະໂຫຍດແກ່ຕົວຂອງເຮົາເອງ ເຮົາຄວນຈະລະລຶກເຖິງຂອງປະທານທຸກໆ ຢ່າງທີ່ພຣະເຈົ້າຊົງໂປດປະທານໃຫ້ແກ່ເຮົາໄວ້ຢູ່ສະເໝີ ດ້ວຍການກະທໍາເຊັ່ນນີ້ ຄວາມ ເຊື່ອຂອງເຮົາກໍຈະມີຄວາມເຂັ້ມແຂງຫຼາຍຂຶ້ນເພື່ອທີ່ເຮົາຈະໄດ້ທູນຂໍພຣະລາຊະທານ ແລະໄດ້ຮັບຂອງປະທານຫຼາຍຍິ່ງຂຶ້ນໄປ ເມື່ອຕົວເຮົາເອງໄດ້ຮັບພຣະພອນຈາກພຣະເຈົ້າ ແມ່ນວ່າພຣະພອນນັ້ນຈະເບິ່ງຄືເລັກນ້ອຍທີ່ສຸດກໍຕາມ ເຮົາກໍຍັງມີກໍາລັງໃຈຫຼາຍຍິ່ງກວ່າ ການໄດ້ອ່ານເລື່ອງຂອງຄວາມເຊື່ອແລະປະສົບການຊີວິດທີ່ເປັນຂອງຜູ້ອື່ນຈິດວິນຍານທີ່ ຕອບສະໜອງຕໍ່ພຣະຄຸນຂອງພຣະເຈົ້າຈະເປັນເໝືອນດັ່ງສວນທີ່ມີນໍ້າຫົດໄວ້ຈົນຊຸ່ມຊື່ນ ບາດແຜຂອງເຂົາຈະມີຊີ້ນປົ່ງຂຶ້ນມາຢ່າງວ່ອງໄວ ເຂົາຈະມີສຸຂະພາບທີ່ສົມບູນແລ້ວ ຄວາມສະຫວ່າງຂອງເຂົາຈະຮຸ່ງອອກມາຢ່າງແສງອະລຸນວັນໃໝ່ ແລະເຮົາຈະເຫັນສະ ຫງ່າລາສີຂອງພຣະເຢຊູໂຮວາຢູ່ເໜືອຕົວເຂົາ.ມແ 77.1

    “ຂ້າພະເຈົ້າຈະເອົາອັນໃດຕອບແທນພຣະເຢໂຮວາໄດ້
    ເນື່ອງຈາກບັນດາພຣະລາຊະກິດອັນມີພຣະຄຸນຕໍ່ຂ້າພະເຈົ້າ
    ຂ້າພະເຈົ້າຈະຍົກຖ້ວຍແຫ່ງຄວາມລອດ
    ແລະຮ້ອງທູນອອກພຣະນາມພຣະເຢໂຮວາ
    ບັດນີ້ຂ້າພະເຈົ້າຈະເຮັດຕາມຄໍາປະຕິຍານຂອງຂ້າພະເຈົ້າແດ່ພຣະເຢໂຮວາ
    ຕໍ່ໜ້າປະຊາຊົນທັງປວງຂອງພຣະອົງ”
    ມແ 77.2

    “ຕາບໃດທີ່ຂ້າມີຊີວິດຢູ່ ຂ້າຈະຮ້ອງເພງຖະຫວາຍພຣະເຈົ້າ
    ໃນຂະນະທີ່ຂ້າຍັງເປັນຢູ່ ຂ້າຈະຮ້ອງເພງສັນລະເສີນຖະຫວາຍພຣະເຈົ້າຂອງຂ້າ
    ຂໍການພາວະນາຂອງຂ້າເປັນສິ່ງທີ່ພໍພຣະໄທ
    ຂ້າມີຄວາມປຶ້ມປິຕິຍິນດີໃນພຣະເຈົ້າ”
    “ຜູ້ໃດຈະພັນລະນາເຖິງພຣະລາຊະກິດອັນຊົງລິດຂອງພຣະເຈົ້າ
    ຫຼືສະແດງເຖິງພຣະກຽດຂອງພຣະອົງຢ່າງຄົບຖ້ວນໄດ້”
    “ຈົ່ງຮ້ອນທູນອອກພຣະນາມພຣະອົງ
    ຈົ່ງໃຫ້ບັນດາພຣະລາຊະກິດຂອງພຣະອົງແຈ້ງແກ່ຊົນຊາດທັງຫຼາຍ
    ຈົ່ງຮ້ອງເພງຖະຫວາຍພຣະອົງ ຮ້ອງເພງສັນລະເສີນຖະຫວາຍພຣະອົງ
    ຈົ່ງເລົ່າເຖິງການອັດສະຈັນທັງສິ້ນຂອງພຣະອົງ
    ຈົ່ງອວດພຣະນາມບໍລິສຸດຂອງພຣະອົງ.
    ໃຫ້ຈິດໃຈຂອງບັນດາຜູ້ສະແຫວງຫາພຣະເຈົ້າມີແຕ່ຄວາມຍິນດີ”
    “ເພາະວ່າຄວາມຮັກໝັ້ນຄົງຂອງພຣະອົງດີກວ່າຊີວິດ
    ຮີບຝີປາກຂອງຂ້າພະອົງຈະສັນລະເສີນພຣະອົງ....
    ຈິດໃຈຂອງຂ້າພະອົງຈະອີ່ມໜໍາຄືກິນອາຫານຢ່າງອຸດົມແລະ
    ປາກຂອງຂ້າພະອົງຈະສັນລະເສີນພຣະອົງດ້ວຍຮີມຝີປາກທີ່ຊື່ນບານ
    ເມື່ອຂ້າພະອົງຄິດເຖິງພຣະອົງ ຂະນະຢູ່ເທິງທີ່ນອນ
    ແລະພາວະນາເຖິງພຣະອົງທຸກໆຍາມ
    ເພາະພຣະອົງຊົງເປັນຄວາມອຸປະຖໍາຂອງຂ້າພະອົງ
    ຂ້າພະອົງປື້ມປິຕິຍິນດີຢູ່ໃນຮົ່ມປີດຂອງພຣະອົງ”
    “ໃນພຣະເຈົ້າຂ້າພະອົງວາງໃຈຢູ່ ຂ້າພະອົງຈະບໍ່ຢ້ານວ່າ
    ມະນຸດອາດຈະເຮັດອັນໃດແກ່ຂ້າພະອົງໄດ້
    ໂອ ຂ້າແຕ່ພຣະເຈົ້າ ທີ່ຂ້າພະອົງປະຕິຍານໄວ້ນັ້ນ
    ຂ້າພະອົງຈະເຮັດຕາມ ຂ້າພະອົງຈະຖະຫວາຍຄໍາສັນລະເສີນແດ່ພຣະອົງ
    ເພາະພຣະອົງຊົງຊ່ວຍຈິດວິນຍານ
    ຂອງຂ້າພະອົງໃຫ້ພົ້ນຈາກມັດຈຸລາດ ພຣະອົງຈະຊົງຊ່ວຍໃຫ້ຕີນຂອງຂ້າພະອົງໃຫ້ພົ້ນຈາກການລົງບໍ່ແມ່ນບໍ່?
    ເພື່ອຂ້າພະອົງຈະດໍາເນີນຢູ່ຕໍ່ເບື້ອງພຣະພັກຂອງພຣະເຈົ້າ
    ໃນຄວາມສະຫວ່າງແຫ່ງຊີວິດ”
    “ຂ້າແຕ່ອົງບໍລິສຸດແຫ່ງອິສະລະເອນ
    ຮີມຝີປາກຂອງຂ້າພະອົງຈະໂຫ່ຮ້ອງດ້ວຍຄວາມຊື່ນບານ
    ທັງຈິດວິນຍານຂອງຂ້າພະອົງດ້ວຍ ຊຶ່ງພຣະອົງໄດ້ຊົງໄຖ່ໄວ້
    ລິ້ນຂອງຂ້າພະອົງຈະເວົ້າເຖິງຄວາມຊ່ວຍເຫຼືອ
    ອັນຊອບທໍາຂອງພຣະອົງຕະຫຼອດວັນຮອດຄໍ່າ”
    “ພຣະອົງ.... ເປັນທີ່ວາງໃຈຂອງຂ້າພະອົງຕັ້ງແຕ່ນ້ອຍໆມາ
    ຂ້າພະອົງສັນລະເສີນພຣະອົງສະເໝີ”
    “ເຮົາຈະກະທໍາໃຫ້ນາມຂອງພຣະອົງທ່ານເປັນເຊີດຊູ...
    ສະນັ້ນ ຊົນຊາດທັງຫຼາຍຈະສັນລະເສີນພຣະອົງທ່ານເປັນນິລັນການ”
    ມແ 78.1

    ເພງສັນລະເສີນ 116:12-14, 104:33,34; 106:2; 105:1,2,3; 63:3-7, 56:11-13,A.R.V; 71:22-24,5,6; 45:17. {MH 100.3}