Go to full page →

ໜ້າທີ່ຂອງໂຮງຮຽນ ມແ 406

ການຝຶກອົບຮົມໜ້າທີ່ພາຍໃນເຮືອນ ຄວນຈະໄດ້ຮັບການເພີ່ມເຕີມດ້ວຍໜ້າທີ່ ໃນໂຮງຮຽນອີກດ້ວຍ ເຮົາຄວນຄໍານຶງການພັດທະນາທຸກດ້ານໃນຕົວຂອງເດັກທັງຮ່າງ ກາຍແລະຈິດໃຈແລະຈິດວິນຍານລວມທັງການອົບຮົມສັ່ງສອນໃນເລື່ອງຂອງການປະຕິ ບັດຮັບໃຊ້ແລະການເສຍສະຫຼະຢູ່ສະເໝີ {MH 401.2} ມແ 406.5

ຍິ່ງກວ່າກິດຈະການອື່ນໃດການປະຕິບັດຮັບໃຊ້ພຣະຄຣິດໃນສິ່ງນ້ອຍໆ ທຸກມື້ ຍ່ອມມີອິດທິພົນຕໍ່ການຫຼໍ່ຫຼອມ ແລະຂັດເກົາອຸປະນິໃສຂອງເດັກໆແລະນໍາຊີວິດໄປໃນ ຫົນທາງຂອງການປະຕິບັດຮັບໃຊ້ຢ່າງບໍ່ເຫັນແກ່ຕົວ ບິດາມານດາແລະຄູອາຈານມີໜ້າ ທີ່ໆຕ້ອງສົ່ງເສີມໃຫ້ເດັກໆໄດ້ມີຈິດວິນຍານແຫ່ງການຮັບໃຊ້ໃຫ້ການສະໜັບສະໜູນ ແລະແນະແນວທາງຢ່າງຖືກຕ້ອງບໍ່ມີວຽກງານອື່ນໃດທີ່ຈະມີຄວາມສໍາຄັນຍິ່ງໄປກວ່າ ວຽກງານນີ້ຈິດວິນຍານແຫ່ງການປະຕິບັດຮັບໃຊ້ເປັນຈິດວິນຍານຂອງຊາວສະຫວັນ ແລະເຫຼົ່າທູດສະຫວັນຈະຮ່ວມມືໃນທຸກຄວາມພະຍາຍາມທີ່ພັດທະນາ ແລະສົ່ງເສີມ ໃຫ້ຈິດວິນຍານນີ້ຈະເລີນຂຶ້ນ {MH 401.3} ມແ 407.1

ການສຶກສາໃນລັກສະນະນີ້ຈະຕ້ອງມີຮາກຖານຕັ້ງຢູ່ເທິງພຣະວັດຈະນາຂອງ ພຣະເຈົ້າ ພຣະວັດຈະນາຂອງພຣະເຈົ້າເທົ່ານັ້ນທີ່ໃຫ້ຫຼັກການທັງໝົດໄວ້ຢ່າງສົມບູນ ພຣະຄໍາພີຈະຕ້ອງເປັນຮາກຖານຂອງການສຶກສາຮໍ່າຮຽນແລະການສັ່ງສອນຄວາມຮູ້ ທີ່ ສໍາຄັນທີ່ສຸດຄືຄວາມຮູ້ໃນເລື່ອງຂອງພຣະເຈົ້າ ແລະເລື່ອງຂອງພຣະເຢຊູທີ່ພຣະເຈົ້າໄດ້ ປະທານມາໃຫ້ແກ່ເຮົາ {MH 401.4} ມແ 407.2

ເດັກທຸກຄົນແລະໜຸ່ມສາວທຸກຄົນຄວນມີຄວາມຮູ້ກ່ຽວກັບຕົນເອງເຂົາຄວນຈະ ເຂົ້າໃຈເຖິງ ສະພາບຂອງຮ່າງກາຍທີ່ພຣະເຈົ້າປະທານໃຫ້ແກ່ເຂົາ ລວມທັງກົດເກນທີ່ ຈະຊ່ວຍໃຫ້ຮ່າງ ກາຍມີສຸກຂະພາບທີ່ດີທຸກຄົນຄວນຮຽນຮູ້ຢ່າງທ່ອງແທ້ໃນວິຊາທົ່ວ ໄປແລະຄວນຝຶກຝົນ ໃນວິຊາຊີບຕ່າງໆເພື່ອຈະໄດ້ເປັນຊາຍຍິງທີ່ມີທັກສະໃນການເຮັດ ວຽກເໝາະສົມກັບໜ້າທີ່ ປະຈໍາວັນຂອງຕົນນອກຈາກນີ້ແລ້ວເຂົາທັງຫຼາຍຄວນເພີ່ມ ເຕີມການຝຶກຝົນອົບຮົມປະສົບ ການຂອງງານພາລະກິດໃນດ້ານຕ່າງໆອີກດ້ວຍ {MH 402.1} ມແ 407.3